ເພີ່ມທະວີການຮ່ວມມື ແລະ ການປົກປ້ອງເດັກ ລະຫວ່າງ ສປປ.ລາວ ແລະ ອົງການ ຢູນິເຊັບ

11:30 | 23/08/2020

ໃນວັນທີ 20 ສິງຫາ 2020 ທີ່ສຳນັກງານສູນກາງແນວລາວສ້າງຊາດ, ທ່ານປອ ໄຊສົມພອນ ພົມວິຫານ - ກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງດຣ ເພຍຣີແບນ ໂລບຣິດໂຕ - ຜູ້ຕາງໜ້າຂອງອົງ ການອຸຍນີເຊັບຄົນໃໝ່ ປະຈຳ ສປປ ລາວ.

ເພ ມທະວ ການຮ ວມມ ແລະ ການປ ກປ ອງເດ ກ ລະຫວ າງ ສປປ ລາວ ແລະ ອ ງການ ຢ ນ ເຊ ບ ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື
ເພ ມທະວ ການຮ ວມມ ແລະ ການປ ກປ ອງເດ ກ ລະຫວ າງ ສປປ ລາວ ແລະ ອ ງການ ຢ ນ ເຊ ບ ອົງການ ChildFund ຫວຽດນາມໄດ້ມອບອຸປະກອນການສຶກສາ ແລະ ອຸປະກອນການແພດ ໃຫ້ແກ່ ແຂວງກາວບັ່ງ, ບັກກ້ານ ແລະ ຮວ້າບີ່ງ ເພື່ອປ້ອງກັນ ແລະ ຕໍ່ສູ້ຕ້ານກັບ COVID-19.

ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນ ດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານ ຜູ້ຕາງໜ້າຂອງອົງການອຸຍນິເຊັບຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງອົງການອຸຍນີເຊັບ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງ ປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆພາຍໃຕ້ແຜນງາ ຂອງອົງການອຸຍນີເຊັບທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ.

ເພ ມທະວ ການຮ ວມມ ແລະ ການປ ກປ ອງເດ ກ ລະຫວ າງ ສປປ ລາວ ແລະ ອ ງການ ຢ ນ ເຊ ບ
ເພີ່ມທະວີການຮ່ວມມື ແລະ ການປົກປ້ອງເດັກ ລະຫວ່າງສປປ.ລາວ ແລະ ອົງການ ຢູນິເຊັບ. (ພາບ: KPL)

ນອກນັ້ນ, ການຕິດພັນກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະ ວັດ ເພື່ອການພັດທະນາຂອງ ອົງການ ສປຊ (2000-2015), ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼຶ ປພຍ (2015 -2030), ບັນດາ ໜ້າວຽກບູລິມະສິດຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄື ການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ, ໂດຍສະເພາະ ຂໍ້ລິເລີ່ມ ຄົນລາວ ລຸ້ນ ປີ 2030.

ສຳລັບທິດທາງການຮ່ວມ ມືໃນຕໍ່ໜ້າ, ທັງສອງຝ່າຍຈະໄດ້ ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ ແຜນການຮ່ວມມືລະຫວ່າງອົງ ການອຸຍນີເຊັບ ແລະ ລັດຖະ ບານ ສປປ ລາວ ສົກ 2017 -2021 ເຊິ່ງກວມເອົາ 5 ຂົງເຂດເປົ້າ ໝາຍຄື: ວຽກງານສາທາລະນະສຸກ ແລະ ໂພຊະນາການ; ນ້ຳສະ ອາດ ແລະ ວຽກງານສຸຂະອະນາ ໄມ ແລະ ການປ່ຽນແປງຂອງ ດິນຟ້າອາກາດ; ການສຶກສາ; ການປົກປ້ອງເດັກ ແລະ ວຽກ ງານອື່ນໆທີ່ປິ່ນອ້ອມ, ໂດຍຖືສຳ ຄັນການມີສ່ວນຮ່ວມຂອງທຸກ ພາກສ່ວນໃນສັງຄົມ. ແຜນການ ຮ່ວມມືດັ່ງກ່າວແມ່ນມີຄວາມສຳ ຄັນໃນການປະກອບສ່ວນໃນການ ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຈະມີການສືບຕໍ່ໃຫ້ການຮ່ວມ ມືຊ່ວຍເຫຼືອ ສປປ ລາວ ໃນແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນອະນາຄົດ, ເວົ້າລວມ ກໍແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDGs) ແຕ່ນີ້ຮອດປີ 2030.

