ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ

18:34 | 03/07/2026

ຍສໝ - ວຽກງານການທູດປະຊາຊົນ ຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກການພົບປະແລກປ່ຽນມິດຕະພາບ ໄປສູ່ການເຊື່ອມຕໍ່ແຫຼ່ງພະລັງງານ, ຕິດພັນຢ່າງສະໜິດແໜ້ນກັບບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ແລະ ປະເທດຊາດ. ນີ້ແມ່ນທິດທາງທີ່ໄດ້ຮັບການເນັ້ນໜັກຈາກການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ແນໃສ່ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ພາຍໃນໄລຍະໃໝ່.

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ຈາກຄົນຮຸ່ນໜຸ່ມ
ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິສະບັບເລກທີ 57: ຈຳເປັນຕ້ອງກ້າວເຂົ້າສູ່ຄວາມເປັນຈິງ ແລະ ມີປະສິດທິຜົນກວ່າເກົ່າ

4 ກຸ່ມໜ້າວຽກຈຸດສຸມ

ວັນທີ 2 ກໍລະກົດ ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຄະນະປະຈຳ, ຄະນະບໍລິຫານງານເປີດກວ້າງ ສະຫຼຸບວຽກງານການທູດປະຊາຊົນ 6 ເດືອນຕົ້ນປີ, ຜັນຂະຫຍາຍທິດທາງ, ໜ້າວຽກ 6 ເດືອນທ້າຍປີ 2026.

ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ
ກອງປະຊຸມຄະນະປະຈຳ, ຄະນະບໍລິຫານງານເປີດກວ້າງ ສະຫຼຸບວຽກງານການທູດປະຊາຊົນ 6 ເດືອນຕົ້ນປີ, ຜັນຂະຫຍາຍທິດທາງ, ໜ້າວຽກ 6 ເດືອນທ້າຍປີ 2026. (ພາບ: ດິງຮວາ)

ກ່າວປາໄສຢູ່ທີ່ກອງປະຊຸມ, ທ່ານນາງ ເຈິ່ນທິເຟືອງ, ຮອງປະທານປະຈຳການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ໃຫ້ຮູ້ວ່າ, ພາຍໃນໄລຍະເວລາຈະມາເຖິງ, ສະຫະພັນ ຮ່າໂນ້ຍ ຈະສຸມໃສ່ຜັນຂະຫຍາຍ 4 ກຸ່ມໜ້າວຽກຈຸດສຸມ ແນໃສ່ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ພາຍໃນໄລຍະໃໝ່.

ທີໜຶ່ງ, ສືບຕໍ່ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ ແລະ ປັບປຸງບູລະນະການຈັດຕັ້ງກົງຈັກ. ສະຫະພັນ ຮ່າໂນ້ຍ ຈະຜັນຂະຫຍາຍບັນດາໂຄງການກະທຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ມະຕິສະບັບເລກທີ 02 ຂອງກົມການເມືອງ ກ່ຽວກັບການສ້າງຕັ້ງ ແລະ ຂະຫຍາຍຕົວນະຄອນຫຼວງ ຮ່າໂນ້ຍ ພາຍໃນຍຸກສະໄໝໃໝ່, ຄຳສັ່ງສະບັບເລກທີ 45 ຂອງຄະນະພັກ ຮ່າໂນ້ຍ ກ່ຽວກັບການເພີ່ມທະວີວຽກງານການທູດປະຊາຊົນ; ໃນຂະນະດຽວກັນ ກໍເລັ່ງລັດການສ້າງຕັ້ງໂຄງການເພີ່ມທະວີວຽກງານການທູດປະຊາຊົນ ຂອງນະຄອນຫຼວງ ຕິດພັນກັບການເສີມຂະຫຍາຍບົດບາດ ຂອງແນວໂຮມປະເທດຊາດ ພາຍໃນການຂົນຂວາຍ, ເຊື່ອມຕໍ່ຄົນ ຫວຽດນາມ ຢູ່ຕ່າງປະເທດ, ປັນຍາຊົນ, ຊ່ຽວຊານ, ນັກທຸລະກິດ ແລະ ຄົນເຊື້ອສາຍ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມການສ້າງຕັ້ງ, ຂະຫຍາຍຕົວນະຄອນຫຼວງ.

