ຍອດວົງເງິນສົ່ງອອກ-ນຳເຂົ້າລະຫວ່າງຫວຽດນາມ ແລະລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸ 491,7 ລ້ານໂດລາສະຫະລັດ

11:30 | 01/08/2020

ຍສໝ - ວົງເງິນການຄ້າລະຫວ່າງຫວຽດນາມ ແລະລາວ ໃນໄລຍະນີ້ຫຼຸດຜ່ອນຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19.

ຍອດວ ງເງ ນສ ງອອກ ນຳເຂ າລະຫວ າງຫວຽດນາມ ແລະລາວ ໃນ 6 ເດ ອນຕ ນປ 2020 ບ ນລ 491 7 ລ ານໂດລາສະຫະລ ດ ໃນ 7 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 22 ຕື້ USD
ຍອດວ ງເງ ນສ ງອອກ ນຳເຂ າລະຫວ າງຫວຽດນາມ ແລະລາວ ໃນ 6 ເດ ອນຕ ນປ 2020 ບ ນລ 491 7 ລ ານໂດລາສະຫະລ ດ

HAUFO ກຳນົດ 8 ເປົ້າໝາຍຫຼັກໃນ 6 ເດືອນທ້າຍປີ 2020

ຍອດວ ງເງ ນສ ງອອກ ນຳເຂ າລະຫວ າງຫວຽດນາມ ແລະລາວ ໃນ 6 ເດ ອນຕ ນປ 2020 ບ ນລ 491 7 ລ ານໂດລາສະຫະລ ດ

ພາບປະກອບ

ທ່ານນາງ ເລທິເຟືອງຮວາ ທູດການຄ້າສະຖານທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ ແມ່ນເຫຼັກ ແລະເຫຼັກກ້າປະເພດຕ່າງໆ ບັນລຸ 39,7 ລ້ານໂດລາສະຫະລັດ; ບັນດາຜະລິດຕະພັນຈາກເຫຼັກ ແລະເຫຼັກກ້າ ບັນລຸ 21,2 ລ້ານໂດລາສະຫະລັດ; ຜັກ ແລະໝາກໄມ້ ບັນລຸ 23,6 ລ້ານໂດລາສະຫະລັດ; ນ້ຳມັນເຊື້ອໄຟ ບັນລຸ 13,65 ລ້ານໂດລາສະຫະລັດ.

ບັນດາປະເພດສິນຄ້ານຳເຂົ້າຕົ້ນຕໍຈາກລາວ, ລວມມີ: ຢາງພາລາ ບັນລຸ 35,18 ລ້ານໂດລາສະຫະລັດ; ໄມ້ ແລະບັນດາຜະລິດຕະພັນໄມ້ ບັນລຸ 25 ລ້ານໂດລາສະຫະລັດ; ຝຸ່ນປະເພດຕ່າງໆບັນລຸ 24 ລ້ານໂດລາສະຫະລັດ; ແຮ່ທາດ ບັນລຸ 11 ລ້ານໂດລາສະຫະລັດ.

ຍອດວົງເງິນສົ່ງອອກ-ນຳເຂົ້າລະຫວ່າງຫວຽດນາມ ແລະລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸ 491,7 ລ້ານໂດລາສະຫະລັດ, ຫຼຸດລົງ 14,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ເມື່ອບໍ່ດົນມານີ້, ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ນຳພາຄະນະ ລົງຢ້ຽມຢາມ ແລະ ເຮັດວຽກ ເພື່ອກວດກາຕິດຕາມ ການຈັດຕັ້ງປະຕິບັດ ບັນດາກິດຈະການ, ໂຄງການນໍາໃຊ້ທຶນຊ່ວຍເຫລືອລ້າ ແລະ ໂຄງການລົງທຶນ ຈໍານວນໜຶ່ງຢູ່ ແຂວງຊຽງຂວາງ ແລະ ແຂວງຫົວພັນ.

ໂອກາດນີ້, ຄະນະດັ່ງກ່າວ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະເຮັດວຽກກັບ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ເຊິ່ງການນໍາຂອງສອງແຂວງ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການພັດທະນາ ເສດຖະກິດ-ສັງຄົມ ແລະ ການພົວພັນຮ່ວມມືກັບຫວຽດນາມ ໂດຍສະເພາະແມ່ນ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງບັນດາແຂວງແຮກສ່ຽວ ກໍຄືບັນດາແຂວງ ທີ່ມີຊາຍແດນຕິດຈອດ ກັບສອງແຂວງດັ່ງກ່າວ.

