ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ

06:30 | 05/09/2020

ຍສໝ - ພະນັກງານຫຼາຍຄົນຂອງສະຖານທູດ, ບັນດາອົງການໃກ້ຄຽງ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມມິດຕິງສະເຫຼີມສະຫຼອງວັນຊາດທີ 2 ກັນຍາ.

ສະຖານທ ດຫວຽດນາມ ປະຈຳຣ ດເຊຍ ໄດ ຈ ດພ ທ ສະເຫ ມສະຫ ອງວ ນຊາດທ 2 ກ ນຍາ ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ
ສະຖານທ ດຫວຽດນາມ ປະຈຳຣ ດເຊຍ ໄດ ຈ ດພ ທ ສະເຫ ມສະຫ ອງວ ນຊາດທ 2 ກ ນຍາ ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ມອບຜ້າບັງປາກ ໃຫ້ແກ່ລັດ Maryland ເພື່ອປ້ອງກັນການລະບາດຂອງ COVID-19

ຕອນຄ່ຳວັນທີ 2 ກັນຍາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດພິທີມິດຕິງຢ່າງສົມກຽດ ເພື່ອສະເຫຼີມສະຫຼອງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 75 ປີ (2 ກັນຍາ 1945 - 2 ກັນຍາ 2020), ດ້ວຍການເຂົ້າຮ່ວມຂອງພະນັກງານສະຖານທູດຫຼາຍຄົນ, ບັນດາອົງການໃກ້ຄຽງ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ເປັນຈຳນວນຫລວງຫລາຍ.

ສະຖານທ ດຫວຽດນາມ ປະຈຳຣ ດເຊຍ ໄດ ຈ ດພ ທ ສະເຫ ມສະຫ ອງວ ນຊາດທ 2 ກ ນຍາ
ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ. (ພາບ: vietnamplus)

ຕາມສຳນັກຂ່າວສານຫວຽດນາມ ອາໄສຢູ່ນະຄອນຫຼວງ Moskva, ພາຍຫຼັງພິທີວາງທູບທຽນຢູ່ແທ່ນບູຊາປະທານ ໂຮ່ຈີມິນໃນສະຖານທູດ ແລະ ພິທີເຄົາລົບທຸງຊາດ, ທ່ານ ໂງດຶກແມັງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ແລະ ທົບທວນຄືນບັນດາຂີດໝາຍສຳຄັນໃນປະຫວັດສາດວິລະຊົນຂອງປະເທດຊາດ.

ທ່ານເອກອັກຄະລັດຖະທູດ ໂງດຶກແມັງ ໄດ້ເນັ້ນໜັກວ່າ ຕະຫຼອດ 75 ປີທີ່ຜ່ານມາ ປະຊາຊົນຫວຽດນາມຍາດໄດ້ບັນລຸບັນດາສຳເລັດຜົນຢ່າງໃຫຍ່ຫຼວງ ໃນການປ້ອງກັນຊາດ ແລະ ການພັດທະນາຂອງປະເທດ, ຊ່ວຍຮັບປະກັນສະຖຽນລະພາບດ້ານການເມືອງ ແລະ ເອົາໃຫ້ຫວຽດນາມຈາກກຸ່ມປະເທດພັດທະນາອ່ອນ ທີ່ໄດ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ. ເຖິງແມ່ນວ່າໃນສະພາບການຂອງການລະບາດພະຍາດ COVID-19 ທີ່ຂະຫຍາຍໃນລະດັບທົ່ວໂລກ, ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງບັນລຸລະດັບເຕີບໂຕໃນທາງບວກ ແລະ ຢູ່ໃນກຸ່ມບັນດາປະເທດເຕີບໂຕສູງໃນໂລກ.

ກ່ຽວກັບການພົວພັນສອງຝ່າຍ, ທ່ານເອກອັກຄະລັດຖະທູດ ໂງດຶກແມັງ ໄດ້ເນັ້ນໜັກວ່າການພົວພັນລະຫວ່າງຫວຽດນາມ ແລະ ສະຫະພາບໂຊວຽດເມື່ອກ່ອນ ແລະ ກໍ່ຄືສະຫະພັນລັດເຊຍປະຈຸບັນນີ້ ຍາມໃດກໍ່ມີຄວາມອົບອຸ່ນ, ເຊື່ອຖື, ມີການພັດທະນາຢ່າງບໍ່ຢຸດຢັ້ງ. ການພົວພັນດ້ານການເມືອງລະຫວ່າງສອງປະເທດ ແມ່ນມີຄວາມໜ້າເຊື່ອຖືສູງ, ແມ່ນເງື່ອນໄຂເບື້ອງຕົ້ນສຳລັບການເພີ່ມທະວີ ແລະ ປັບປຸງການຮ່ວມມືສອງຝ່າຍໃນຫຼາຍຮູບແບບ ແລະ ໃນທຸກຂົງເຂດ.

