ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຮັບສານແຕ່ງຕັ້ງຜູ້ອໍານວຍການຫ້ອງການ ADB ຄົນໃໝ່ປະຈໍາ ສປປ.ລາວ

09:33 | 15/10/2020

ໃນວັນທີ 13 ຕຸລາ 2020, ທ່ານ ທອງຜ່ານ ສະຫັວນເພັດ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Sonomi Tanaka ເພື່ອຍື່ນໜັງສືແຕ່ງຕັ້ງດຳລົງຕຳແໜ່ງ ຜູ້ອໍານວຍການຫ້ອງ ການທະນາຄານພັດທະນາອາຊີ (ADB) ຄົນ  ໃໝ່ ປະຈຳ ສປປ ລາວ.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດລາວ ຮ ບສານແຕ ງຕ ງຜ ອ ານວຍການຫ ອງການ adb ຄ ນໃໝ ປະຈ າ ສປປ ລາວ ADB: ເສດຖະກິດລາວ ຄາດວ່າຈະຟື້ນຕົວ ແລະ ເຕີບໃຫຍ່ໃນປີ 2021
ຮອງລ ດຖະມ ນຕ ກະຊວງການຕ າງປະເທດລາວ ຮ ບສານແຕ ງຕ ງຜ ອ ານວຍການຫ ອງການ adb ຄ ນໃໝ ປະຈ າ ສປປ ລາວ ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ນາງ Sonomi Tanaka ທີ່ຖືກແຕ່ງຕັ້ງໃຫ້ເປັນ ຜູ້ອໍານວຍການຫ້ອງການ ທະນາຄານພັດທະນາອາຊີຄົນໃໝ່ ປະຈໍາ ສປປ ລາວ, ພ້ອມທັງໄດ້ສະແດງ ຄວາມຂອບໃຈ ຕໍ່ທະນາຄານ ພັດທະນາອາຊີ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຊ່ວຍເຫລືອ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຫລາຍຂະແໜງການຕະຫລອດໄລຍະ 50 ກວ່າປີຜ່ານມາ ແລະ ເຊື່ອໝັ້ນວ່າ ທະນາຄານພັດທະນາອາຊີ ຍັງຈະສືບຕໍ່ປະກອບສ່ວນຊ່ວຍເຫລືອ ສປປ ລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ວາງໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ທ້າຍສະໄໝ, ຍຸດທະສາດການເປັນຄູ່ຮ່ວມມືໃໝ່ ລະຫວ່າງສປປລາວ ແລະ ADB, ລວມທັງການ ຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດຮອດປີ 2030.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດລາວ ຮ ບສານແຕ ງຕ ງຜ ອ ານວຍການຫ ອງການ adb ຄ ນໃໝ ປະຈ າ ສປປ ລາວ
ທ່ານ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ນາງ Sonomi Tanaka. (ພາບ: KPL)

ໃນຕອນທ້າຍ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວອວຍພອນ ທ່ານ ນາງ Sonomi Tanaka ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານໃໝ່ ແລະ ຫວັງຢ່າງຍິ່ງວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປລາວ ໃນຕໍ່ໜ້າຕື່ມອີກ.ໃນໂອກາດດຽວກັນນີ້, ທ່ານ ນາງ Sonomi Tanaka ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງຜ່ານ ສະຫວັນເພັດ ແລະ ຢືນຢັນວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ກັບ ລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ADB ແລະ ລັດຖະບານ ສປປ ລາວ, ໂດຍສະເພາະໃນໂອກາດ ທີ່ ທ່ານ ນາງ Sonomi ຮັບໜ້າທີ່ ຢູ່ ສປປ ລາວ ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສືບຕໍ່ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງ ຄົມຂອງ ສປປ ລາວ ໂດຍສະເພາະການຟື້ນຟູ ເສດຖະກິດໃນໄລຍະ ແລະ ຫລັງການແຜ່ລະບາດ ຂອງພະຍາດໂຄວິດ-19 ໃຫ້ໄດ້ຮັບໝາກຜົນ ເປັນຮູບປະທໍາຫລາຍຂຶ້ນ.

ນັບແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກ ADB ໃນປີ 1967 ເປັນຕົ້ນມາ, ADB ໄດ້ສະໜັບສະໜູນ ສປປ ລາວ ທາງດ້ານການເງິນ ແລະ ການຊ່ວຍເຫລືອ ດ້ານວິຊາການ ເພື່ອຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ແກ່ ສປປ ລາວ ໃນຫລາຍດ້ານ ເຊັ່ນ: ດ້ານກະສິກຳ, ດ້ານພື້ນຖານໂຄງລ່າງ, ດ້ານການສຶກສາ ໂດຍສະເພາະ ການພັດທະນາ ດ້ານພະລັງງານໄຟຟ້າ ແລະ ການກໍ່ສ້າງຖະໜົນຫົນທາງ ເພື່ອຊຸກຍູ້ການຂະຫຍາຍຕົວ ທາງດ້ານເສດຖະກິດ ແລະ ຫລຸດຜ່ອນຄວາມທຸກຍາກ ຢູ່ໃນ ສປປ ລາວ.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດລາວ ຮ ບສານແຕ ງຕ ງຜ ອ ານວຍການຫ ອງການ adb ຄ ນໃໝ ປະຈ າ ສປປ ລາວ ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Eric Sidgwick - ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດລາວ ຮ ບສານແຕ ງຕ ງຜ ອ ານວຍການຫ ອງການ adb ຄ ນໃໝ ປະຈ າ ສປປ ລາວ ADB ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ຊ່ວຍລັດຖະບານຫວຽດນາມສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19

ຍສໝ- ໂດຍຕີລາຄາສູງຕໍ່ເລື່ອງລັດຖະບານຫວຽດນາມ ໄດ້ມີບັນດາການກະທໍາທີ່ທັນການ ແລະ ມີປະສິດທິຜົນ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດລາວ ຮ ບສານແຕ ງຕ ງຜ ອ ານວຍການຫ ອງການ adb ຄ ນໃໝ ປະຈ າ ສປປ ລາວ ADB ຄາດເສດຖະກິດລາວ ສືບຕໍ່ຂະຫຍາຍຕົວລະດັບ 6,5%

ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ຂອງ​ລາວ ຄາດ​ວ່າ​ຈະ​ໝັ້ນ​ທ່ຽງ​ສຳ­ລັບ​ປີ​ນີ້ ແລະ ປີ​ຕໍ່​ໄປ ໂດຍ​ໄດ້​ຮັບ​ແຮງ​ສະ­ໜັບ­ສະ­ໜູນ​ຈາກ ການ​ຂະ­ຫຍາຍ­ຕົວ​ຂອງ​ຂະ­ແໜງ​ກະ­ສິ­ກຳ ຂະ­ແໜງ​ພະ­ລັງ­ງານ ຂະ­ແໜງ​ອຸດສາຫະກໍາ ແລະ ຂະ­ແໜງ​ບໍ­ລິ­ການ.

kpl.gov.la

ເຫດການ
302 Found

Found

The document has moved here.