ອາເມຣິກາ ສະໜັບສະໜູນການຫຼຸດຜ່ອນເດັກຂາດສານອາຫານຢູ່ລາວ

15:07 | 16/06/2020

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການເຊື່ອມສານວຽກງານໂພຊະນາການນໍ້າ ແລະ ສຸຂານາໄມ ໄລຍະ 2 ປີ 2020-2021 ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມຣິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ (USAID).

ອາເມຣ ກາ ສະໜ ບສະໜ ນການຫ ດຜ ອນເດ ກຂາດສານອາຫານຢ ລາວ ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ
ອາເມຣ ກາ ສະໜ ບສະໜ ນການຫ ດຜ ອນເດ ກຂາດສານອາຫານຢ ລາວ

ແຂວງ ເລີມດົ່ງ ໄດ້ມອບເງິນຈໍານວນ 400 ລ້ານດົ່ງ ເພື່ອສະໜັບສະໜູນປະຊາຊົນລາວໃນການຕໍ່ຕ້ານກັບການລະບາດຂອງ COVID-19

ອາເມຣ ກາ ສະໜ ບສະໜ ນການຫ ດຜ ອນເດ ກຂາດສານອາຫານຢ ລາວ
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການເຊື່ອມສານວຽກງານໂພຊະນາການນໍ້າ ແລະ ສຸຂານາໄມ ໄລຍະ 2 ປີ 2020-2021 ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມຣິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ (USAID) ໃນການສືບຕໍ່ໃຫ້ການຊ່ວຍເຫຼືອບັນຫາເດັກຂາດສານອາຫານແບບຊຳເຮື້ອ (ເດັກລວງສູງບໍ່ໄດ້ມາດຕະ ຖານ) ຈັດຂຶ້ນວັນທີ 12 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ຊາຣາຊີວວັນ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ມີທ່ານຮອງຫົວໜ້າອົງການພັນທະນາສາກົນປະເທດສະຫະລັດອາເມຣິກາ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ອີງຕາມໂຕເລກຫຼ້າສຸດຈາກການສໍາຫຼວດຕົວຊີ້ວັດທາງສັງຄົມປີ 2017 ອັດຕາການຂາດສານອາຫານຢູ່ໃນລາວໄດ້ຫຼຸດລົງຈາກ 35,6% ມາເປັນ 33% ເຖິງຢ່າງໃດກໍຕາມ ຍັງມີວຽກງານອີກຫຼາຍຢ່າງທີ່ຈໍາເປັນຕ້ອງໄດ້ປະຕິບັດໃນຕໍ່ໜ້າ ເພື່ອຫຼຸດຜ່ອນອັດຕາຂອງການຈະເລີນເຕີບໂຕເເບບຊັກຊ້າຢູ່ລາວ ໂດຍສະເພາະຢູ່ເເຂວງສະຫວັນນະເຂດ ເເລະ ແຂວງຄໍາມ່ວນ ເຊິ່ງເປັນເເຂວງທີ່ຍັງມີບັນຫາເດັກນ້ອຍຂາດສານອາຫານ ໂຄງການເຊື່ອມສານວຽກງານໂພຊະນາການນ້ຳ ແລະ ສຸຂານາໄມ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳທີ່ໄດ້ດຳເນີນມາ ປະກອບມີສືບຕໍ່ປັບປຸງດ້ານວິທີການໃຫ້ອາຫານເດັກອ່ອນ ແລະ ເດັກນ້ອຍທີ່ຖືກຕ້ອງຕາມຫຼັກໂພຊະນາການນໍ້າ ແລະ ສຸຂານາໄມ ໂດຍແນໃສ່ຄອບຄົວ 1.000 ວັນ (ເລີ່ມແຕ່ມື້ຖືພາຈົນເດັກນ້ອຍອາຍຸຄົບ 2 ປີ) ເຊິ່ງຖືວ່າເປັນໄລຍະທີ່ສໍາຄັນທີ່ສຸດ ເພື່ອຮັບປະກັນພັດທະນາການ ແລະ ສຸຂະພາບຂອງເດັກຢ່າງຕໍ່ເນື່ອງ ແນໃສ່ສືບຕໍ່ປັບປ່ຽນພຶດຕິກຳທາງໂພຊະນາການ ແລະ ສຸຂານາໄມ ຂະບວນການວຽກງານຊຸມຊົນເປັນເຈົ້າການດ້ານສຸຂານາໄມ (ຊຈສ) ເພື່ອໃຫ້ຊຸມຊົນສາມາດດໍາເນີນການປະເມີນ ແລະ ວິເຄາະສະພາບແວດລ້ອມດ້ານສຸຂາພິບານຂອງເຂົາເຈົ້າເອງ ຂະບວນການນີ້ຍັງກ່ຽວຂ້ອງກັບດ້ານໂພຊະນາການທີ່ເປັນຜົນຈາກການຂາດການປະຕິບັດທີ່ຖືກຕ້ອງຕາມຫຼັກສຸຂານາໄມ ລວມທັງພະຍາດຖອກທ້ອງ ແລະ ສາເຫດອື່ນໆທີ່ຈຳກັດການດູດຊຶມສານອາຫານທີ່ເຮັດໃຫ້ເດັກຂາດສານອາຫານຊຳເຮື້ອ.