ສະຖານທ ດຫວຽດນາມ ປະຈຳຣ ດເຊຍ ໄດ ຈ ດພ ທ ສະເຫ ມສະຫ ອງວ ນຊາດທ 2 ກ ນຍາ
ທ່ານເອກອັກຄະລັດຖະທູດ ແລະ ຜູ້ແທນໄດ້ຖ່າຍຮູບທີ່ລະລຶກ.
(ພາບ: vietnamplus)

ກໍ່ໃນພິທີສະເຫຼີມສະຫຼອງ, ມີຜູ້ແທນຫຼາຍທ່ານທີ່ຕາງໜ້າໃຫ້ຄະນະພັກຫວຽດນາມ ປະຈຳ ລັດເຊຍ, ສະມາຄົມຊາວຫວຽດນາມ, ຜູ້ຕາງໜ້າລຸ້ນໜຸ່ມ… ໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບປະຫວັດສາດວິລະຊົນຂອງຊາດ ໃນການໄຊຊະນະຕໍ່ການຮຸກຮານຈາກພາຍນອກ, ສະແດງຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍທີ່ຖືກຕ້ອງຂອງພັກ ແລະ ລັດຖະບານຫວຽດນາມ.

ໂດຍສະເພາະ, ບັນດາຜູ້ແທນໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງຫວຽດນາມບັນລຸໄດ້ໃນໄລຍະຜ່ານມາ, ຈາກຂົງເຂດເສດຖະກິດ, ການເມືອງ, ການທະຫານ ຈົນເຖິງການທູດ…ເຊັ່ນ: ຫວຽດນາມ ໄດ້ຈັດຢູ່ໃນກຸ່ມ 20 ປະເທດອັນດັບແຖວໜ້າຂອງໂລກ ກ່ຽວກັບທ່າແຮງດ້ານການທະຫານ, ປະຊາກອນ ແລະ ຜູ້ໃຊ້ອິນເຕີເນັດ; ຫວຽດນາມ ມີການພົວພັນທາງການຄ້າກັບຕ່າງປະເທດຫລາຍກວ່າ 220 ປະເທດ; ຫວຽດນາມເປັນປະເທດສົ່ງອອກເຂົ້າສານແຖວໜ້າຂອງໂລກ, ຈັດຢູ່ໃນບັນດາ 25 ປະເທດນຳເຂົ້າສົ່ງອອກທີ່ໃຫຍ່ທີ່ສຸດໃນໂລກ...

ສະຖານທ ດຫວຽດນາມ ປະຈຳຣ ດເຊຍ ໄດ ຈ ດພ ທ ສະເຫ ມສະຫ ອງວ ນຊາດທ 2 ກ ນຍາ ສະຖານທູດຫວຽດນາມປະຈຳ ສະວິດເປັນປະທານກອງປະຊຸມຄັ້ງທຳອິດຂອງຄະນະກຳມະການອາຊຽນທີ່ Bern

ຍ​ສ​ໝ - ທີ່ກອງ​ປ​ະ​ຊຸມ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ຢູ່ Bern, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ອວຍ​ພອນ ແລະ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid – 19, ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ພ້ອມ​ທັງ​ຜັນ​ຂະ​ຫຍາ​ຍ​ຢ່າງ​ຕັ້ງ​ໜ້າ​ບົດ​ບາ​ດ​ເປັນ​ປະ​ທານ​ອາ​ຊຽນ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ອາ​ຊຽນ ແລະ ກັບ​ບັນ​ຄູ່​ຮ່ວມ​ມື​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19.

ສະຖານທ ດຫວຽດນາມ ປະຈຳຣ ດເຊຍ ໄດ ຈ ດພ ທ ສະເຫ ມສະຫ ອງວ ນຊາດທ 2 ກ ນຍາ ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ

ຍສໝ - ຜູ້ຕາງໜ້າສະຖານທູດໄດ້ມອບອາຫານທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ; ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.

ສະຖານທ ດຫວຽດນາມ ປະຈຳຣ ດເຊຍ ໄດ ຈ ດພ ທ ສະເຫ ມສະຫ ອງວ ນຊາດທ 2 ກ ນຍາ ສະຖານທູດຫວຽດນາມມອບຜ້າອັດປາກ ຈຳນວນ 3.500 ອັນ ໃຫ້ແກ່ນະຄອນວໍຊິງຕັນ

ຍສໝ - ສະຖານທູດຫວຽດນາມປະຈຳສະຫະລັດອາເມລິກາໄດ້ຈັດພິທີມອບຮັບຜ້າອັດປາກ 3.500 ອັນ ໃຫ້ຜູ້ຕາງໜ້າ ອໍານາດການປົກຄອງນະຄອນວໍຊິງຕັນເພື່ອປ້ອງກັນ ແລະ ຄວບຄຸມ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.