ລາວ: ລົບລ້າງສິ່ງກີດຂວາງໃນເຄື່ອນຍ້າຍສິນຄ້າພາຍໃນປະເທດ

13:17 | 21/09/2020

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 384 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 7 ລ້ານໂດລາສະຫາລັດ.

ມ ນຄ າການນ າເຂ າ ແລະ ສ ງອອກ ຂອງ ສປປ ລາວ ປະຈ າເດ ອນ 8 ບ ນລ ໄດ ປະມານ 762 ລ ານໂດລາສະຫະລ ດ ເພີ່ມທະວີການຮ່ວມມື ແລະ ການປົກປ້ອງເດັກ ລະຫວ່າງ ສປປ.ລາວ ແລະ ອົງການ ຢູນິເຊັບ
ມ ນຄ າການນ າເຂ າ ແລະ ສ ງອອກ ຂອງ ສປປ ລາວ ປະຈ າເດ ອນ 8 ບ ນລ ໄດ ປະມານ 762 ລ ານໂດລາສະຫະລ ດ ຍອດວົງເງິນສົ່ງອອກ-ນຳເຂົ້າລະຫວ່າງຫວຽດນາມ ແລະລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸ 491,7 ລ້ານໂດລາສະຫະລັດ

ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ຄຳປະສົມ ແລະ ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ກາເຟ ແລະ ຢາງພາລາ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ຝຸ່ນ (ປຸຍ) ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ.

ມ ນຄ າການນ າເຂ າ ແລະ ສ ງອອກ ຂອງ ສປປ ລາວ ປະຈ າເດ ອນ 8 ບ ນລ ໄດ ປະມານ 762 ລ ານໂດລາສະຫະລ ດ
ພາບປະກອບ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ. ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 204 ລ້ານໂດລາສະຫະລັດ, ຈີນ 84 ລ້ານໂດລາສະຫະລັດ, ຫວຽດນາມ 44 ລ້ານໂດລາສະຫະລັດ, ຢີ່ປຸ່ນ 21 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 10 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 7 ບັນລຸໄດ້ປະມານ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 372 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...), ຄຳປະສົມ ແລະ ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ຢາງພາລາ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ໄຟຟ້າ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ.

ເມື່ອບໍ່ດົນມານິ້, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໄດ້ຈັດກອງປະຊຸມຄັ້ງທຳອິດ ເພື່ອປຶກສາຫາລື ກ່ຽວກັບ ການສ້າງ “ຮ່າງຄໍາສັ່ງແນະນໍາວ່າດ້ວຍການເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ພາຍໃນປະເທດ”. ຮ່າງຄຳສັ່ງແນະນຳສະບັບດັ່ງກ່າວ ແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງຄຳສັ່ງ 12/ນຍ, ລົງວັນທີ 16 ຕຸລາ 2019, ແນ່ໃສ່ລົບລ້າງສິ່ງກີດຂວາງໃນເຄື່ອນຍ້າຍສິນຄ້າພາຍໃນປະເທດ ໂດຍສະເພາະການອອກເອກະສານເຄື່ອນຍ້າຍ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ທີ່ຊ້ຳຊ້ອນຂອງເຈົ້າໜ້າທີ່ພາກລັດ ເພື່ອຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ໃຫ້ແກ່ ປະຊາຊົນ ແລະ ພາກທຸລະກິດ.

ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງຄຳສັ່ງ 12/ນຍ, ລົງວັນທີ 16 ຕຸລາ 2019 ໂດຍແນ່ໃສ່ອໍານວຍຄວາມສະດວກທາງດ້ານການຄ້າ, ຫຼຸດຜ່ອນສິ່ງກີດຂວາງທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ໃນການເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ພ້ອມທັງຮັບປະກັນການສະກັດກັ້ນການຄ້າຂາຍເຖື່ອນ ແລະ ການເກັບຄ່າພັນທະຕ່າງໆ ເຂົ້າງົບປະມານແຫ່ງລັດ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ພາຍຫຼັງ ກອງປະຊຸມປຶກສາຫາລືຄັ້ງນີ້, ກອງເລຂາ ຄອຄ ຈະໄດ້ສົ່ງຮ່າງສະບັບປັບປຸງ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມປະກອບຄຳເຫັນເພ່ີ່ມເຕີມ ແລະ ຜ່ານການເຫັນດີຈາກຄະນະນຳຂອງບັນດາຂະແໜງການ ກ່ອນສົ່ງໃຫ້ ກອງເລຂາ ຄອຄ ເພື່ອປັບປຸງ ແລະ ດຳເນີນການໃນຂັ້ນຕອນຕໍ່ໄປ ໂດຍ ກອງເລຂາ ຄອຄ ຈະໄດ້ ນຳເອົາຮ່າງຄຳແນະນຳ ສະບັບດັ່ງກ່າວ ເພື່ອປຶກສາຫາລື ກັບຂັ້ນທ້ອງຖິ່ນ ໃນຂັ້ນຕອນຕໍ່ໄປ. ສຳລັບຄາດໝາຍຂອງການສ້າງນິຕິກຳ ສະບັບດັ່ງກ່າວ ຄາດວ່າຈະໃຫ້ສຳເລັດ ໃນທ້າຍປີ 2020 ນີ້.

ມ ນຄ າການນ າເຂ າ ແລະ ສ ງອອກ ຂອງ ສປປ ລາວ ປະຈ າເດ ອນ 8 ບ ນລ ໄດ ປະມານ 762 ລ ານໂດລາສະຫະລ ດ ວິສາຫະກິດຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ ແຂວງຊຽງຂວາງ

ຍສໝ - ໃນໄລຍະດຽວກັນ (2011-2020), ຍອດຈຳນວນເງິນຊ່ວຍເຫລືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ແຂວງຊຽງຂວາງບັນລຸ 258.72 ຕື້ກີບ, ໃນຈຳນວນທັງໝົດ 17 ໂຄງການ.

ມ ນຄ າການນ າເຂ າ ແລະ ສ ງອອກ ຂອງ ສປປ ລາວ ປະຈ າເດ ອນ 8 ບ ນລ ໄດ ປະມານ 762 ລ ານໂດລາສະຫະລ ດ ລາວ: ໃນປີ 2030 ປະຊາກອນ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ

ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.

ມ ນຄ າການນ າເຂ າ ແລະ ສ ງອອກ ຂອງ ສປປ ລາວ ປະຈ າເດ ອນ 8 ບ ນລ ໄດ ປະມານ 762 ລ ານໂດລາສະຫະລ ດ ກອງ​ປະຊຸມ ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​​ແຫ່ງ​ຊາດ​ ຊຸດ​ທີ 8: ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ເງິນ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍພາສີ

ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​​ແຫ່ງ​ຊາດ​ ຊຸດ​ທີ VIII ​ໃນ​ວັນ​ທີ 29 ມິຖຸນາ 2020 ນີ້, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ເງິນ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍພາສີ ສະບັບປັບປຸງ; ຈາກ​ນັ້ນ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້​ສຸມ​ໃສ່​ປະ ກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.