ປະເທດລາວ ຕັ້ງໃຈຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນ ໃນອົງການລັດ

16:23 | 01/11/2020

ຍສໝ - ໃນວັນທີ 30 ຕຸລາ 2020 ນີ້, ທ່ານ ບຸນປອນ ວັນນະຈິດ - ຮອງປະທານອົງການກວດສອບແຫ່ງລັດ, ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດການກວດສອບ ແລະ ມາດຕະການແກ້ໄຂຜົນການກວດສອບຢູ່ບັນດາກະຊວງ ແລະ ທ້ອງຖິ່ນ ທີ່ລະເມີດວິໄນ ແຜນການ-ການເງິນ.

ປະເທດລາວ: ຄວາມຜິດດ່ຽງຂອງອັດຕາແລກປ່ຽນເງິນຕານັບມື້ນັບເປີດກວ້າງ
ປະເທດລາວ ຈະລົງທຶນກວ່າ 5 ຕື້ໂດລາສະຫະລັດ ເຂົ້າເຂດທ່ອງທ່ຽວວັງວຽງ

ໃນກອງປະຊຸມ, ທ່ານ ບຸນປອນ ວັນນະຈິດ ໃຫ້ຫູ້ວ່າ: ອົງການກວດສອບແຫ່ງລັດ, ມີໜ້າທີ່ກວດກາບົດສະຫລຸບລາຍງານຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດໃນລະປີ ຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະ ບັນຫາໜຶ່ງທີ່ສະມາຊິກ ສະພາແຫ່ງຊາດ.

ແລະ ກໍຄື ສັງຄົມໃຫ້ຄວາມສົນໃຈຫລາຍ ກໍແມ່ນເປັນຫຍັງບໍ່ປະຕິບັດ ມາດຕະການຢ່າງເຂັ້ມງວດ ຕໍ່ການລະເມີດວິໄນ ແຜນການ-ການເງິນ, ເຊິ່ງບັນຫານີ້ ຫົວໜ່ວຍທີ່ລະເມີດ ລະບຽບການນັ້ນ ກໍແມ່ນອົງການຂອງລັດຂັ້ນຕ່າງໆ, ຊຶ່ງມັນພົວພັນເຖິງພາລະບົດບາດ, ຂອບເຂດສິດ ຂອງແຕ່ລະພາກສ່ວນ, ເຊິ່ງອົງການກວດສອບແຫ່ງລັດ ບໍ່ມີສິດທີ່ຈະໄປລົງໂທດ ຫລື ລົງວິໄນພະນັກງານ ທີ່ບໍ່ຢູ່ພາຍໃຕ້ ການຄຸ້ມຄອງຂອງຕົນ.

ປະເທດລາວ ຕັ້ງໃຈຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນ ໃນອົງການລັດ
ທ່ານ ບຸນປອນ ວັນນະຈິດ - ຮອງປະທານອົງການກວດສອບແຫ່ງລັດ ສປປ.ລາວ. (ພາບ: KPL)

ແຕ່ແນວໃດກໍຕາມ ຜ່ານການກວດສອບ ຕາມພາລະບົດບາດ ແລະ ສິດໜ້າທີ່ ຂອງອົງການກວດສອບນີ້, ຂໍຢັ້ງຢືນວ່າ ການແກ້ໄຂຜົນຂອງການ ກວດສອບຕາມ ບັນດາກະຊວງ ຫລື ຂະແໜງການຕ່າງໆ ແມ່ນໄດ້ເອົາໃຈໃສ່ປະຕິບັດເປັນຢ່າງດີ ແລະ ມີທ່ວງທ່າດີຂຶ້ນເລື້ອຍໆ, ເຊິ່ງສະແດງອອກ ຄື: ການລະເມີດວິໄນແຜນການ ຫລື ການຈັດຕັ້ງປະຕິບັດ ໂຄງການນອກແຜນ, ໂຄງການລົງທຶນກ່ອນ, ໂຄງການທີ່ບໍ່ມີການປະ ມູນ ແລະ ອື່ນໆ ແມ່ນມີທ່າອ່ຽງຫລຸດລົງຫລາຍ.

