ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງນາຍົກລັດຖະມົນຕີ ເລ ມິງ ຮຶງ ບັນລຸຜົນສຳເລັດທີ່ເປັນຮູບປະທຳຫຼາຍດ້ານ

09:37 | 12/10/2026

ຍສໝ - ການຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ ແຕ່ວັນທີ 8 - 10/10/2026 ຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນການຮ່ວມມື ແລະ ເປີດກວ້າງຂົງເຂດ ແລະ ໂຄງການໃໝ່. ທ່ານ ເລ ຮວ່າຍ ຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ໄດ້ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ.

ຫວຽດນາມ - ລາວ ແລກປ່ຽນເອກະສານການຮ່ວມມື 11 ສະບັບໃນຫຼາຍຂົງເຂດ ຫວຽດນາມມອບລະບົບຂໍ້ມູນປະຊາກອນ ແລະ ບັດປະຈຳຕົວເອເລັກໂຕຣນິກໃຫ້ລາວ

ເນື່ອງໃນໂອກາດທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດການຢ້ຽມຢາມຢ່າງເປັນທາງການສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ລາຊະອານາຈັກກຳປູເຈຍ ຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ເລ ຮວ່າຍ ຈຸງ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ ແລະ ບັນດາຜົນສຳເລັດທີ່ໂດດເດັ່ນຂອງການຢ້ຽມຢາມ.

ຕາມທ່ານ ເລ ຮວ່າຍ ຈຸງ ແລ້ວ, ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸຜົນສຳເລັດສຳຄັນ ແລະ ເປັນຮູບປະທຳຫຼາຍດ້ານ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບມູນເຊື້ອນັບມື້ນັບເລິກເຊິ່ງຂຶ້ນ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ ຊຶ່ງເປັນສອງປະເທດເພື່ອນບ້ານທີ່ມີຖານະບູລິມະສິດສູງສຸດໃນນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຫວຽດນາມ.

ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງນາຍົກລັດຖະມົນຕີ ເລ ມິງ ຮຶງ ບັນລຸຜົນສຳເລັດທີ່ເປັນຮູບປະທຳຫຼາຍດ້ານ

ເສີມສ້າງຄວາມໄວ້ວາງໃຈທາງການເມືອງ ແລະ ສາຍພົວພັນເພື່ອນບ້ານ

ທ່ານ ເລ ຮວ່າຍ ຈຸງ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທາງດ້ານການເມືອງ ແລະ ການຕ່າງປະເທດ ເນື່ອງຈາກເປັນຄັ້ງທຳອິດທີ່ທ່ານ ເລ ມິງ ຮຶງ ເດີນທາງຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການໃນຖານະຫົວໜ້າລັດຖະບານ, ພ້ອມທັງເປັນການຢ້ຽມຢາມສອງຝ່າຍຢ່າງເປັນທາງການຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານ ພາຍຫຼັງເຂົ້າຮັບຕຳແໜ່ງ.

ສຳລັບລາວ, ການຢ້ຽມຢາມດຳເນີນຂຶ້ນທັນທີພາຍຫຼັງທີ່ປະເທດເພື່ອນມິດໄດ້ສຳເລັດການຈັດວາງຕຳແໜ່ງການນຳສຳຄັນ, ໃນນັ້ນ ພັກ, ລັດ ແລະ ສະພາແຫ່ງຊາດລາວ ໄດ້ເລືອກຕັ້ງນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດຄົນໃໝ່. ທ່ານ ເລ ມິງ ຮຶງ ຍັງເປັນຜູ້ນຳຕ່າງປະເທດຄົນທຳອິດທີ່ຢ້ຽມຢາມລາວໃນໄລຍະນີ້ ແລະ ເປັນຜູ້ນຳສຳຄັນຄົນທຳອິດຂອງຫວຽດນາມທີ່ດຳເນີນການຢ້ຽມຢາມພາຍຫຼັງລາວຈັດວາງກົງຈັກການນຳສຳເລັດ.

ຢູ່ກຳປູເຈຍ, ການຢ້ຽມຢາມໄດ້ດຳເນີນໃນໄລຍະທີ່ປະເທດເພື່ອນມິດພວມຜັນຂະຫຍາຍບັນດາແຜນການສຳຄັນເພື່ອປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ, ພ້ອມທັງກະກຽມບັນດາກິດຈະກຳການຕ່າງປະເທດຂະໜາດໃຫຍ່.

ການນຳຂັ້ນສູງຂອງລາວ ແລະ ກຳປູເຈຍ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ, ຖືວ່ານີ້ແມ່ນການສະແດງອອກເຖິງນ້ຳໃຈມິດຕະພາບມູນເຊື້ອ, ສາຍພົວພັນພິເສດ ແລະ ການໃຫ້ຄວາມສຳຄັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ສອງປະເທດເພື່ອນບ້ານ, ພ້ອມທັງສະແດງເຖິງຄວາມຕັ້ງໃຈຮ່ວມກັນໃນການຍົກລະດັບການຮ່ວມມືເພື່ອການພັດທະນາໃຫ້ສູງຂຶ້ນ.

