ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານສະຖານທູດແຫ່ງ ລາວ ປະຈຳຫວຽດນາມ

18:00 | 13/06/2020

ໃນວັນທີ 11 ມິຖຸນາ ຢູ່ຫ້ອງປະຊຸມສະຖານທູດລາວ ທີ່ຮ່າໂນ້ຍ, ຫວຽດນາມ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳຫວຽດນາມ.

ສຳເລ ດກອງປະຊ ມໃຫຍ ຄ ງທ iii ຂອງຄະນະພ ກຮາກຖານສະຖານທ ດແຫ ງ ລາວ ປະຈຳຫວຽດນາມ ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ
ສຳເລ ດກອງປະຊ ມໃຫຍ ຄ ງທ iii ຂອງຄະນະພ ກຮາກຖານສະຖານທ ດແຫ ງ ລາວ ປະຈຳຫວຽດນາມ ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ໂດຍການເປັນປະທານ ຂອງທ່ານ ແສງເພັດ ຮຸ່ງບຸນຍວງ - ຮອງເລຂາຄະນະພັກ ກະຊວງການຕ່າງປະເທດ, ເລຂາຄະນະພັກຮາກຖານສະຖານທູດລາວ ປະຈຳຫວຽດນາມ, ມີຜູ້ແທນເຂົ້າຮ່ວມກອງປະຊຸມ ທັງໝົດ 73 ສະຫາຍ, ຍິງ 10 ສະຫາຍ.

ສຳເລ ດກອງປະຊ ມໃຫຍ ຄ ງທ iii ຂອງຄະນະພ ກຮາກຖານສະຖານທ ດແຫ ງ ລາວ ປະຈຳຫວຽດນາມ
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານສະຖານທູດແຫ່ງ ລາວ ປະຈຳຫວຽດນາມ. (ພາບ: KPL)

ໃນກອງປະຊຸມ, ທ່ານ ຄຳສິງ ດວງວັນດີ - ຮອງເລຂາຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສສ ຫວຽດນາມ ໄດ້ຜ່ານບົດລາຍ ງານການເມືອງ, ໂດຍໄດ້ຕີລາຄາຜົນສຳເລັດ ໃນການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດ ແຕ່ລະຂົງເຂດວຽກງານໃນໄລຍະ ປີ 2015-2020, ຄະນະພັກຮາກຖານສະຖານທູດລາວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະພັກແຕ່ລະຂັ້ນ ຖືເອົາວຽກງານສຶກສາ ອົບຮົມການເມືອງ-ນຳພາ ແນວຄິດໃຫ້ສະມາຊິກພັກພະນັກງານ, ນັກການທູດ ແລະ ນັກສຶກສາລາວ ທີ່ກຳລັງປະຕິດບັດໜ້າທີ່ ແລະ ສຶກສາ ຢູ່ ສສ ຫວຽດນາມ ໃຫ້ມີຄວາມເປັນເອກະພາບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ຢຶດໝັ້ນອຸດົມການກ້າວຂຶ້ນສັງຄົມນິຍົມ, ມີຄວາມ ເຊື່ອໝັ້ນຕໍ່ການ ນຳພາຂອງພັກ, ມີຄວາມອົດທົນເດັດດ່ຽວ, ໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນ ຕໍ່ສະພາບທີ່ຜັນແປຕ່າງໆ. ຜ່ານການ ຈັດຕັ້ງ ປະຕິບັດເຫັນ ໄດ້ວ່າ ສະມາຊິກພັກ, ພະນັກງານ, ນັກການທູດຮັກສາໄດ້ມີ ທັດສະນະຫລັກໝັ້ນ ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳ ປະຕິຫວັດ, ມີຄວາມຈົງຮັກພັກດີ ຕໍ່ພັກ-ຕໍ່ປະເທດຊາດ, ຫ້າວຫັນໃນການປະຕິບັດ ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

