ຫວຽດນາມ - ສິງກະໂປ ເປີດບໍລິການຊຳລະເງິນ QR ຂ້າມຊາຍແດນ

19:51 | 03/07/2026

ຍສໝ - ວັນທີ 2 ກໍລະກົດ, ຫວຽດນາມ ແລະ ສິງກະໂປ ໄດ້ເປີດນຳໃຊ້ບໍລິການຊຳລະເງິນຜ່ານລະຫັດ QR ຂ້າມຊາຍແດນຢ່າງເປັນທາງການ, ເປັນບາດກ້າວໃໝ່ໃນການເຊື່ອມຕໍ່ລະບົບຊຳລະເງິນຂາຍຍ່ອຍຂອງສອງປະເທດ. ບໍລິການນີ້ຄາດວ່າຈະອຳນວຍຄວາມສະດວກໃຫ້ຜູ້ຊົມໃຊ້, ພ້ອມທັງຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ການພັດທະນາເສດຖະກິດດິຈິຕອນ.

ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ
ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ ຈະຈັດຂຶ້ນນັບຕັ້ງແຕ່ວັນທີ 9-10 ກໍລະກົດ

ເຊື່ອມຕໍ່ລະບົບຊຳລະເງິນດິຈິຕອນສອງປະເທດ

ວັນທີ 2 ກໍລະກົດ, ບໍລິສັດຫຸ້ນສ່ວນການຊຳລະເງິນແຫ່ງຊາດຫວຽດນາມ (NAPAS), Liquid Group ຂອງສິງກະໂປ ແລະ ທະນາຄານການຄ້າຫຸ້ນສ່ວນອຸດສາຫະກຳ ແລະ ການຄ້າຫວຽດນາມ (VietinBank) ໄດ້ຮ່ວມກັນເປີດຕົວບໍລິການຊຳລະເງິນຜ່ານລະຫັດ QR ຂ້າມຊາຍແດນລະຫວ່າງຫວຽດນາມ ແລະ ສິງກະໂປ.

ພິທີເປີດຕົວມີທ່ານ Donald Tsang, ຮອງເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ; ທ່ານ ຟ້າມ ຕ໊ຽນ ຢຸງ (Phạm Tiến Dũng), ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າຄະນະບໍລິຫານ NAPAS, Liquid Group ແລະ VietinBank ເຂົ້າຮ່ວມ.

ຜ່ານບໍລິການໃໝ່ນີ້, ຜູ້ໃຊ້ແອັບພລິເຄຊັນຊຳລະເງິນຢູ່ສິງກະໂປສາມາດສະແກນລະຫັດ VietQRGlobal ເພື່ອຊຳລະຄ່າສິນຄ້າ ແລະ ບໍລິການຢູ່ບັນດາຈຸດທີ່ຮອງຮັບການຊຳລະເງິນໃນຫວຽດນາມ. ການເປີດນຳໃຊ້ບໍລິການດັ່ງກ່າວຖືເປັນບາດກ້າວສຳຄັນໃນການເຊື່ອມໂຍງໂຄງລ່າງພື້ນຖານຊຳລະເງິນຂາຍຍ່ອຍຂອງສອງປະເທດ, ຕອບສະໜອງທ່າອ່ຽງການຊຳລະເງິນແບບບໍ່ໃຊ້ເງິນສົດຂອງນັກທ່ອງທ່ຽວສິງກະໂປ.

ຫວຽດນາມ - ສິງກະໂປ ເປີດບໍລິການຊຳລະເງິນ QR ຂ້າມຊາຍແດນ
ທ່ານ ຟ້າມຕ໋ຽນຢຸງ, ຮອງທູດສະພາທະນາຄານແຫ່ງລັດ (ທີ 2 ຈາກເບື້ອງຊ້າຍ) ແລະ ບັນດາຜູ້ແທນ ປະຕິບັດພິທີການເປີດໂຕການບໍລິການ QR ສອງຝ່າຍ ລະຫວ່າງ ຫວຽດນາມ - ສິງກະໂປ.

