ຫວຽດນາມ - ລາວ: ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ

11:56 | 14/06/2020

ຍສໝ - ເມື່ອມໍ່ໆມານີ້, ຄ້າຍທະຫານຊາຍແດນ ໂທງທູ້, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບກອງຮ້ອຍຊາຍແດນ 216, ກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ.

ຫວຽດນາມ ລາວ ກ ສ າງຊາຍແດນສ ນຕ ພາບ ມ ດຕະພາບ ຮ ວມມ ແລະພ ດທະນາ
ກໍາລັງລາດຕະເວນໄດ້ດໍາເນີນການລາດຕະເວນຄົບວົງຈອນເສັ້ນຊາຍແດນຫວຽດນາມ-ລາວ, ຕອນແຕ່ຫຼັກໝາຍເລກທີ 359 ເຖິງຫຼັກໝາຍເລກທີ 362.(ພາບ:ຫາຍເທື້ອງ)

ຄ້າຍທະຫານຊາຍແດນ ໂທງທູ້, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບກອງຮ້ອຍຊາຍແດນ 216, ກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ, ກວດກາລະບົບຫຼັກໝາຍຊາຍແດນ, ເສັ້ນຊາຍແດນ, ສະກັດກັ້ນການຂ້າມຊາຍແດນຢ່າງຜິດກົດໝາຍ, ປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ແລະປົກປັກຮັກສາຄວາມປອດໄພຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ.

ກໍາລັງລາດຕະເວນຂອງສອງຝ່າຍໄດ້ພ້ອມກັນແກ້ໄຂຄວາມຫຍຸ້ງຍາກກ່ຽວກັບເງື່ອນໄຂພູມີປະເທດ, ດິນຟ້າອາກາດບໍ່ສະດວກເພື່ອກວດກາຫຼັກໝາຍ, ພ້ອມທັງຖາກຖາງຕັດໄມ້ຮົກ... ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານສະກັດກັ້ນ, ຕ້ານການຂ້າມຊາຍແດນຢ່າງຜິດກົດໝາຍ; ສະກັດກັ້ນ, ຕ້ານພະຍາດໂຄວິດ-19; ວຽກງານປົກປັກຮັກສາຊາຍແດນລະຫວ່າງສອງກໍາລັງປົກປັກຮັກສາຊາຍແດນ. ການລາດຕະເວນສອງຝ່າຍໃນຄັ້ງນີ້ແມ່ນກິດຈະກໍາສົມທົບກັນລະຫວ່າງສອງກົມກອງເພື່ອແນໃສ່ປັບປຸງ ແລະເພີ່ມທະວີການຮ່ວມມືກ່ຽວກັບການປົກປັກຮັກສາ, ຄຸ້ມຄອງຊາຍແດນ, ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ຫວຽດນາມ ລາວ ກ ສ າງຊາຍແດນສ ນຕ ພາບ ມ ດຕະພາບ ຮ ວມມ ແລະພ ດທະນາ ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ), ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.

ຫວຽດນາມ ລາວ ກ ສ າງຊາຍແດນສ ນຕ ພາບ ມ ດຕະພາບ ຮ ວມມ ແລະພ ດທະນາ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານສະຖານທູດແຫ່ງ ລາວ ປະຈຳຫວຽດນາມ

ໃນວັນທີ 11 ມິຖຸນາ ຢູ່ຫ້ອງປະຊຸມສະຖານທູດລາວ ທີ່ຮ່າໂນ້ຍ, ຫວຽດນາມ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳຫວຽດນາມ.

ຫວຽດນາມ ລາວ ກ ສ າງຊາຍແດນສ ນຕ ພາບ ມ ດຕະພາບ ຮ ວມມ ແລະພ ດທະນາ ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ

ໃນວັນທີ 12 ມິຖຸນາ 2020 ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປັນ​ປະ​ທານ​ຮ່ວມ​ກັບ ທ່ານ ມຽວ ເຫວີຍ (MIAO WEI) ລັດຖະມົນຕີ ກະຊວງ ອຸດສະຫະກໍາ ແລະ ໄອຊີທີ ຂອງ ສປ ຈີນ ໃນ​ພິ​ທີ​ເປີດປີ​ສົ່ງ​ເສີມ ​ເສດ​ຖະ​ກິດ​ດິ​ຈິ​ຕອນ ລະ​ຫວ່າງ​ອາ​ຊຽນ ແລະ ສ​ປ ...

ໄຊພອນ

ເຫດການ
302 Found

Found

The document has moved here.