ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

09:22 | 04/07/2025

ຍສໝ - ນັບ​ແຕ່​ວັນ​ທີ 1 ກໍລະກົດ ​ປີ 2025, ຫວຽດນາມ ​ຈະ​ດຳ​ເນີນ​ຮູບ​ແບບ​ລັດຖະບານ​ທ້ອງ​ຖິ່ນ 2 ຊັ້ນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ທາງ​ການ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນ​ຢູ່​ລາວ, ອິດສະຣາ​ແອນ, ອິນ​ໂດ​ເນ​ເຊຍ ​ສະ​ແດງ​ຄວາມ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່​ນະ​ໂຍບາຍ​ນີ້, ພ້ອມ​ກັນ​ນັ້ນ ​ກໍ​ຄາດ​ວ່າ​ຈະ​ມີ​ການ​ຫັນປ່ຽນ​ຢ່າງ​ໃຫຍ່​ຫຼວງ​ໃນກົງຈັກການ​ບໍລິຫານ - ມຸ່ງ​ໄປ​ເຖິງ​ຜົນສັກສິດ, ປະສິດທິ​ຜົນ, ​ຈະແຈ້ງ ​ແລະ​ ໃກ້ຊິດ​ກັບ​ປະຊາຊົນ.

5 ການເຄື່ອນໄຫວໃຫຍ່ເພື່ອເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນໃນເດືອນເມສາ
ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ

ແລກປ່ຽນ​ຕໍ່​ນັກ​ຂ່າວສານຫວຽດນາມ ປະຈຳ ​ລາວ, ທ່ານ​ນາງ ຫງວຽນ​ທິທູ​ຮວ່ຽນ ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ຍາມໃດກໍ່ຕິດຕາມບັນດາ​ນະ​ໂຍບາຍ​ປ່ຽນແປງໃໝ່​ຂອງ​ບ້ານ​ເກີດ​ເມືອງ​ນອນ​ຢ່າງ​ໃກ້ຊິດ. ຕາມ​ທ່ານ​ນາງ​ແລ້ວ, ຫວຽດນາມ ພວມ​ມີ​ການ​​ປ່ຽນແປງໃໝ່ຮອບດ້ານ​​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ແຕ່​ເສດຖະກິດ, ສັງຄົມ, ພື້ນຖານ​ໂຄງ​ລ່າງ ​ເຖິງ​ຊີວິດ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ.

ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

ທ່ານ​ນາງ ຫງວຽນ​ທິທູ​ຮັ່ງ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລາວ ​ເຊື່ອ​ໝັ້ນ​ເຂົ້າໃນຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ ​ໃນ​ການ​ປ່ຽນແປງໃໝ່. (ພາບ: ສຳນັກຂ່າວສານ ຫວຽດນາມ)

ການ​ເຊື່ອມ​ຈອດ​ເຂດ​ແດນ​ບໍລິຫານ ​ແລະ ກະທັດລັດກົງຈັກ​ຈາກ ​3 ລະດັບ ​ລົງເປັນ 2 ລະດັບ ​ແມ່ນ​ຖື​ວ່າ​ເປັນ​ບາດກ້າວ​ທີ່​ເໝາະ​ສົມ ​ແລະ ມີ​ຄວາມ​ຈຳ​ເປັນ​ໃນ​ໄລຍະ​ປະຈຸ​ບັນ. ແຜນນະໂຍບາຍ​ນີ້ບໍ່ພຽງແຕ່ປະກອບສ່ວນຫຼຸດຜ່ອນລະດັບປານກາງ ແລະ ປະຢັດງົບປະມານເທົ່ານັ້ນ ຫາກຍັງສ້າງເງື່ອນໄຂເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ. ນາງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແຂງ​ແຮງ​ຕໍ່​ເສັ້ນທາງ​ການ​ພັດທະນາ​ຂອງ​ປະ​ເທດ.

