ຫວຽດນາມ ແລກປ່ຽນບົດຮຽນໃນການເຄື່ອນໄຫວ ຂອງການປົກຄອງທ້ອງຖິ່ນ

00:54 | 15/05/2019

ຍສໝ - ຕອນເຊົ້າຂອງວັນທີ 5/3 ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາ “ແລກປ່ຽນບົດຮຽນໃນການເຄື່ອນໄຫວ ຂອງການປົກຄອງທ້ອງຖິ່ນ”. ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ສປປ ລາວ; ທ່ານນາງ ຕ່ອງ ຖິຟ໋ອງ ກຳມະການກົມການເມືອງ ຮອງປະທານສະພາແຫ່ງຊາດຫຽດນາມ ແລະ ທ່ານ ຮ່ວາງ ຈຸງຫ໋າຍ ກຳມະການກົມການເມືອງ, ເຈົ້າຄອງນະຄອນ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ໄດ້ຮ່ວມເປັນປະທານໃນກອງປະຊຸມສຳມະນາຄັ້ງນີ້.

ຫວຽດນາມ ແລກປ່ຽນບົດຮຽນໃນການເຄື່ອນໄຫວ ຂອງການປົກຄອງທ້ອງຖິ່ນ

ບັນຍາກາດຂອງກອງປະຊຸຸມສຳມະນາ “ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງການປົກຄອງທ້ອງຖິ່ນ”

ກ່າວຄຳເຫັນໃນກອງປະຊຸມສຳມະນາຄັ້ງນີ້, ທ່ານ ຮວ່າງ ຈຸງຫ໋າຍ ເຈົ້າຄອນນະຄອນຫຼວງ ໄດ້ລາຍງານກ່ຽວກັບ ບັນດາບາດກ້າວໃໝ່ຂອງການພັດທະນາຂອງນະຄອນໂຮ່ໂນ້ຍ ໃນໄລຍະຜ່ານມາ, ພ້ອມກັນນັ້ນກໍ່ຢືນຢັນວ່າ: ປີ 2019 ແລະ ໃນປີຕໍ່ໆໄປ, ຮ່າໂນ້ຍ ຈະສືບຕໍ່ປະຕິບັດເປົ້າໝາຍກໍ່ສ້າງ ນະຄອນແຫ່ງສັນຕິພາບ, ສີຂຽວ-ອຳລິຍະທຳ-ສີວິໄລ-ທັນສະໄໝ; ສູ້ຊົນສ້າງໃຫ້ເປັນສະຖານທີ່ແຫ່ງການເຕົ້າໂຮມຂອງຄຸນຄ່າດ້ານວັດທະນະທຳ, ຈິດໃຈອັນໂດດເດັ່ນ ຂອງຄອບຄົວໃຫຍ່ ຂອງບັນດາເຜົ່າຫວຽດນາມ. ພ້ອມກັນນັ້ນກໍ່ສືບຕໍ່ປັບປຸງການປົກຄອງ, ປັບປຸງສະພາບແວດລ້ອມ ຂອງການລົງທືນ, ຍົກສູງຄວາມສາມາດໃນການແກ່ງແຍ້ງ; ນຳໃຊ້ຢ່າງມີປະສິດທິຜົນ ຊັບພະຍາກອນໃຫ້ແກ່ການພັດທະນາ; ປ່ຽນແປງຮູບແບບຂອງການຈະເລີນເຕີບໂຕເສດຖະກິດ; ຫັນ ບັນດາແຫຼ່ງກຳລັງໃຫ້ມີຄຸນລັກສະນະສັງຄົມ ຢ່າງເຂັ້ມແຂງ, ສ້າງບາດກ້າວກະໂດດໃນການລົງທືນຂອງເອກກະຊົນ, ດຶງດູດການລົງທືນຈາກຕ່າງຕ່າງປະເທດ; ຮັບປະກັນຊີວິດການເປັນຢູ່ ແລະ ສະຫວັດດີການສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດ ແລະ ເຊື່່ອມໂຍງສາກົນ; ໃນນັ້ນແມ່ນສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ.

