ລາວ: ໃນປີ 2030 ປະຊາກອນ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ

06:30 | 11/07/2020

ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.

ລາວ ໃນປ 2030 ປະຊາກອນ ຈະເພ ມຂ ນເຖ ງ 8 1 ລ ານຄ ນ ຫວຽດນາມ: ແຮງງານ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ-19
ລາວ ໃນປ 2030 ປະຊາກອນ ຈະເພ ມຂ ນເຖ ງ 8 1 ລ ານຄ ນ ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 11,7 ລ້ານຄົນ, ໃນນັ້ນມີ 540.000 ຄົນເສຍຊີວິດ
ລາວ ໃນປ 2030 ປະຊາກອນ ຈະເພ ມຂ ນເຖ ງ 8 1 ລ ານຄ ນ

ພາບປະກອບ

ສະນັ້ນ, ຈິ່ງຈຳເປັນຈະຕ້ອງໄດ້ເພີ່ມທະວີການລົງທຶນໃສ່ການປັບປຸງການສຶກສາລະດັບມັດທະຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນເຖິງ 1 ລ້ານ​ກວ່າ​ຄົນທີ່ຈະບັນຈຸເຂົ້າ ໃນການສຶກສາລະດັບມັດທະຍົມໃນຕໍ່ໜ້າ; ພາຍໃນປີ 2030 ຕ້ອງມີວຽກຮອງຮັບຊາວໜຸ່ມ 87.000 ຄົນ ທີ່ຈະເພີ່ມຂຶ້ນໃນແຕ່ລະປີ ແລະ ຈະຕ້ອງມີນະໂຍບາຍ ເພື່ອຮັບປະກັນດ້ານສຸຂະພາບ, ເພີ່ມບຸກຄະລາກອນດ້ານສາທາລະນະສຸກ ໂດຍສະເພາະແພດພະດຸງຄັນຂຶ້ນອີກ 50% ຂອງຈໍານວນແພດພະດຸງຄັນ ໃນທົ່ວປະເທດ.

ເພື່ອໃຫ້ບັນລຸຄໍາໝາຍໝັ້ນ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ແລະ ວາລະການພັດທະນາ ແບບຍືນຍົງປີ 2030 ໂດຍສະເພາະ 3 ເປົ້າໝາຍຂອງການ ປ່ຽນແປງທີ່ສຳຄັນຄື: ຫລຸດອັດຕາການຕາຍຂອງແມ່ ໃຫ້ກາຍເປັນສູນ, ຫລຸດຄວາມຕ້ອງການ ການວາງແຜນຄອບຄົວແບບທັນສະໄໝ ແຕ່ບໍ່ໄດ້ຮັບການສະໜອງ ກາຍເປັນສູນ ແລະ ຫລຸດຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ ເປັນອັນຕະລາຍຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ກາຍເປັນສູນ, ເຊິ່ງລັດຖະບານ ສປປ ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ບັນດາອົງການຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາຕ່າງໆ ໄດ້ສຸມໃສ່ວຽກງານ ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ເພື່ອແກ້ໄຂການຖືພາ ແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່ໃນ ສປປ ລາວ ໃຫ້ຫລຸດລົງ ຢ່າງກ້າວກະໂດດ, ເຊິ່ງມັນໄດ້ສົ່ງຜົນໃຫ້ແມ່ຍິງ ແລະ ເດັກຍິງ ຫລາຍລ້ານຄົນມີ ສຸຂະພາບແຂງແຮງ, ມີການດໍາລົງຊີວິດທີ່ດີຂຶ້ນເປັນກ້າວໆ.

ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ອີງຕາມບົດຄົ້ນຄວ້າຂອງ UNFPA ໄດ້ສະແດງໃຫ້ເຫັນວ່າ ຜົນກະທົບຈາກການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ອາດຈະສົ່ງຜົນເຮັດໃຫ້ເກີດ ມີການຖືພາໂດຍບໍ່ໄດ້ຕັ້ງໃຈຫລາຍຂຶ້ນ, ເຊິ່ງຄາດວ່າຈະສົ່ງຜົນ ໃຫ້ອັດຕາການຕາຍ ຂອງແມ່ເພີ່ມສູງຂຶ້ນຫລາຍເຖິງ 684 ກໍລະນີ ພາຍໃນປີ 2020, ຖ້າທຽບໃສ່ຊຸມປີ ຜ່ານມາເຫັນວ່າ ເປັນຕົວເລກທີ່ສູງກວ່າ ອັດຕາສະເລ່ຍຕໍ່ປີເຖິງ 284 ກໍລະນີ.

