ກອງ​ປະຊຸມ ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​​ແຫ່ງ​ຊາດ​ ຊຸດ​ທີ 8: ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ເງິນ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍພາສີ

16:35 | 29/06/2020

ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​​ແຫ່ງ​ຊາດ​ ຊຸດ​ທີ VIII ​ໃນ​ວັນ​ທີ 29 ມິຖຸນາ 2020 ນີ້, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ເງິນ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍພາສີ  ສະບັບປັບປຸງ; ຈາກ​ນັ້ນ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້​ສຸມ​ໃສ່​ປະ ກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ໃນຫລາຍໝວດ ຫລາຍມາດຕາ ຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມກວ່າເກົ່າ ທັງສາມດນຳໃຊ້ໃຫ້ມີປະສິດທິພາບ.

ກອງ ປະຊ ມ ສະ ໄໝ ສາມ ນ ເທ ອ ທ 9 ຂອງ ສະພາ ແຫ ງ ຊາດ ຊ ດ ທ 8 ຮອງ ນາຍ ກລ ດຖະມ ນຕ ລ ດຖະມ ນ ຕ ກະຊວງ ການ ເງ ນ ໄດ ສະ ເໜ ຮ າງ ກ ດໝາຍ ວ າ ດ ວຍພາສ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ
ກອງ ປະຊ ມ ສະ ໄໝ ສາມ ນ ເທ ອ ທ 9 ຂອງ ສະພາ ແຫ ງ ຊາດ ຊ ດ ທ 8 ຮອງ ນາຍ ກລ ດຖະມ ນຕ ລ ດຖະມ ນ ຕ ກະຊວງ ການ ເງ ນ ໄດ ສະ ເໜ ຮ າງ ກ ດໝາຍ ວ າ ດ ວຍພາສ ລາວ: ຫລາຍຄາດໝາຍຂອງລັດຖະບານມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ
ກອງ ປະຊ ມ ສະ ໄໝ ສາມ ນ ເທ ອ ທ 9 ຂອງ ສະພາ ແຫ ງ ຊາດ ຊ ດ ທ 8 ຮອງ ນາຍ ກລ ດຖະມ ນຕ ລ ດຖະມ ນ ຕ ກະຊວງ ການ ເງ ນ ໄດ ສະ ເໜ ຮ າງ ກ ດໝາຍ ວ າ ດ ວຍພາສ
ບັນຍາດທີ່​ກອງ​ປະຊຸມ ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​​ແຫ່ງ​ຊາດ​ ຊຸດ​ທີ VIII.(ພາບ:ຂປລ)

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕ, ລັດຖະມົນຕີກະຊວງການເງິນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍຊີ້ໃຫ້ເຫັນໝາກຜົນຂອງການ ນຳໃຊ້ ກົດໝາຍວ່າດ້ວຍພາສີ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດທີ່ໝັ້ນຄົງ ແລະ ເພີ່ມຂຶ້ນ; ສະເພາະປີ 2019 ຜ່ານມາ ລາຍຮັບພາສີ-ອາກອນ ກວມເອົາ 29,1% ຂອງລາຍຮັບພາຍໃນ ຫລື ປະມານ 4,4% ຂອງ GDP. ໃນນັ້ນ, ພາສີຂາເຂົ້າ 16%, ອາກອນມູນຄ່າເພີ່ມຂອດນຳເຂົ້າ 31%, ອາກອນຊົມໃຊ້ຂາເຂົ້າ 45% ແລະ ອື່ນ 8% ຂອງລາຍຮັບພາສີ-ອາກອນ ທີ່ຂະແໜງພາສີ ຮັບຜິດຊອບເກັບທັງໝົດ.

