ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ

12:31 | 22/05/2026

ຍສໝ - ໃນວັນທີ 21 ພຶດສະພາ, ໃນການເຂົ້າຮ່ວມກອງປະຊຸມທາງໄກ ປຶກສາຫາລືບໍ່ເປັນທາງການແບບເປີດກວ້າງ ຂັ້ນລັດຖະມົນຕີຕ່າງປະເທດ ອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ໄດ້ຢັ້ງຢືນວ່າ ຫວຽດນາມ ຈະເຂົ້າຮ່ວມຢ່າງເປັນເຈົ້າການ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມ, ພ້ອມທັງສືບຕໍ່ຊຸກຍູ້ບົດບາດເປັນກາງຂອງ ອາຊຽນ ໃນການຮັກສາການເຈລະຈາ, ການຮ່ວມມື ແລະ ສະຖຽນລະພາບຢູ່ພາກພື້ນ.

ບັນດາອົງການຈັດຕັ້ງສາສະໜາ ຂະຫຍາຍກິດຈະກຳເພື່ອຊຸມຊົນ
ຮ່າໂນ້ຍ ແລະ Saint Petersburg ຂະຫຍາຍການຮ່ວມມື

ກອງປະຊຸມດັ່ງກ່າວ ໂດຍແມ່ນທ່ານນາງ Theresa P. Lazaro ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ, ໃນນາມປະທານ ອາຊຽນ ປີ 2026 ເປັນປະທານ ເພື່ອແລກປ່ຽນວຽກງານການກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນ ອາຊຽນ - ຣັດເຊຍ ຄົບຮອບ 35 ປີ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ທີ່ເມືອງ Kazan (ສະຫະພັນຣັດເຊຍ) ໃນວັນທີ 17-18 ມິຖຸນາ ທີ່ຈະມາເຖິງນີ້.

ໃນກອງປະຊຸມ, ບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ເນັ້ນໜັກເຖິງຄວາມໝາຍອັນສຳຄັນ ຂອງກອງປະຊຸມສຸດຍອດທີ່ກຳລັງຈະມາເຖິງນີ້ ໃນການຢັ້ງຢືນຄືນໃໝ່ ກ່ຽວກັບຄຳໝັ້ນສັນຍາທາງດ້ານການເມືອງ, ທິດທາງຍຸດທະສາດ ແລະ ການສ້າງກຳລັງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຣັດເຊຍ ໃນໄລຍະຕໍ່ໄປ.

ບັນດາປະເທດ ອາຊຽນ ຢັ້ງຢືນວ່າ ຈະປະສານສົມທົບຢ່າງໃກ້ຊິດກັບ ຣັດເຊຍ ເພື່ອຮັບປະກັນໃຫ້ກອງປະຊຸມດຳເນີນໄປຢ່າງມີຜົນສຳເລັດ, ເຊິ່ງຜ່ານນັ້ນຈະສືບຕໍ່ເສີມຂະຫຍາຍບົດບາດເປັນກາງຂອງ ອາຊຽນ, ຮັກສາຄວາມດຸນດ່ຽງທາງດ້ານຍຸດທະສາດໃນການພົວພັນກັບບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນໃນທ່າມກາງສະພາບການພາກພື້ນ ແລະ ໂລກ ທີ່ຍັງມີການຜັນແປຢ່າງຫຼວງຫຼາຍ.

ຕິດພັນກັບສະພາບການຢູ່ ມຽນມາ, ບັນດາລັດຖະມົນຕີ ອາຊຽນ ໄດ້ຢັ້ງຢືນຄືນໃໝ່ວ່າ ສັນທາມະຕິ 5 ຂໍ້ ຍັງຄົງແມ່ນຂອບທິດທາງອັນສຳຄັນ ໃຫ້ແກ່ຄວາມພະຍາຍາມຕ່າງໆຂອງ ອາຊຽນ ເພື່ອແນໃສ່ຊຸກຍູ້ການເຈລະຈາ, ການປອງດອງຊາດ, ສະຖຽນລະພາບໃນໄລຍະຍາວ ແລະ ການແກ້ໄຂບັນຫາທາງດ້ານມະນຸດສະທຳ ກໍຄືການພັດທະນາຢູ່ ມຽນມາ. ບັນດາປະເທດຍັງເຫັນດີວ່າ ອາຊຽນ ຈຳເປັນຕ້ອງມີແນວທາງການເຂົ້າເຖິງທີ່ເປັນເຈົ້າການ ແລະ ມີຄວາມຢືດຢຸ່ນກວ່າເກົ່າ ໃນໄລຍະປັດຈຸບັນ, ບົນຈິດໃຈແຫ່ງຄວາມຮັບຜິດຊອບຂອງຄອບຄົວສ່ວນລວມ ແລະ ເພື່ອເປົ້າໝາຍໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ໃຫ້ໝັ້ນຄົງ.

