| ຫວຽດນາມມອບລະບົບຂໍ້ມູນປະຊາກອນ ແລະ ບັດປະຈຳຕົວເອເລັກໂຕຣນິກໃຫ້ລາວ ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງນາຍົກລັດຖະມົນຕີ ເລ ມິງ ຮຶງ ບັນລຸຜົນສຳເລັດທີ່ເປັນຮູບປະທຳຫຼາຍດ້ານ |
ໃນແຜນງານກິດຈະກຳທີ່ໃຊ້ເວລາບໍ່ເຖິງ 48 ຊົ່ວໂມງຢູ່ລາວ ແລະ ກຳປູເຈຍ, ທ່ານ ເລ ມິງ ຮຶງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເປັນສັກຂີພິຍານໃນການລົງນາມ ແລະ ແລກປ່ຽນເອກະສານ ແລະ ຂໍ້ຕົກລົງການຮ່ວມມືເກືອບ 40 ສະບັບ; ເຂົ້າຮ່ວມບັນດາເວທີປາໄສວິສາຫະກິດ, ກອງປະຊຸມສົ່ງເສີມການລົງທຶນ ແລະ ແລກປ່ຽນໂດຍກົງກ່ຽວກັບບັນດາຄວາມຫຍຸ້ງຍາກໃນຂະບວນການຜັນຂະຫຍາຍໂຄງການ.
ຕາມທ່ານ ເລ ຮວ່າຍ ຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ແລ້ວ, ການຢ້ຽມຢາມໄດ້ປະກອບສ່ວນແກ້ໄຂບັນດາຂໍ້ຕິດຂັດທີ່ຍັງຄົງຄ້າງໃນການຮ່ວມມືໄລຍະຜ່ານມາໂດຍພື້ນຖານຢ່າງເດັດຂາດ, ພ້ອມທັງກຳນົດເພີ່ມເຕີມບັນດາຂົງເຂດ ແລະ ໂຄງການທີ່ມີທ່າແຮງ, ສ້າງແຫຼ່ງກຳລັງໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ, ລາວ ແລະ ກຳປູເຈຍ.
ນອກຈາກຄວາມໝາຍໃນການເສີມສ້າງສາຍພົວພັນມິດຕະພາບມູນເຊື້ອແລ້ວ, ຜົນສຳເລັດຂອງການຢ້ຽມຢາມຍັງເປີດທ່າແຮງໃນການນຳໃຊ້ຂໍ້ໄດ້ປຽບທາງພູມສາດ ແລະ ຄວາມຜູກພັນລະຫວ່າງສາມປະເທດ ເພື່ອເປີດກວ້າງການເຊື່ອມໂຍງທາງເສດຖະກິດ, ຊຸກຍູ້ການຮ່ວມມືໃຫ້ມີຄວາມເປັນຮູບປະທຳ ແລະ ຍືນຍົງຫຼາຍຂຶ້ນ.
![]() |
| ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໃນໂອກາດຢ້ຽມຊົມໂຄງການ Angkor Milk ຂອງບໍລິສັດຮ່ວມທຶນນົມຫວຽດນາມ ຢູ່ກຳປູເຈຍ. |
ນຳໃຊ້ຈຸດແຂງທີ່ເກື້ອກູນກັນ, ສ້າງຕ່ອງໂສ້ມູນຄ່າຂ້າມຊາຍແດນ
ການຄ້າລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ ໃນຊຸມປີຜ່ານມາໄດ້ບັນລຸຜົນສຳເລັດທີ່ດີຫຼາຍດ້ານ. ໃນປີ 2025, ມູນຄ່າການຄ້າຫວຽດນາມ - ລາວ ບັນລຸ 2,9 ຕື້ໂດລາສະຫະລັດ, ໂດຍມີເປົ້າໝາຍຍົກຂຶ້ນເປັນ 10 ຕື້ໂດລາສະຫະລັດ ພາຍໃນປີ 2030.
ສຳລັບກຳປູເຈຍ, ມູນຄ່າການຄ້າສອງຝ່າຍບັນລຸ 11,33 ຕື້ໂດລາສະຫະລັດ ໃນປີ 2025 ແລະ 8,67 ຕື້ໂດລາສະຫະລັດ ໃນ 8 ເດືອນຕົ້ນປີ 2026. ສອງປະເທດພວມມຸ່ງໄປສູ່ເປົ້າໝາຍນຳມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ໂດລາສະຫະລັດ ໂດຍໄວ.
ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນທ່າແຮງໃນການສືບຕໍ່ເປີດກວ້າງຂະໜາດການແລກປ່ຽນສິນຄ້າ. ແນວໃດກໍດີ, ເພື່ອຍົກສູງປະສິດທິຜົນການຮ່ວມມື, ການເຕີບໂຕທາງການຄ້າຕ້ອງດຳເນີນຄຽງຄູ່ກັບການພັດທະນາການລົງທຶນ, ການເຊື່ອມໂຍງການຜະລິດ ແລະ ການເຊື່ອມຕໍ່ຕ່ອງໂສ້ສະໜອງ.
ຖ້າຫາກການເປີດກວ້າງຕະຫຼາດຊ່ວຍເພີ່ມປະລິມານສິນຄ້າທີ່ແລກປ່ຽນກັນ, ການຈັດຕັ້ງຕ່ອງໂສ້ການຜະລິດຮ່ວມກັນກໍສາມາດສ້າງມູນຄ່າເພີ່ມໃນແຕ່ລະຂັ້ນຕອນ, ພ້ອມທັງປະກອບສ່ວນຍົກສູງຜະລິດຕະພາບ ແລະ ຄວາມສາມາດແຂ່ງຂັນຂອງບັນດາເສດຖະກິດ.
ເມື່ອພິຈາລະນາດ້ານຂໍ້ໄດ້ປຽບ, ຫວຽດນາມມີຄວາມສາມາດໃນອຸດສາຫະກຳປຸງແຕ່ງ, ການຜະລິດ, ການຂົນສົ່ງແລະບໍລິການໂລຈິສຕິກ ແລະ ລະບົບຕະຫຼາດສົ່ງອອກ. ຂະນະທີ່ລາວມີທ່າແຮງດ້ານພະລັງງານ, ແຮ່ທາດ ແລະ ກະສິກຳ; ສ່ວນກຳປູເຈຍມີຈຸດແຂງດ້ານວັດຖຸດິບ, ການຜະລິດກະສິກຳ ແລະ ຕະຫຼາດທີ່ພວມພັດທະນາ.
ຄວາມສາມາດໃນການເກື້ອກູນກັນລະຫວ່າງສາມເສດຖະກິດສາມາດຖືກນຳໃຊ້ໃຫ້ດີຂຶ້ນຜ່ານການສ້າງຕ່ອງໂສ້ມູນຄ່າຂ້າມຊາຍແດນ, ແທນທີ່ຈະສຸມໃສ່ພຽງແຕ່ການຊື້ຂາຍສິນຄ້າແບບແຍກສ່ວນ.
ຕົວຢ່າງ, ບັນດາເຂດສະໜອງວັດຖຸດິບຢູ່ລາວ ແລະ ກຳປູເຈຍ ສາມາດເຊື່ອມຕໍ່ກັບຄວາມສາມາດດ້ານການປຸງແຕ່ງ, ການເກັບຮັກສາ, ການຂົນສົ່ງ ແລະ ການຈຳໜ່າຍຂອງຫວຽດນາມ. ຮູບແບບການເຊື່ອມໂຍງນີ້ເປີດໂອກາດໃນການຈັດຕັ້ງຕ່ອງໂສ້ການຜະລິດເພື່ອຮັບໃຊ້ທັງຕະຫຼາດພາຍໃນ ແລະ ການສົ່ງອອກ, ຊ່ວຍໃຫ້ບັນດາຝ່າຍທີ່ເຂົ້າຮ່ວມໄດ້ຮັບຜົນປະໂຫຍດຮ່ວມກັນຈາກມູນຄ່າທີ່ສ້າງຂຶ້ນໃນຂະບວນການຜະລິດ ແລະ ດຳເນີນທຸລະກິດ.
ໃນການຢ້ຽມຢາມກຳປູເຈຍ, ການນຳສອງປະເທດໄດ້ເຫັນດີຮ່ວມກັນຊຸກຍູ້ການເຊື່ອມໂຍງການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳຕາມຕ່ອງໂສ້ມູນຄ່າ, ມຸ່ງໄປສູ່ການຮ່ວມມືລົງທຶນ ແລະ ການຜະລິດທີ່ມີຄວາມເລິກເຊິ່ງ.
ທິດທາງນີ້ສະແດງໃຫ້ເຫັນຄວາມສາມາດໃນການຫັນຈາກການເປີດກວ້າງການຄ້າພຽງຢ່າງດຽວ ໄປສູ່ການເພີ່ມທະວີການເຊື່ອມໂຍງລະຫວ່າງວິສາຫະກິດ, ສະຖານປະກອບການຜະລິດ ແລະ ລະບົບສະໜອງ, ຜ່ານນັ້ນຍົກສູງລະດັບການເຂົ້າຮ່ວມຂອງບັນດາຝ່າຍໃນຕ່ອງໂສ້ມູນຄ່າພາກພື້ນ.