ທ່ານ ສົມດີ ດວງດີ ໃຫ້ຮູ້ອີກວ່າ: ກົດໝາຍສະບັບນີ້ ຍັງບໍ່ໄດ້ກຳນົດລະອຽດ ກ່ຽວກັບການສົ່ງເງິນຄືນພາສີ ແລະ ພັນທະອື່ນ, ການຄຸ້ມຄອງ ຕິດຕາມກວດກາ ການນຳເຂົ້າ-ສົ່ງອອກຊົ່ວຄາວ ສິນຄ້າ ເຄື່ອງຂອງ, ຜູ້ໂດຍສານ ແລະ ພາຫະນະທ່ອງທ່ຽວຢ້ຽມຢາມ, ການຍົກເວັ້ນ ແລະ ການງົດເກັບພາສີ ຍັງບໍ່ທັນລະອຽດຈະແຈ້ງ ແລະ ຮັດກຸມເທົ່າທີ່ຄວນເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ທັງເກີດມີການສວຍໃຊ້ຊ່ອງຫວ່າງ ເພື່ອຫາຜົນປະໂຫຍດ ແລະ ຫລົບຫລີກພາສີ; ຍັງບໍ່ສາມາດປະຕິບັດໄດ້ບາງຂໍ້ບັງຄັບ ແລະ ພັນທະທີ່ຈຳເປັນໃນຖານະເປັນປະເທດສະມາຊິກ ຫລື ພາຄີຂອງອົງການຕ່າງໆ; ຍັງບໍ່ທັນກຳນົດເນື້ອໃນການພັດທະນາວຽກງານພາສີເປັນທັນສະໄໝເພື່ອຕອບສະໜອງໄດ້ ກັບສະພາບການຂະຫຍາຍຕົວ ແລະ ການປ່ຽນແປງຂອງ ເສດຖະກິດ-ສັງຄົມ ໃນປັດຈຸບັນ; ສ່ວນການກຳນົດອັດຕາປັບໃໝໃນແຕ່ລະກໍລະນີ ຍັງຕ່ຳ, ການກຳນົດມາດຕະການຂອງຜູ້ກະທຳຜິດ ກໍຍັງບໍ່ທັນລະອຽດ ຈະແຈ້ງ ແລະ ຊັດເຈນ ເທົ່າທີ່ຄວນ.

ກອງ ປະຊ ມ ສະ ໄໝ ສາມ ນ ເທ ອ ທ 9 ຂອງ ສະພາ ແຫ ງ ຊາດ ຊ ດ ທ 8 ຮອງ ນາຍ ກລ ດຖະມ ນຕ ລ ດຖະມ ນ ຕ ກະຊວງ ການ ເງ ນ ໄດ ສະ ເໜ ຮ າງ ກ ດໝາຍ ວ າ ດ ວຍພາສ
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕ, ລັດຖະມົນຕີກະຊວງການເງິນ.(ພາບ:ຂປລ)

ທ່ານ ສົມ​ດີ ດວງ​ດີ ໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນຂອງການປັບປຸງກົດໝາຍ ວ່າດ້ວຍພາສີ ຊຶ່ງການປັບປຸງກົດໝາຍໃນຄັ້ງນີ້ ເປັນການປັບປຸງຄັ້ງໃຫຍ່ ໂດຍເພີ່ມເຂົ້າໃໝ່ຫລາຍພາກ, ໝວດ, ມາດຕາ ແລະ ໄດ້ປັບປຸງເກືອບໝົດທຸກພາກ ທັງນີ້ ກໍເພື່ອເຮັດໃຫ້ວຽກງານພາສີ ໄດ້ຮັບການປັບປຸງ, ແກ້ໄຂ ເຮັດໃຫ້ຜູ້ປະກອບການ ມີຄວາມສະດວກທາງດ້ານພາສີ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ, ຊຸກຍູ້ການຜະລິດ ແລະ ການບໍລິການ ທັງເປັນການສ້າງລາຍຮັບເຂົ້າງົບປະມານແຫ່ງລັດ. ຈາກນັ້ນ, ທ່ານນາງ ປານີ ຢາທໍ່ຕູ້ ກໍໄດ້ມີຄຳຖາມເຈາະຈີ້ມ ໂດຍເນັ້ນໃຫ້ ບັນ ດາສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳເຫັນໃສ່ ຫລາຍບັນຫາທີ່ສຳຄັນດ້ວຍຄວາມຮັບຜິດຊອບເປັນຕົ້ນ, ນະໂຍບາຍຂອງລັດກ່ຽວກັບວຽກງານພາສີ; ການອໍານວຍຄວາມສະດວກທາງດ້ານພາສີ; ການບໍລິການເຊື່ອມໂຍງ ເຊື່ອມຈອດ; ການພັດທະນາວຽກງານພາສີເປັນທັນສະໄໝ ​ແລະ ຫລັກການກ່ຽວກັບວຽກງານພາສີ, ການແຈ້ງພາສີ; ການຍົກເວັ້ນ, ການງົດເກັບພາສີ ແລະ ພັນທະອື່ນ, ການນໍາເອົາພາຫະນະສ່ວນບຸກ ຄົນເຂົ້າ-ອອກຜ່ານດ່ານ; ການກວດກາສິນຄ້າ ແລະ ພາຫະນະສະເພາະ, ການຜ່ານແດນ, ລວມທັງການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ແລະ ການຂົນສົ່ງສິນຄ້າຜ່ານແດນສາກົນ.