ທີສອງ, ກ່ຽວກັບສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືສາກົນ, ສະຫະພັນ ຮ່າໂນ້ຍ ຈະສືບຕໍ່ຮັກສາ, ຍົກສູງຄຸນນະພາບຂອງບັນດາການເຄື່ອນໄຫວການທູດປະຊາຊົນປະຈຳປີ; ຈັດຕັ້ງຫຼາກຫຼາຍເຫດການພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ພົບປະແລກປ່ຽນປະຊາຊົນ ເຊັ່ນ: ງານບຸນວັດທະນະທຳມິດຕະພາບ "ສີສັນອາຊຽນ", ການແຂ່ງຂັນແລ່ນມາລາທອນ ໜັງສືພິມຮ່າໂນ້ຍໃໝ່ ເປີດກວ້າງ - ເພື່ອສັນຕິພາບ, ການແຂ່ງຂັນແຕ້ມຮູບເດັກນ້ອຍສາກົນ "ນ້ອງຮັກຮ່າໂນ້ຍ - ນະຄອນຫຼວງແຫ່ງສັນຕິພາບ", ການເດີນທາງຂີ່ລົດຖີບມິດຕະພາບ ເພື່ອຮ່າໂນ້ຍສີຂຽວ, ຄ່ຳຄືນດົນຕີ ອາເມລິກາລາຕິນ ພ້ອມກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງບັນດາຂີດໝາຍອັນສຳຄັນ ພາຍໃນສາຍພົວພັນການທູດ ລະຫວ່າງ ຫວຽດນາມ ແລະ ຫຼາກຫຼາຍປະເທດ. ຄຽງຄູ່ກັນນັ້ນ, ສະຫະພັນ ຮ່າໂນ້ຍ ຈະສືບຕໍ່ສົມທົບກັບບັນດາພະແນກ, ຂະແໜງການ ຈັດຕັ້ງບັນດາເຫດການວັດທະນະທຳ, ການທ່ອງທ່ຽວອັນໃຫຍ່ຫຼວງ ຂອງນະຄອນຫຼວງ, ປະກອບສ່ວນໂຄສະນາພາບພົດ ຮ່າໂນ້ຍ ໄປສູ່ເພື່ອນມິດສາກົນ.

ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ
ໂຄງການພົບປະແລກປ່ຽນສິລະປະສາກົນ “ຕ້ອນຮັບປີໃໝ່ 2026” ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ຈັດຕັ້ງຂຶ້ນໃນວັນທີ 12 ມັງກອນ 2026 ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ ບັນດາປະເທດ ປາແລັດສະຕິນ, ໂປໂລຍ, ບຣູໄນ, ຊີລີ, ກູບາ, ລາວ, ມົງໂກລີ, ໄທ...; ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGO) ແລະ ນັກສຶກສາຕ່າງປະເທດ ທີ່ພວມປະຕິບັດງານ ແລະ ສຶກສາຮ່ຳຮຽນ ຢູ່ ເຫ້ວ ແລະ ຮ່າໂນ້ຍ. (ພາບ: ດິງຮວາ)

ທີສາມ, ກ່ຽວກັບວຽກງານຂໍ້ມູນຂ່າວສານການຕ່າງປະເທດ, ສະຫະພັນ ຮ່າໂນ້ຍ ຄາດຄະເນວ່າຈະຈັດຕັ້ງຄະນະປະຕິບັດງານຢູ່ ສະຫະພັນລັດເຊຍ, ໃນຂະນະດຽວກັນ ກໍຈະຕ້ອນຮັບຫຼາກຫຼາຍຄະນະຄູ່ຮ່ວມມືສາກົນ ທີ່ມາຈາກ ຍີ່ປຸ່ນ ແລະ ຈີນ. ຄຽງຄູ່ກັນນັ້ນ, ທາງຫົວໜ່ວຍຈະສືບຕໍ່ຫັນປ່ຽນໃໝ່ວຽກງານຂໍ້ມູນຂ່າວສານການຕ່າງປະເທດ ຕາມທິດທາງເປັນເຈົ້າການ, ທັນການ, ເພີ່ມທະວີການປະຍຸກໃຊ້ເຕັກໂນໂລຊີດິຈິຕອນ; ຮັກສາການພິມຈຳໜ່າຍ ຈົດໝາຍຂ່າວມິດຕະພາບ ແລະ ການຮ່ວມມື ສອງພາສາ ຫວຽດ - ອັງກິດ ປະຈຳເດືອນ; ຍູ້ແຮງການໂຄສະນາເຜີຍແຜ່ບັນດາການເຄື່ອນໄຫວການຕ່າງປະເທດຂັ້ນສູງ, ບັນດາເຫດການການທູດປະຊາຊົນ ແລະ ບັນດາຂີດໝາຍອັນສຳຄັນ ພາຍໃນສາຍພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ.