ກໍ່ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ ຫງວຽນ​ຊວນ​ຮ່າ, ຊາວ​ຫວຽດນາມ ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ລາວ ຕະຫຼອດ 33 ປີ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການຈັດ​ຕັ້ງ​ບັນດາຫົວໜ່ວຍ​ບໍລິຫານ​ງານ​​ຄືນ​ໃໝ່. ທ່ານ​ກ່າວ​ວ່າ, ນີ້​ແມ່ນ​ແຜນນະ​ໂຍບາຍ​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ອັນ​ຍາວ​ນານ​ຂອງ​ພັກ ​ແລະ ລັດ, ທັງຫຼຸດຜ່ອນ​ລະດັບ​ຕົວ​ກາງ, ປະຢັດ​ແຫຼ່ງກຳລັງ, ທັງຍົກ​ສູງ​ປະສິດທິ​ຜົນບໍລິຫານກົງຈັກ.

ທ່ານ ຮ່າ​ ຍັງ​ໄດ້​ແບ່ງປັນ​ຄວາມ​ພາກພູມ​ໃຈ​ເມື່ອປະເທດນັບມື້ນັບເຂັ້ມແຂງເຊື່ອມໂຍງກັບພາກພື້ນ ​ແລະ ໂລກ ຢ່າງເລິກກວ້າງ. ທ່ານ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຈິດ​ໃຈ​ສາມັກຄີ, ເຈດຈຳນົງ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ຕັດສິນ​ໃຈ​ປະດິດ​ສ້າງ, ຊາວ​ຫວຽດນາມ ຈະ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່ເຕັມໄປດ້ວຍຄວາມຫວັງ.

ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

ທ່ານນາງ ເຈືອງທິຮົ່ງ - ປະທານສະມາຄົມ ຫວຽດນາມ ປະຈຳ ອິດສະຣາແອນ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ຈາກ ອິດສະຣາແອນ, ທ່ານນາງ ເຈືອງທິຮົ່ງ, ປະທານສະມາຄົມ ຫວຽດນາມ ຢູ່ ອິດສະຣາແອນ ຕີລາຄາວ່າ: ການປະຕິບັດຕົວແບບລັດຖະບານ 2 ຊັ້ນ ແມ່ນການປະຕິຮູບດ້ານບໍລິຫານໃຫຍ່, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ ແລະ ລັດ ໃນການປ່ຽນແປງໃໝ່ກໍ່ສ້າງກົງຈັກກະທັດລັດ ແລະ ມີປະສິດທິຜົນ.

ຕາມ​ທ່ານ​ນາງ​ຮົ່ງ​ ແລ້ວ, ການ​ກະທັດລັດກົງຈັກ​ບໍລິຫານ​ຈະ​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ປະຊາຊົນ, ​ໃນ​ນັ້ນ ​ມີ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຜ່ານ​ການ​ບໍລິການ​ສາທາລະນະຢ່າງ​ໄວ, ​ເຂົ້າ​ເຖິງງ່າຍ ​ແລະ ​ໂປ່​ງ​ໃສກວ່າ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຈະ​ປັບປຸ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກຍູ້​ການ​ພົວພັນ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ.

ຈາກນະຄອນຫຼວງ ຈາກາຕາ (ອິນໂດເນເຊຍ), ທ່ານ​ນາງ ເຈີ່ນ​ລຽວ ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ການ​ປະຕິບັດ​ຮູບ​ແບບ​ລັດຖະບານ 2 ຊັ້ນ ​ແລະ ການ​ສົມທົບ​ກັນ​ຂອງ​ທ້ອງ​ຖິ່ນ. ນາງ​ກ່າວ​ວ່າ, ບ້ານ​ເກີດ​ຂອງ​ນາງ​ແມ່ນ​ເມືອງ ຫາຍເຢື່ອງ - ປະຈຸ​ບັນ​ໄດ້​ລວມ​ເຂົ້າ​ກັບ ຫາຍຟອງ - ດັ່ງ​ນັ້ນ​ໃນ​ຕອນ​ທຳ​ອິດ​ນາງ​ມີ​ຄວາມ​ລັງ​ເລ​ໃຈ. ແຕ່ວ່າ, ດ້ວຍ​ບັນດາການແນະນຳ​ສະ​ເພາະ​ຂອງ​ອຳນາດ​ການ​ປົກຄອງ, ນາງ​ເຊື່ອ​ໝັ້ນ​ຕໍ່​ແນວທາງ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ຂອງ​ພັກ ແລະ ລັດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

