| ຈຳປາສັກ ສະເໜີຮ່ວມມືກັບ ເກີນເທີ ຫຼາກຫຼາຍກິດຈະກຳ | |
| ພາບສາກ 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ ຮຸ່ງເຮືອງສະຫວ່າງສະໄຫວ ຢູ່ໃຈກາງ Seoul |
ທ່ານ ເລແອງຕວນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີບັນດາການເຮັດວຽກຮ່ວມກັບ ທ່ານ Yusuf Maitama Tuggar, ລັດຖະມົນຕີກະຊວງການຕ່າງປະເທດ ປະເທດ Nigeria ແລະ ທ່ານ Omar Alieu Touray, ປະທານຄະນະກຳມະການປະຊາຄົມເສດຖະກິດບັນດາປະເທດ ອາຟຣິກາຕາເວັນຕົກ (ECOWAS) ເພື່ອແນໃສ່ຊຸກຍູ້ສາຍພົວພັນຮ່ວມມື ລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟຣິກາຕາເວັນຕົກ.
![]() |
| ທ່ານ ເລແອງຕວນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖ່າຍພາບຮ່ວມກັນກັບ ທ່ານ Dunoma Umar Ahmed, ຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ Nigeria. (ພາບ: TTXVN ປະກາດ). |
ໃນການເຈລະຈາຮ່ວມກັບ ທ່ານ Yusuf Maitama Tuggar, ລັດຖະມົນຕີກະຊວງການຕ່າງປະເທດ ປະເທດ Nigeria, ທ່ານຮອງລັດຖະມົນຕີ ເລແອງຕວນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບບັນດາປະເທດເພື່ອນມິດ ອາຟຣິກາ, ພາຍໃນນັ້ນ ປະເທດ Nigeria ແມ່ນຄູ່ຮ່ວມມືບຸລິມະສິດ ແລະ ແມ່ນປະຕູອັນສຳຄັນ ເພື່ອເພີ່ມທະວີການປະກົດຕົວຢູ່ທີ່ຕະຫຼາດ ອາຟຣິກາ. ທ່ານຮອງລັດຖະມົນຕີ ໄດ້ສະເໜີໃຫ້ກະຊວງການຕ່າງປະເທດສອງປະເທດ ສືບຕໍ່ເສີມຂະຫຍາຍບົດບາດປະສານງານ, ຊຸກຍູ້ການຮ່ວມມືບົນບັນດາຂົງເຂດທີ່ມີທ່າແຮງຮ່ວມກັນ, ປະກອບສ່ວນນຳພາສາຍພົວພັນທະວິພາຄີໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ.
ທ່ານລັດຖະມົນຕີ Yusuf Maitama Tuggar ໄດ້ຕີລາຄາສູງຕໍ່ກັບບັນດາໝາກຜົນແຫ່ງການຂະຫຍາຍຕົວຂອງ ຫວຽດນາມ, ໃນຂະນະດຽວກັນ ກໍໄດ້ຢັ້ງຢືນວ່າ ປະເທດ Nigeria ມີຄວາມມຸ່ງມາດປາດຖະໜາທີ່ຈະເປີດກວ້າງການຮ່ວມມືກັບ ຫວຽດນາມ ບົນບັນດາຂົງເຂດການຄ້າ, ການລົງທຶນ, ກະສິກຳ, ພະລັງງານ ແລະ ການຫັນເປັນດິຈິຕອນ. ສອງຝ່າຍກໍໄດ້ມີຄວາມເປັນເອກະພາບກັນທີ່ຈະສົມທົບກັນຜັນຂະຫຍາຍບັນດາກົນໄກການຮ່ວມມືທະວິພາຄີຢ່າງມີປະສິດທິຜົນ ພາຍໃນໄລຍະເວລາຈະມາເຖິງ.