ໃນບັນດາການພົບປະ, ທ່ານ ເລ ມິງ ຮຶງ ແລະ ການນຳຂັ້ນສູງລາວ, ກຳປູເຈຍ ໄດ້ແລກປ່ຽນຄຳເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງກ່ຽວກັບສາຍພົວພັນລະຫວ່າງບັນດາພັກ, ບັນດາລັດ, ສະພາບການຮ່ວມມືໃນຫຼາຍຂົງເຂດ ພ້ອມທັງບັນດາບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ຜ່ານນັ້ນ, ບັນດາຝ່າຍໄດ້ສືບຕໍ່ເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ເຫັນດີຮ່ວມກັນຕໍ່ບັນດາທິດທາງການເມືອງທີ່ສຳຄັນສຳລັບສາຍພົວພັນລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ. ບັນດາການແລກປ່ຽນຍັງຢືນຢັນຖານະພິເສດຂອງການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃນຖານະເປັນເສົາຄ້ຳຂອງສາຍພົວພັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ.

ແກ້ໄຂຂໍ້ຕິດຂັດ, ເປີດກວ້າງບັນດາຂົງເຂດການຮ່ວມມື

ຜົນສຳເລັດສຳຄັນອີກປະການໜຶ່ງທີ່ທ່ານ ເລ ຮວ່າຍ ຈຸງ ເນັ້ນໜັກ ແມ່ນການທີ່ການນຳຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຮ່ວມກັນທົບທວນ ແລະ ຕີລາຄາຂະບວນການປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືທີ່ເປັນຮູບປະທຳ.

ໃນຂອບເຂດການຢ້ຽມຢາມ, ທ່ານ ເລ ມິງ ຮຶງ ພ້ອມກັບການນຳສອງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໄດ້ສຸມໃສ່ແກ້ໄຂ ແລະ ໂດຍພື້ນຖານສາມາດຂະຈັດບັນດາຄວາມຫຍຸ້ງຍາກທີ່ຍັງຄົງຄ້າງຢູ່ໃນບາງໂຄງການຮ່ວມມືໃນໄລຍະຜ່ານມາ.

ບັນດາໂຄງການນີ້ແມ່ນໂຄງການທີ່ໄດ້ຮັບການເຫັນດີຮ່ວມກັນໃນລະດັບສູງ, ໃນນັ້ນມີບັນດາເນື້ອໃນການຮ່ວມມືລະຫວ່າງກົມການເມືອງ ແລະ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ລາວ, ພ້ອມທັງລະຫວ່າງກົມການເມືອງພັກຄອມມູນິດຫວຽດນາມ ກັບຄະນະປະຈຳພັກປະຊາຊົນກຳປູເຈຍ ແລະ ການນຳກຳປູເຈຍ.

ນອກຈາກການຊຸກຍູ້ໃຫ້ບັນດາໂຄງການທີ່ມີຢູ່ແລ້ວໄດ້ຮັບການຜັນຂະຫຍາຍ ແລະ ນຳມາຊຶ່ງປະສິດທິຜົນທີ່ເປັນຮູບປະທຳແລ້ວ, ການຢ້ຽມຢາມຍັງໄດ້ສ້າງເງື່ອນໄຂໃຫ້ບັນດາຝ່າຍກຳນົດທິດທາງການຮ່ວມມື, ຂົງເຂດ ແລະ ໂຄງການໃໝ່ທີ່ມີທ່າແຮງ, ຜ່ານນັ້ນເພີ່ມເຕີມແຫຼ່ງກຳລັງ ແລະ ແຮງຂັບເຄື່ອນການພັດທະນາໃຫ້ແກ່ທັງສາມປະເທດ.

ຕາມທ່ານ ເລ ຮວ່າຍ ຈຸງ ແລ້ວ, ການເພີ່ມທະວີການຮ່ວມມືທີ່ເປັນຮູບປະທຳບໍ່ພຽງແຕ່ປະກອບສ່ວນຍົກສູງປະສິດທິຜົນໃນການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ມີຢູ່ແລ້ວເທົ່ານັ້ນ, ແຕ່ຍັງເປີດກວ້າງໂອກາດການພັດທະນາລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ ໃນໄລຍະຕໍ່ໄປ.

ການຢ້ຽມຢາມຄັ້ງນີ້ຍັງເປັນບາດກ້າວໃນການຜັນຂະຫຍາຍແນວທາງການຕ່າງປະເທດທີ່ໄດ້ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງຕັ້ງໜ້າ, ສືບຕໍ່ຢືນຢັນການໃຫ້ຄວາມສຳຄັນ ແລະ ບູລິມະສິດຂອງຫວຽດນາມຕໍ່ສາຍພົວພັນເພື່ອນບ້ານ, ໂດຍສະເພາະລາວ ແລະ ກຳປູເຈຍ.

