ປະເທດລາວ: ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ການບໍລິການ

13:36 | 18/09/2020

ໃນວັນທີ 16 ກັນຍາ 2020 ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫລວງວຽງຈັນ, ໄດ້ຈັດສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນຫົວຂໍ້ "ບົດບາດຄວາມສຳຄັນຂອງການປະຕິວັດອຸດສາຫະກຳ 4.0", ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ - ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກຕວ) ມີພະນັກງານອ້ອມຂ້າງກະຊວງ ເຂົ້າຮ່ວມ 200 ກວ່າທ່ານ.    

ປະເທດລາວ ນຳໃຊ ວ ທະຍາສາດ ເຕ ກໂນໂລຊ ແລະ ນະວ ດຕະກຳ ເພ ອສ ງເສ ມການຜະລ ດກະສ ກຳ ແລະ ການບ ລ ການ ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ
ປະເທດລາວ ນຳໃຊ ວ ທະຍາສາດ ເຕ ກໂນໂລຊ ແລະ ນະວ ດຕະກຳ ເພ ອສ ງເສ ມການຜະລ ດກະສ ກຳ ແລະ ການບ ລ ການ Vinamilk ໄດ້ລົງທຶນ 1.000 ຕື້ດົ່ງ ເຂົ້າໃນປະເທດລາວ

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນກ່ຽວກັບການປະຕິວັດອຸດສາຫະກຳ ໃນແຕ່ລະໄລຍະ ເປັນຕົ້ນ ໄລຍະເກີດຂຶ້ນໃນທ້າຍສັດຕະວັດທີ 18 ນັກວິທະຍາສາດ ໄດ້ຄົ້ນພົບການນໍາໃຊ້ອາຍນ້ຳເພື່ອເປັນພະລັງໃຫ້ແກ່ເຄື່ອງຈັກອຸດສາຫະກໍາ.

ໄລຍະໄດ້ເກີດຂຶ້ນໃນທ້າຍສະຕະວັດທີ 19 ນັກວິທະຍາສາດໄດ້ຄົ້ນພົບພະລັງງານໄຟຟ້າ ແລະ ໄດ້ນຳໃຊ້ພະລັງງານໄຟຟ້າ, ຖ່ານຫີນ, ນ້ຳມັນ ແລະ ນິວເຄຣຍ ເພື່ອເປັນພະລັງງານໃຫ້ແກ່ເຄື່ອງຈັກອຸດສາຫະກຳ ຊຶ່ງພາໃຫ້ເກີດມີສາຍພານການຜະລິດຂະໜາດໃຫຍ່, ເກີດມີການປະຕິວັດທຶນນິຍົມຢູ່ຫລາຍປະເທດ ກ້າວໄປເຖິງມີການປະຕິວັດສັງຄົມນິຍົມໃນຫລາຍປະເທດ.

ປະເທດລາວ ນຳໃຊ ວ ທະຍາສາດ ເຕ ກໂນໂລຊ ແລະ ນະວ ດຕະກຳ ເພ ອສ ງເສ ມການຜະລ ດກະສ ກຳ ແລະ ການບ ລ ການ
ສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. (ພາບ: KPL)

ໄລຍະໃນທ້າຍສັດຕະວັດທີ 20 ນັກວິທະຍາສາດໄດ້ຄົ້ນພົບ ແລະ ປະດິດເຄື່ອງຄິດເລກທັນສະໄໝທີ່ເອີ້ນວ່າ “Computer” ຊຶ່ງໃນໄລຍະຕໍ່ມາໄດ້ພັດທະນາລະບົບອິນເຕີເນັດ. ເລີ່ມຕົ້ນໃນສັດຕະວັດທີ 21 ເປັນ ຕົ້ນມາ, ຍ້ອນຜົນຂອງການປະຕິວັດ ອຸດສາຫະກຳຄັ້ງທີ 3 ໃນດ້ານເຕັກໂນໂລຊີດີຈີຕອນ, ການເຊື່ອມຕໍ່ອິນເຕີເນັດແຫ່ງສັບພະສິ່ງ, ຄວາມກ້າວໜ້າດ້ານເຕັກໂນໂລຊີຊີວະພາບ, ນາໂນເຕັກໂນໂລຊີ ແລະ ການພັດທະນາຫຸ່ນຍົນຈົນກ້າວໄປເຖິງອຸດສາຫະກຳແບບອັດສະລິຍະ, ສ້າງຕົວເມືອງອັດສະລິຍະດ້ວຍປັນຍາປະດິດ ແລະ ນະວັດຕະກຳໃໝ່ໄດ້ເປັນພື້ນຖານດ້ານວິທະຍາສາດ, ເຕັກໂນໂລຊີໃໝ່ທີ່ໜັກແໜ້ນໃຫ້ເກີດການປະຕິວັດອຸດສາຫະກຳຄັ້ງທີ 4 ຫລື ເອີ້ນຫຍໍ້ວ່າ "ຍຸກອຸດສາຫະກຳ 4.0" ຊຶ່ງການປະຕິວັດອຸດສາຫະກຳຄັ້ງນີ້ ບໍ່ພຽງແຕ່ໃນການຜະລິດກະສິກຳ, ອຸດສາຫະກຳ, ການຄ້າ ແລະ ການບໍລິການເທົ່ານັ້ນ ແຕ່ຍັງມີບົດບາດສຳຄັນຢ່າງໃຫຍ່ຫລວງໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ-ສັງຄົມ ແລະ ການຄຸ້ມຄອງບໍລິຫານລັດອີກດ້ວຍ, ຊຶ່ງບັນດານັກວິທະຍາສາດ, ນັກການເມືອງ ແລະ ນັກເສດຖະສາດຂອງໂລກ ໄດ້ພ້ອມກັນຕີລາຄາການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ນຳມາທັງກາລະໂອກາດ ແລະ ສິ່ງທ້າທາຍສູ່ມວນມະນຸດໃນດ້ານເສດຖະກິດ, ດ້ານການເງິນ, ທະນາຄານ ແລະ ການບໍລິການ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສັງຄົມ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນຕື່ມວ່າ: ປັດຈຸບັນ, ທ່າອ່ຽງດັ່ງກ່າວກຳລັງເປັນທ່າອ່ຽງແຫ່ງການພັດທະນາ ຂອງບັນດາປະເທດພາກພື້ນໃນໂລກ ແລະ ກໍາລັງສົ່ງຜົນສະທ້ອນເຖິງປະເທດເຮົາ. ໃນໄລຍະຜ່ານມາພັກ ແລະ ລັດໄດ້ເອົາໃຈໃສ່ຕໍ່ວຽກງານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ ສປປ.ລາວ ຊຶ່ງເຮັດໃຫ້ຫລາຍຂະແໜງການມີການເຕີບໃຫຍ່ຂະຫຍາຍຕົວອອກ ແລະ ທ່າອ່ຽງຂອງການພັດທະນາມີລັກສະນະແບບກ້າວກະໂດດ ເປັນຕົ້ນແມ່ນ: ຂະແໜງກະສິກໍາ-ປ່າໄມ້, ສາທາລະນະສຸກ, ສຶກສາທິການ, ວັດທະນະທຳ, ວິທະຍາສາດ-ເຕັກໂນໂລຊີ ແລະ ຂະແໜງການບໍລິການອື່ນ.

