ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງແຂວງກອນຕຸມ ແລະ ບັນດາແຂວງຕິດກັບຊາຍແດນຂອງລາວ

19:31 | 31/10/2020

ໂດຍປະຕິບັດຄໍາສັ່ງເລກທີ 07-CT/TU ຂອງຄະນະປະຈໍາຄະນະພັກ ແຂວງກອນຕຸມ ກ່ຽວກັບການ “ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດລະຫວ່າງແຂວງກອນຕຸມ ກັບບັນດາແຂວງຕິດກັບຊາຍແດນ ຂອງລາວໃນສະພາບການໃໝ່”. ແຂວງກອນຕຸມ ໄດ້ເປັນເຈົ້າການ ຜັນຂະຫຍາຍການຮ່ວມມືກັບແຂວງອັດຕະປື, ເຊກອງ, ສາລະວັນ, ຈໍາປາສັກ ຂອງລາວ.

ເພ ມທະວ ນ າໃຈມ ດຕະພາບລະຫວ າງແຂວງກອນຕ ມ ແລະ ບ ນດາແຂວງຕ ດກ ບຊາຍແດນຂອງລາວ ຫວຽດນາມ - ລາວ ໄດ້ຕົກລົງເຫັນດີເປັນເອກະສັນກັນກ່ຽວກັບແຜນການເປີດປະຕູຊາຍແດນທາງບົກຄືນໃໝ່
ເພ ມທະວ ນ າໃຈມ ດຕະພາບລະຫວ າງແຂວງກອນຕ ມ ແລະ ບ ນດາແຂວງຕ ດກ ບຊາຍແດນຂອງລາວ ລາວ ເລີ່ມເປີດຊົ່ວຄາວດ່ານຊາຍແດນທ້ອງຖິ່ນບາງແຫ່ງຄືນໃໝ່ ແນໃສ່ຟື້ນຟູເສດຖະກິດ

ນັບແຕ່ປີ 2019 ມາຮອດປະຈຸບັນ, ແຂວງກອນຕຸມ ໄດ້ຈັດສົ່ງບັນດາຄະນະ ພະນັກງານທຸກຂັ້ນໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ ຂອງລາວ, ພ້ອມກັນນັ້ນ ແຂວງກໍ່ຕ້ອນຮັບບັນດາຄະນະຜູ້ແທນ ຂອງປະເທດເພື່ອນມິດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໃນແຂວງ. ໃນໂຄງການຮ່ວມມື, ການເຄື່ອນໄຫວການຄ້າຢູ່ເຂດຊາຍແດນຕາມສັນຍາການຄ້າຊາຍແດນຫວຽດນາມ-ລາວ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ, ສະພາບການສົ່ງອອກ-ນໍາເຂົ້າ ຜ່ານດ່ານຊາຍແດນສາກົນເບີ່ອີ ດໍາເນີນເປັນປົກກະຕິ. ວົງເງິນການຄ້າສົ່ງອອກ-ນໍາເຂົ້າ ແຕ່ລະປີບັນລຸເກືອບ 190 ລ້ານໂດລາສະຫະລັດ, ໃນນັ້ນ, ການນໍາເຂົ້າບັນລຸເກືອບ 190 ລ້ານໂດລາສະຫະລັດ ສ່ວນການສົ່ງອອກບັນລຸເກືອບ 60 ລ້ານໂດລາສະຫະລັດ.

ເພ ມທະວ ນ າໃຈມ ດຕະພາບລະຫວ າງແຂວງກອນຕ ມ ແລະ ບ ນດາແຂວງຕ ດກ ບຊາຍແດນຂອງລາວ
ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການທະຫານແຂວງອັດຕະປື ລົງນາມໃນບົດບັນທຶກຊ່ວຍຈໍາ. (ພາບ: tapchigiaothong.vn)

ແຂວງກອນຕຸມ ໄດ້ສະຫງວນແຫຼ່ງກໍາລັງເພື່ອໜູນຊ່ວຍອໍານາດການປົກຄອງ, ກອງທັບ ແລະປະຊາຊົນຢູ່ 4 ແຂວງພາກໃຕ້ດັ່ງກ່າວຂອງລາວ ດ້ວຍເງິນຈໍານວນ 500 ລ້ານດົ່ງໃຫ້ແຕ່ລະແຂວງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ ແລະໜູນຊ່ວຍກອງບັນຊາ ການທະຫານແຂວງອັດຕະປື ດ້ວຍເງິນຈໍານວນ 500 ລ້ານດົ່ງ ເພືອກໍ່ສ້າງຄ້າຍທະຫານ. ພ້ອມກັນນັ້ນສືບຕໍ່ໜູນຊ່ວຍທຶນສຶກສາ, ບໍາລຸງສ້າງໃຫ້ແກ່ນັກສຶກສາລາວ 78 ຄົນ. ແຂວງກອນຕຸມ ຍັງສົມທົບກັບແຂວງອັດຕະປື, ເຊກອງ ຜັນຂະຫຍາຍເຄືອຂ່າຍ ສາທາລະນະສຸກ.