ຕາມຂໍ້ມູນຂອງກົມການທ່ອງທ່ຽວແຫ່ງຊາດຫວຽດນາມ, ໃນ 5 ເດືອນຕົ້ນປີ 2026, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 10,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,9% ທຽບກັບໄລຍະດຽວກັນຂອງປີກ່ອນ ແລະ ເປັນລະດັບສູງສຸດໃນຮອບຫຼາຍປີ. ສິງກະໂປຍັງຄົງເປັນໜຶ່ງໃນຕະຫຼາດນັກທ່ອງທ່ຽວສາກົນທີ່ມີການຂະຫຍາຍຕົວດີ.

ຜົນສຳຫຼວດຂອງກຸ່ມບໍລິສັດສະໜາມບິນ Changi ລະບຸວ່າ 3 ໃນ 5 ຄົນສິງກະໂປເຄີຍເດີນທາງມາຫວຽດນາມ ແລະ 95% ມີຄວາມປາດຖະໜາຢາກກັບມາທ່ອງທ່ຽວອີກ.

ນັກທ່ອງທ່ຽວກຸ່ມນີ້ມີລະດັບການໃຊ້ຈ່າຍສູງ ແລະ ນິຍົມຊຳລະເງິນແບບບໍ່ໃຊ້ເງິນສົດ. ດ້ວຍເຫດນີ້, ການເຊື່ອມຕໍ່ຊຳລະເງິນຜ່ານ QR ຈຶ່ງຄາດວ່າຈະຊ່ວຍໃຫ້ການໃຊ້ຈ່າຍຂອງນັກທ່ອງທ່ຽວສະດວກຂຶ້ນ, ຂະນະດຽວກັນກໍເປີດໂອກາດໃຫ້ວິສາຫະກິດຂາຍຍ່ອຍ, ບໍລິການ ແລະ ທ່ອງທ່ຽວ ເຂົ້າເຖິງລູກຄ້າສາກົນໄດ້ງ່າຍຂຶ້ນ ດ້ວຍວິທີຊຳລະເງິນທີ່ບໍ່ສັບສົນ ແລະ ມີຕົ້ນທຶນເໝາະສົມ.

ຊຳລະເງິນທັນທີ ແລະ ແລກປ່ຽນສະກຸນເງິນ SGD - VND ໂດຍກົງ

ບໍລິການຊຳລະເງິນ QR ຂ້າມຊາຍແດນດຳເນີນງານຜ່ານການເຊື່ອມຕໍ່ໂຄງລ່າງພື້ນຖານຊຳລະເງິນຂອງ NAPAS ແລະ Liquid Group. ນັກທ່ອງທ່ຽວສິງກະໂປສາມາດໃຊ້ແອັບພລິເຄຊັນຊຳລະເງິນໃນເຄືອຂ່າຍຄູ່ຮ່ວມມືຂອງ Liquid Group ເພື່ອສະແກນ VietQRGlobal ຢູ່ບັນດາຮ້ານຄ້າ ແລະ ຈຸດບໍລິການທີ່ຮອງຮັບໃນຫວຽດນາມ.

ທຸລະກຳຊຳລະເງິນຈະຖືກປະມວນຜົນຕາມເວລາຈິງ (real-time), ພ້ອມກັບການປ່ຽນສະກຸນເງິນໂດຍກົງລະຫວ່າງໂດລາສິງກະໂປ (SGD) ແລະ ດົ່ງຫວຽດນາມ (VND). ຜູ້ໃຊ້ຈຶ່ງສາມາດຈ່າຍຄ່າສິນຄ້າຢູ່ຮ້ານຄ້າ, ຮ້ານອາຫານ, ໂຮງແຮມ ຫຼື ສະຖານທີ່ຊື້ເຄື່ອງຕ່າງໆ ໂດຍບໍ່ຕ້ອງພົກເງິນສົດ ຫຼື ແລກປ່ຽນເງິນຕາລ່ວງໜ້າ.