ໃນປັດຈຸບັນ, ກວຕ ໄດ້ມີຜົນສຳເລັດການຄົ້ນຄວ້າ ຈຳນວນໜຶ່ງທາງ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄວາມຮູ້ບົ່ມຊ້ອນທາງດ້ານວິຊາການ ເພື່ອໄປຜັນຂະຫຍາຍຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນການຍົກສະມັດຕະພາບ, ຄຸນນະພາບຂອງການຜະລິດ ແລະ ການບໍລິການດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອບຸກທະລຸເປົ້າໝາຍພັດທະນາຂອງລັດຖະບານ ເປັນຕົ້ນ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຜະລິດ, ການປຸງແຕ່ງ, ການແປຮູບທາງດ້ານກະສິກຳທີ່ປະເທດເຮົາມີທ່າແຮງສູງ.

ໃນກອງປະຊຸມຄັ້ງນີ້, ບັນດາຫ້ອງການ, ກົມ, ສະຖາບັນພາຍໃນ ກວຕ ຍັງໄດ້ພັດປ່ຽນກັນຂຶ້ນນຳສະເໜີໃນຫົວຂໍ້ສຳຄັນຕ່າງໆ, ເຊັ່ນ: ຫົວຂໍ້ກອງທຶນຄົ້ນຄວ້າ ວິທະຍາສາດ; ການສົ່ງເສີມການຖ່າຍທອດ ແລະ ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຍົກສູງສະມັດຕະພາບ ການຜະລິດກະສິກຳເປັນສິນຄ້າ; ການນຳໃຊ້ ແລະ ການພັດທະນາເຕັກໂນໂລຊີດິຈິຕອນ ເພື່ອການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ.ລາວ; ການນຳໃຊ້ພະລັງງານທົດແທນເຂົ້າໃນການຜະລິດເປັນສິນຄ້າ ແລະ ການນຳໃຊ້ເຕັກໂນໂລຊີຊີວະພາບເຂົ້າໃນການສົ່ງເສີມການຜະລິດກະສິກຳ.

ປະເທດລາວ ນຳໃຊ ວ ທະຍາສາດ ເຕ ກໂນໂລຊ ແລະ ນະວ ດຕະກຳ ເພ ອສ ງເສ ມການຜະລ ດກະສ ກຳ ແລະ ການບ ລ ການ ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ

ຍສໝ - ຈຳນວນຂອງຂວັນດັ່ງກ່າວລວມມີເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ, ດ້ວຍຈຳນວນເງິນທັງໝົດເກືອບ 30 ລ້ານດົ່ງ.

ປະເທດລາວ ນຳໃຊ ວ ທະຍາສາດ ເຕ ກໂນໂລຊ ແລະ ນະວ ດຕະກຳ ເພ ອສ ງເສ ມການຜະລ ດກະສ ກຳ ແລະ ການບ ລ ການ ປະເທດລາວ: ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມ ຢ່າງເປັນທາງການ

ຍສໝ - ໃນວັນທີ 25 ສິງຫາ 2020 ຢູ່ຫໍວັດທະນະທໍາ ແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນພິທີປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວຢ່າງເປັນທາງການ.

ປະເທດລາວ ນຳໃຊ ວ ທະຍາສາດ ເຕ ກໂນໂລຊ ແລະ ນະວ ດຕະກຳ ເພ ອສ ງເສ ມການຜະລ ດກະສ ກຳ ແລະ ການບ ລ ການ ປະເທດລາວ ຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.

kpl.gov.la

ເຫດການ
302 Found

Found

The document has moved here.