![]() |
| ທີ່ງານ, ທ່ານ ບຸ່ຍເລໄທ, ເອກອັກຄະລັດຖະທູດຫວຽດນາມປະຈຳຮົງກາຣີ ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມມິດຕະພາບຮົງກາຣີ - ຫວຽດນາມ ໃນການຮັກສາການແລກປ່ຽນປະຊາຊົນ, ໂຄສະນາປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມ. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ເພີ່ມທະວີການດຶງດູດຊາວຮົງກາຣີຮຸ່ນໜຸ່ມໃຫ້ຊອກຮູ້ກ່ຽວກັບຫວຽດນາມ, ເຂົ້າຮ່ວມບັນດາກິດຈະກຳມິດຕະພາບ; ພ້ອມທັງເປີດກວ້າງການແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ ແລະ ນຳໃຊ້ສື່ມວນຊົນ, ເຄືອຂ່າຍສັງຄົມໃຫ້ເກີດປະໂຫຍດ. ສະຖານທູດຫວຽດນາມປະຈຳຮົງກາຣີ ຢືນຢັນວ່າ ຈະສືບຕໍ່ຮ່ວມເດີນທາງ ແລະ ສະໜັບສະໜູນບັນດາກິດຈະກຳເຊື່ອມຕໍ່ປະຊາຊົນສອງປະເທດ. ທີ່ການພົບປະ, ບັນດາຜູ້ແທນໄດ້ຮ່ວມກັນຊົມ ແລະ ສຳຜັດດົນຕີ ແລະ ອາຫານປະເພນີຫວຽດນາມ. |
ວັນທີ 4 ກຸມພາ 2025, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາລີ ບຸ່ຍເລຖາຍ ໄດ້ແລກປ່ຽນກັບນັກການທູດສຳນັກວາຕີກັງ, ທ່ານ Michael W BANACH - ຫົວໜ້າຄະນະການທູດ ປະຈຳ ຮົງກາລີ ກ່ຽວກັບການພົວພັນ ຫວຽດນາມ - ຮົງກາລີ, ຫວຽດນາມ - ວາຕີກັງ ແລະ ສົມທົບກັນເຄື່ອນໄຫວໃນຂອບເຂດຂອງຄະນະການທູດ ປະຈຳ ຮົງກາລີ. |
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ຮົງກາຣີ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບ, ລາງວັນອັນປະເສີດເລີດລ້ຳແຫ່ງລັດ ສປປ ຫວຽດນາມ ໃຫ້ທ່ານປະທານ Botz László, ທ່ານ Váraljai Márton, ຮອງປະທານປະຈຳສະມາຄົມມິດຕະພາບ ຮົງກາຣີ - ຫວຽດນາມ. |
ຄຳສີ