ການທີ່ນັກທ່ອງທ່ຽວສາມາດນຳໃຊ້ແອັບພລິເຄຊັນຊຳລະເງິນທີ່ຕົນຄຸ້ນເຄີຍຢູ່ສິງກະໂປ ໃນລະຫວ່າງເດີນທາງມາຫວຽດນາມ ຈະຊ່ວຍໃຫ້ການຊຳລະເງິນມີຄວາມຕໍ່ເນື່ອງ, ວ່ອງໄວ ແລະ ສະດວກສະບາຍຍິ່ງຂຶ້ນ.

ໃນໄລຍະທຳອິດ, ບໍລິການດັ່ງກ່າວຄາດວ່າຈະສາມາດເຂົ້າເຖິງຜູ້ໃຊ້ປະມານ 3 ລ້ານຄົນ ຜ່ານເຄືອຂ່າຍຄູ່ຮ່ວມມືຂອງ Liquid Group ໃນສິງກະໂປ. ຂອບເຂດການໃຫ້ບໍລິການຈະຂະຫຍາຍຕື່ມອີກຕາມການເຕີບໂຕຂອງເຄືອຂ່າຍຄູ່ຮ່ວມມື.

ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ
ທ່ານ ຟ້າມແອງຕວນ - ຫົວໜ້າກົມການຊຳລະເງິນ (ທະນາຄານແຫ່ງລັດ).

ສິງກະໂປ ເປັນປະເທດທີ 6 ໃນເຄືອຂ່າຍ QR ຂອງ NAPAS

ທ່ານ ຟ້າມ ແອງ ຕວນ (Phạm Anh Tuấn), ຫົວໜ້າກົມການຊຳລະເງິນ ຂອງທະນາຄານແຫ່ງລັດຫວຽດນາມ, ໃຫ້ຮູ້ວ່າ ການເຊື່ອມຕໍ່ຊຳລະເງິນຜ່ານ QR ລະຫວ່າງສອງປະເທດແມ່ນໜຶ່ງໃນຂໍ້ລິເລີ່ມທີ່ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືປ່ຽນແປງໃໝ່ທາງການເງິນ ລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະ ອົງການກຳກັບດູແລເງິນຕາສິງກະໂປ (MAS). ບົດບັນທຶກນີ້ໄດ້ລົງນາມໃນການຢ້ຽມຢາມສິງກະໂປຢ່າງເປັນທາງການຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ພັກ, ເມື່ອເດືອນມີນາ 2025.

ຕາມທ່ານ ຟ້າມ ແອງ ຕວນ ແລ້ວ, ທະນາຄານແຫ່ງລັດຫວຽດນາມໄດ້ສົ່ງເສີມການເຊື່ອມຕໍ່ລະບົບຊຳລະເງິນຂາຍຍ່ອຍຜ່ານລະຫັດ QR ມາຢ່າງຕໍ່ເນື່ອງ, ແນໃສ່ສ້າງຄວາມສະດວກໃຫ້ປະຊາຊົນ ແລະ ຊຸກຍູ້ການແລກປ່ຽນດ້ານການຄ້າ ແລະ ການທ່ອງທ່ຽວ.

ຕາມແຜນດຳເນີນງານ, NAPAS ແລະ ບັນດາຄູ່ຮ່ວມມືຈະເປີດບໍລິການຊຳລະເງິນຈາກຫວຽດນາມໄປສິງກະໂປພາຍໃນປີ 2026, ເພື່ອໃຫ້ການຊຳລະເງິນຜ່ານ QR ດຳເນີນໄດ້ຄົບທັງສອງທິດທາງ.

ການເປີດນຳໃຊ້ບໍລິການໃໝ່ເປັນຜົນຈາກການປະສານງານລະຫວ່າງ NAPAS, Liquid Group, VietinBank ແລະ ບັນດາອົງການຄຸ້ມຄອງ. ດ້ວຍການເຊື່ອມຕໍ່ຄັ້ງນີ້, ສິງກະໂປກາຍເປັນປະເທດທີ 6 ທີ່ NAPAS ໄດ້ເຊື່ອມຕໍ່ລະບົບຊຳລະເງິນ QR ຂ້າມຊາຍແດນ ແລະ ເປັນຕະຫຼາດອາຊຽນແຫ່ງທີ 4 ໃນເຄືອຂ່າຍນີ້.