ພ້ອມກັນນັ້ນ, ນີ້ຍັງເປັນກິດຈະກຳກະກຽມທີ່ສຳຄັນສຳລັບບັນດາແຜນງານການຕ່າງປະເທດຂັ້ນສູງລະຫວ່າງຫວຽດນາມກັບສອງປະເທດໃນໄລຍະຕໍ່ໄປ, ໂດຍສະເພາະບັນດາເຫດການລະນຶກຄັ້ງສຳຄັນໃນປີ 2027.

ໂດຍສະເພາະ, ຫວຽດນາມ ແລະ ລາວ ຈະລະນຶກຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ (5/9/1962 - 5/9/2027) ແລະ ຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977 - 18/7/2027). ຂະນະທີ່ຫວຽດນາມ ແລະ ກຳປູເຈຍ ຈະລະນຶກຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ (24/6/1967 - 24/6/2027).

ທ່ານ ເລ ຮວ່າຍ ຈຸງ ຕີລາຄາວ່າ ບັນດາຂີດໝາຍດັ່ງກ່າວມີຄວາມໝາຍສຳຄັນຕໍ່ການສືບຕໍ່ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ຊຸກຍູ້ຄວາມຜູກພັນທາງຍຸດທະສາດ ແລະ ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ ໃນໄລຍະຕໍ່ໄປ.

ກິດຈະກຳການຕ່າງປະເທດຫຼາຍລາຍການ ແລະ ເອກະສານການຮ່ວມມືເກືອບ 40 ສະບັບ

ພາຍໃນເວລາບໍ່ເຖິງ 48 ຊົ່ວໂມງ, ທ່ານ ເລ ມິງ ຮຶງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ດຳເນີນແຜນງານກິດຈະກຳອັນຫຼາກຫຼາຍຢູ່ລາວ ແລະ ກຳປູເຈຍ, ໂດຍມີການພົບປະກັບການນຳຂັ້ນສູງທຸກທ່ານຂອງສອງປະເທດ.

ທ່ານນາຍົກລັດຖະມົນຕີຍັງໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນບັນດາເວທີປາໄສວິສາຫະກິດ ແລະ ກອງປະຊຸມສົ່ງເສີມການລົງທຶນ ທີ່ມີວິສາຫະກິດຫວຽດນາມ, ລາວ ແລະ ກຳປູເຈຍ ເຂົ້າຮ່ວມເປັນຈຳນວນຫຼາຍ; ພ້ອມທັງເປັນສັກຂີພິຍານໃນພິທີລົງນາມ ແລະ ແລກປ່ຽນເອກະສານ ແລະ ຂໍ້ຕົກລົງການຮ່ວມມືເກືອບ 40 ສະບັບ ລະຫວ່າງບັນດາອົງການ, ທ້ອງຖິ່ນ ແລະ ວິສາຫະກິດ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຍັງໄດ້ພົບປະຜູ້ແທນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ພະນັກງານສະຖານທູດຫວຽດນາມປະຈຳລາວ ແລະ ກຳປູເຈຍ.

ຫວຽດນາມ - ລາວ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 10 ຕື້ໂດລາສະຫະລັດ ຫວຽດນາມ - ລາວ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 10 ຕື້ໂດລາສະຫະລັດ
ຍສໝ - ຕອນບ່າຍວັນທີ 8/10, ທີ່ນະຄອນຫຼວງວຽງຈັນ (ລາວ), ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳໃນກອງປະຊຸມສົ່ງເສີມການລົງທຶນຫວຽດນາມ - ລາວ. ການນຳທັງສອງທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີຄວາມຜູກພັນທາງຍຸດທະສາດໃນຂົງເຂດເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ເລັ່ງລັດບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ.
ເລີ່ມຕົ້ນໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ ທີ່ວຽງຈັນ ເລີ່ມຕົ້ນໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ ທີ່ວຽງຈັນ
ຍສໝ - ຕອນບ່າຍວັນທີ 8/10, ທີ່ສຳນັກງານນາຍົກລັດຖະມົນຕີລາວ ໃນນະຄອນຫຼວງວຽງຈັນ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເຂົ້າຮ່ວມພິທີເລີ່ມຕົ້ນໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ. ຄາດວ່າໂຄງການນີ້ຈະປະກອບສ່ວນຍົກສູງຄຸນນະພາບການຝຶກອົບຮົມຊັບພະຍາກອນມະນຸດ, ເພີ່ມທະວີການເຊື່ອມໂຍງດ້ານການສຶກສາ ແລະ ເສີມສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