ຫວຽດນາມ ແລກປ່ຽນບົດຮຽນໃນການເຄື່ອນໄຫວ ຂອງການປົກຄອງທ້ອງຖິ່ນ

ເຈົ້າຄອງນະຄອນຫຼວງຮ່າໂນ້ຍ ທ່ານ ຮ່ວາງ ຈຸງຫ໋າຍ ກ່າວເປີດກອງປະຊຸມສຳມະນາ

ທ່ານ ຮ່ວາງ ຈຸງຫ໋າຍ ເຈົ້າຄອງນະຄອນ ຢືນຢັນວ່າ: ຮ່ວມກັບການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງຂອງສະຫາແຫ່ງຊາດ ສປປ ລາວ ຢູ່ ຫວຽດນາມ, ດ້ວຍເປົ້າໝາຍຂອງການເພີ່ມທະວີພົບປະ, ແລກປ່ຽນບົດຮຽນ ລະຫ່ວາງ ອົງການນິຕິບັນຍັດ, ອົງການຜູ້ແທນປະຊາຊົນ ຂອງ ລາວ ກັບອົງການນິຕິບັນຍັດ, ອົງການຜູ້ແທນປະຊາຊົນ ຫວຽດນາມ ແຕ່ສູນກາງຮອດທ້ອງຖິ່ນ, ນະຄອນ ຮ່າໂນ້ຍ ເປັນກຽດ ຈັດກອງປະຊຸມສຳມະນາແລກປ່ຽນ ກ່ຽວກັບບົດຮຽນໃນການເຄື່ອນໄຫວ ຂອງການປົກຄອງທ້ອງຖິ່ນ ກັບ ລາວອ້າຍນ້ອງ.

ໃນຂອບເຂດຂອງກອງປະຊຸມສຳມະນາ, ບັນດາຜູ້ແທນສຸມໃສ່ໃນການສຳມະນາ ແລກປ່ຽນ ບົດຮຽນ ໃນ 5 ກຸ່ມບັນຫາຫຼັກ. ນັ້ນຄື: ບົດຮຽນດ້ານການກວດກາຕິດຕາມ ການປະຕິບັດກົດໝາຍ ແລະ ບັນດາເອກກະສານດ້ານກົດໝາຍ ໃນຂົງເຂດການເກັບງົບປະມານລັດ; ກົນໄກປະສານ ແລະ ຜັນຂະຫຍາຍພາລະກິດ ລະຫວ່າງ ສະພາປະຊາຊົນ ນະຄອນ ກັບບັນດາຂະແໜງການ, ທ້ອງຖິ່ນ; ກົນໄກປະສານສົມທົບ ການແກ້ໄຂ ຄຳສະເໜີ ຂອງປະຊາຊົນ ລະຫວ່າງ ສະພາປະຊາຊົນນະຄອນ ກັບ ຂະແໜງການທີ່ກ່ຽວຂ້ອງ ແລະ ການປົກຄອງທ້ອງຖິ່ນ; ນະໂຍບາຍກ່ຽວຂ້ອງກັບ ທີ່ດິນ ແລະ ການຈັດຕັ້ງປະຕິບັດການຄຸ້ມຄອງທີ່ດິນ ຂອງນະຄອນຫຼວງຮ່າໂນ້ຍ ປະຈຸບັນ ແລະ ບັນດານະໂຍບາຍ ສົ່ງເສີມ ນັກທຸລະກິດກາງແລະນ້ອຍ; ຂັ້ນຕອນໃນການອະນຸຍາດ; ກົນໄກປະສານສົມທົບ ແລະ ແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ, ນະຄອນ ແລະ ຂັ້ນທ້ອງຖິ່່ນ, ແຂວງ, ເມືອງ.