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ
ທ່ານ ເລຮວ່າຍຈຸງ (Lê Hoài Trung), ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນໃນກອງປະຊຸມ. (ພາບ: TTXVN)

ກ່າວຄຳປາໄສໃນກອງປະຊຸມ, ທ່ານລັດຖະມົນຕີ ເລຮວ່າຍຈຸງ (Lê Hoài Trung) ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມໃນການປະສານສົມທົບ ລະຫວ່າງ ບັນດາປະເທດ ອາຊຽນ ແລະ ຣັດເຊຍ ໃນຂະບວນການກະກຽມກອງປະຊຸມສຸດຍອດ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເພື່ອແນໃສ່ຊຸກຍູ້ການຮ່ວມມື ອາຊຽນ - ຣັດເຊຍ ໄປໃນທິດທາງທີ່ແທດຕົວຈິງ, ມີປະສິດທິຜົນ ແລະ ສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງພາກພື້ນ.

ທ່ານລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ຈຳເປັນຕ້ອງສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນກຸ່ມ, ເສີມຂະຫຍາຍບົດບາດເປັນກາງ ແລະ ຮັກສາແນວທາງການເຂົ້າເຖິງ ບົນພື້ນຖານການເຈລະຈາ, ການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນຢ່າງມີປະສິດທິຜົນ.

ໃນການແບ່ງປັນທັດສະນະຂອງ ຫວຽດນາມ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ສະແດງຄວາມສະໜັບສະໜູນ ອາຊຽນ ໃນການສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ຮອບດ້ານ ແລະ ບົນຈິດໃຈສ້າງສັນກັບ ມຽນມາ ບົນພື້ນຖານສັນທາມະຕິ 5 ຂໍ້, ໃນນັ້ນມີການຊຸກຍູ້ບັນດາຮູບແບບການເຈລະຈາທີ່ເໝາະສົມ ໃນຂອບເຂດກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ. ຕາມທ່ານລັດຖະມົນຕີແລ້ວ, ສິ່ງນີ້ຈະປະກອບສ່ວນເພີ່ມທະວີບົດບາດເປັນກາງຂອງ ອາຊຽນ, ສະໜັບສະໜູນຂະບວນການປອງດອງຊາດ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ ມຽນມາ ກໍຄືໃນທົ່ວພາກພື້ນ.

ນ້ຳໃຈມິດຕະພາບທີ່ຊື່ສັດບໍລິສຸດ, ສົດໃສ - ຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດ ຫວຽດນາມ ແລະ ຣັດເຊຍ ນ້ຳໃຈມິດຕະພາບທີ່ຊື່ສັດບໍລິສຸດ, ສົດໃສ - ຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດ ຫວຽດນາມ ແລະ ຣັດເຊຍ

ຍສໝ - ໂດຍຕອບຮັບຄໍາເຊີນຂອງ ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່, ທ່ານ Vladimir Putin ປະທານາທິບໍດີ ແຫ່ງສະຫະພັນຣັດເຊຍ ໄດ້ມາຢ້ຽມຢາມຫວຽດນາມ ທາງລັດຖະກິດ ເປັນເວລາ 2 ວັນຄື 19 ແລະ 20 (ແຕ່ເວລາ 01:45' ຫາ 24:00 ຂອງວັນທີ 20 ...

ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ

ຍສໝ - ຫວຽດນາມ ເຂົ້າຮ່ວມທຸກໆກົນໄກຂອງ ອາຊຽນ ແລະ ສວມບົດບາດສຳຄັນໃນເລື່ອງພ້ອມກັບບັນດາປະເທດສະມາຊິກອື່ນເຄົາລົບ ແລະ ຮັບປະກັນໃຫ້ກົດບັດ ອາຊຽນ...