ໂຄງການນີ້ ຈະປະກອບສ່ວນເຂົ້າໃນວຽກງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດຍຸດທະສາດໂພຊະນາການແຫ່ງຊາດຮອດປີ 2025 ແລະ ແຜນປະຕິບັດງານປີ 2016-2020 ໂດຍສະເພາະການສ້າງຂີດຄວາມສາມາດໃຫ້ພາກລັດໃນລະດັບສູນກາງ ຂັ້ນແຂວງ ຂັ້ນເມືອງ ແລະ ຂັ້ນຊຸມຊົນ ໃນການວາງແຜນການປະສານງານການຈັດຕັ້ງປະຕິບັດການຕິດຕາມ ແລະ ປະເມີນຜົນສະເພາະດ້ານໂພຊະນາການ ແລະ ການປະກອບສ່ວນອື່ນໆທີ່ກ່ຽວຂ້ອງ ນອກຈາກສົ່ງເສີມສຸຂະພາບ ແລະ ໂພຊະນາການແລ້ວ ສະຫະລັດອາເມຣິກາຍັງໄດ້ເຮັດວຽກຮ່ວມກັບລັດຖະບານ ແລະ ປະຊາຊົນລາວ ເພື່ອປັບປຸງດ້ານການສຶກສາອຳນວຍຄວາມສະດວກໃຫ້ການຄ້າ ແລະ ການລົງທຶນ ພ້ອມທັງສ້າງຄວາມເຂັ້ມແຂງດ້ານລະບຽບກົດໝາຍອີກດ້ວຍ.

ອາເມຣ ກາ ສະໜ ບສະໜ ນການຫ ດຜ ອນເດ ກຂາດສານອາຫານຢ ລາວ ຫວຽດນາມ - ລາວ: ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ

ຍສໝ - ເມື່ອມໍ່ໆມານີ້, ຄ້າຍທະຫານຊາຍແດນ ໂທງທູ້, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບກອງຮ້ອຍຊາຍແດນ 216, ກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ.

ອາເມຣ ກາ ສະໜ ບສະໜ ນການຫ ດຜ ອນເດ ກຂາດສານອາຫານຢ ລາວ ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ), ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.

ອາເມຣ ກາ ສະໜ ບສະໜ ນການຫ ດຜ ອນເດ ກຂາດສານອາຫານຢ ລາວ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານສະຖານທູດແຫ່ງ ລາວ ປະຈຳຫວຽດນາມ

ໃນວັນທີ 11 ມິຖຸນາ ຢູ່ຫ້ອງປະຊຸມສະຖານທູດລາວ ທີ່ຮ່າໂນ້ຍ, ຫວຽດນາມ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳຫວຽດນາມ.

v2.vientianemai.net

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.