ຮ່າງກົດໝາຍສະບັບນີ້ ປະກອບມີ 17 ພາກ, 28 ໝວດ, 180 ມາດຕາ ຊຶ່ງໄດ້ກໍານົດຫລັກ ການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ, ການຜ່ານແດນ, ພາຫະນະ, ຜູ້ໂດຍສານຜ່ານດ່ານຊາຍແດນ ເພື່ອອໍານວຍຄວາມສະດວກ ທາງດ້ານພາສີ ແລະ ການຄ້າ, ສົ່ງເສີມການລົງທຶນ ແລະ ການເຊື່ອມໂຍງ, ເຊື່ອມຈອດ ກັບສາກົນ; ແນໃສ່ສ້າງຄວາມເຂັ້ມແຂງ ໃຫ້ລັດຖະການພາສີ, ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ທັງປົກປ້ອງຜົນປະໂຫຍດ ຂອງຜູ້ປະກອບການ, ຄວາມປອດໄພຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ.
ກອງ ປະຊ ມ ສະ ໄໝ ສາມ ນ ເທ ອ ທ 9 ຂອງ ສະພາ ແຫ ງ ຊາດ ຊ ດ ທ 8 ຮອງ ນາຍ ກລ ດຖະມ ນຕ ລ ດຖະມ ນ ຕ ກະຊວງ ການ ເງ ນ ໄດ ສະ ເໜ ຮ າງ ກ ດໝາຍ ວ າ ດ ວຍພາສ ລັດຖະບານ ຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ເພື່ອຊ່ວຍປະຊາຄົມຊາວຫວຽດນາມຢູ່ການາດາເອົາຊະນະ COVID-19

ຍສໝ - ຕໍ່ໜ້າສະພາບການລະບາດ ຢ່າງສັບສົນ ຂອງ ໂລກລະບາດ COVID-19 ໃນທົ່ວໂລກ, ໂດຍສະເພາະຢູ່ອາເມລິກາເໜືອ, ລັດຖະບານຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ການາດາ.

ກອງ ປະຊ ມ ສະ ໄໝ ສາມ ນ ເທ ອ ທ 9 ຂອງ ສະພາ ແຫ ງ ຊາດ ຊ ດ ທ 8 ຮອງ ນາຍ ກລ ດຖະມ ນຕ ລ ດຖະມ ນ ຕ ກະຊວງ ການ ເງ ນ ໄດ ສະ ເໜ ຮ າງ ກ ດໝາຍ ວ າ ດ ວຍພາສ ເອກອັກຄະລັດຖະທູດອັງກິດ ຂອບໃຈຖັນແຖວແພດໝໍຫວຽດນາມ

ຍສໝ - ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ຖັນແຖວແພດໝໍ ແລະພາລະກອນການແພດຢູ່ໂຮງໝໍເຂດຮ້ອນນະຄອນໂຮ່ຈີມິນ ຍ້ອນໄດ້ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນໃນການຊ່ວຍເຫຼືອ, ເບິ່ງແຍງດູແລ ແລະປິ່ນປົວໃຫ້ແກ່ຄົນເຈັບທີ 91, ນັກບິນຊາວອັງກິດ ໃນໄລຍະຜ່ານມາ.

ກອງ ປະຊ ມ ສະ ໄໝ ສາມ ນ ເທ ອ ທ 9 ຂອງ ສະພາ ແຫ ງ ຊາດ ຊ ດ ທ 8 ຮອງ ນາຍ ກລ ດຖະມ ນຕ ລ ດຖະມ ນ ຕ ກະຊວງ ການ ເງ ນ ໄດ ສະ ເໜ ຮ າງ ກ ດໝາຍ ວ າ ດ ວຍພາສ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36: ສື່ມວນຊົນສາກົນຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ຍສໝ - ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍັງໄດ້ປະຕິບັດບົດບາດເປັນປະທານອາຊຽນ ໃນໄລຍະ 6 ເດືອນຜ່ານມາໄດ້ເປັນຢ່າງດີ, ນຳພາບັນດາປະເທດອາຊຽນ ພ້ອມກັນຕ້ານຄືນໂລກລະບາດໂຄວິດ-19 ກໍຄືການເຄື່ອນໄຫວອື່ນໆອີກ. ພ້ອມກັນນັ້ນ, ຫວຽດນາມ ໄດ້ຈັດບັນດາກອງປະຊຸມກັບບັນດາຄູ່ຮ່ວມມືນອກພາກພື້ນ ແລະ ຄູ່ເຈລະຈາ, ກໍ່ຄືກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ສຳເລັດເປັນຢ່າງດີ.

ໄຊພອນ

ເຫດການ
302 Found

Found

The document has moved here.