ພັດທະນາໂຄງລ່າງພື້ນຖານ ແລະ ກົນໄກນະໂຍບາຍໃຫ້ສອດຄ່ອງກັນ ເພື່ອເປີດທາງໃຫ້ກະແສເງິນທຶນ
ເພື່ອພັດທະນາບັນດາຕ່ອງໂສ້ມູນຄ່າຂ້າມຊາຍແດນ, ໂຄງລ່າງພື້ນຖານເຊື່ອມຕໍ່ ແລະ ກົນໄກການຮ່ວມມື ມີບົດບາດສຳຄັນໃນການສ້າງຄວາມສະດວກໃຫ້ແກ່ການຜະລິດ, ການໝູນວຽນສິນຄ້າ ແລະ ການລົງທຶນ.
ໃນສາຍພົວພັນກັບລາວ, ຫວຽດນາມສືບຕໍ່ຊຸກຍູ້ບັນດາໂຄງການໂຄງລ່າງພື້ນຖານທີ່ມີລັກສະນະຍຸດທະສາດ ເຊັ່ນ: ທາງດ່ວນຮ່າໂນ້ຍ - ວຽງຈັນ, ເສັ້ນທາງລົດໄຟເຊື່ອມຕໍ່ວຽງຈັນກັບທ່າເຮືອຫວຸງອາງ ຜ່ານທ່າແຂກ ແລະ ມູຢ້າ, ພ້ອມທັງບັນດາໂຄງການທໍ່ສົ່ງນ້ຳມັນເຊື້ອໄຟ ແລະ ການຮ່ວມມືດ້ານພະລັງງານໄຟຟ້າ.
ສຳລັບກຳປູເຈຍ, ສອງຝ່າຍໃຫ້ຄວາມສຳຄັນຕໍ່ການເຊື່ອມຕໍ່ທາງດ່ວນນະຄອນໂຮ່ຈີມິນ - ມົກບ່າຍ ກັບເສັ້ນທາງບາເວດ - ພະນົມເປັນ, ພ້ອມທັງພັດທະນາໂຄງລ່າງພື້ນຖານດ່ານຊາຍແດນ, ລະບົບໂລຈິສຕິກ ແລະ ການຂົນສົ່ງຂ້າມຊາຍແດນ.
ບັນດາໂຄງການນີ້ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການເດີນທາງ ແລະ ຂົນສົ່ງສິນຄ້າເທົ່ານັ້ນ, ແຕ່ຍັງມີຄວາມສາມາດເປີດກວ້າງພື້ນທີ່ການຮ່ວມມືທາງເສດຖະກິດ. ເມື່ອໄດ້ຮັບການຜັນຂະຫຍາຍຢ່າງສອດຄ່ອງກັນ, ລະບົບເຊື່ອມຕໍ່ສາມາດຊ່ວຍໃຫ້ລາວເຂົ້າເຖິງທ່າເຮືອທະເລ ແລະ ຕະຫຼາດສາກົນໄດ້ສະດວກຂຶ້ນ, ຊຸກຍູ້ການໝູນວຽນສິນຄ້າລະຫວ່າງຫວຽດນາມ - ກຳປູເຈຍ, ພ້ອມທັງເພີ່ມທະວີການເຊື່ອມໂຍງລະຫວ່າງສູນກາງການຜະລິດ, ການຂົນສົ່ງ ແລະ ການຈຳໜ່າຍໃນພາກພື້ນ.
ເຖິງຢ່າງໃດກໍຕາມ, ການລົງທຶນໃສ່ໂຄງລ່າງພື້ນຖານຄົມມະນາຄົມຕ້ອງດຳເນີນຄຽງຄູ່ກັບການປັບປຸງກົນໄກ, ນະໂຍບາຍ ແລະ ການຫຼຸດຜ່ອນຂັ້ນຕອນຕ່າງໆ ທີ່ກ່ຽວຂ້ອງ.
ເສັ້ນທາງທີ່ໄດ້ຮັບການຍົກລະດັບອາດຊ່ວຍຫຼຸດເວລາການຂົນສົ່ງ, ແຕ່ປະສິດທິຜົນທາງເສດຖະກິດຈະບັນລຸໄດ້ຍາກຕາມຄາດໝາຍ ຖ້າຫາກສິນຄ້າຍັງຕ້ອງໃຊ້ເວລາລໍຖ້າດົນຢູ່ດ່ານຊາຍແດນ ຫຼື ຕ້ອງແບກຫາບຕົ້ນທຶນສູງສຳລັບການແຈ້ງຜ່ານພາສີ, ການກວດກັກ ແລະ ການຊຳລະເງິນ.
