ປະເທດລາວ ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19

17:25 | 02/05/2020

ຍສໝ - ໃນຕອນບ່າຍຂອງວັນທີ 1 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19, ສປປ.ລາວ ໄດ້ປະກາດມາດຕະການເປັນຄັ້ງທຳອິດ ເຊິ່ງປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 ທີ່ໄດ້ນຳໃຊ້ຢ່າງຮຸນແຮງຕັ້ງແຕ່ທ້າຍເດືອນມີນາ.

ປະເທດລາວ ປະຕ ບ ດມາດຕະການຜ ອນຜ ນ ຈ ານວນໜ ງ ໃນການປ ອງກ ນ ແລະ ຕ ານພະຍາດ covid 19 ທະຫານຊາຍແດນແຂວງກວ໋າງນາມ ຫວຽດນາມ ໄດ້ມອບເຂົ້າສານ 1,7 ໂຕນ ໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງເຊກອງ ລາວ
ປະເທດລາວ ປະຕ ບ ດມາດຕະການຜ ອນຜ ນ ຈ ານວນໜ ງ ໃນການປ ອງກ ນ ແລະ ຕ ານພະຍາດ covid 19 ທະຫານຊາຍແດນ ແຂວງ ດ້ຽນບຽນ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ທະຫານຊາຍແດນແຂວງ ຜົ້ງສາລີ ສປປ.ລາວ ເພື່ອຕ້ານ ໂລກລະບາດ COVID-19

ໃນຕອນບ່າຍຂອງວັນທີ 1 ພຶດສະພາ, ທ່ານສົມດີດວງດີ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດແຫ່ງຊາດ ເພື່ອປ້ອງກັນ, ຄວບຄຸມພະຍາດ ຂອງ ສປປ.ລາວ ໄດ້ໃຫ້ຮູ້ວ່າ ບັນດາກຳລັງປະກອບອາວຸດ, ພະນັກງານ, ລັດຖະກອນ, ພໍ່ແມ່ປະຊາຊົນ, ຊາວຕ່າງປະເທດ ສາມາດອອກຈາກບ່ອນທີ່ຢູ່ອາໄສ, ເດີນທາງພາຍໃນຂອບເຂດຂອງນະຄອນຫຼວງ ຫຼື ທີ່ຢູ່ບ່ອນພັກປະຈຳ ໄດ້.

ລັດຖະບານສປປ.ລາວ ຍັງໄດ້ອະນຸຍາດໃຫ້ເປີດໂຮງງານຄືນໃໝ່; ອອກໃບອະນຸຍາດເປີດກອງປະຊຸມ, ການຝຶກອົບຮົມ ແລະ ອື່ນໆ, ແຕ່ຕ້ອງນຳໃຊ້ມາດຕະການທີ່ຈຳເປັນໃນການປ້ອງກັນ ແລະ ຄວບຄຸມ ພະຍາດ Covid-19, ເຊັ່ນ: ການວັດແທກອຸນຫະພູມຮ່າງກາຍ, ມີສະຖານທີ່ລ້າງມື, ມີເຄື່ອງມືຂ້າເຊື້ອ, ແລະ ຈັດຕັ້ງສະຖານທີ່ແຍກຫ່າງສຳຫຼັບຜູ້ສົງໃສ ແລະ ໃຊ້ມາດຕະການໃນໄລຍະຫ່າງເປັນ 1 ແມັດ.

ປະເທດລາວ ປະຕ ບ ດມາດຕະການຜ ອນຜ ນ ຈ ານວນໜ ງ ໃນການປ ອງກ ນ ແລະ ຕ ານພະຍາດ covid 19
ປະເທດລາວ ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19. (ພາບ: TTXVN)

ສໍາລັບໂຮງຮຽນບາງແຫ່ງ ໄດ້ຮັບອະນຸຍາດໃຫ້ເປີດໂຮງຮຽນແຕ່ວັນທີ 5 ພຶດສະພາ, ເຊິ່ງເປັນທົດລອງເພື່ອເປັນຕົວຢ່າງ ແລະ ສາມາດເປີດທັງໝົດສະຖາບັນການສຶກສາໃນ ສປປ.ລາວ ໃນເດືອນພຶດສະພາ. ເຖິງວ່າບັນດາກິດຈະກຳທາງສັງຄົມຍັງບໍ່ທັນກັບຄືນເປັນສະພາບປົກກະຕິ, ແຕ່ໂດຍພື້ນຖານແລ້ວ, ບັນດາປະເພດການບໍລິການຕ່າງໆໄດ້ໃຫ້ເປີດການບໍລິການຄືນ, ເຊັ່ນ: ສູນການຄ້າ, ຮ້ານອາຫານ, ແລະ ບັນດາບໍລິການທາງສັງຄົມເຊັ່ນ: ຮ້ານຕັດຜົມ,ສ້ອມແປງລົດ... ແລະ ຕ້ອງຕອບສະໜອງເງື່ອນໄຂໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.