ເນື່ອງຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາເຮັດໃຫ້ ການຈັດຕັ້ງປະຕິບັດບັນດາກິດຈະການ ແລະ ໂຄງການທີ່ນໍາໃຊ້ທຶນຊ່ວຍເຫລືອລ້າ ເຊັ່ນ: ໂຄງການກໍ່ສ້າງໂຮງໝໍມິດຕະພາບ ແຂວງຊຽງຂວາງ ແລະ ຫົວພັນ ລວມທັງໂຄງການລົງທຶນກໍ່ສ້າງ ສະໜາມບິນໜອງຄ້າງ ຢູ່ແຂວງຫົວພັນ ບໍ່ສາມາດສໍາເລັດຕາມ ແຜນການທີ່ກຳນົດໄວ້. ເຖິງຢ່າງໃດກໍດີ, ການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ແຂວງຊຽງຂວາງ ບັນລຸ 83 ລ້ານໂດລາສະຫະລັດ ນັບແຕ່ 2011 ຮອດປັດຈຸບັນ ແລະ ຢູ່ແຂວງຫົວພັນ ບັນລຸ 64 ລ້ານໂດລາສະຫະລັດ ນັບແຕ່ 2006 ຮອດປັດຈຸບັນ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງສອງແຂວງຢ່າງຕໍ່ເນື່ອງ.

ຍອດວ ງເງ ນສ ງອອກ ນຳເຂ າລະຫວ າງຫວຽດນາມ ແລະລາວ ໃນ 6 ເດ ອນຕ ນປ 2020 ບ ນລ 491 7 ລ ານໂດລາສະຫະລ ດ ການ​ສົ່ງ​ອອກ​ເກີນ​ດຸນ​ໃນ 6 ເດືອ​ນ​ຕົ້ນ​ປີ ສູງ​ກ່​ວາຫຼາຍ​ເມື່​ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ

ຍ​ສ​ໝ - ສິນ​ຄ້າ​ປະ​ເພດ​ທີ່​ມີ​ມູນ​ຄ່າ​ສົ່ງ​ອອກ​ໃຫຍ່​ທີ​່​ສຸດ​ຂອງ​ຫວຽດ​ນາມ​ລວມ​ມີ: ກອມ​ພູ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ ແລະ ເຄື່ອງ​ອາ​ໄຫຼ່, ໂທ​ລະ​ສັບ​ຊະ​ນິດ​ຕ່າງໆ ແລະ ເຄື່ອງ​ອາ​ໄຫຼ່, ສິນ​ຄ້າ​ຕ່ຳ​ແຜ່​ນ​ຕັດ​ຫ​ຍິບ ແລະ ເກີບ​.

ຍອດວ ງເງ ນສ ງອອກ ນຳເຂ າລະຫວ າງຫວຽດນາມ ແລະລາວ ໃນ 6 ເດ ອນຕ ນປ 2020 ບ ນລ 491 7 ລ ານໂດລາສະຫະລ ດ ສະມາຄົມມິດຕະພາບຫວຽດນາມ - ກູບາ: ສຸມໃສ່ 9 ກິດຈະກຳໃຫຍ່ໃນ 6 ເດືອນ ທ້າຍປີ 2020

ຍສໝ - ໃນອະນາຄົດອັນໃກ້ນີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ຈະຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ແລະ ມີປະສິດທິຜົນຫຼາຍຢ່າງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ.

ຍອດວ ງເງ ນສ ງອອກ ນຳເຂ າລະຫວ າງຫວຽດນາມ ແລະລາວ ໃນ 6 ເດ ອນຕ ນປ 2020 ບ ນລ 491 7 ລ ານໂດລາສະຫະລ ດ ການສົ່ງ​ອອກ​ເຂົ້າ​ສານ​ໃນ 6 ​ເດືອນ​ຕົ​້ນ​ປີ ເພີ​່ມ​ຂ​ຶ​້ນ ເກືອບ 18%

ຍ​ສ​ໝ - ຕາມ​ກົມ​ປຸງ​ແຕ່ງ ແລະ ພັດ​ທະ​ນາ​ຕະຫຼາດ​ຜ​ະ​ລິດ​ຕະ​ພັນ​ການ​ກະ​ເສດ, ແງ່​ຫວັງ​ສົ່ງ​ອອກ​ເຂົ້າ​ສານ​ພວ​ມ​ເປີດກວ້າງ​ເມື່ອ ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU (EVFTA) ໄດ້​ຮັບ​ຮອງ​ເອົາ​ຈາກ ສະ​ພາ​ແຫ່ງ​ຊາດ, ຕາມ​ນັ້ນ​ແລ້ວ, EU ຈະ​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ໂຄ​ຕາ​ນຳ​ເຂົ້າ​ເຂົ້າ​ສານ 80.000ໂຕນ/ປີ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.