![]() | ຫວຽດນາມ: ວຽກງານປົກປ້ອງພົນລະເມືອງ ຫວຽດນາມໄດ້ຍົກລະດັບຂຶ້ນສູ່ລະດັບສູງໃໝ່ |
![]() | ກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພ້ອມແລ້ວທີ່ຈະປົກປ້ອງພົນລະເມືອງຫວຽດນາມ ຢູ່ມຽນມາ |
ຕາມນັກຂ່າວຫວຽດນາມ ປະຈຳ La Habana, ວັນທີ 10 ກຸມພາ, ທ່ານ ຫວູວັນຈວຽນ, ເລຂາເອກ, ຮັບຜິດຊອບວຽກງານກົງສຸນຂອງສະຖານທູດ ຫວຽດນາມ ປະຈຳ ກູບາ, ທັງຮັບຜິດຊອບ Nicaragua, ໃຫ້ຮູ້ວ່າ ໂດຍໄດ້ຮັບການຊີ້ນຳຂອງກະຊວງການຕ່າງປະເທດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ກູບາ ໄດ້ ແລະ ພວມດຳເນີນວຽກງານປົກປ້ອງພົນລະເມືອງ ຫວຽດນາມ 3 ຄົນທີ່ລອດຊີວິດໃນເຫດເຮືອຫຼົ້ມຢູ່ Nicaragua.
![]() |
ທ່າກຳປັ່ນນ້ອຍຢູ່ໝູ່ເກາະ Corn Islands. (ທີ່ມາ: La Prensa) |
ບັນດາພົນລະເມືອງ ຫວຽດນາມ ລວມມີ: ນາງ ເຈືອງທິໝີແຄັງ, ອາຍຸ 24 ປີ; ເລກບັດພັກເຊົາຂອງ ຮົງກາລີ: 001408524; ທ້າວ ໂຮລອງ, ອາຍຸ 25 ປີ; ເລກບັດພັກເຊົາຂອງ ຮົງກາລີ: 001409266 ແລະ ທ້າວ ຫງວຽນວັນເຢືອກ, ອາຍຸ 26 ປີ, ມີໃບຂັບຂີ່ຂອງ ຫວຽດນາມ ອອກໃຫ້ຢູ່ເມືອງ ເທືອທຽນ-ເຫວ້.
ກະຊວງການຕ່າງປະເທດ Nicaragua ແຈ້ງວ່າ ໄດ້ ແລະ ພວມສະໜອງສະບຽງອາຫານ ແລະ ການດູແລການແພດ; ພ້ອມກັນນັ້ນ, ກໍ່ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ຂອງ ຫວຽດນາມ ແຈ້ງເຖິງຄອບຄົວຂອງບັນດາຜູ້ຖືກເຄາະຮ້າຍທີ່ກ່າວມາຂ້າງເທິງ ແລະ ໃຫ້ການຮ່ວມມືນຳພົນລະເມືອງ 3 ຄົນນີ້ກັບຄືນປະເທດ.
ກຳລັງກອງທັບເຮືອ Nicaragua ໃຫ້ຮູ້ວ່າ ເຮືອລຳນີ້ບັນທຸກຊາວອົບພະຍົບ ອິນເດຍ, ອີຣານ, ອີຢິບ ແລະ ຫວຽດນາມ 17 ຄົນ ອອກເດີນທາງແຕ່ວັນທີ 4 ກຸມພາ ຈາກເກາະ San Andres ຂອງ ໂກໂລມບີ ແລະ ໄດ້ຈົມໃນນ້ຳນອກຝັ່ງທະເລຂອງປະເທດນີ້, ໃກ້ກັບໝູ່ເກາະ Corn Islands ຫ່າງຈາກດິນຕໍແຜ່ນ 150 ແມັດ ໃນເວລາ 7 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ວັນທີ 5 ກຸມພາ.
ໃນເບື້ອງຕົ້ນໄດ້ຢັ້ງຢືນວ່າ ມີ 5 ຄົນເສຍຊີວິດ ແລະ 4 ຄົນຫາຍສາບສູນ. ກຳລັງກຳລັງເຈົ້າທີ່ Nicaragua ໄດ້ກູ້ຊີບ 8 ຄົນ, ໃນນັ້ນ ມີພົນລະເມືອງ ຫວຽດນາມ 3 ຄົນ ແລະ ພວມສືບຕໍ່ຊອກຫາບັນດາຜູ້ຖືກເຄາະຮ້າຍທີ່ຫາຍສາບສູນ.
![]() | ກະຊວງການຕ່າງປະເທດອັບເດດຂໍ້ມູນກ່ຽວກັບການປົກປ້ອງພົນລະເມືອງ ຫວຽດນາມ ໃນເຫດດິນເຊາະເຈື່ອນຢູ່ ປະເທດລາວ ຍສໝ - ພາຍຫຼັງໄດ້ຮັບຂໍ້ມູນຂ່າວວ່າມີຊາວຫວຽດນາມ ປະສົບເຄາະຮ້າຍໃນເຫດດິນເຊາະເຈື່ອນຢູ່ ລາວ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ໄດ້ເປັນເຈົ້າການສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງລາວເພື່ອຊອກຄົ້ນ. |
![]() | ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ ຍສໝ -ທ່ານເອກອັກຄະລັດຖະທູດ ໂດເຊີນຫາຍ ຢືນຢັນວ່າ, ສະຖານທູດ ຫວຽດນາມ ປະຈຳ ຕວກກີ ຈະສືບຕໍ່ຮັກສາການພົວພັນ ກັບປະຊາຊົນເພື່ອແນໃສ່ຕິດຕາມກວດກາສະພາບການປະຈຳວັນ, ໜູນຊ່ວຍຢ່າງທັນການໃນສະພາວະການຈຳເປັນ. |
ແທັງຮັ່ງ