![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ. (ພາບ: VOV) |
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ສົມທົບກັບບັນດາກະຊວງ, ຂະແໜງການຂອງສອງຝ່າຍຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ເພີ່ມທະວີການພົວພັນດ້ານການເມືອງໂດຍຜ່ານການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຮັກສາປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ; ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືດ້ານການສຶກສາບຳລຸງສ້າງ, ເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນບັນລຸໄດ້ວົງເງິນການຄ້າສອງສົ້ນແມ່ນ 20 ຕື້ USD.
ສ່ວນ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຕີລາຄາສູງຄວາມຕັດສິນໃຈຂອງລັດຖະບານ ຫວຽດນາມ ໃນການປະຕິບັດບັນດາບຸກທະລຸກ່ຽວກັບລະບອບລະບຽບການ, ກົດໝາຍ; ພ້ອມທັງຢັ້ງຢືນວ່າ ອົດສະຕາລີ ເວົ້າລວມ ແລະ ໃນນາມສ່ວນຕົວເວົ້າສະເພາະ ຍາມໃດກໍສະໜັບສະໜູນຢ່າງແຮງ ກໍຄືມີຄວາມປາດຖະໜາຢາກຮ່ວມເດີນທາງພ້ອມກັບຂະບວນວິວັດປະຕິຮູບຂອງ ຫວຽດນາມ ໃນໄລຍະຈະມາເຖິງ.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ ແລະ ບັນດາການນຳກຸ່ມບໍລິສັດ Makara Capital Partners (ພາບ:VOV) |
ໃນຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ ແລະ ບັນດາການນຳກຸ່ມບໍລິສັດ Makara Capital Partners ຂອງ ສິງກະໂປ ເຊິ່ງພວມສຶກສາຊອກຮູ້ ເພື່ອດຳເນີນການສົ່ງເສີມການລົງທຶນຢູ່ ຫວຽດນາມ.
![]() | ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເລີ່ມຕົ້ນການໄປຢ້ຽມຢາມລາວ ຍສໝ - ຕອນເຊົ້າວັນທີ 9 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ອອກຈາກຮ່າໂນ້ຍ ແລະ ມາຮອດປະເທດລາວ. ນີ້ແມ່ນປະເທດທຳອິດທີ່ການນຳທີ່ສຳຄັນຂອງຫວຽດນາມ ຈະໄປຢ້ຽມຢາມໃນປີ 2025. |
![]() | ນາຍົກລັດຖະມົນຕີ ຟ້າມມິງຈິງ: ວຽກງານການທູດເສດຖະກິດ ນັບມື້ນັບແທດຈິງກວ່າ ແລະ ມີແບບມີແຜນກວ່າ ຍສໝ - ຕອນຄ່ຳວັນທີ 20 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມພົບປະລະຫວ່າງນາຍົກລັດຖະມົນຕີ ກັບເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ກ່ຽວກັບການສະຫຼຸບວຽກງານການທູດເສດຖະກິດປີ 2024 ແລະ ຈຸດສຸມຂອງປີ. |
ມີງດຶກ