ນອກຈາກນີ້, ສະພາບລາຍຮັບ ຂອງບັນດາຂະແໜງການ ທີ່ເກັບໄດ້ແລ້ວເອົາໄປຈ່າຍ ກ່ອນກໍແມ່ນມີທ່າອ່ຽງຫລຸດລົງເຊັ່ນກັນ, ລວມເຖິງບັນຫາການ ເອົາເງິນກົມກອງ ຫລື ຂອງຂະແໜງການ ຕົນໄປຝາກຢູ່ທະນາຄານ ທຸລະກິດກໍຫລຸດລົງ, ມາຮອດປັດຈຸບັນຍັງເຫລືອພຽງແຕ່ 13 ບັນຊີເທົ່ານັ້ນ. ແຕ່ຂະນະດຽວກັນກໍປາກົດວ່າ ຍັງມີບາງກໍລະນີທີ່ ການແກ້ໄຂມີ ຄວາມຄືບໜ້າຊ້າ ເຊັ່ນ: ບັນຫາໜີ້ຕ້ອງຮັບຂອງຂະແໜງ ສ່ວຍສາອາກອນ, ຂະແໜງການຊັບສີນ ຍັງບໍ່ໄດ້ຮັບການແກ້ໄຂດີເທົ່າທີ່ຄວນ ແລະ ໜີ້ລາຍຈ່າຍໃນລະບົບ ຄັງເງິນກໍເຫັນວ່າ ການແກ້ໄຂ ເຮັດໄດ້ໜ້ອຍ.

ຕໍ່ບັນຫາດັ່ງກ່າວ, ອົງການກວດສອບ ກໍໄດ້ດໍາເນີນການແກ້ໄຂຜົນ ຂອງການກວດສອບ ທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນ, ຖ້າເຫັນວ່າເປັນການລະເມີດ ທາງດ້ານ ບໍລິຫານ ກໍສະເໜີໃຫ້ອົງການ ທີ່ຄຸ້ມຄອງເປົ້າໝາຍນັ້ນ ແກ້ໄຂຕາມລະບຽບ ກົດໝາຍກໍານົດຢ່າງເຂັ້ມງວດ.

ການຄາດຄະເນຂອງປະເທດລາວກ່ຽວກັບການຟື້ນຕົວ ແລະ ການເຕີບໂຕຂອງເສດຖະກິດໃນປີ 2021 ຈະຢູ່ທີ່ 4,8%

ກອງທຶນການເງິນສາກົນ (IMF) ຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດລາວຈະບັນລຸພຽງແຕ່ 0,2% ໃນປີນີ້, ເຊິ່ງຕໍ່າກ່ວາການຄາດຄະເນທີ່ໄດ້ວາງອອກໃນ ເດືອນມິຖຸນາ ແມ່ນ 0.7%.

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຮັບສານແຕ່ງຕັ້ງຜູ້ອໍານວຍການຫ້ອງການ ADB ຄົນໃໝ່ປະຈໍາ ສປປ.ລາວ

ໃນວັນທີ 13 ຕຸລາ 2020, ທ່ານ ທອງຜ່ານ ສະຫັວນເພັດ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Sonomi Tanaka ເພື່ອຍື່ນໜັງສືແຕ່ງຕັ້ງດຳລົງຕຳແໜ່ງ ຜູ້ອໍານວຍການຫ້ອງ ການທະນາຄານພັດທະນາອາຊີ (ADB) ຄົນ ໃໝ່ ປະຈຳ ສປປ ລາວ.

ປະເທດລາວ ບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19

ໃນວັນທີ 14 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 14 ຕຸລາ 2020, ...

kpl.gov.la

ເຫດການ
302 Found

Found

The document has moved here.