ທີສີ່, ສຸມໃສ່ຜັນຂະຫຍາຍວຽກງານຕໍ່ກັບຄົນ ຫວຽດນາມ ຢູ່ຕ່າງປະເທດ, ຂົນຂວາຍການຊ່ວຍເຫຼືອລ້າຈາກອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ, ໃນຂະນະດຽວກັນ ກໍຍູ້ແຮງການຄົ້ນຄວ້າ, ຄາດຄະເນສະພາບການ. ຕາມນັ້ນ, ສະຫະພັນ ຮ່າໂນ້ຍ ຈະຈັດຕັ້ງບັນດາກອງປະຊຸມອົບຮົມວິຊາສະເພາະວຽກງານການທູດປະຊາຊົນ, ບັນດາກອງປະຊຸມເສວະນາສະເພາະເລື່ອງ; ເພີ່ມທະວີການຄົ້ນຄວ້າ, ວິເຄາະສະພາບການສາກົນ, ຂໍຄຳຄິດຄຳເຫັນຈາກສະພາທີ່ປຶກສາວຽກງານການທູດປະຊາຊົນ ຂອງນະຄອນຫຼວງ ແນໃສ່ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ. ພ້ອມກັນນັ້ນ, ທາງຫົວໜ່ວຍຈະສືບຕໍ່ຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ປັນຍາຊົນ, ຊ່ຽວຊານ, ນັກທຸລະກິດ ແລະ ຄົນເຊື້ອສາຍ ຫວຽດນາມ ຢູ່ຕ່າງປະເທດ; ເປີດກວ້າງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ລະດົມບັນດາແຫຼ່ງພະລັງງານຢ່າງມີປະສິດທິຜົນ ເພື່ອຮັບໃຊ້ໃຫ້ແກ່ການຂະຫຍາຍຕົວ ຂອງນະຄອນຫຼວງ.

ວຽກງານການທູດປະຊາຊົນ ຕິດພັນກັບຂໍ້ກຳນົດການຂະຫຍາຍຕົວຂອງນະຄອນຫຼວງ

ກ່າວປາໄສຊີ້ນຳຢູ່ທີ່ກອງປະຊຸມ, ທ່ານນາງ ຟ້າມທິເຟືອງຈີ, ຮອງຫົວໜ້າກົມການທູດວັດທະນະທຳ ແລະ UNESCO (ກະຊວງການຕ່າງປະເທດ) ແລະ ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ລ້ວນແຕ່ຕີລາຄາສູງຕໍ່ກັບບັນດາໝາກຜົນທີ່ ສະຫະພັນ ຮ່າໂນ້ຍ ບັນລຸໄດ້ພາຍໃນ 6 ເດືອນຕົ້ນປີ 2026.

ຕາມທ່ານນາງ ຟ້າມທິເຟືອງຈີ ແລ້ວ, ບັນດາການເຄື່ອນໄຫວຂອງ ສະຫະພັນ ຮ່າໂນ້ຍ ໄດ້ຮັບການຜັນຂະຫຍາຍຢ່າງອຸດົມສົມບູນ, ຫຼາກຫຼາຍຮູບແບບ, ນັບຕັ້ງແຕ່ການພົບປະແລກປ່ຽນມິດຕະພາບ, ການຮ່ວມມືສາກົນ ຮອດການຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ, ການຄົ້ນຄວ້າ, ການຂົນຂວາຍການຊ່ວຍເຫຼືອລ້າຈາກອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ ແລະ ການເຊື່ອມຕໍ່ຄົນເຊື້ອສາຍ ຫວຽດນາມ ຢູ່ຕ່າງປະເທດ. ຫຼາກຫຼາຍໂຄງການໄດ້ສ້າງຂີດໝາຍສະເພາະຕົວ ຂອງວຽກງານການທູດປະຊາຊົນນະຄອນຫຼວງ ເຊັ່ນ: ການພົບປະແລກປ່ຽນສິລະປະສາກົນຕ້ອນຮັບປີໃໝ່, ການທ່ອງທ່ຽວລະດູບານໃໝ່ມິດຕະພາບ, ການເດີນທາງມິດຕະພາບ, ການພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ຂອງບາງປະເທດອາຊີ... ບັນດາການເຄື່ອນໄຫວເຫຼົ່ານີ້ ບໍ່ພຽງແຕ່ປະກອບສ່ວນຮັດແໜ້ນຄວາມສາມັກຄີກັບເພື່ອນມິດສາກົນເທົ່ານັ້ນ, ແຕ່ຍັງໂຄສະນາພາບພົດ ຮ່າໂນ້ຍ ພັນປີອາະລິຍະທຳ, ນະຄອນຫຼວງເພື່ອສັນຕິພາບ.

ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ
ທ່ານນາງ ຟ້າມທິເຟືອງຈີ, ຮອງຫົວໜ້າກົມການທູດວັດທະນະທຳ ແລະ UNESCO (ກະຊວງການຕ່າງປະເທດ). (ພາບ: ດິງຮວາ)

ທ່ານນາງ ຟ້າມທິເຟືອງຈີ ສະເໜີໃຫ້ ສະຫະພັນ ຮ່າໂນ້ຍ ພາຍໃນໄລຍະເວລາຈະມາເຖິງ ຈຳເປັນຕ້ອງສືບຕໍ່ເກາະຕິດບັນດາບຸລິມະສິດພາຍໃນສາຍພົວພັນການຮ່ວມມືຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃຫຍ່, ໂດຍສະເພາະແມ່ນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ; ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີຄົບຮອບ 5 ປີ, 10 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຕາມທິດທາງມີຄວາມປະດິດສ້າງ, ເຂົ້າສູ່ຄວາມເປັນຈິງ ແລະ ມີປະສິດທິຜົນ. ໃນຂະນະດຽວກັນ, ກໍຕ້ອງຮີບຮ້ອນປັບປຸງໃຫ້ສົມບູນ ແລະ ຫັນເປັນອັນລະອຽດບັນດາໂຄງການກ່ຽວກັບການເພີ່ມທະວີວຽກງານການທູດປະຊາຊົນຂອງນະຄອນຫຼວງ, ເສີມຂະຫຍາຍບົດບາດຂອງແנວໂຮມປະເທດຊາດພາຍໃນການຂົນຂວາຍການຊ່ວຍເຫຼືອລ້າຈາກອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ, ເຊື່ອມຕໍ່ເຄືອຂ່າຍປັນຍາຊົນ, ຊ່ຽວຊານ, ນັກທຸລະກິດ ແລະ ຄົນ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມການສ້າງສານະຄອນຫຼວງ.

ທ່ານ ຫງວຽນຫງອກຮຸ່ງ ໄດ້ຢັ້ງຢືນວ່າ ສະຫະພັນ ຮ່າໂນ້ຍ ແມ່ນໜຶ່ງພາຍໃນບັນດາຫົວໜ່ວຍທີ່ເຂັ້ມແຂງ, ບຸກທະລຸໄປກ່ອນພາຍໃນລະບົບສະຫະພັນບັນດາອົງການຈັດຕັ້ງມິດຕະພາບທ້ອງຖິ່ນ, ດ້ວຍຫຼາກຫຼາຍວິທີການເຮັດອັນມີຄວາມປະດິດສ້າງ ແລະ ມີປະສິດທິຜົນ. ທ່ານໄດ້ຕີລາຄາສູງຕໍ່ກັບການທີ່ ສະຫະພັນ ຮ່າໂນ້ຍ ເອົາໃຈໃສ່ວຽກງານການຄົ້ນຄວ້າ, ເປັນເສນາທິການ ຜ່ານບັນດາກອງປະຊຸມ, ກອງປະຊຸມເສວະນາ, ກອງປະຊຸມສໍາມະນາສະເພາະເລື່ອງ, ປະກອບສ່ວນຍົກສູງຄຸນນະພາບການຄາດຄະເນ ແລະ ສະເໜີແນະນະໂຍບາຍ ບົນສະພາບແວດລ້ອມສາກົນທີ່ມີການຜັນແປຢ່າງວ່ອງໄວ.