ໃນການເຮັດວຽກຮ່ວມກັບ ທ່ານ Omar Alieu Touray, ປະທານຄະນະກຳມະການ ECOWAS, ທ່ານຮອງລັດຖະມົນຕີ ເລແອງຕວນ ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ກຳນົດເອົາ ອາຟຣິກາຕາເວັນຕົກ ແມ່ນໜຶ່ງພາຍໃນບັນດາເຂດຈຸດສຸມ ພາຍໃນນະໂຍບາຍການຕ່າງປະເທດຕໍ່ກັບ ອາຟຣິກາ ແລະ ມີຄວາມມຸ່ງມາດປາດຖະໜາທີ່ຈະສ້າງຕັ້ງສາຍພົວພັນຢ່າງເປັນທາງການກັບ ECOWAS ໂດຍໄວ. ຫວຽດນາມ ໄດ້ສະເໜີເພີ່ມທະວີການຮ່ວມມືກັບກຸ່ມດັ່ງກ່າວ ບົນບັນດາຂົງເຂດ ເຊັ່ນ: ກະສິກຳ, ການຮັກສາສັນຕິພາບ, ການສ້າງສາຄືນໃໝ່ ແລະ ການຟື້ນຟູພາຍຫຼັງການປະທະກັນ, ການຫັນເປັນດິຈິຕອນ ແລະ ການໂທລະຄົມມະນາຄົມ.
ທ່ານປະທານ Omar Alieu Touray ໄດ້ສະແດງຄວາມສະໜັບສະໜູນຕໍ່ກັບການທີ່ ຫວຽດນາມ ເພີ່ມທະວີສາຍພົວພັນກັບ ECOWAS ແລະ ບັນດາປະເທດສະມາຊິກ, ພ້ອມທັງໄດ້ເຫັນດີເປັນເອກະພາບທີ່ຈະຊຸກຍູ້ການເຈລະຈາ, ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການ ECOWAS, ເພື່ອສ້າງຂອບການຮ່ວມມື ພາຍໃນໄລຍະເວລາຈະມາເຖິງ.
| ໜຶ່ງປີແຫ່ງການເຄື່ອນໄຫວຮູບແບບໃໝ່: ສ້າງບາດກ້າວຫັນປ່ຽນທາງດ້ານຄຸນນະພາບ ພາຍໃນການບໍລິຫານຄຸ້ມຄອງປະເທດຊາດ ຕາມທິດທາງທັນສະໄໝ ຍສໝ - ຜ່ານໄລຍະ 1 ປີ ແຫ່ງການເຄື່ອນໄຫວຮູບແບບໃໝ່ ໄດ້ຢັ້ງຢືນເຖິງລັກສະນະດີເດັ່ນ ເມື່ອທຽບໃສ່ກັບຮູບແບບເກົ່າ, ສະແດງໃຫ້ເຫັນເຖິງຄວາມຖືກຕ້ອງ, ແມ່ນບາດກ້າວຂະຫຍາຍຕົວທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ຫັນປ່ຽນແນວຄິດຢ່າງແຂງແຮງ ຈາກການຄຸ້ມຄອງບໍລິຫານ ໄປສູ່ການສ້າງຕັ້ງເພື່ອການຂະຫຍາຍຕົວ, ສະຫາຍ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້. |
| 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ ຍສໝ - ປັດຈຸບັນ, ນະຄອນ ໂຮ່ຈີມິນ ແມ່ນສູນກາງເສດຖະກິດ, ວັດທະນະທຳຂະໜາດໃຫຍ່ຂອງທົ່ວປະເທດ, ທັງເປັນຕົວເມືອງທີ່ມີຄວາມຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ, ເປັນຫົວໜ້າແຖວພາຍໃນການຫັນປ່ຽນໃໝ່, ການປະດິດສ້າງ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເສັ້ນທາງແຫ່ງການຂະຫຍາຍຕົວຕະຫຼອດ 50 ປີ ນັບແຕ່ນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ... |
