ວິສາຫະກິດຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ ແຂວງຊຽງຂວາງ

12:40 | 16/07/2020

ຍສໝ - ໃນໄລຍະດຽວກັນ (2011-2020), ຍອດຈຳນວນເງິນຊ່ວຍເຫລືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ແຂວງຊຽງຂວາງບັນລຸ 258.72 ຕື້ກີບ, ໃນຈຳນວນທັງໝົດ 17 ໂຄງການ.    

ວ ສາຫະກ ດຫວຽດນາມ ລ ງທ ນຫ າຍກ ວາ 80 ລ ານໂດລາສະຫະລ ດ ຢ ແຂວງຊຽງຂວາງ ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ
ວ ສາຫະກ ດຫວຽດນາມ ລ ງທ ນຫ າຍກ ວາ 80 ລ ານໂດລາສະຫະລ ດ ຢ ແຂວງຊຽງຂວາງ ຫວຽດນາມ ໄດ້ອອກວີຊາແບບເອເລັກໂຕນິກ ໃຫ້ພົນລະເມືອງຂອງ 80 ປະເທດ
ວ ສາຫະກ ດຫວຽດນາມ ລ ງທ ນຫ າຍກ ວາ 80 ລ ານໂດລາສະຫະລ ດ ຢ ແຂວງຊຽງຂວາງ
ພາບປະກອບ

ໃນໄລຍະປີ 2011-2020, ມີວິສາຫະກິດຫວຽດນາມ 10 ແຫ່ງລົງທຶນ ສຳປະທານເພື່ອຈັດຕັ້ງປະຕິບັດບັນດາໂຄງການຕ່າງໆຢູ່ແຂວງຊຽງຂວາງດ້ວຍມູນຄ່າທັງໝົດ 83.534.109 ໂດລາສະຫະລັດ, ມີທຶນຈົດທະບຽນທັງໝົດ 26.486.205 ໂດລາສະຫະລັດ, ນອກຈາກນັ້ນແຂວງຊຽງຂວາງ ກໍ່ໄດ້ອອກໃບອະນຸຍາດດຳເນີນທຸລະກິດໃຫ້ແກ່ 17 ຫົວໜ່ວຍລົງທຶນຂອງຫວຽດນາມ, ດ້ວຍຈຳນວນທຶນຈົດທະບຽນທັງໝົດ 18.723.915 ໂດລາສະຫະລັດ.

ໃນໄລຍະດຽວກັນ (2011-2020), ຍອດຈຳນວນເງິນຊ່ວຍເຫລືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ແຂວງຊຽງຂວາງບັນລຸ 258.72 ຕື້ກີບ, ໃນຈຳ ນວນທັງໝົດ 17 ໂຄງການ.

ບາງໂຄງການຊ່ວຍເຫລືອທີ່ໜ້າສັງເກດຂອງລັດຖະບານຫວຽດນາມທີ່ແຂວງຊຽງຂວາງໃນຊຸມປີມໍ່ໆມານີ້ປະກອບມີໂຄງການໂຮງຮຽນພອນສະຫວັນແຂວງຊຽງຂວາງ ແລະ ໂຄງການໂຮງໝໍມິດຕະພາບຫວຽດນາມ - ລາວ, ເຊິ່ງແມ່ນ ແບບຢ່າງສຳ ລັບການຮ່ວມມືຫວຽດນາມ - ລາວ.

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາ ລາວ ຈັດຕັ້ງການໂອ້ລົມສົນທະນາກັບບັນດາວິສາຫະກິດຫວຽດນາມທີ່ກໍາລັງລົງທຶນ, ດໍາເນີນທຸລະກິດຢູ່ລາວ, ເພື່ອແນໃສ່ສະໜອງຂໍ້ມູນ, ປຶກສາຫາລືບາງມາດຕະການເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ສືບຕໍ່ດໍາເນີນທຸລະກິດຢູ່ລາວ ຢ່າງມີປະສິດທິຜົນໃນສະພາບພື້ນຖານເສດຖະກິດລາວກໍາລັງຖືກຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ-19.

