ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ

16:30 | 03/08/2020

ຍສໝ - ຜູ້ຕາງໜ້າສະຖານທູດໄດ້ມອບອາຫານທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ;  ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.    

ສະຖານທ ດຫວຽດນາມປະຈຳ ກຳປ ເຈຍ ຢ ຽມຢາມບ ນດາຄອບຄ ວຊາວຫວຽດນາມ ປະສ ບສະພາບການທ ຫຍ ງຍາກ ນໍາສົ່ງພົນລະເມືອງຫວຽດນາມຈຳນວນ 230 ຄົນ ຢູ່ ສ.ກົາຫຼີ ກັບຄືນປະເທດດ້ວຍຄວາມປອດໄພ
ສະຖານທ ດຫວຽດນາມປະຈຳ ກຳປ ເຈຍ ຢ ຽມຢາມບ ນດາຄອບຄ ວຊາວຫວຽດນາມ ປະສ ບສະພາບການທ ຫຍ ງຍາກ ອັບເດັດສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ-19 ໃນ​ທົ່ວ​ໂລກ
ສະຖານທ ດຫວຽດນາມປະຈຳ ກຳປ ເຈຍ ຢ ຽມຢາມບ ນດາຄອບຄ ວຊາວຫວຽດນາມ ປະສ ບສະພາບການທ ຫຍ ງຍາກ

ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ.

ຕອນບ່າຍວັນທີ 1 ສິງຫາ, ຜູ້ຕາງໜ້າສະຖານທູດຫວຽດນາມ, ສະຖານີວິທະຍຸກະຈາຍສຽງຫວຽດນາມປະຈຳ ກຳປູເຈຍ ແລະສາຂາສະມາຄົມຂະແມ - ຫວຽດນາມ ແຂວງ Kandal ໄດ້ລົງຢ້ຽມຢາມ ແລະ ຊອກຮູ້ສະພາບຕົວຈິງ ແລ ະຄວາມປາດຖະໜາ ຂອງ 7 ຄອບຄົວ ( 41 ຄົນ) ມີເຊື້ອສາຍຫວຽດນາມທີ່ອາໄສຢູ່Seam Reap, Pursat ທີ່ ກຳລັງຊອກຫາວິທີເພື່ອອົບພະຍົບເຂົ້າມາຫວຽດນາມຢ່າງເສລີ ເຊິ່ງຖືກກວດພົບ ແລະ ບໍ່ໃຫ້ເຂົ້າເມືອງຜິດກົດໝາຍ, ປະຈຸບັນພວມຢູ່ໃນເຂດແຍກປ່ຽວຊົ່ວຄາວຂອງແຂວງ Kandal.

ກ່ຽວກັບບັນດາມາດຕະການໜູນຊ່ວຍ, ຜູ້ຕາງໜ້າສະຖານທູດໄດ້ ມອບອາຫານການກິນທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ; ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.

ກ່ອນໜ້ານັ້ນ, ຕາມໜັງສືພິມເຍີນເຢີນແລ້ວ, ສະຖານທູດຫວຽດນາມປະຈຳກຳປູເຈຍ ກໍ່ໄດ້ຮ່ວມມືກັບສະໂມສອນນັກທຸລະກິດຫວຽດນາມ ຢູ່ ກຳປູເຈຍ (VBCC) ເພື່ອໜູນຊ່ວຍກຳມະກອນຫວຽດນາມເກືອບ 200 ຄົນໃນຂະບວນການຕໍ່ອາຍຸວີຊາ.

ສຳລັບບັນດາຄອບຄົວກຳປູເຈຍທີ່ມີເຊື້ອສາຍຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກພະຍາດດັ່ງກ່າວ, VBCC ໄດ້ລະດົມເງິນເກືອບ 30.000 ໂດລາສະຫະລັດ ແລະ ເຂົ້າສານຫລາຍກວ່າ 21 ໂຕນ, ປະສານງານກັບສະຖານທູດ ແລະບັນດາບໍລິສັດສະມາຊິກເພື່ອມອບໃຫ້ພໍ່ແມ່ປະຊາຊົນໃນນະຄອນຫລວງພະນົມເປັນ ແລະ ຫລາຍແຂວງ ແລະ ນະຄອນຂອງກຳປູເຈຍ.