ການແຕ່ງງານ ແລະ ຖືພາກ່ອນໄວອັນຄວນ ຢູ່ສປປ ລາວ ກວມ 42% ຂອງໄວໜຸ່ມຍິງ. ອີງຕາມການສຳຫລວດປະຊາກອນ ປີ 2015 ສປປ ລາວ ມີປະຊາກອນຫລາຍກວ່າເຄິ່ງໜຶ່ງ ແມ່ນມີອາຍຸຕ່ຳກວ່າ 25 ປີ ກວມ 53%, ເຊິ່ງ 1 ໃນ 4 ຂອງໄວໜຸ່ມຍິງອາຍຸ 15-19 ປີ ແມ່ນແຕ່ງງານໂດຍສ່ວນຫລາຍ ແລ້ວແຕ່ງງານກ່ອນອາຍຸ 18 ປີ. ອັດຕາໄວໜຸ່ມຖືພາເກີດລູກ ແມ່ນສູງທີ່ສຸດໃນຂົງເຂດ 83/1.000 ຕໍ່ໄວໜຸ່ມອາຍຸ 15-19 ປີ ຕາມການສໍາຫລວດ LSIS 2017 ແລະ ອັດຕາໄວໜຸ່ມອອກໂຮງຮຽນໃນໄວໜຸ່ມຍິງອາຍຸ 15-17 ປີ ສູງເຖິງ 41.8%.

ໃນສະຖານທີ່ໂຮງງານ ແມ່ນມີທ່າອ່ຽງທີ່ມີແຮງງານເຄື່ອນທີ່ ທີ່ເປັນໄວໜຸ່ມກວມອັດຕາມ ສ່ວນຫລາຍ ແລະ ມີລະດັບການສຶກສາຕ່ຳ, ມີທັກສະຊີວິດທີ່ຈຳກັດ ໃນການເຈລະຈາຕໍ່ລອງ ເພື່ອຮັກສາສຸຂະພາບທາງເພດ ແລະ ສຸຂະພາບ ຈະເລີນພັນທີ່ປອດໄພ ລວມທັງທາງເລືອກຂອງການຄຸມກຳເນີດ. ການບໍລິການສຸຂະພາບເຄື່ອນທີ່ ເພື່ອໃຫ້ການບໍລິການ ທີ່ເປັນມິດແກ່ເຍົາວະຊົນ ເພື່ອສົ່ງເສີມການເຂົ້າເຖິງ ການບໍລິການສຸຂະພາບທີ່ເປັນມິດແກ່ໄວໜຸ່ມ ແມ່ນແບບຢ່າງນະວັດຕະກຳໃໝ່ ຂອງການບໍລິການສຸຂະພາບ, ເຊິ່ງຈະສາມາດຊ່ວຍຫລຸດຜ່ອນ ຄວາມແຕກຕ່າງດ້ານສຸຂະພາບ ໃນໄວໜຸ່ມ ທີ່ມີຄວາມສ່ຽງ ພ້ອມທັງເປັນການ ເປີດປະຕູສູ່ຊຸມຊົນໂດຍກົງ ແລະ ນຳໃຊ້ສິ່ງທີ່ຊຸມຊົນມີຢູ່ແລ້ວ.

ລາວ ໃນປ 2030 ປະຊາກອນ ຈະເພ ມຂ ນເຖ ງ 8 1 ລ ານຄ ນ ປະເທດລາວ ໄດ້ສົ່ງເສີມການສົ່ງອອກຜະລິດຕະພັນກະເສດ13 ປະເພດໄປມາຫວຽດນາມ

ຍສໝ - ລາວ ຈະສືບຕໍ່ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດເມື່ອບັນລຸໄດ້ຂໍ້ຕົກລົງສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດສາກົນລວມມີ ຈີນ, ຫວຽດນາມ, ໄທ...

ລາວ ໃນປ 2030 ປະຊາກອນ ຈະເພ ມຂ ນເຖ ງ 8 1 ລ ານຄ ນ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 12.155.454 ຄົນ

ຍສໝ - ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 12.155.454 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 551.187 ຄົນ.

ລາວ ໃນປ 2030 ປະຊາກອນ ຈະເພ ມຂ ນເຖ ງ 8 1 ລ ານຄ ນ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ

ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ຄະນະຜູ້ແທນລັດຖະບານລາວ ໄດ້ໄປຢ້ຽມຊົມບັບດາຮູບແບບດຶງດູດການລົງທຶນ, ກໍ່ສ້າງເຂດອຸດສາຫະກຳຂອງຫວຽດນາມ; ທາບທາມບົດຮຽນຂອງຫວຽດນາມ ໃນການຟື້ນຟູການຜະລິດ-ດຳເນີນທຸລະກິດ, ການທ່ອງທ່ຽວ...

ໄຊພອນ

ເຫດການ
302 Found

Found

The document has moved here.