ພົນລະເມືອງຫວຽດນາມ ຈຳນວນເກືອບ 300 ຄົນ ຢູ່ UAE ໄດ້ກັບຄືນປະເທດຢ່າງປອດໄພ

16:45 | 04/05/2020

ຍສໝ - ພົນລະເມືອງຫວຽດນາມຈຳນວນເກືອບ 300 ຄົນ ຢູ່ ບັນດາປະເທດ UAE ໄດ້ກັບຄືນປະເທດ ຢ່າງປອດໄພໃນສະພາບເສັ້ນທາງການບິນການຄ້າລະຫວ່າງຫວຽດນາມ ແລະ ສາກົນ ຖືກໂຈະຍ້ອນການລະບາດຂອງພະຍາດ Covid-19.

ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 300 ຄ ນ ຢ uae ໄດ ກ ບຄ ນປະເທດຢ າງປອດໄພ ນໍາສົ່ງພົນລະເມືອງຫວຽດນາມ ກວ່າ 200 ຄົນ ຈາກ ສິງກະໂປ ກັບມາປະເທດຢ່າງປອດໄພ
ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 300 ຄ ນ ຢ uae ໄດ ກ ບຄ ນປະເທດຢ າງປອດໄພ ພົນລະເມືອງຫວຽດນາມຈຳນວນ 300 ຄົນ ໄດ້ກັບຄືນບ້ານຈາກປະເທດຍີ່ປຸ່ນ ດ້ວຍຄວາມປອດໄພ

ໃນວັນທີ 2-3 ພຶດສະພາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳ UAE ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບ ບັນດາອົງການເຈົ້າໜ້າທີ່ UAE ໄດ້ຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງຫວຽດນາມ ກັບຄືນປະເທດ.

ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 300 ຄ ນ ຢ uae ໄດ ກ ບຄ ນປະເທດຢ າງປອດໄພ
ພົນລະເມືອງຫວຽດນາມ ປະຕິບັດຂັ້ນຕອນການເຂົ້າເມືອງຢູ່ສະໜາມບິນ Dubai ໃນວັນທີ 2 ພຶດສະພາ. (ພາບ: baoquocte)

ພົນລະເມືອງທີ່ໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ປະກອບມີ ເດັກນ້ອຍ ແລະ ນັກຮຽນອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຄົນເຈັບປ່ວຍ, ນັກທ່ອງທ່ຽວ ຫຼື ໄປຢ້ຽມຢາມຍາດພີ່ນ້ອງ ທີ່ມີວີຊາໝົດອາຍຸ ແລະ ຖືກຄ້າງຢູ່ໃນປະເທດ UAE, ຄົນງານທີ່ຖືກບັງຄັບໃຫ້ຕັດສັນຍາແຮງງານ ຫລື ບໍ່ໄດ້ຮັບເງິນເດືອນເປັນເວລາຫລາຍເດືອນ.

ສະຖານທູດຫວຽດນາມ ປະຈຳ UAE ໄດ້ສົ່ງພະນັກງານທີ່ໄປສະໜາມບິນ Dubai ຢ່າງໂດຍກົງ ເພື່ອປະສານສົມທົບກັບບັນດາອົງການທີ່ມີໜ້າທີ່ UAE ເພື່ອຊີ້ນຳ ແລະ ຊ່ວຍເຫຼືອພົນລະເມືອງໄດ້ສຳເລັດຂັ້ນຕອນໃນການຂຶ້ນຖ້ຽວບິນ ແລະ ກັບຄືນປະເທດຢ່າງປອດໄພ. ເພື່ອຮັບປະກັນສຸຂະພາບຂອງພົນລະເມືອງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ, ສາຍການບິນຫວຽດນາມ ໄດ້ປະຕິບັດມາດຕະການຢ່າງເຂັ້ມງວດກ່ຽວກັບຄວາມສະຫງົບ, ຄວາມປອດໄພ ແລະ ຫຼັກການຮັກສາສຸຂະພາບໃນຖ້ຽວບິນ. ຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເກີນເຖີ, ຜູ້ໂດຍສານໃນຖ້ຽວບິນທັງໝົດ ໄດ້ຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ສຸມໃສ່ການແຍກຫ່າງຕາມກຳນົດໄວ້ຢ່າງທັນທີ.

ໃນໄລຍະຈະມາເຖິງ, ດ້ວຍຈິດໃຈປະຕິບັດຕາມການຊີ້ນຳຢ່າງໃກ້ຊິດ ຂອງທ່ານນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາອົງການຕົວແທນຫວຽດນາມ ຢູ່ຕ່າງປະເທດ ໄດ້ປະຕິບັດກວດກາ, ຈັດຕັ້ງການບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ທີ່ມີສະພາບການທີ່ຫຍຸ້ງຍາກ ເຊິ່ງໄດ້ກັບຄືນບ້ານໂດຍອີງໃສ່ຄວາມປາຖະໜາ, ການເຄື່ອນໄຫວຕົວຈິງຂອງການລະບາດພະຍາດຢູ່ພາຍໃນ ແລະ ຕ່າງປະເທດ, ຮັບປະກັນຄວາມສົມດຸນທົ່ວໄປ ແລະ ຄວາມເໝາະສົມກັບຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 300 ຄ ນ ຢ uae ໄດ ກ ບຄ ນປະເທດຢ າງປອດໄພ ຊາວຫວຽດນາມ ຢູ່ Ukraine ໄດ້ມອບຜ້າບັງປາກ ໃຫ້ແກ່ບັນດາໂຮງໝໍ, ອົງການດັບເພີງ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19 ຢູ່ Ukraine

ຍສໝ - ຊາວຫວຽດນາມ ຢູ່ Odessa (Ukraine) ມອບຜ້າບັງປາກຈຳນວນ 12.000 ແຜ່ນ ໃຫ້ແກ່ບັນດາໂຮງໝໍ, ອົງການດັບເພີງ ເພື່ອປ້ອງກັນພະຍາດ Covid-19 ຢູ່ ປະເທດUkraine.

ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 300 ຄ ນ ຢ uae ໄດ ກ ບຄ ນປະເທດຢ າງປອດໄພ ສະຖານທູດຫວຽດນາມປະຈຳ ສິງກະໂປ ແຈ້ງການກ່ຽວກັບການນໍາສົ່ງ ພົນລະເມືອງຫວຽດນາມກັບເມືອປະເທດ

ຍສໝ - ສະຖານທູດຫວຽດນາມປະຈຳສິງກະໂປໄດ້ອອກແຈ້ງການກ່າວເຕື່ອນໃຫ້ພົນລະເມືອງຫວຽດນາມກັບເມືອປະເທດຕ້ອງປະຕິບັດຕາມລະບຽບການ.

ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 300 ຄ ນ ຢ uae ໄດ ກ ບຄ ນປະເທດຢ າງປອດໄພ ຊາວຫວຽດນາມ ອາໄສ ຢູ່ ອາເມລິກາ ໄດ້ຮ່ວມແຮງຮ່ວມໃຈຕໍ່ສູ້ຕ້ານກັບພະຍາດ COVID-19

ຍສໝ - ຕໍ່ໜ້າກັບສະຖານະການທີ່ສັບສົນຂອງການລະບາດພະຍາດ COVID-19, ປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ຍາມໃດກໍ່ໄດ້ຮ່ວມແຮງຮ່ວມໃຈກັນໃນການປ້ອງກັນການລະບາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.