ການຄາດຄະເນຂອງປະເທດລາວກ່ຽວກັບການຟື້ນຕົວ ແລະ ການເຕີບໂຕຂອງເສດຖະກິດໃນປີ 2021 ຈະຢູ່ທີ່ 4,8%

14:25 | 28/10/2020

ກອງທຶນການເງິນສາກົນ (IMF) ຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດລາວຈະບັນລຸພຽງແຕ່ 0,2% ໃນປີນີ້, ເຊິ່ງຕໍ່າກ່ວາການຄາດຄະເນທີ່ໄດ້ວາງອອກໃນ ເດືອນມິຖຸນາ ແມ່ນ 0.7%.

ການຄາດຄະເນຂອງປະເທດລາວກ ຽວກ ບການຟ ນຕ ວ ແລະ ການເຕ ບໂຕຂອງເສດຖະກ ດໃນປ 2021 ຈະຢ ທ 4 8 ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021
ການຄາດຄະເນຂອງປະເທດລາວກ ຽວກ ບການຟ ນຕ ວ ແລະ ການເຕ ບໂຕຂອງເສດຖະກ ດໃນປ 2021 ຈະຢ ທ 4 8 ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%
ການຄາດຄະເນຂອງປະເທດລາວກ ຽວກ ບການຟ ນຕ ວ ແລະ ການເຕ ບໂຕຂອງເສດຖະກ ດໃນປ 2021 ຈະຢ ທ 4 8
ພາບປະກອບ

ໃນປີ 2020, ນອກເໜືອໄດ້ຮັບຜົນກະທົບທາງລົບຈາກ ໂລກລະບາດ Covid-19 ແລ້ວ, ປະເທດລາວຍັງປະເຊີນກັບໄພພິບັດທາງທຳມະຊາດຢ່າງຮ້າຍແຮງ, ໃນຊຸມມື້ທີ່ຜ່ານມາ, 8 ເມືອງໃນແຂວງສະຫວັນນະເຂດ, ພາກກາງຂອງປະເທດ ລາວ ໄດ້ປະສົບກັບນ້ຳຖ້ວມ, ເຮັດໃຫ້ຫລາຍພັນຄອບຄົວຕ້ອງອົບພະຍົບ, ແລະ ເນື້ອທີ່ປູກຝັງ ແລະ ສັດລ້ຽງສ່ວນຫຼາຍໄດ້ຮັບຄວາມເສຍຫາຍ. ອີງຕາມບົດລາຍງານສະບັບໃໝ່, ອົງການ IMF ເຊື່ອວ່າການຄາດຄະເນຂອງປະເທດລາວກ່ຽວກັບການຟື້ນຕົວ ແລະ ການເຕີບໂຕຂອງເສດຖະກິດໃນປີ 2021 ຈະຢູ່ທີ່ 4,8%, ສູງກວ່າປະເທດໄທ (4,0%) ແລະບຣູໄນ (3,2%) ໃນ ພາກພື້ນອາຊຽນ. ການຄາດຄະເນໄລຍະກາງຂອງ IMF ສຳລັບປີ 2025 ກ່າວວ່າເສດຖະກິດຂອງລາວຄາດວ່າຈະເຕີບໂຕໃນລະດັບ 6,1% ເຊິ່ງສູງກວ່າປະເທດອື່ນໆໃນພາກພື້ນລວມທັງອິນໂດເນເຊຍ (5,1%), ມາເລເຊຍ (5,0%), ໄທ (3,7%), ສິງກະໂປ (2,5%) ແລະບຣູໄນ (1,8%).

ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ແລ້ວ, ອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍ ທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດ ພະຍາດໂຄວິດ-19. ຂະນະທີ່ບົດລາຍງານການພັດທະນາຂອງອາຊີ 2020 ສະບັບປັບປຸງຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະ ບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ.

ການຄາດຄະເນຂອງປະເທດລາວກ ຽວກ ບການຟ ນຕ ວ ແລະ ການເຕ ບໂຕຂອງເສດຖະກ ດໃນປ 2021 ຈະຢ ທ 4 8
ກະແສຂອງການລົງທຶນ ໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງ ຈະກະທົບໃຫ້ແກ່ການລົງທຶນ ທັງໝົດໃນປະເທດຫລຸດລົງ 17,5%. ພາບປະກອບ

ສຳລັບຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ຊຶ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ ໃນເດືອນເມສາເນື່ອງຈາກປະລິມານ ນໍ້າຝົນຫນ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວຂອງຂະແໜງອຸດສາຫະກຳຄາດວ່າຢູ່ທີ່ 1,4% ໝົດປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວທີ່ເຂົ້າມາຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິ ການເຂົ້າມາທັງໝົດ ແລະ ມີການຫົດຕົວ ຂອງຂະແໜງການຄ້າທັງຂາຍສົ່ງ ແລະຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ ໃຫ້ບໍລິການຕ່າງໆ. ກະແສຂອງການລົງທຶນ ໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງ ຈະກະທົບໃຫ້ແກ່ການລົງທຶນ ທັງໝົດໃນປະເທດຫລຸດລົງ 17,5%. ອັດຕາເງິນເຟີ້ຂອງ ສປປ ລາວ ໃນປີນີ້ຄາດວ່າຈະຢູ່ທີ່ 5,5%, ຍ້ອນລາຄາອາຫານທີ່ສູງຂຶ້ນ ແລະ ການຫລຸດລົງຂອງຄ່າເງິນກີບ. ໃນ 6 ເດືອນຕົ້ນປີ, ອັດຕາແລກປ່ຽນເງິນກີບຫລຸດລົງ 1,6% ເມື່ອທຽບໃສ່ກັບຄ່າເງິນໂດລາສະຫະລັດ ໃນອັດຕາທະນາຄານ ແລະ ເທົ່າກັບ 5,7% ເມື່ອທຽບກັບອັດຕາ ຂອງຕະຫລາດທົ່ວໄປ. ຊ່ອງວ່າງລະຫວ່າງສອງຕະຫລາດສະທ້ອນໃຫ້ເຫັນເຖິງການຂາດແຄນເງິນຕາຕ່າງປະເທດ. ສ່ວນອັດຕາເງິນເຟີ້ສຳລັບປີ 2021 ຄາດວ່າຈະຢູ່ໃນລະດັບ 4,5%, ຍ້ອນວ່າລາຄາອາຫານ ຄາດວ່າຈະຫລຸດລົງ ຍ້ອນຜົນເກັບກ່ຽວໄດ້ດີຂຶ້ນ.

ຄວາມສ່ຽງຕໍ່ການຄາດຄະເນ ສ່ວນໃຫຍ່ແມ່ນດ້ານອ່ອນ ຂອງສະພາບພາຍນອກ ເນື່ອງຈາກປະລິມານຄັງສໍາຮອງ ທີ່ເປັນເງິນຕາສາກົນມີບໍ່ພຽງພໍ ແລະ ໜີ້ສາທາລະນະທີ່ເພີ່ມຂຶ້ນ, ຜົນເສຍຫາຍທີ່ຕິດພັນກັບ ພະຍາດລະບາດຢ່າງຕໍ່ເນື່ອງ ແລະ ການປະເຊີນກັບ ອັນຕະລາຍຈາກ ໄພທຳມະຊາດ. ADB ມຸ່ງໝັ້ນເພື່ອບັນລຸເປົ້າໝາຍ ເຮັດໃຫ້ພາກພື້ນອາຊີ ແລະ ປາຊີຟິກ ມີຄວາມຮຸ່ງເຮືອງສີວິໄລ, ທົ່ວເຖິງ, ພ້ອມຮັບມືກັບການປ່ຽນແປງ ແລະ ສາມາດຍືນຍົງ ໄປພ້ອມກັບ ການຮັກສາຄວາມ ພະຍາຍາມຂອງຕົນ ເພື່ອລົບລ້າງຄວາມທຸກຍາກ.

ການຄາດຄະເນຂອງປະເທດລາວກ ຽວກ ບການຟ ນຕ ວ ແລະ ການເຕ ບໂຕຂອງເສດຖະກ ດໃນປ 2021 ຈະຢ ທ 4 8 ADB: ເສດຖະກິດລາວ ຄາດວ່າຈະຟື້ນຕົວ ແລະ ເຕີບໃຫຍ່ໃນປີ 2021

ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 18 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍທາງດ້ານເສດຖະກິດທີ່ເກີດຈາກການແຜ່ລະບາດພະຍາດ ໂຄວິດ-19.

ການຄາດຄະເນຂອງປະເທດລາວກ ຽວກ ບການຟ ນຕ ວ ແລະ ການເຕ ບໂຕຂອງເສດຖະກ ດໃນປ 2021 ຈະຢ ທ 4 8 ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

ການຄາດຄະເນຂອງປະເທດລາວກ ຽວກ ບການຟ ນຕ ວ ແລະ ການເຕ ບໂຕຂອງເສດຖະກ ດໃນປ 2021 ຈະຢ ທ 4 8 ເສດຖະກິດຫວຽດນາມໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີລຸ້ນໃໝ່

ຍສໝ - ໃນແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 2016 – 2020, ຫວຽດນາມ ຍາມໃດກໍ່ຮັກສາການເຕີບໂຕ GDP ຢູ່ໃນລະດັບສູງ (6,84%), ໃນນັ້ນ ປີ 2018 ບັນລຸ 7,08% ແລະ ປີ 2019 ຄາດວ່າບັນລຸ 7,1%.

vietlao.vietnam.vn

ເຫດການ
302 Found

Found

The document has moved here.