ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

12:42 | 15/10/2020

ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດຫວຽດນາມ - ລາວ.

ການຮ ວມມ ດ ານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ແລະຊາຍແດນ ລະຫວ າງ ຫວຽດນາມ ແລະ ລາວ ຫວຽດນາມສະໜອງທຶນການສຶກສາ 1.100 ທຶນໃຫ້ແກ່ລາວ
ການຮ ວມມ ດ ານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ແລະຊາຍແດນ ລະຫວ າງ ຫວຽດນາມ ແລະ ລາວ 42 ມື້ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ
ການຮ ວມມ ດ ານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ແລະຊາຍແດນ ລະຫວ າງ ຫວຽດນາມ ແລະ ລາວ
ພາບປະກອບ

ສອງປະເທດສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຮັກສາສະຖຽນລະພາບດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມຂອງແຕ່ລະປະເທດ; ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາຮອບດ້ານ.

ຈັດຕັ້ງປະຕິບັດອະນຸສັນຍາ ແລະ ແຜນການກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ. ສືບຕໍ່ປະສານສົມທົບໃນການຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມທີ່ເສຍຊີວິດຢູ່ລາວ ກັບຄືນປະເທດ. ສືບຕໍ່ປະສານສົມທົບໃນການຈັດຕັ້ງປະຕິບັດເນື້ອໃນເອກະສານນິຕິກຳ ສອງສະບັບ (ລົງນາມໃນວັນທີ 16 ມີນາ 2016) ຄື: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ລະຫວ່າງ ລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລັດຖະບານ ສປປ.ລາວ; ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ ລະຫວ່າງ ລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ແລະລັດຖະບານແຫ່ງ ສປປ.ລາວ.

ສອງປະເທດສ້າງສຳເລັດ ແລະ ຈັດຕັ້ງປະຕິບັດແຜນແມ່ບົດກ່ຽວກັບການພັດທະນາດ່ານຊາຍແດນຫວຽດນາມ - ລາວ ໄລຍະ 2020 - 2030, ໂດຍມີວິໄສທັດຮອດປີ 2050. ສາຍພົວພັນຮ່ວມມືລະຫວ່າງບັນດາອົງການຊາຍແດນສູນກາງ, ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ, ບັນດາແຂວງທີ່ມີເສັ້ນຊາຍແດນຕິດຈອດກັນ ແລະບັນດາກຳລັງທີ່ກ່ຽວຂ້ອງຂອງສອງປະເທດໃນຊຸມປີຜ່ານມາສືບຕໍ່ໄດ້ຮັບການຮັກສາ ແລະ ປັບປຸງ ຢ່າງຕໍ່ເນື່ອງ.

ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດຫວຽດນາມ - ລາວ.

ແຂວງເລີມດົ່ງ ສສ.ຫວຽດນາມ ພວມກະຕຸ້ນດ້ານການທ່ອງທ່ຽວ ດ້ວຍຫລາຍມາດຕະການເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະະເທດ ແຂວງເລີມດົ່ງ ສສ.ຫວຽດນາມ ພວມກະຕຸ້ນດ້ານການທ່ອງທ່ຽວ ດ້ວຍຫລາຍມາດຕະການເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະະເທດ

ແຂວງ ເລີມດົ່ງ ຈະສືບຕໍ່ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ປະຊາຄົມນັກທຸລະກິດເພື່ອຜ່ານຜ່າບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19. ແຂວງ ເລີມດົ່ງ ໄດ້ຊີ້ນຳໃຫ້ບັນດາພະແນກຂະແໜງການປະຕິບັດ ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ ຢ່າງຄົບຖ້ວນ. ເພື່ອຊ່ວຍປະຊາຄົມບັນດາວິສາຫະກິດຟື້ນຟູບັນດາການເຄື່ອນໄຫວດ້ານທ່ອງທ່ຽວໃນບໍລິເວນແຂວງຄືນໃໝ່ໂດຍໄວ.

ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ

“ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ” ແມ່ນຫົວຂໍ້ກອງປະຊຸມສໍາມະນາ ໂດຍມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ສົມທົບກັບໜ່ວຍໃຫ້ຄໍາປຶກສາດ້ານເສດຖະຫິດຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 12 ຕຸລາ ຢູ່ນະຄອນໂຮ່ຈີມີນ.

ຫວຽດນາມ ໄດ້ນຳສົ່ງພົນລະເມືອງ 340 ຄົນຈາກສະຫະລັດອາເມລິກາ ກັບຄືນບ້ານຢ່າງປອດໄພ ຫວຽດນາມ ໄດ້ນຳສົ່ງພົນລະເມືອງ 340 ຄົນຈາກສະຫະລັດອາເມລິກາ ກັບຄືນບ້ານຢ່າງປອດໄພ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.