ກອງພົນ 968 ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ

21:05 | 23/10/2019

ຍສໝ - ຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມູນເຊື້ອຂອງກອງພົນ 968 ໄດ້ຈັດການຊຸມນຸມ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ (30 ຕຸລາ 1949 / 30 ຕຸລາ 2019).

ກອງພົນ 968 ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ

ທັດສະນີຍະພາບພິທີ. (ພາບ: qdnd.vn)

ຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມູນເຊື້ອຂອງກອງພົນ 968 ໄດ້ຈັດການຊຸມນຸມ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ (30 ຕຸລາ 1949 / 30 ຕຸລາ 2019).

ເຂົ້າຮ່ວມພິທີ ມີນັກຮົບເກົ່າຈຳນວນ 600 ຄົນ ເຊິ່ງແມ່ນຜູ້ອະດີດຊ່ຽວຊານ, ນັກຮົບອາສາສະໝັກ ຂອງກອງພົນ 968 ທີ່ເຄີຍເຮັດພາລະກິດສາກົນຊ່ວຍເຫຼືອປະເທດລາວຈາກ 20 ແຂວງ, ນະຄອນໃນທົ່ວປະເທດ.

ໃນ 70 ປີກ່ອນ, ບັນດາລຸ້ນນັກຮົບ ແລະ ທະຫານອາສາສະໝັກ ຫວຽດນາມ ບໍ່ຢ້ານຄວາມຫຍຸ້ງຍາກລຳບາກ ເຊິ່ງຍອມຮັບທຸກການເສຍສະຫຼະ ເພື່ອຄຽງບ່າຄຽງໄຫຼ່ ກັບກຳລັງທະຫານຂອງປະຕິວັດ ລາວ ທີ່ໄດ້ໂຄສະນາເຜີຍແຜ່ຄວາມຕື່ນຕົວມະຫາຊົນ, ກໍ່ສ້າງພື້ນຖານວັດຖຸເຕັກນິກມີຄວາມສະດວກ ແລະ ພັດທະນາກຳລັງການເມືອງ; ກໍ່ສ້າງ ແລະ ພັດທະນາກຳລັງປະກອບອາວຸດ, ປຸກລະດົມປະຊາຊົນສູ້ຮົບ, ປັບປຸງ ແລະ ຂະຫຍາຍເຂດປົດປ່ອຍ.

ກອງພົນ 968 ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ

ນັກຮົບເກົ່າ ໄດ້ທົບທວນ ທີ່ລະນຶກ ຢູ່ສະໜາມຮົບພາກໃຕ້ຂອງລາວ. (ພາບ: qdnd.vn)

ທ່ານພັນເອກ ເລກ່ວາງຫ໋ວນ, ຫົວໜ້າ ສະມາຄົມມູນເຊື້ອຂອງກອງພົນ 968 ໃຫ້ຮູ້ວ່າ: ນັບແຕ່ປີ 1995 ເປັນຕົ້ນມາ, ສະມາຄົມມູນເຊື້ອຂອງກອງພົນ 968 ໄດ້ນຳໃຊ້ເຂົ້າໃນການເຄື່ອນໄຫວ ແລະ ຫາກໍ່ບູລະນະໃຫ້ສົມບູນໃນຕົ້ນເດືອນຕຸລາ. ຊຸກຍູ້ຄວາມປະເພນີວິລະຊົນຂອງກອງພົນ, ຜູ້ອະດີດຊ່ຽວຊານ, ນັກຮົບອາສາສະໝັກ ຍາມໃດກໍ່ ຈົດຈຳໄວ້ສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ໃຈບໍລິສຸດຕັ້ງຕໍ່ຂອງກອງທັບສອງປະເທດ, ຮັກສາຈິດໃຈບໍລິສຸດ, ພ້ອມກັນນັ້ນ ໄດ້ໂຄສະນາເຜີຍແຜ່ໃຫ້ລຸ້ນໜຸ່ມ.

ເກືອບ 30 ປີແຫ່ງການປະຕິບັດງານ, ດ້ວຍຈຳນວນສະມາຊິກທີ່ນັບມື້ນັບເພີ່ມຂຶ້ນ, ສະມາຄົມມູນເຊື້ອຂອງກອງພົນ 968 ໄດ້ຈັດຕັ້ງການເຄື່ອນໄຫວນ້ຳໃຈຮັກເພງຢ່າງຕັ້ງໜ້າ, ສົ່ງເສີມປະເພນີ ແລະ ຄຸນລັກສະນະ ຂອງທະຫານລຸງໂຮ່.

ກອງພົນ 968 ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ

ສະມາຄົມມູນເຊື້ອຂອງກອງພົນ 968 ໄດ້ມອບຂອງຂວັນ ຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານບາດເຈັບ ແລະ ປະຊາຊົນຜູ້ມີຊີວິດການເປັນຢູ່ຫຍຸ້ງຍາກ. (ພາບ: qdnd.vn)

ກອງພົນ 968 ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ

ນັກຮົບເກົ່າ ຕອບສະ ໜອງ ຢ່າງສຸດໃຈຕໍ່ກິດຈະກຳກໍ່ສ້າງງົບ “ເພື່ອນຮ່ວມກົມກອງຮັກເພງກັນ”. (ພາບ: qdnd.vn)

ທີ່ພິທີສະເຫຼີມສະຫຼອງ, ສະມາຄົມມູນເຊື້ອຂອງກອງພົນ 968 ໄດ້ມອບຂອງຂວັນ 52 ຊຸດ, ແຕ່ລະຊຸດມູນຄ່າ 500.000 ດົ່ງ ໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານບາດເຈັບ ແລະ ປະຊາຊົນຜູ້ມີຊີວິດການເປັນຢູ່ຫຍຸ້ງຍາກ; ເປີດໂຄງການສ້າງງົບ “ເພື່ອນຮ່ວມກົມກອງຮັກເພງກັນ”, ຄະນະຈັດຕັ້ງໄດ້ຮັບການສະໜັບສະໜູນເງິນເກືອບ 100 ລ້ານດົ່ງ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.