ວ ສາຫະກ ດຫວຽດນາມ ລ ງທ ນຫ າຍກ ວາ 80 ລ ານໂດລາສະຫະລ ດ ຢ ແຂວງຊຽງຂວາງ
ບັນຍາກາດທີ່ການໂອ້ລົມສົນທະນາ.(ພາບ: nhandan.com.vn)

ທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໃຫ້ຂໍ້ສັງເກດວ່າ ຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຄືລະດັບເຕີບໂຕທີ່ຊັກຊ້າຂອງບັນດາປະເທດຄູ່ຮ່ວມມືເສດຖະກິດໃຫຍ່ຂອງລາວ, ພື້ນຖານເສດຖະກິດລາວກໍາລັງມີທ່າອ່ຽງເຕີບໂຕຢ່າງຊັກຊ້າ, ດ້ວຍລະດັບໄພເງິນເຟີ້ເພີ່ມຂຶ້ນ, ໜິ້ສາທາລະນະມີທ່າເພີ່ມຂຶ້ນ, ເງິນຕາຕ່າງປະເທດແຮໄວ້ໃນລະດັບຕໍ່າ. ພາຍຫຼັງສໍາເລັດການຄວບຄຸມພະຍາດໂຄວິດ-19 ໂດຍພື້ນຖານ, ລັດຖະບານລາວຈຶ່ງໄດ້ຜັນຂະຫຍາຍມາດຕະການຕ່າງໆເພື່ອຊຸກຍູ້ການລົງທຶນ, ດໍາເນີນທຸລະກິດ ແລະຜະລິດເພື່ອໜູນຊ່ວຍບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດຫວຽດນາມ ທີ່ກໍາລັງລົງທຶນດໍາເນີນທຸລະກິດຢູ່ລາວ.

ທ່ານ ຫງວຽນບ໊າຮຸ່ງ ສະເໜີບັນດາພາກສ່ວນທີ່ກ່ຽວຂ້ອງຂອງສະຖານທູດ ກໍ່ຄືບັນດາວິສາຫະກິດຫວຽດນາມ ເກັບກໍາຄໍາຄິດເຫັນສະເໜີເພື່ອກະກຽມໃຫ້ແກ່ການພົບປະລະຫວ່າງນາຍົກລັດຖະມົນຕີລາວ ກັບບັນດາວິສາຫະກິດຫວຽດນາມທີ່ລົງທຶນ ແລະດໍາເນີນທຸລະກິດຢູ່ລາວ, ຄາດຄະເນວ່າຈະຈັດຕັ້ງໃນໄລຍະຈະມາເຖິງ.

ວ ສາຫະກ ດຫວຽດນາມ ລ ງທ ນຫ າຍກ ວາ 80 ລ ານໂດລາສະຫະລ ດ ຢ ແຂວງຊຽງຂວາງ ຕ້ານ COVID-19, ສະຫະລັດອາເມລິກາໄດ້ເພີ່ມເງິນ 128 ລ້ານໂດລາສະຫະລັດ ສຳລັບການຊ່ວຍເຫຼືອດ້ານການແພດທົ່ວໂລກ

ຍສໝ - ອີງຕາມ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາ, ສະຫະລັດອາເມລິກາໄດ້ເພີ່ມເງິນຊ່ວຍເຫລືອມະນຸດສະທຳ ແລະ ການແພດທົ່ວໂລກ 128 ລ້ານໂດລາ ເພື່ອຕໍ່ສູ້ຕ້ານກັບ COVID-19.

ວ ສາຫະກ ດຫວຽດນາມ ລ ງທ ນຫ າຍກ ວາ 80 ລ ານໂດລາສະຫະລ ດ ຢ ແຂວງຊຽງຂວາງ ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້ານກັບ COVID-19

ຍສໝ - ໃນຕອນເຊົ້າຂອງວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້່ານກັບ COVID-19. ລວມຍອດມູນຄ່າຂອງຂວັນແມ່ນຂຶ້ນເຖິງ 1 ຕື້ 40 ລ້ານດົ່ງ.

ວ ສາຫະກ ດຫວຽດນາມ ລ ງທ ນຫ າຍກ ວາ 80 ລ ານໂດລາສະຫະລ ດ ຢ ແຂວງຊຽງຂວາງ ວິສາຫະກິດຫວຽດນາມ ໄດ້ສະໜັບສະໜູນ ສປປ.ລາວ ໃນການປ້ອງກັນພະຍາດ Covid-19

ຍສໝ - ໃນວັນທີ 20 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຮວ່າງແອງຢາລາຍ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດ ລວມມີມູນຄ່າ 100,000 ໂດລາ ເພື່ອສະໜັບສະໜູນລັດຖະບານ ສປປ.ລາວ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ Covid-19.

ໄຊພອນ

ເຫດການ
302 Found

Found

The document has moved here.