ກອງປະຊຸມ ໄດ້ວາງທິດທາງແຜນການໜ້າທີ່ໃນຕໍ່ໜ້າ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມແຕ່ປີ 2020-2025 ໂດຍສຸມໃສ່ ເພີ່ມທະວີການ ນຳພາສຶກສາອົບຮົມ ການເມືອງແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານ ແລະນັກສຶກສາ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ແລະ ກົດໝາຍຂອງລັດ, ກໍຄືເອກະສານສຳຄັນ, ທີ່ກ່ຽວຂ້ອງເຖິງ ວັນມູນເຊື້ອສຳຄັນຂອງພັກ, ຂອງລັດ; ເພີ່ມທະວີປັບປຸງກໍ່ສ້າງພັກ ນັບທັງປະລິມານ ແລະ ຄຸນນະພາບ ຖືເອົາຄຸນນະພາບເປັນກົກ; ສືບຕໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມຄາດໝາຍ; ປັບປຸງການຈັດຕັ້ງພັກເປັນລະບົບ ຕໍ່ເນື່ອງເພື່ອຮັບປະກັນ ການນຳພາການ ເມືອງແນວຄິດ, ການຈັດຕັ້ງ ແລະ ມີແບບແຜນນຳພາ ແລະ ປະຕິບັດໜ້າທີ່ການເມືອງ ວິຊາສະເພາະ, ກຳແໜ້ນ ແລະ ປະຕິບັດຖືກຕ້ອງຫລັກ ການກໍ່ສ້າງພັກ ຕາມ 5 ຫລັກການ, 3 ທິດນຳ ໃນການປັບປຸງກໍ່ສ້າງພັກ ແລະ ຂະຫຍາຍ ສະມາຊິກພັກ.

ກອງປະຊຸມ ໄດ້ປ່ອນບັດເລືອກເອົາຄະນະ ພັກຮາກຖານຊຸດໃໝ່ ຈຳນວນ 7 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມ ມະລຶກໄດ້ເລືອກເອົາ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເປັນເລຂາຄະນະພັກຮາກຖານສະໄໝທີ III, ສະຫາຍ ຄຳສິງ ດວງວັນດີ ເປັນຮອງເລຂາ, ສະຫາຍ ພັນເອກ ບາງສີ ໄຊສົມໂຄດ ເປັນປະທານກວດກາ ແລະ 4 ສະຫາຍເປັນຄະນະ.

ສຳເລ ດກອງປະຊ ມໃຫຍ ຄ ງທ iii ຂອງຄະນະພ ກຮາກຖານສະຖານທ ດແຫ ງ ລາວ ປະຈຳຫວຽດນາມ ຫ​ໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່ເປັນສັນຍາລັກນ້ຳໃຈສາມັກຄີ ຫວຽດນາມ - ລາວ

ນີ້​ແມ່ນ​ ໂຄງການ​ທີ່​ມີ​ລັກ​​ສະນະ​ເປັນ​ສັນຍາ​ລັກ​ພິເສດ ຂອງ​ນໍ້າ​ໃຈ​ສາມັກຄີ, ມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລາວ.

ສຳເລ ດກອງປະຊ ມໃຫຍ ຄ ງທ iii ຂອງຄະນະພ ກຮາກຖານສະຖານທ ດແຫ ງ ລາວ ປະຈຳຫວຽດນາມ ປະເທດລາວ ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ລາຍໃໝ່ເປັນເວລາ 61 ວັນຕິດຕໍ່ກັນ

ໃນວັນທີ 12 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກປະເທດລາວ ໄດ້ຈັດກອງປະຊຸມລາຍງານສະພາບການລະບາດຂອງພະຍາດ COVID-19 ໃນປະເທດລາວ ໂດຍ ທ່ານສີສະຫວາດ ສຸດທານີລະໄຊ - ຮອງຫົວໜ້າກົມຄວບຄຸມພະຍາດ ຕິດຕໍ່ກະຊວງສາທາລະນະສຸກ.

ສຳເລ ດກອງປະຊ ມໃຫຍ ຄ ງທ iii ຂອງຄະນະພ ກຮາກຖານສະຖານທ ດແຫ ງ ລາວ ປະຈຳຫວຽດນາມ ພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ ສົກຮຽນທີ 11 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບປະຊາຊົນລາວ

ຍສໝ - ເມື່ອບໍ່ດົນມານີ້, ວິທະຍາຄານປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ 3 ສົກຮຽນ: ສົກຮຽນທີ 1 ຊັ້ນມະຫາວິທະຍາໄລສ້າງຄູສຶກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສົກຮຽນທີ 11 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບປະຊາຊົນລາວ, ສົກຮຽນທີ 13 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບລາດຊະວົງກຳປູເຈຍ.

kpl.gov.la

ເຫດການ
302 Found

Found

The document has moved here.