ກອງປະຊຸມທາງໄກໜ່ວຍປະສານງານປະຈຳພາກພື້ນຊາຍແດນ ລາວ-ໄທ ປະຈຳປີ 2020

15:12 | 01/10/2020

ວັນທີ 28 ກັນຍາ 2020 ນີ້, ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ  ລາວ-ໄທ, ໄທ-ລາວ ໄດ້ຈັດກອງ ປະຊຸມທາງໄກ ວີດີໂອ ເທເລ ຄອນເຟີເລັນ ໜ່ວຍປະສານງານປະຈໍາພາກພື້ນຊາຍແດນ ລາວ-ໄທ ປະຈໍາປີ 2020.

ກອງປະຊ ມທາງໄກໜ ວຍປະສານງານປະຈຳພາກພ ນຊາຍແດນ ລາວ ໄທ ປະຈຳປ 2020 ນັກອອກແບບ ລາວ - ໄທ ຮ່ວມສະແດງຜົນງານ ໃນວຽງຈັນວ້າວ ແຟຊັນວີກ 2019
ກອງປະຊ ມທາງໄກໜ ວຍປະສານງານປະຈຳພາກພ ນຊາຍແດນ ລາວ ໄທ ປະຈຳປ 2020 ລາວ - ໄທ ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ

ເຊິ່ງຄະນະຝ່າຍລາວ ນໍາໂດຍ ທ່ານ ພົນຈັດຕະວາ ສີພັນພຸດ ທະວົງ ຫົວໜ້າກົມທະຫານຊາຍ ແດນ, ຫົວໜ້າຄະນະປະຕິບັດ ງານເພື່ອແກ້ໄຂບັນຫາຢາເສບ ຕິດຕາມຊາຍແດນ ລາວ-ໄທ ແລະ ຕາງໜ້າຝ່າຍໄທ ນໍາໂດຍ ທ່ານ ພົນໂທ ໄພໂຣດ ວິໄລລັກ ເຈົ້າກົມກິດຈະການຊາຍແດນທະ ຫານ, ໂດຍມີພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.

ກອງປະຊ ມທາງໄກໜ ວຍປະສານງານປະຈຳພາກພ ນຊາຍແດນ ລາວ ໄທ ປະຈຳປ 2020
ກອງປະຊຸມທາງໄກໜ່ວຍປະສານງານປະຈຳພາກພື້ນຊາຍແດນ ລາວ-ໄທ ປະຈຳປີ 2020. (ພາບ: kongthap)

ຍ້ອນສະພາບການແຜ່ລະບາດ ຂອງພະຍາດ COVID-19 ທີ່ຍັງລະບາດຢູ່ພາຍໃນ, ພາກພື້ນ ແລະ ສາກົນ, ລັດຖະບານທັງສອງປະເທດຍັງຕ້ອງໄດ້ດໍາເນີນ ມາດຕະການຄວບຄຸມພະຍາດ ຢ່າງເຄັ່ງຄັດ ແຕ່ບໍ່ສາມາດຈັດກອງປະຊຸມແບບປົກກະຕິໄດ້ ດັ່ງນັ້ນຈຶ່ງໄດ້ຈັດກອງປະຊຸມທາງໄກ ວີດີໂອ ເທເລ ຄອນເຟີເລັນ ເພື່ອໃຫ້ສອງຝ່າຍໄດ້ມີການທົບທວນຄືນຜົນຂອງການປະຕິບັດງານຜ່ານມາ, ທັງເປັນ ການແລກປ່ຽນຂໍ້ມູນ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນ.

ກອງປະຊຸມຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງນີ້ເປັນຄັ້ງປະຖົມມະລຶກທີ່ໄດ້ມີການປະຊຸມແບບຜ່ານ ວີດີໂອ ຄອນເຟີເລັນ ແຕ່ແນວໃດກໍຕາມເຖິງວ່າຈະບໍ່ໄດ້ ສໍາຜັດກັບຕົວຈິງຕາມທີ່ເຄີຍປະ ຕິບັດຜ່ານມາກໍຕາມ ແຕ່ກອງປະຊຸມກໍໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນເຕັມໄປດ້ວຍຄວາມເຂົ້າອົກ - ເຂົ້າໃຈເຊິ່ງກັນ ແລະ ກັນ ແຕ່ຕົ້ນຕະຫຼອດປາຍ ເຮັດໃຫ້ກອງປະຊຸມຄັ້ງນີ້ມີຜົນ ສໍາເລັດຕາມລະດັບຄາດໝາຍ.

ໃນຕອນທ້າຍຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນຝ່າຍລາວ ຍັງໄດ້ກ່າວຂອບໃຈຫົວໜ້າຄະ ນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນຝ່າຍໄທທີ່ໄດ້ໃຫ້ການຮ່ວມມື ແລະ ຊີ້ນໍາກອງປະຊຸມຢ່າງໃກ້ຊິດເຮັດໃຫ້ການປຶກສາຫາລືເປັນເອກະພາບໄດ້ຫຼາຍເນື້ອໃນ, ຫຼາຍບັນຫາອັນເປັນການປະກອບສ່ວນອັນສໍາຄັນເຮັດໃຫ້ການແກ້ ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ສໍາເລັດລົງເທື່ອລະກ້າວ.

ກອງປະຊ ມທາງໄກໜ ວຍປະສານງານປະຈຳພາກພ ນຊາຍແດນ ລາວ ໄທ ປະຈຳປ 2020 ລາວ: ສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ທົ່ວປະເທດ ປະຈຳປີ 2019

ກອງ​ປະຊຸມສະຫຼຸບວຽກງານຈັດ​ຕັ້ງ, ກໍ່ສ້າງ​ພັກ​-​ພະນັກ ງານ ທົ່ວ​ປະເທດ ປະ​ຈໍາ​ປີ 2019 ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ທັນວາ ທີ່​ຫ້ອງ​ປະຊຸມພະ​ແນກ ສຶກສາ​ທິ​ການ ແລະ ກິລາແຂວງ ໄຊ​ຍະ​ບູ​ລີ, ເຂົ້າ​ຮ່ວມ​ເປັນ​ກຽດ​ມີທ່ານ ຈັນ​ສີ ໂພ​ສີ​ຄໍາ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ເລຂາທິການ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ທ່ານ ພົງ​ສະ ຫວັນ ...

ກອງປະຊ ມທາງໄກໜ ວຍປະສານງານປະຈຳພາກພ ນຊາຍແດນ ລາວ ໄທ ປະຈຳປ 2020 ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ

ຍສໝ - ໂອກາດຕ້ອນຮັບລະດູບານໃໝ່ປີກຸນ 2019 ວັນທີ 11 ກຸມພາ ຢູ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ສະມາຄົມຄົນຫວຽດນາມ ຢູ່ແຂວງສະຫວັນນະເຂດ ໄດ້ເປັນເຈົ້າພາບຈັດ “ການແລກປ່ຽນວັດທະນະທຳ ແລະ ກິລາ” ລະຫວ່າງ ສະມາຄົມຄົນຫວຽດນາມແຂວງຈຳປະສັກ, ສະມາຄົມຄົນຫວຽດນາມສະຫວັນນະເຂດ ແລະ ສະມາຄົມຄົນຫວຽດນາມແຂວງມຸກດາຫານ.

ກອງປະຊ ມທາງໄກໜ ວຍປະສານງານປະຈຳພາກພ ນຊາຍແດນ ລາວ ໄທ ປະຈຳປ 2020 ບຸນປີໃໝ່ ກໍາປູເຈຍ - ລາວ - ມຽນມາ - ໄທ ປີ 2019

ຍສໝ - ບຸນປີໃໝ່ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ສະແດງອາລົມຈິດ, ຄວາມສາມັກຄີ ແລະ ເປັນເອກະພາບ.

kongthap.gov.la

ເຫດການ
302 Found

Found

The document has moved here.