ເປັນທີ່ໜ້າສັງເກດ, ປະເທດ ສປປ.ລາວ ໄດ້ກຳນົດວ່າຄົນຕ່າງປະເທດທີ່ກຳລັງເຮັດວຽກ ຢູ່ ລາວ, ນັກສຶກສາລາວ ທີ່ມີຊຸດຮຽນ ຢູ່ ຕ່າງປະເທດ ໄດ້ສາມາດອອກຈາກປະເທດລາວ; ຜູ້ຊ່ຽວຊານ, ນັກວິຊາການ ແລະ ແຮງງານຕ່າງປະເທດ ອາດຈະໄດ້ຮັບອະນຸຍາດໃຫ້ເຂົ້າເມືອງ ເພື່ອເຮັດວຽກໃນບັນດາໂຄງການທີ່ສຳຄັນ ແລະ ຈຳເປັນ, ເຖິງຢ່າງໃດກໍ່ຕາມ, ຈຳເປັນຕ້ອງໄດ້ທົດສອບວິເຄາະພະຍາດ Covid-19 ແລະ ແຍກຫ່າງແບບບັງຄັບ ໃນເວລາແມ່ນ 14 ວັນ ທີ່ສູນການແພດທີ່ໄດ້ກຳນົດໂດຍລັດຖະບານປະເທດລາວ.

ເຖິງຢ່າງໃດກໍ່ຕາມ, ປະເທດ ສປປ.ລາວ ຍັງສືບຕໍ່ໂຈະການອອກວີຊາສຳລັບຜູ້ໂດຍສານທົ່ວໄປ ທີ່ມາຈາກປະເທດທີ່ກຳລັງມີການລະບາດ; ສືບຕໍ່ປິດປະຕູຊາຍແດນ, ອະນຸຍາດໃຫ້ນຳເຂົ້າ ແລະ ສົ່ງອອກສິນຄ້າ, ການເຂົ້າອອກເມືອງໄດ້ຮັບອະນຸຍາດເມື່ອເຂົ້າຮ່ວມການນຳເຂົ້າ ແລະ ສົ່ງອອກສິນຄ້າ ຫຼື ໄດ້ຮັບອະນຸຍາດ ໂດຍຄະນະສະເພາະກິດແຫ່ງຊາດ ເພື່ອປ້ອງກັນ, ຄວບຄຸມ ພະຍາດ Covid-19.

ໃນຕອນບ່າຍຂອງວັນທີ 1 ພຶດສະພາ, ກະຊວງສາທາລະນະສຸກ ສປປ.ລາວ ໄດ້ປະກາດວ່າ ມາຮອດປັດຈຸບັນ, ປະເທດລາວຍັງສືບຕໍ່ບໍ່ກວດພົບຜູ້ຕິດເຊື້ອ Covid-19, ເພີ່ມເວລາທັງໝົດທີ່ປະເທດລາວ ບໍ່ໄດ້ບັນທຶກຜູ້ປ່ວຍ Covid-19 ເປັນເວລາ 19 ວັນຕິດຕໍ່ກັນ. ປັດຈຸບັນ, ປະເທດລາວ ມີຜູ້ປ່ວຍ Covid-19 ຈຳນວນ 11 ຄົນ ທີ່ກຳລັງຮັບການປິ່ນປົວຢູ່ໂຮງໝໍ ໃນຈຳນວນຜູ້ປ່ວຍທັງໝົດ 19 ຄົນ ແລະ ບໍ່ມີຜູ້ເສຍຊີວິດ.

ປະເທດລາວ ປະຕ ບ ດມາດຕະການຜ ອນຜ ນ ຈ ານວນໜ ງ ໃນການປ ອງກ ນ ແລະ ຕ ານພະຍາດ covid 19 ຫວຽດນາມ ແບ່ງປັນປະສົບການ ກັບສາກົນ ໃນການສະກັດກັ້ນການລະບາດຂອງພະຍາດ COVID-19

ຍສໝ​ - ວັນທີ 30 ເມສາ, ຫວຽດນາມໄດ້ຕາງໜ້າສຳນັກງານ ອົງການອະນາໄມໂລກ WHO ຢູ່ ເຂດທິດຕາເວັນຕົກປາຊີຟິກ ເຊິ່ງໄດ້ກ່າວບົດສະເໜີກ່ຽວກັບປະສົບການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19, ກໍ່ຄື ອະທິບາຍສະແດງໃຫ້ເຫັນວ່າເປັນຫຍັງໃນ 14 ວັນທີ່ຜ່ານມາ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ.

ປະເທດລາວ ປະຕ ບ ດມາດຕະການຜ ອນຜ ນ ຈ ານວນໜ ງ ໃນການປ ອງກ ນ ແລະ ຕ ານພະຍາດ covid 19 ຊາວຫວຽດນາມ ຢູ່ Ukraine ໄດ້ມອບຜ້າບັງປາກ ໃຫ້ແກ່ບັນດາໂຮງໝໍ, ອົງການດັບເພີງ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19 ຢູ່ Ukraine

ຍສໝ - ຊາວຫວຽດນາມ ຢູ່ Odessa (Ukraine) ມອບຜ້າບັງປາກຈຳນວນ 12.000 ແຜ່ນ ໃຫ້ແກ່ບັນດາໂຮງໝໍ, ອົງການດັບເພີງ ເພື່ອປ້ອງກັນພະຍາດ Covid-19 ຢູ່ ປະເທດUkraine.

ປະເທດລາວ ປະຕ ບ ດມາດຕະການຜ ອນຜ ນ ຈ ານວນໜ ງ ໃນການປ ອງກ ນ ແລະ ຕ ານພະຍາດ covid 19 ດ້ຽນບຽນ ແລະ ກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດເພື່ອສະໜັບ ສະໜູນ ລາວ ໃນການຕໍ່ສູ້ກັບ ໂລກລະບາດ COVID-19

ຍສໝ - ແຂວງດ້ຽນບຽນ ແລະ ແຂວງກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວ ແລະ ແຂວງສາລະວັນ ເພື່ອປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.