ລາວ ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ

15:00 | 04/11/2020

ຍສໝ - ໃນວັນທີ 1 ພະຈິກ, ຢູ່ຫໍປະຊຸມແຫ່ງຊາດ ສປປ.ລາວ, ນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມນັກຂ່າວທີ່ປະກາດ ການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ບັນດາອະນຸກຳມະການເລືອກຕັ້ງແຫ່ງຊາດ.

ລາວ ໄດ ສ າງຕ ງຄະນະກຳມະການເລ ອກຕ ງແຫ ງຊາດ ປະເທດລາວ ໄດ້ຄາດວ່າເສດຖະກິດຈະເຕີບໂຕ 3,3% ໃນປີ 2020
ລາວ ໄດ ສ າງຕ ງຄະນະກຳມະການເລ ອກຕ ງແຫ ງຊາດ ການຄາດຄະເນຂອງປະເທດລາວກ່ຽວກັບການຟື້ນຕົວ ແລະ ການເຕີບໂຕຂອງເສດຖະກິດໃນປີ 2021 ຈະຢູ່ທີ່ 4,8%

ກ່າວຄຳເຫັນໃນປະຊຸມນັກຂ່າວ, ທ່ານສົມພູ ດວງສະຫວັນ - ກຳມະການຄະນະປະຈຳສະພາແຫ່ງຊາດ, ສະມາຊິກຄະນະເລຂາ, ຜູ້ໂຄສົກຂອງຄະນະກຳມະການເລືອກຕັ້ງແຫ່ງຊາດສປປ.ລາວ ໃຫ້ຮູ້ວ່າ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ໄດ້ມີມະຕິເລກທີ 32/UBTV ລົງໃນວັນທີ 13 ພຶດສະພາ ກ່ຽວກັບການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕຸ - ກຳມະການກົມການເມືອງ, ປະທານສະພາແຫ່ງຊາດປະເທດລາວ ເປັນປະທານຄະນະກຳມະການເລືອກຕັ້ງແຫ່ງຊາດ; ທ່ານຈັນສີ ໂພສີຄຳ - ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງງານສູນກາງ; ແລະ ທ່ານ ບຸນທອງ ຈິດມະນີ - ກຳມະການກົມການເມືອງ, ຫົວໜ້າອົງການກວດກາລັດ ດໍາລົງຕໍາແໜ່ງເປັນຮອງປະທານຄະນະກຳມະການເລືອກຕັ້ງແຫ່ງຊາດ. ຕາມຂໍ້ກໍານົດ, ຄະນະກຳມະການຈັດຕັ້ງມີສະມາຊິກບໍ່ເກີນ 17 ຄົນ.

ລາວ ໄດ ສ າງຕ ງຄະນະກຳມະການເລ ອກຕ ງແຫ ງຊາດ
ທ່ານ ສົມພູ ດວງສະຫວັນ - ກຳມະການຄະນະປະຈຳສະພາແຫ່ງຊາດ, ຜູ້ໂຄສົກຂອງຄະນະກຳມະການເລືອກຕັ້ງແຫ່ງຊາດສປປ.ລາວ. (ພາບ: nhandan.com.vn)

ວັນທີ 20 ສິງຫາ, ຄະນະກຳມະການເລືອກຕັ້ງແຫ່ງຊາດລາວ ໄດ້ອອກມະຕິເລກທີ01/ຄລຫ ກ່ຽວກັບການສ້າງຕັ້ງ 5 ອະນຸກຳມະການ ແລະ ການເຄື່ອນໄຫວຂອງບັນດາອະນຸກຳມະການແຫ່ງຊາດ ເພື່ອຊ່ວຍໃຫ້ຄະນະກຳມະການເລືອກຕັ້ງແຫ່ງຊາດ ກະກຽມ ແລະ ດຳເນີນການເລືອກຕັ້ງຜູ້ແທນສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຄັ້ງທີ 2.

ທ່ານສົມພູ ດວງສະຫວັນ ກ່າວຕື່ມວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ IX ແລະ ສະພາປະຊາຊົນແຂວງຄັ້ງທີ 2 ແມ່ນເຫດການການເມືອງທີ່ສຳຄັນຂອງປະເທດລາວ, ບັນດາພະແນກການຂອງພັກ, ລັດ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວ ມີໜ້າທີ່ປະກອບສ່ວນເຮັດໃຫ້ການເລືອກຕັ້ງຄັ້ງນີ້ເປັນວັນບຸນໃຫຍ່ຂອງປະເທດ, ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ຕື່ນເຕັ້ນ, ປະຊາທິປະໄຕ, ປະຕິບັດຖືຕາມກົດໝາຍ, ມີຄວາມຂະຫຍັນຂັນເຄື່ອນ ແລະ ສູ້ຊົນໃຫ້ບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້.

ທ່ານ ສົມພູ ດວງສະຫວັນ ຍັງໄດ້ກ່າວວ່າຄະນະກຳມະການເລືອກຕັ້ງແຫ່ງຊາດ ຈະປະຕິບັດໜ້າທີ່ ແລະ ກິດຈະກຳຂອງຕົນບົນຫຼັກການພື້ນຖານປະຊາທິປະໄຕ, ເສີມຂະຫຍາຍບົດບາດນຳພາລວມໝູ່ ໃນການຕັດສິນບັນຫາສຳຄັນຕ່າງໆ; ເອົາໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນ ເພື່ອເພີ່ມທະວີການເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານ, ບັນລຸເປົ້າໝາຍທີ່ວາງໄວ້.

ລາວ ໄດ ສ າງຕ ງຄະນະກຳມະການເລ ອກຕ ງແຫ ງຊາດ ປະເທດລາວ ຕັ້ງໃຈຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນ ໃນອົງການລັດ

ຍສໝ - ໃນວັນທີ 30 ຕຸລາ 2020 ນີ້, ທ່ານ ບຸນປອນ ວັນນະຈິດ - ຮອງປະທານອົງການກວດສອບແຫ່ງລັດ, ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດການກວດສອບ ແລະ ມາດຕະການແກ້ໄຂຜົນການກວດສອບຢູ່ບັນດາກະຊວງ ແລະ ທ້ອງຖິ່ນ ທີ່ລະເມີດວິໄນ ແຜນການ-ການເງິນ.

ລາວ ໄດ ສ າງຕ ງຄະນະກຳມະການເລ ອກຕ ງແຫ ງຊາດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຮັບສານແຕ່ງຕັ້ງຜູ້ອໍານວຍການຫ້ອງການ ADB ຄົນໃໝ່ປະຈໍາ ສປປ.ລາວ

ໃນວັນທີ 13 ຕຸລາ 2020, ທ່ານ ທອງຜ່ານ ສະຫັວນເພັດ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Sonomi Tanaka ເພື່ອຍື່ນໜັງສືແຕ່ງຕັ້ງດຳລົງຕຳແໜ່ງ ຜູ້ອໍານວຍການຫ້ອງ ການທະນາຄານພັດທະນາອາຊີ (ADB) ຄົນ ໃໝ່ ປະຈຳ ສປປ ລາວ.

ລາວ ໄດ ສ າງຕ ງຄະນະກຳມະການເລ ອກຕ ງແຫ ງຊາດ ປະເທດລາວ: ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ການບໍລິການ

ໃນວັນທີ 16 ກັນຍາ 2020 ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫລວງວຽງຈັນ, ໄດ້ຈັດສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນຫົວຂໍ້ "ບົດບາດຄວາມສຳຄັນຂອງການປະຕິວັດອຸດສາຫະກຳ 4.0", ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ - ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກຕວ) ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.