NAPAS ໃຫ້ຮູ້ວ່າ ຈະສືບຕໍ່ລົງທຶນພັດທະນາໂຄງລ່າງພື້ນຖານຊຳລະເງິນໃຫ້ທັນສະໄໝ ແລະ ສອດຄ່ອງກັບມາດຕະຖານສາກົນ, ພ້ອມທັງຂະຫຍາຍການເຊື່ອມຕໍ່ກັບທະນາຄານ, ອົງການຕົວກາງຊຳລະເງິນ ແລະ ຄູ່ຮ່ວມມືສາກົນ ເພື່ອເປີດກວ້າງບໍລິການຊຳລະເງິນຂ້າມຊາຍແດນ.

ທ່ານ ຫງວຽນ ກວາງ ມິງ (Nguyễn Quang Minh), ຜູ້ອຳນວຍການໃຫຍ່ NAPAS, ຕີລາຄາວ່າ ການເປີດບໍລິການ QR ຂ້າມຊາຍແດນກັບສິງກະໂປ ເປັນບາດກ້າວສຳຄັນໃນຍຸດທະສາດຂະຫຍາຍເຄືອຂ່າຍການຊຳລະເງິນພາກພື້ນ. ບົນພື້ນຖານ VietQR, NAPAS ຈະຮ່ວມກັບຄູ່ຮ່ວມມືສືບຕໍ່ພັດທະນາລະບົບຊຳລະເງິນຂ້າມຊາຍແດນ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນ, ນັກທ່ອງທ່ຽວ ແລະ ວິສາຫະກິດ.

ທ່ານ Jeremy Tan, ຜູ້ອຳນວຍການໃຫຍ່ Liquid Group, ໃຫ້ຮູ້ວ່າ ການຮ່ວມມືກັບ NAPAS ແລະ VietinBank ຈະຊ່ວຍສ້າງລະບົບຊຳລະເງິນ QR ທີ່ເຊື່ອມໂຍງກັນ, ມີຄວາມປອດໄພ ແລະ ໜ້າເຊື່ອຖືລະຫວ່າງສອງປະເທດ, ພ້ອມທັງວາງພື້ນຖານເພື່ອຂະຫຍາຍການຊຳລະເງິນສອງທິດທາງໃນອາຊຽນ.

ຕາງໜ້າ VietinBank ກໍຢືນຢັນວ່າ ທະນາຄານຈະສືບຕໍ່ລົງທຶນດ້ານໂຄງລ່າງພື້ນຖານເຕັກໂນໂລຊີ ແລະ ຂະຫຍາຍເຄືອຂ່າຍຮ້ານຄ້າທີ່ຮອງຮັບ VietQRGlobal, ແນໃສ່ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ການເຊື່ອມໂຍງເສດຖະກິດດິຈິຕອນຂອງຫວຽດນາມ ແລະ ສິງກະໂປ

ເກີນເທີ ເປີດກວ້າງການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ ເກີນເທີ ເປີດກວ້າງການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ

ຍສໝ - ພາຍຫຼັງເປີດກວ້າງຂະໜາດພື້ນທີ່ແຫ່ງການຂະຫຍາຍຕົວ, ນະຄອນ ເຊີ່ນເທີ ພວມຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ພາຍໃນບັນດາຂົງເຂດທີ່ມີມູນຄ່າເພີ່ມສູງ ເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, AI, logistics ແລະ ກະສິກຳເຕັກໂນໂລຊີສູງ.

GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39% GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39%

ຍສໝ​ - ຢູ່ທີ່ການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ II ແລະ 6 ເດືອນຕົ້ນປີ 2026 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 3 ກໍລະກົດ, ກົມສະຖິຕິ, ກະຊວງການເງິນ ໃຫ້ຮູ້ວ່າ ຜະລິດຕະພັນພາຍໃນປະເທດ (GDP) ໄຕມາດ II/2026 ບັນລຸລະດັບການຂະຫຍາຍຕົວດີ, ດ້ວຍອັດຕາການຂະຫຍາຍຕົວຄາດຄະເນບັນລຸ 8,39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ມີງດຶກ