ຫວຽດນາມ - ລາວ ໄດ້ຕົກລົງເຫັນດີເປັນເອກະສັນກັນກ່ຽວກັບແຜນການເປີດປະຕູຊາຍແດນທາງບົກຄືນໃໝ່

16:34 | 30/10/2020

ຍສໝ - ຕອນບ່າຍວັນທີ 29 ຕຸລາ, ທ່ານ ຫງວຽນກວກຢູ້ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ໄດ້ເປັນປະທານການປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດສອງປະເທດຫວຽດນາມ ແລະ ລາວດ້ວຍຮູບແບບຖ່າຍທອດສົດ.

ຫວຽດນາມ ລາວ ໄດ ຕ ກລ ງເຫ ນດ ເປ ນເອກະສ ນກ ນກ ຽວກ ບແຜນການເປ ດປະຕ ຊາຍແດນທາງບ ກຄ ນໃໝ ລາວ ເລີ່ມເປີດຊົ່ວຄາວດ່ານຊາຍແດນທ້ອງຖິ່ນບາງແຫ່ງຄືນໃໝ່ ແນໃສ່ຟື້ນຟູເສດຖະກິດ
ຫວຽດນາມ ລາວ ໄດ ຕ ກລ ງເຫ ນດ ເປ ນເອກະສ ນກ ນກ ຽວກ ບແຜນການເປ ດປະຕ ຊາຍແດນທາງບ ກຄ ນໃໝ ແຂວງກວາງນາມ ໄດ້ປິດທັງໝົດປະຕູຊາຍແດນ ຫວຽດນາມ - ລາວ ຍ້ອນການລະບາດຂອງພະຍາດ Covid 19

ທີ່ການປຶກສາຫາລື, ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນການລະບາດຂອງພະຍາດ COVID-19, ພ້ອມທັງຈັດຕັ້ງປະຕິບັດກິດຈະກຳການຮ່ວມມື ໃນຂົງເຂດ ສຳຄັນ, ເຊັ່ນ: ການເມືອງ, ຄວາມໝັ້ນຄົງ, ປ້ອງກັນປະເທດ, ເສດຖະກິດ, ການຄ້າ, ການລົງທືນ, ວັດທະນະທຳ, ການໂຄສະນາຜີຍແຜ່ ແລະ ການສຶກສາບຳລຸງສ້າງ.

ສອງຝ່າຍໄດ້ເຫັນດີເປັນເອກະສັນກັນວ່າ ໃນສະພາບການທີ່ທັງສອງປະເທດຫວຽດນາມ ແລະ ລາວໄດ້ຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ໂດຍພື້ນຖານ, ຕ້ອງສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຈໍລະຈອນຂອງປະຊາຊົນ ແລະ ສິນຄ້າລະຫວ່າງສອງປະເທດ, ເປີດປະຕູຊາຍແດນທາງບົກຄືນໃໝ່ ແລະ ການເດີນອາກາດການຄ້າ ຕາມຈິດໃຈຂອງການນຳຂັ້ນສູງຂອງສອງປະເທດ.

ຫວຽດນາມ ລາວ ໄດ ຕ ກລ ງເຫ ນດ ເປ ນເອກະສ ນກ ນກ ຽວກ ບແຜນການເປ ດປະຕ ຊາຍແດນທາງບ ກຄ ນໃໝ
ທ່ານ ຫງວຽນກວກຢູ້ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. (ພາບ: baophapluat)

ທີ່ການປຶກສາຫາລື, ສອງຝ່າຍຍັງໄດ້ແລກປ່ຽນວ່າ ໃນສະພາບການທີ່ໂລກ, ພາກພື້ນ ແລະ ໂລກລະບາດ Covid-19 ຜັນແປຢ່າງສັບສົນ, ຫວຽດນາມ ແລະ ລາວຈຳເປັນຕ້ອງເພີ່ມທະວີການຮ່ວມມື ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ໝູນໃຊ້ຈົນສຸດກາລະໂອກາດ ໃນການສ້າງຊັບພະຍາກອນເພີ່ມເຕີມສຳລັບການຮ່ວມມືສອງຝ່າຍ.

ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ; ເຫັນດີສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະໃນຂອບຂອງກົນໄກການຮ່ວມມືອາຊຽນ ແລະ ອະນຸພາກພື້ນ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນຖານະທີ່ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສຳລັບອາຍຸການ 2020-2021, ພ້ອມທັງເປັນປະທານອາຊຽນ 2020, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມພະຍາຍາມສ້າງປະຊາຄົມ ອາຊຽນ ມີຄວາມສາມັກຄີຮ່ວມກັນ, ຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມຈະເລີນຮຸ່ງເຮືອງ.

ຮອງລັດຖະມົນຕີກະຊວງການຕ່າງປະເທດສອງທ່ານ ຍັງໄດ້ເຫັນດີເປັນເອກະພາບ ໃນການປະສານງານຈັດກິດຈະກຳຕ່າງໆຢ່າງສົມກຽດໃນສອງປະເທດ ເພື່ອສະເຫຼີມສະຫຼອງວັນຊາດ ສປປ.ລາວ ຄົບຮອບ 45 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (ທັນວາ 2020); ເພີ່ມທະວີການຮ່ວມມືໃນການຝຶກອົບຮົມ, ປຶກສາຫາລື ແລະ ແລກປ່ຽນປະສົບການລະຫວ່າງຫົວໜ່ວຍສຳຄັນຂອງສອງກະຊວງການຕ່າງປະເທດ.

ຫວຽດນາມ ລາວ ໄດ ຕ ກລ ງເຫ ນດ ເປ ນເອກະສ ນກ ນກ ຽວກ ບແຜນການເປ ດປະຕ ຊາຍແດນທາງບ ກຄ ນໃໝ ຫວຽດນາມ - ລາວ ແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະການແຕ່ງດອງທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນເຂດຊາຍແດນຂອງສອງປະເທດ

ມາຮອດປະຈຸບັນ, ສອງຝ່າຍໄດ້ປະສານສົມທົບເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງມີຜົນສຳເລັດຕາມການຊີ້ນໍາຂອງຜູ້ນຳຂັ້ນສູງຂອງສອງປະເທດ.

ຫວຽດນາມ ລາວ ໄດ ຕ ກລ ງເຫ ນດ ເປ ນເອກະສ ນກ ນກ ຽວກ ບແຜນການເປ ດປະຕ ຊາຍແດນທາງບ ກຄ ນໃໝ ກອງປະຊຸມທາງໄກໜ່ວຍປະສານງານປະຈຳພາກພື້ນຊາຍແດນ ລາວ-ໄທ ປະຈຳປີ 2020

ວັນທີ 28 ກັນຍາ 2020 ນີ້, ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ໄດ້ຈັດກອງ ປະຊຸມທາງໄກ ວີດີໂອ ເທເລ ຄອນເຟີເລັນ ໜ່ວຍປະສານງານປະຈໍາພາກພື້ນຊາຍແດນ ລາວ-ໄທ ປະຈໍາປີ 2020.

ຫວຽດນາມ ລາວ ໄດ ຕ ກລ ງເຫ ນດ ເປ ນເອກະສ ນກ ນກ ຽວກ ບແຜນການເປ ດປະຕ ຊາຍແດນທາງບ ກຄ ນໃໝ ທະຫານປ້ອງກັນຊາຍແດນ ດ້ຽນບຽນ ຊຸກຍູ້ການຮ່ວມມືກັບທະຫານປ້ອງກັນຊາຍແດນ ຢາງແທ່ງ ປະເທດຈີນ

ຍສໝ - ສອງຝ່າຍຈະສືບຕໍ່ເອົາໃຈໃສ່ໃນການປະສານງານການໂຄສະນາເຜີຍແຜ່ ແລະສຶກສາອົບຮົມພົນລະເມືອງຢູ່ເຂດຊາຍແດນ ໃນການຈັດຕັ້ງປະຕິບັດຕາມເນື້ອໃນເອກະສານກ່ຽວກັບຊາຍແດນ 3 ສະບັບ ແລະ ບັນດາຂໍ້ຕົກລົງທີ່ລັດຖະບານໄດ້ເຊັນ ແລະ ບັນດາຂໍ້ ກຳນົດດ້ານກົດໝາຍຂອງແຕ່ລະຝ່າຍກ່ຽວກັບຊາຍແດນແຫ່ງຊາດ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.