ກ່າວຄຳເຫັນທີ່ກອງປະຊຸຸມສຳມະນາ, ທ່ານ ນາງ ຕ່ອງ ຖິຟ໋ອງ ຮອງປະທານສະພາແຫ່ງຊາດ ໄດ້ຢືນຢັນວ່າ: ເຫັນດີເປັນເອກກະພາບ ຂອງເນື້ອໃນຈິດໃຈ ການຊີ້ນຳຂອງ ກົມການເມືອງທັງສອງປະເທດທີ່ການພົບປະແຕ່ລະປີ, ສະພາແຫ່ງຊາດຂອງສອງປະເທດ ຫວຽດນາມ-ລາວ ໄດ້ຮ່ວມມືຢ່າງແໜ້ນແຟ້ນ ໃນທຸກໆຂົງເຂດຂອງການສ້າງກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນຫາທີ່ສຳຄັນຂອງປະເທດ ແລະ ໃນເວທີປະຊຸມສອງຝ່າຍ ແລະ ຫຼາຍຝ່າຍ, ຍາມໃດກໍ່ສະໜັບສະໜູນເຊິ່ງກັນແລະກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນອັນແທ້ຈິງ ນຳສາຍພົວພັນຮ່ວມມືອັນດີງາມລະຫ່ວາງ ສະພາແຫ່ງຊາດທັງສອງ ກ້າວສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນສູງສຸດ.

ຫວຽດນາມ ແລກປ່ຽນບົດຮຽນໃນການເຄື່ອນໄຫວ ຂອງການປົກຄອງທ້ອງຖິ່ນ

ຮອງປະທານສະພາແຫ່ງຊາດ ຕ່ອງ ຖິຟ໋ອງ ກ່າວຄຳປະໄສທີ່ກອງປະຊຸມສຳມະນາ

ຮອງປະທານສະພາແຫ່ງຊາດ ຕ່ອງ ຖິຟ໋ອງ ໄດ້ກ່າວວ່າ: ພາຍຫຼັງກອງປະຊຸມສຳມະນາຄັ້ງນີ້, ຈາກການແບ່ງປັນອັນຈິງໃຈ ຂອງບັນດາສະຫາຍການນຳນະຄອນຫຼວງຮ່າໂນ້ຍ, ສະຫາຍປະທານ ແລະ ຄົນລາວອ້າຍນ້ອງ ຈະສາມາດທາບທາມເບິ່ງບົດຮຽນກໍ່ຄືປະສົບການ ກ່ຽວກັບວຽກງານການຄຸ້ມຄອງທີ່ດິນ; ກ່ຽວກັບນະໂຍບາຍສົ່ງເສີມພາກທຸລະກິດກາງແລະນ້ອຍ; ວຽກງານການກວດກາຕິດຕາມ ແລະ ວຽກງານການປະຕິບັດກົດໝາຍໃນຂົງເຂດເກັບ-ເບິກຈ່າຍງົບປະມານລັດ; ກ່ຽວກັບກົນໄກປະສານ ແລະຜັນຂະຫຍາຍພາລະກິດ ລະຫວ່າງ ສະພາປະຊາຊົນ ນະຄອນຮ່າໂນ້ຍ ກັບບັນດາຂະແໜງການຂອງທ້ອງຖິ່ນ, ໃນນັ້ນມີວຽກງານການແກ້ໄຂບັນຫາ ການນຳສະເໜີຂອງປະຊາຊົນ. ສິ່ງທີ່ສຳຄັນທີ່ສຸດແມ່ນແນວຄວາມຄິດ ແລະ ການຕັດສິນໃຈ ຂອງສະພາປະຊາຊົນ. ຮອງປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ ຮ່າໂນ້ຍ ສືບຕໍ່ເປີດການແລກປ່ຽນບົດຮຽນດ້ານວິຊາການ ກັບບັນດາສະຫາຍ ອ້າຍນ້ອງລາວ, ໂດຍສະເພາະແມ່ນຄວາມສາມາດໃນການພັດທະນາ ແລະ ຄຸ້ມຄອງຕົວເມືອງ ຂະໜາດຄືກັນກັບ ນະຄອນຫຼວງຮ່າໂນ້ຍ, ບັນດານະໂຍບາຍ ພິເສດ ທີ່ສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ຕັັດສິນໃຈ ປະຕິບັດຢ່າງມີປະສິດທິຜົນ ໃນບັນດານະໂຍບາຍໃນການຄຸ້ມຄອງຕົວເມືອງພິເສດແມ່ນ ນະຄອນຫຼວງ.

(ຫັດ​ທະ​ບູນ)

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.