ແຂວງກອນຕຸມ ໄດ້ເປັນເຈົ້າການສົມທົບກັນປະຕິບັດວຽກງານກໍາແໜ້ນສະພາບການ, ແລກປ່ຽນຂໍ້ມູນກັບບັນດາແຂວງຕິດກັບຊາຍແດນຂອງລາວ ໃຫ້ເປັນຢ່າງດີ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງຂອງລາວ ໃນວຽກງານປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ດໍາເນີນການລາດຕະເວນສອງຝ່າຍ, ຕໍ່ສູ້, ສະກັດກັ້ນການເຄື່ອນໄຫວລະເມີດກົດໝາຍ ຢ່າງມີປະສິດທິຜົນ. ຜ່ານການຕໍ່ສູ້, ບັນດາກໍາລັງຂອງແຂວງກອນຕຸມ ໄດ້ມ້າງທໍາລາຍຄະດີຢາເສບຕິດຢູ່ແຂວງອັດຕະປື 3 ຄະດີ, ຈັບຂັງ 8 ເປົ້າມາຍ, ເກັບກັກໄວ້ຢາເສບຕິດ; ສ້ອງແປງ, ບູລະນະບັນດາ ຫຼັກໝາຍຊາຍແດນ; ພ້ອມທັງຮັກສາການເຄື່ອນໄຫວແຮກສ່ຽວລະຫວ່າງ ບ້ານ, ຄ້າຍທະຫານຊາຍແດນຕ່າງໆ.

ເພ ມທະວ ນ າໃຈມ ດຕະພາບລະຫວ າງແຂວງກອນຕ ມ ແລະ ບ ນດາແຂວງຕ ດກ ບຊາຍແດນຂອງລາວ
ແຂວງກອນຕຸມ ມອບວັດຖຸອະປະກອນການແພດເພື່ອໜູນຊ່ວຍວຽກງານ ປ້ອງກັນຕ້ານພະຍາດໂຄວິດ-19 ໃຫ້ແກ່ບັນດາແຂວງພາກກາງຂອງລາວ. (ພາບ: baokontum.com.vn)

ສ່ວນບັນດາແຂວງພາກໃຕ້ຂອງລາວ ຍາມໃດກໍ່ເອົາໃຈໃສ່ ແລະສ້າງເງື່ອນ ໄຂສະດວກໃຫ້ແກ່ແຂວງກອນຕຸມ ໃນວຽກງານຂຸດເອົາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສັຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ. ລະອຽດແມ່ນ, ໃນລະດູແຫຼ້ງ ປີ 2018-2019, ບັນດາແຂວງຂອງລາວ ໄດ້ສ້າງເງື່ອນໄຂ ສະດວກເພື່ອໜູນຊ່ວຍແຂວງກອນຕຸມ ທ້ອນໂຮມໄດ້ 4 ອັດຖິ.

ການຮ່ວມມືພັດທະນາລະຫວ່າງແຂວງກອນຕຸມ ກັບບັນດາແຂວງພາກໃຕ້ ຂອງລາວ ໄດ້ແກ້ໄຂຫຼາຍບັນຫາໃນຕົວຈິງ, ປະກອບສ່ວນສໍາຄັນເຂົ້າໃນ ສະຖຽນລະພາບ ແລະການພັດທະນາຢູ່ແຕ່ລະປະເທດ, ເສີມສ້າງນໍ້າໃຈ ສາມັກຄີມິດຕະພາບລະຫວ່າງປະຊາຊົນສອງປະເທດຍິ່ງເລິກເຊິ່ງ​ຂຶ້ນ​ຕື່ມ.

ເພ ມທະວ ນ າໃຈມ ດຕະພາບລະຫວ າງແຂວງກອນຕ ມ ແລະ ບ ນດາແຂວງຕ ດກ ບຊາຍແດນຂອງລາວ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດຫວຽດນາມ - ລາວ.

ເພ ມທະວ ນ າໃຈມ ດຕະພາບລະຫວ າງແຂວງກອນຕ ມ ແລະ ບ ນດາແຂວງຕ ດກ ບຊາຍແດນຂອງລາວ ກອງປະຊຸມທາງໄກໜ່ວຍປະສານງານປະຈຳພາກພື້ນຊາຍແດນ ລາວ-ໄທ ປະຈຳປີ 2020

ວັນທີ 28 ກັນຍາ 2020 ນີ້, ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ໄດ້ຈັດກອງ ປະຊຸມທາງໄກ ວີດີໂອ ເທເລ ຄອນເຟີເລັນ ໜ່ວຍປະສານງານປະຈໍາພາກພື້ນຊາຍແດນ ລາວ-ໄທ ປະຈໍາປີ 2020.

ເພ ມທະວ ນ າໃຈມ ດຕະພາບລະຫວ າງແຂວງກອນຕ ມ ແລະ ບ ນດາແຂວງຕ ດກ ບຊາຍແດນຂອງລາວ ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ

ຍສໝ - ທ່ານຫງວຽນດຶກແທ່ງ, ຕາງໜ້າໃຫ້ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງ ໄດ້ມອບຂອງຂວັນໃຫ້ແຕ່ລະສູນ ມີມູນຄ່າ 10 ລ້ານດົ່ງ ແລະ ເຂົ້າໜົມ ເພື່ອຈັດງານບຸນ​ໄຫວ້​ພະ​ຈັນໃຫ້ແກ່ເດັກນ້ອຍ; ພ້ອມດຽວກັນນີ້, ທ່ານກໍ່ໄດ້ຕີລາຄາສູງຕໍ່ການອຸທິດຕົນ ແລະ ຄວາມຮັບຜິດຊອບຂອງບັນດາແມ່ ແລະເອື້ອຍນ້ອງ ເປັນຜູ້ທີ່ໄດ້ເບິ່ງແຍງເດັກຢູ່ທີ່ນີ້.

vietlao.vietnam.vn

ເຫດການ
302 Found

Found

The document has moved here.