ທ່ານ ປອ ໄຊສົມພອນ ພົມວິຫານ ຍັງໄດ້ກ່າວອວຍພອນໃຫ້ທ່ານ ຜູ້ຕາງໜ້າອົງການອຸຍນີເຊັບ ຄົນໃໝ່ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ. ທ່ານ ດຣ ນາງ ເພຍ ຣີແບນໂລ ບຣິດ ໂຕ ກໍໄດ້ສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບອັນອົບ ອຸ່ນຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ແລະ ທ່ານຢືນຢັນວ່າ: ອົງການອຸຍນີເຊັບ ຈະສືບຕໍ່ໃຫ້ ການຮ່ວມມືຢ່າງເຕັມສ່ວນກັບ ລັດຖະບານ ສປປ ລາວ ໃນການ ຈັດຕັ້ງປະຕິບັດແຜນການຮ່ວມ ມືລະຫວ່າງອົງການ ແລະ ລັດ ຖະບານລາວ ໃຫ້ໄດ້ຮັບໝາກຜົນ ສູງສຸດ.

ເພ ມທະວ ການຮ ວມມ ແລະ ການປ ກປ ອງເດ ກ ລະຫວ າງ ສປປ ລາວ ແລະ ອ ງການ ຢ ນ ເຊ ບ ອົງການ ChildFund ແລະ ບັນດາຄູ່ຮ່ວມງານໄດ້ມອບຂອງຂວັນ ຈຳນວນ 1.000 ພຸດ ໃຫ້ແກ່ເດັກນ້ອຍໃນ 4 ແຂວງຂອງຫວຽດນາມ

ຍສໝ - ໂຄງການ “ປອດໄພສຳລັບເດັກນ້ອຍ” ແມ່ນໜຶ່ງໃນບັນດາກິດຈະກຳເພື່ອຊຸມຊົນ ໂດຍ Hanwha Life Vietnam ຮ່ວມກັບລັດຖະບານ ແລະ ປະຊາຊົນ ໃນການປ້ອງກັນ COVID-19.

ເພ ມທະວ ການຮ ວມມ ແລະ ການປ ກປ ອງເດ ກ ລະຫວ າງ ສປປ ລາວ ແລະ ອ ງການ ຢ ນ ເຊ ບ ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະລະ ຢູ່ ລາວ

ຍສໝ - ຕອນບ່າຍວັນທີ 6 ພຶດສະພາ, ທີ່ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ບາໂຍກ, ແຂວງກວາງບິ່ງ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະລະ ຢູ່ ລາວ ຈຳນວນ 26 ຊຸດ.

ເພ ມທະວ ການຮ ວມມ ແລະ ການປ ກປ ອງເດ ກ ລະຫວ າງ ສປປ ລາວ ແລະ ອ ງການ ຢ ນ ເຊ ບ ເພີ່ມທະວີການຮ່ວມມື ລະຫວ່າງ ອົງ​ການ WHO ແລະ ທະ​ນາ​ຄານ​ລົງ​ທຶນ ເອີ​ຣົບ ເພື່ອສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19

ຍສໝ - ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບ ທະນາຄານ EIB ເຊິ່ງມີສຳນັກງານຕັ້ງຢູ່ ລຸກຊຳບວກ (Luxembourg), ເພື່ອເພີ່ມທະວີການຮ່ວມມື ແນໃສ່ໜູນຊ່ວຍບັນດາປະເທດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19.

KPL

ເຫດການ
302 Found

Found

The document has moved here.