ຈາກຄວາມຕ້ອງການດັ່ງກ່າວ, ໃນບັນດາການເຈລະຈາລະຫວ່າງທ່ານ ເລ ມິງ ຮຶງ ກັບການນຳລາວ ແລະ ກຳປູເຈຍ, ບັນດາຝ່າຍລ້ວນແຕ່ເນັ້ນໜັກການເພີ່ມທະວີການເຊື່ອມໂຍງດ້ານກົນໄກ ແລະ ນະໂຍບາຍ; ຫຼຸດຜ່ອນຂັ້ນຕອນການລົງທຶນ, ພາສີ, ການກວດກັກ; ສ້າງຄວາມສະດວກໃຫ້ແກ່ການຊຳລະເງິນຂ້າມຊາຍແດນ ແລະ ຊຸກຍູ້ການຮ່ວມມືດ້ານການເງິນ - ທະນາຄານ.
ເນື້ອໃນອີກປະການໜຶ່ງທີ່ໜ້າສົນໃຈຂອງການຢ້ຽມຢາມ ແມ່ນການສຸມໃສ່ແກ້ໄຂຄວາມຫຍຸ້ງຍາກຂອງບັນດາໂຄງການທີ່ພວມຜັນຂະຫຍາຍ, ຄຽງຄູ່ກັບການຊອກຫາໂອກາດການລົງທຶນໃໝ່.
ປັດຈຸບັນ, ລາວເປັນປະເທດທີ່ຮັບການລົງທຶນໃນຕ່າງປະເທດຂອງຫວຽດນາມຫຼາຍທີ່ສຸດ, ດ້ວຍໂຄງການຫຼາຍກວ່າ 300 ໂຄງການ, ມີມູນຄ່າທຶນຈົດທະບຽນລວມຫຼາຍກວ່າ 7 ຕື້ໂດລາສະຫະລັດ. ຢູ່ກຳປູເຈຍ, ວິສາຫະກິດຫວຽດນາມມີ 223 ໂຄງການ, ດ້ວຍມູນຄ່າທຶນຈົດທະບຽນລວມປະມານ 3,4 ຕື້ໂດລາສະຫະລັດ.
ຂະໜາດຂອງທຶນຈົດທະບຽນສະແດງໃຫ້ເຫັນພື້ນຖານການຮ່ວມມືລົງທຶນທີ່ສຳຄັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ. ແນວໃດກໍດີ, ຈຳນວນທຶນທີ່ໄດ້ໃຫ້ຄຳໝັ້ນສັນຍາຍັງບໍ່ສະທ້ອນໄດ້ຢ່າງຄົບຖ້ວນເຖິງປະສິດທິຜົນການຜັນຂະຫຍາຍໂຄງການ ຫຼື ມູນຄ່າການຜະລິດຕົວຈິງ. ດັ່ງນັ້ນ, ການແກ້ໄຂອຸປະສັກດ້ານຂັ້ນຕອນ, ຄວາມຄືບໜ້າ ແລະ ການດຳເນີນງານ ຈຶ່ງມີຄວາມໝາຍສຳຄັນໃນການຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນລົງທຶນ.
ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ - ລາວ, ທ່ານ ເລ ມິງ ຮຶງ ໄດ້ມອບໝາຍໃຫ້ກະຊວງການເງິນປະສານງານກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຮັບ ແລະ ແກ້ໄຂຂໍ້ສະເໜີຂອງວິສາຫະກິດ. ບັນດາບັນຫາທີ່ຕ້ອງໃຫ້ສອງປະເທດຮ່ວມກັນແກ້ໄຂ ຈະຖືກນຳເຂົ້າໃນແຜນງານການເຮັດວຽກຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານ, ໂດຍມີຂໍ້ກຳນົດໃຫ້ລະບຸຄວາມຮັບຜິດຊອບ ແລະ ກຳນົດເວລາປະຕິບັດຢ່າງຈະແຈ້ງ.
ໃນສາຍພົວພັນກັບກຳປູເຈຍ, ສອງຝ່າຍໄດ້ເຫັນດີຮ່ວມກັນຍົກລະດັບກົນໄກຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຂຶ້ນເປັນລະດັບຮອງນາຍົກລັດຖະມົນຕີເປັນປະທານ, ພ້ອມທັງຮັກສາການດຳເນີນກິດຈະກຳສົນທະນາເປັນປະຈຳກັບປະຊາຄົມວິສາຫະກິດ.