ກ່ຽວກັບໜ້າວຽກພາຍໃນໄລຍະເວລາຈະມາເຖິງ, ທ່ານໄດ້ສະເໜີໃຫ້ ສະຫະພັນ ຮ່າໂນ້ຍ ສືບຕໍ່ເກາະຕິດບັນດາໂຄງການກະທຳຂອງພັກ, ຂັ້ນສູນກາງ ແລະ ຂອງນະຄອນຫຼວງ; ຍົກສູງປະສິດທິຜົນເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງຂອງບັນດາການເຄື່ອນໄຫວການທູດປະຊາຊົນ, ຕິດພັນກັບບັນດາຂົງເຂດເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນດິຈິຕອນ, ວັດທະນະທຳ, ການທ່ອງທ່ຽວ ແລະ ການຂະຫຍາຍຕົວສີຂຽວ.

ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ
ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ. (ພາບ: ດິງຮວາ)

ພ້ອມກັນນັ້ນ, ຈຳເປັນຕ້ອງເສີມຂະຫຍາຍບົດບາດເປັນຂົວຕໍ່ພາຍໃນການສະໜັບສະໜູນຊ່ວຍເຫຼືອວິສາຫະກິດ, ເຊື່ອມຕໍ່ປະຊາຄົມຄົນ ຫວຽດນາມ ຢູ່ຕ່າງປະເທດ, ເພີ່ມທະວີການຂົນຂວາຍການຊ່ວຍເຫຼືອລ້າຈາກອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ ແລະ ຮັດແໜ້ນສາຍພົວພັນກັບບັນດາທ້ອງຖິ່ນ, ຄູ່ຮ່ວມມືສາກົນ. ສະຫະພັນ ຮ່າໂນ້ຍ ກໍຈຳເປັນຕ້ອງຍູ້ແຮງການຫັນເປັນດິຈິຕອນ, ສ້າງຕັ້ງຖານຂໍ້ມູນ, ປະຍຸກໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງ ແລະ ຍົກສູງຄວາມສາມາດຂອງຖັນແຖວພະນັກງານ.

ບັນດາຄຳຄິດຄຳເຫັນຊີ້ນຳລ້ວນແຕ່ມີຄວາມເປັນເອກະພາບກັນຢູ່ທີ່ຂໍ້ກຳນົດທີ່ວ່າ ຕ້ອງວາງວຽກງານການທູດປະຊາຊົນຂອງນະຄອນຫຼວງ ໄວ້ພາຍໃນສາຍພົວພັນຕິດພັນຢ່າງສະໜິດແໜ້ນກັບໜ້າວຽກການຂະຫຍາຍຕົວຂອງ ຮ່າໂນ້ຍ ແລະ ປະເທດຊາດ; ຫັນປ່ຽນຢ່າງແຂງແຮງຈາກການພົບປະແລກປ່ຽນມິດຕະພາບແບບບໍລິສຸດຜຸດຜ່ອງ ຫັນໄປສູ່ການເຊື່ອມຕໍ່ແຫຼ່ງພະລັງງານ, ສ້າງສັນມູນຄ່າການຮ່ວມມື, ປະກອບສ່ວນສ້າງຕັ້ງຮາກຖານພື້ນຖານສັງຄົມອັນສະດວກສະບາຍໃຫ້ແກ່ການຕ່າງປະເທດ ແລະ ຍົກສູງຖານະບົດບາດຂອງນະຄອນຫຼວງພາຍໃນໄລຍະໃໝ່.

ກ່າວສະຫຼຸບກອງປະຊຸມ, ທ່ານ ຫງວຽນງອກກີ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບບັນດາຄຳຄິດຄຳເຫັນກ່າວປາໄສຊີ້ນຳ, ບົດປະກອບຄຳເຫັນ ແລະ ຄຳຍູ້ໜູນຢູ່ທີ່ກອງປະຊຸມ. ທ່ານໃຫ້ຮູ້ວ່າ, ຄະນະປະຈຳສະຫະພັນ ຮ່າໂນ້ຍ ຈະຮັບເອົາບັນດາຄຳຄິດຄຳເຫັນຂອງການນຳຂັ້ນສູນກາງ, ບັນດາຫົວໜ່ວຍເສນາທິການ ແລະ ສະມາຄົມສະມາຊິກຢ່າງຄົບຖ້ວນ ເພື່ອສືບຕໍ່ປັບປຸງບົດລາຍງານໃຫ້ສົມບູນ, ຍົກສູງຄຸນນະພາບການຜັນຂະຫຍາຍໜ້າວຽກພາຍໃນໄລຍະເວລາຈະມາເຖິງ.

ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ
ທ່ານ ຫງວຽນງອກກີ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ. (ພາບ: ດິງຮວາ)
ຕາມບົດລາຍງານຢູ່ທີ່ກອງປະຊຸມ, 6 ເດືອນຕົ້ນປີ 2026, ສະຫະພັນ ຮ່າໂນ້ຍ ສືບຕໍ່ຢັ້ງຢືນບົດບາດເປັນກຳລັງແກນນຳພາຍໃນວຽກງານການທູດປະຊາຊົນ ຂອງນະຄອນຫຼວງ. ຄຽງຄູ່ກັບການເປັນເສນາທິການສ້າງຕັ້ງຫຼາກຫຼາຍກົນໄກ, ນະໂຍບາຍອັນສຳຄັນ ແນໃສ່ຜັນຂະຫຍາຍຄຳສັ່ງສະບັບເລກທີ 45 ຂອງຄະນະພັກ ນະຄອນ ຮ່າໂນ້ຍ ແລະ ບັນດາໂຄງການກະທຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ສະຫະພັນ ຮ່າໂນ້ຍ ຍັງໄດ້ເຈົ້າການຄົ້ນຄວ້າ, ສ້າງຕັ້ງບັນດາໂຄງການກ່ຽວກັບການເພີ່ມທະວີວຽກງານການທູດປະຊາຊົນ ແລະ ເຊື່ອມຕໍ່ແຫຼ່ງພະລັງງານຄົນ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ການຂະຫຍາຍຕົວ ຂອງນະຄອນຫຼວງ.
ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ
ໂຄງການພົບປະແລກປ່ຽນມິດຕະພາບ ອວຍພອນບຸນປີໃໝ່ປະເພນີ ຂອງບາງປະເທດອາຊີ ປີ 2026 ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ສົມທົບກັບພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ພ້ອມກັບສະຖານເອກອັກຄະລັດຖະທູດ 7 ປະເທດ ຄື: ລາວ, ອິນເດຍ, ບັງກະລາເດດ, ກຳປູເຈຍ, ມຽນມາ, ໄທ ແລະ ສີລັງກາ ຮ່ວມກັນຈັດຕັ້ງຂຶ້ນ ໃນວັນທີ 22 ເມສາ 2026.

ພາຍໃນຂົງເຂດການພົບປະແລກປ່ຽນສາກົນ, ຫຼາກຫຼາຍການເຄື່ອນໄຫວການທູດປະຊາຊົນຂະໜາດໃຫຍ່ ໄດ້ຮັບການຈັດຕັ້ງຂຶ້ນຢ່າງປະສົບຜົນສຳເລັດ ເຊັ່ນ: ໂຄງການພົບປະແລກປ່ຽນສິລະປະສາກົນຕ້ອນຮັບປີໃໝ່ 2026, ການທ່ອງທ່ຽວລະດູບານໃໝ່ມິດຕະພາບ ຢູ່ ເຮືອງເຊີນ, ການພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ຂອງບາງປະເທດອາຊີ ພ້ອມກັບບັນດາໂຄງການສົມທົບກັບບັນດາພະແນກ, ຂະແໜງການ ພາຍໃນການໂຄສະນາວັດທະນະທຳ, ການທ່ອງທ່ຽວ ແລະ ພາບພົດ ຮ່າໂນ້ຍ. ວຽກງານພິທີການທູດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ດ້ວຍການຕ້ອນຮັບຫຼາກຫຼາຍຄະນະແຂກສາກົນ, ບັນດາການເຄື່ອນໄຫວພົບປະແລກປ່ຽນກັບອົງການຈັດຕັ້ງການທູດ, ໃນຂະນະດຽວກັນ ກໍໄດ້ເປັນເສນາທິການໃຫ້ແກ່ນະຄອນ ມອບນາມມະຍົດ "ພົນລະເມືອງກິດຕິມະສັກຂອງນະຄອນຫຼວງ" ໃຫ້ແກ່ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ເນື່ອງໃນໂອກາດທີ່ມີການປະກອບສ່ວນຫຼາກຫຼາຍຕໍ່ກັບ ນະຄອນ ຮ່າໂນ້ຍ.