ເພື່ອຊ່ວຍໃຫ້ຊາວຫວຽດນາມມີວຽກເຮັດງານທຳທີ່ໝັ້ນຄົງ, ລູກຫຼານຂອງພວກເຂົາມີການສຶກສາ, VBCC ແລະ ພະນັກງານຂອງສະຖານທູດ ແລ ະສະມາຄົມຂະແມ - ຫວຽດນາມ ຢູ່ ກຳປູເຈຍ ໄດ້ຈັດຕັ້ງການເດີນທາງສຳຫຼວດເປັນປົກກະຕິ ເພື່ອຊອກຫາວຽກເຮັດງານທຳ, ທີ່ພັກສຳລັບພໍ່ແມ່ປະຊາຊົນໃນບາງບໍລິສັດຂອງຫວຽດນາມໃນເຂດທ້ອງຖິ່ນ. ມາຮອດປະຈຸບັນ, ມີປະມານ 150 ຄອບຄົວກຳປູເຈຍ ທີ່ມີເຊື້ອສາຍຫວຽດນາມ ໄດ້ຮັບປະກັນດ້ານການດຳລົງຊີວິດ ແລະ ເຮັດວຽກຢູ່ສວນຢາງພາລາ ແລະ ຕົ້ນໄມ້ໃຫ້ໝາກ.

ສະຖານທ ດຫວຽດນາມປະຈຳ ກຳປ ເຈຍ ຢ ຽມຢາມບ ນດາຄອບຄ ວຊາວຫວຽດນາມ ປະສ ບສະພາບການທ ຫຍ ງຍາກ ຊາວຫວຽດນາມຢູ່ຕ່າງປະເທດ ສະແດງຄວາມຮັກແພງກັນດີ ໃນໄລຍະເກີດການລະບາດຂອງ COVID

ຍສໝ - ວິວັດທະນາການຂອງການລະບາດຂອງ COVID - 19 ແມ່ນມີຄວາມສັບສົນ ແລະ ບໍ່ສາມາດຄາດເດົາໄດ້.

ສະຖານທ ດຫວຽດນາມປະຈຳ ກຳປ ເຈຍ ຢ ຽມຢາມບ ນດາຄອບຄ ວຊາວຫວຽດນາມ ປະສ ບສະພາບການທ ຫຍ ງຍາກ ປັບປຸງເງື່ອນໄຂໃຫ້ນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ

ຍສໝ - ທ່ານ David Jarkulisch ນັກການທູດດ້ານເສດຖະກິດທີ່ມີຊື່ສຽງຂອງສາທາລະນະລັດເຊັກໄດ້ລົງພິມບົດວິຈານກ່ຽວກັບການປ່ຽນແປງໃນທາງບວກຂອງນະໂຍບາຍຂອງຫວຽດນາມດັ່ງທີ່ໄດ້ສະແດງອອກໃນກົດໝາຍການລົງທຶນສະບັບປັບປຸງ.

ສະຖານທ ດຫວຽດນາມປະຈຳ ກຳປ ເຈຍ ຢ ຽມຢາມບ ນດາຄອບຄ ວຊາວຫວຽດນາມ ປະສ ບສະພາບການທ ຫຍ ງຍາກ ສະກັດກັ້ນຄົນເຂົ້າ - ອອກເມືອງຜິດກົດໝາຍ

ຍສໝ - ດ້ວຍຈິດໃຈ “ຕ້ານການແຜ່ລະບາດຄືກັບການຕໍ່ສູ້ກັບສັດຕູ”, ໃນໄລຍະມໍ່ໆມານີ້, ພາຍໃຕ້ການຊີ້ນຳ ຢ່າງຂ້ຽວຂາດຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ບັນດາອົງການ, ຫົວໜ່ວຍ ໃນທົ່ວກອງທັບ ໄດ້ມີການຈັດຕັ້ງບັນດາກຸ່ມຢ່າງທັນເວລາ; ປະສານສົມທົບກັບກຳລັງລາດຕະເວນ ແລະ ກຳລັງຄວບຄຸມຢູ່ດ່ານຊາຍແດນເພື່ອສະກັດກັ້ນການເຂົ້າອອກເມືອງຜິດກົດໝາຍຢ່າງເດັດຂາດ, ຫຼຸດຜ່ອນການລະບາດຂອງພະຍາດທີ່ແຜ່ລາມຂ້າມຊາຍແດນ ແລະ ເຂົ້າໄປໃນໜ່ວຍງານ.

ໄຊພອນ

ເຫດການ
302 Found

Found

The document has moved here.