ທ່ານ ໄທ​ແທງ​ລອງ - ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ. (ຮູບ: VOV)

ທ່ານ ໄທ​ແທງ​ລອງ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ, ​ໃຫ້​ຄຳ​ເຫັນ​ວ່າ ການ​ປະຕິ​ຮູບ​ບັນດາ​ກົນ​ໄກ ​ແລະ ລະບຽບ​ການ​ບໍລິຫານ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ຫຼັກ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ສະດວກ​ກວ່າ, ພິ​ເສດ​ແມ່ນບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ.

“ສິ່ງກີດຂວາງໃຫຍ່ທີ່ສຸດຂອງວິສາຫະກິດຕ່າງປະເທດເມື່ອລົງທຶນເຂົ້າຫວຽດນາມ ແມ່ນລະບຽບການບໍລິຫານ, ກົດໝາຍ. ຖ້າບັນຫານີ້ໄດ້ຮັບການປັບປຸງດ້ວຍການຫຼຸດຜ່ອນຕົວກາງ, ບັນດາວິສາຫະກິດຈະເບິ່ງຫວຽດນາມ ດ້ວຍສາຍຕາທີ່ຕ່າງກັນ ແລະ ມີຄວາມຕັ້ງໃຈລົງທຶນຢ່າງເຂັມແຂງກວ່າ” ທ່ານ ລອງ ພິນິດໄສ.

ທ່ານກໍ່ໃຫ້ຮູ້ວ່າ, ສະມາຄົມຈະປັບປຸງສະພາບການ ແລະ ບັນດາການປ່ຽນແປງໃໝ່ຂອງຫວຽດນາມ ໃຫ້ປະຊາຄົມວິສາຫະກິດ ອິນໂດເນເຊຍ ດ້ວຍຄວາມຕ້ອງການລົງທຶນ, ພ້ອມກັນນັ້ນ ປາດຖະໜາວ່າ ລັດຈະມີບັນດານະໂຍບາຍໜູນຊ່ວຍທີ່ເໝາະສົມໃຫ້ແກ່ວິສາຫະກິດຫວຽດນາມ ຢູ່ຕ່າງປະເທດເມື່ອກັບຄືນເມືອປະເທດເພື່ອປະຕິບັດບັນດາຂັ້ນຕອນການປ່ຽນແປງທີ່ກ່ຽວຂ້ອງກົດໝາຍລົງທຶນ, ກໍ່ຄືໜູນຊ່ວຍວິສາຫະກິດ ອິນໂດເນເຊຍ ລົງທຶນຢູ່ ຫວຽດນາມ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025 ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025

ຍສໝ - ຕອນ​ບ່າຍ​ວັນ​ທີ 9 ມັງກອນ​, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຖະແຫຼງ​ຂ່າວ​ກ່ຽວ​ກັບລາຍການ “​ລະດູບານ​ໃໝ່​ບ້ານເກີດເມືອງນອນ” ປີ 2025.

ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ

ຍສໝ - ວັນ​ທີ 9 ພະຈິກ, ຄະນະ​ກຳມະການກ່ຽວກັບ​ຊາວ​ ຫວຽດນາມ ຢູ່​ຕ່າງປະ​ເທດ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ພິທີ​ຍ້ອງຍໍ​ບັນດາ​ນັກ​ຊ່ຽວຊານ​ປັນຍາ​ຊົນ ​ຫວຽດນາມ ທີ່ອາ​ໄສຢູ່​ຕ່າງປະ​ເທດ​ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່ສ້າງ, ພັດທະນາ​ນະຄອນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
ອ່ານຫຼາຍທີ່ສຸດ