ບັນດາກົນໄກນີ້ມຸ່ງໄປສູ່ການແກ້ໄຂຄວາມຫຍຸ້ງຍາກໃນການລົງທຶນ ແລະ ດຳເນີນທຸລະກິດ, ພ້ອມທັງສ້າງເງື່ອນໄຂໃຫ້ທຶນທີ່ໄດ້ໃຫ້ຄຳໝັ້ນສັນຍາແລ້ວ ສາມາດປ່ຽນເປັນຄວາມສາມາດການຜະລິດ ແລະ ມູນຄ່າທາງເສດຖະກິດຕົວຈິງ.
ເມື່ອບັນດາໂຄງການທີ່ມີຢູ່ແລ້ວໄດ້ຮັບການຜັນຂະຫຍາຍຢ່າງສະດວກ, ປະສິດທິຜົນການນຳໃຊ້ທຶນກໍສາມາດປັບປຸງໃຫ້ດີຂຶ້ນ, ຄວາມເຊື່ອໝັ້ນຂອງນັກລົງທຶນໄດ້ຮັບການເສີມສ້າງ ແລະ ຄວາມສາມາດໃນການດຶງດູດກະແສເງິນທຶນໃໝ່ກໍໄດ້ຮັບການເປີດກວ້າງ.
ໃນສະພາບການທີ່ຫວຽດນາມວາງເປົ້າໝາຍການເຕີບໂຕທາງເສດຖະກິດສອງຫຼັກ, ການຊຸກຍູ້ການເຊື່ອມໂຍງກັບລາວ ແລະ ກຳປູເຈຍ ຕ້ອງຕິດພັນກັບການນຳໃຊ້ຈຸດແຂງທີ່ເກື້ອກູນກັນ, ພັດທະນາຄວາມສາມາດການຜະລິດຮ່ວມກັນ ແລະ ເພີ່ມມູນຄ່າໃນຕ່ອງໂສ້ສະໜອງ.
ຈາກບັນດາຜົນສຳເລັດທີ່ບັນລຸໄດ້ໃນການຢ້ຽມຢາມຂອງທ່ານ ເລ ມິງ ຮຶງ, ຂໍ້ຮຽກຮ້ອງທີ່ວາງອອກແມ່ນຕ້ອງສືບຕໍ່ນຳເອົາບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງເຂົ້າສູ່ການປະຕິບັດ ຜ່ານບັນດາແຜນງານ ແລະ ໂຄງການທີ່ມີແຜນດຳເນີນງານ, ຄວາມຄືບໜ້າ ແລະ ຄວາມຮັບຜິດຊອບຢ່າງຈະແຈ້ງ. ນີ້ແມ່ນພື້ນຖານເພື່ອນຳໃຊ້ຂໍ້ໄດ້ປຽບຂອງຄວາມເປັນເພື່ອນບ້ານ, ຫັນສາຍພົວພັນຮ່ວມມືມູນເຊື້ອໃຫ້ກາຍເປັນແຫຼ່ງກຳລັງຊຸກຍູ້ການເຕີບໂຕທີ່ເປັນຮູບປະທຳ ແລະ ຍາວນານສຳລັບທັງສາມເສດຖະກິດ.
ຍສໝ - ຕອນບ່າຍວັນທີ 8/10, ທີ່ສຳນັກງານນາຍົກລັດຖະມົນຕີລາວ ໃນນະຄອນຫຼວງວຽງຈັນ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເຂົ້າຮ່ວມພິທີເລີ່ມຕົ້ນໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ. ຄາດວ່າໂຄງການນີ້ຈະປະກອບສ່ວນຍົກສູງຄຸນນະພາບການຝຶກອົບຮົມຊັບພະຍາກອນມະນຸດ, ເພີ່ມທະວີການເຊື່ອມໂຍງດ້ານການສຶກສາ ແລະ ເສີມສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ. |
ຍສໝ -ຕອນບ່າຍວັນທີ 8/10, ທີ່ສຳນັກງານນາຍົກລັດຖະມົນຕີລາວ ໃນນະຄອນຫຼວງວຽງຈັນ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານການຮ່ວມມື 11 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ພາຍຫຼັງການເຈລະຈາ. ບັນດາເອກະສານດັ່ງກ່າວກວມເອົາຫຼາຍຂົງເຂດ, ນັບແຕ່ຄົມມະນາຄົມ, ການສຶກສາ, ຄວາມໝັ້ນຄົງທາງໄຊເບີ ໄປຈົນເຖິງການເງິນ, ພະລັງງານ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ. |
ດວງດີ