ວຽກງານຂໍ້ມູນຂ່າວສານການຕ່າງປະເທດ ສືບຕໍ່ໄດ້ຮັບການຫັນປ່ຽນໃໝ່ຕາມທິດທາງມີຄວາມເປັນມືອາຊີບ, ທັນສະໄໝ ຜ່ານການຮັກສາການພິມຈຳໜ່າຍ ຈົດໝາຍຂ່າວມິດຕະພາບ ແລະ ການຮ່ວມມື ສອງພາສາ ຫວຽດ - ອັງກິດ, ເພີ່ມທະວີການປະຍຸກໃຊ້ການຫັນເປັນດິຈິຕອນ ແລະ ສົມທົບຢ່າງສະໜິດແໜ້ນກັບບັນດາອົງການສື່ມວນຊົນ ເພື່ອໂຄສະນາພາບພົດນະຄອນຫຼວງໄປສູ່ເພື່ອນມິດສາກົນ. ສະຫະພັນ ຮ່າໂນ້ຍ ຍັງໄດ້ຍູ້ແຮງວຽກງານຂົນຂວາຍການຊ່ວຍເຫຼືອລ້າຈາກອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ, ເເຊື່ອມຕໍ່ຄົນເຊື້ອສາຍ ຫວຽດນາມ ຢູ່ຕ່າງປະເທດ, ປັນຍາຊົນ ແລະ ນັກທຸລະກິດຄົນ ຫວຽດນາມ ຢູ່ຕ່າງປະເທດ, ປະກອບສ່ວນລະດົມແຫຼ່ງພະລັງງານເພີ່ມເຕີມ ເພື່ອຮັບໃຊ້ໃຫ້ແກ່ການຂະຫຍາຍຕົວເສດຖະກິດ - ສັງຄົມ ແລະ ຍົກສູງຖານະບົດບາດການຕ່າງປະເທດຂອງ ນະຄອນ ຮ່າໂນ້ຍ.

ມະຕິສະບັບເລກທີ 57: ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ; ກ້າວຂ້າມຂອບເຂດວິທະຍາສາດ ແລະ ເຕັກໂນໂລຊີ ມະຕິສະບັບເລກທີ 57: ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ; ກ້າວຂ້າມຂອບເຂດວິທະຍາສາດ ແລະ ເຕັກໂນໂລຊີ

ຍສໝ - ມະຕິສະບັບເລກທີ 57-NQ/TW ໄດ້ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ. ສິ່ງທີ່ມີຄວາມໝາຍຍຸດທະສາດທີ່ສຸດ ແມ່ນບໍ່ພຽງແຕ່ແມ່ນບັນດາໝາກຜົນອັນລະອຽດທີ່ບັນລຸໄດ້ເທົ່ານັ້ນ ແຕ່ຫາກແມ່ນການທີ່ມະຕິໄດ້ກຳນົດຮູບແບບການຂະຫຍາຍຕົວໃໝ່, ພາຍໃນນັ້ນ ວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ ແມ່ນໄດ້ຮັບການກຳນົດວ່າເປັນກຳລັງຂັບເຄື່ອນຕົ້ນຕໍຂອງການເຕີບໂຕ, ປ່ຽນແທນເທື່ອລະກ້າວໃຫ້ແກ່ຮູບແບບການຂະຫຍາຍຕົວທີ່ອີງໃສ່ທຶນຮອນ, ຊັບພະຍາກອນ ແລະ ແຮງງານຕົ້ນທຶນຕ່ຳເປັນສ່ວນໃຫຍ່.

ກອງປະຊຸມທົ່ວປະເທດສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57 ກອງປະຊຸມທົ່ວປະເທດສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57

ຍສ​ໝ - ກອງປະຊຸມທົ່ວປະເທດສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸຂະຫຍາຍຕົວວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ ໄດ້ດຳເນີນໄປໃນຕອນບ່າຍມື້ນີ້ (1 ກໍລະກົດ). ທ່ານ ໂຕເລີມ, ...

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