| ດານັງ ຊຸກຍູ້ການຮ່ວມມືຫຼາຍດ້ານ ກັບບັນດາຄູ່ຮ່ວມມື ຈີເລ | |
| ເປີດກວ້າງຂົວຕໍ່ແຫ່ງການຮ່ວມມືລະຫວ່າງ ດານັງ ແລະ ບັນດາຄູ່ຮ່ວມມື ຈີເລ |
ພາຍໃນສອງວັນທີ 15-16 ກໍລະກົດ, ອົງການ World Vision ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວ ພາຍໃຕ້ໂຄງການ “ຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ ພາຍຫຼັງພາຍຸ Fengshen ແລະ Kalmaegi ຢູ່ຕາແສງ ນາມຈາໝີ ແລະ ຕາແສງ ຈາເວີນ, ນະຄອນ ດານັງ”. ໂຄງການດັ່ງກ່າວ ມີຍອດງົບປະມານກວ່າ 3,74 ຕື້ດົ່ງ (125.378 ເອີໂຣ), ໂດຍແມ່ນພັນທະມິດກູ້ໄພ ເຢຍລະມັນ (ADH) ເປັນຜູ້ໃຫ້ທຶນອຸປະຖຳ ໂດຍຜ່ານອົງການ World Vision, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດ ນັບຕັ້ງແຕ່ເດືອນມີນາ ຫາ ເດືອນສິງຫາ ປີ 2026.
![]() |
| ພິທີມອບ-ຮັບເງິນສົດ ພາຍໃຕ້ໂຄງການ “ຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ ພາຍຫຼັງພາຍຸ Fengshen ແລະ Kalmaegi ຢູ່ຕາແສງ ນາມຈາໝີ ແລະ ຕາແສງ ຈາເວີນ, ນະຄອນ ດານັງ”. |
ພາຍໃນບັນດາເດືອນທ້າຍປີ 2025, ພາຍຸ Fengshen ແລະ Kalmaegi ໄດ້ເຮັດໃຫ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ, ເກີດມີນ້ຳປ່າໄຫຼຊູ ແລະ ດິນເຈື່ອນໃນຂອບເຂດກວ້າງ ຢູ່ພາກກາງຂອງຫວຽດນາມ. ຢູ່ທີ່ສອງຕາແສງ ນາມຈາໝີ ແລະ ຈາເວີນ, ຫຼາຍຮ້ອຍຄອບຄົວຕ້ອງໄດ້ອົບພະຍົບເປັນການດ່ວນ, ເຮືອນຊານບ້ານຊ່ອງຫຼາຍຫຼັງໄດ້ຮັບຄວາມເສຍຫາຍ, ລະບົບສະໜອງນ້ຳໃຊ້ໃນຊີວິດປະຈຳວັນຖືກທຳລາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ນີ້ແມ່ນເຂດພູດອຍທີ່ມີພູມສັນຖານຄ້ອຍຊັນ, ຖືກແບ່ງແຍກ, ຫ່າງໄກຈາກຕົວເມືອງ, ມັກໄດ້ຮັບຜົນກະທົບຈາກຝົນຕົກນ້ຳຖ້ວມ ແລະ ດິນເຈື່ອນເປັນປະຈຳ, ທັງເປັນບ່ອນດຳລົງຊີວິດຂອງບັນດາຊຸມຊົນເຜົ່າສ່ວນໜ້ອຍ ເຊັ່ນ: ເຜົ່າ ກາດົງ (Ca Dong), ເຜົ່າ ມະນົງ (M'Nông) ແລະ ເຜົ່າ ໂກ (Co). ຢູ່ຕາແສງ ຈາວັນ, ມີປະຊາກອນກວ່າ 98% ແມ່ນເປັນພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ; ອັດຕາຄອບຄົວທຸກຍາກໃນປີ 2024 ແມ່ນຢູ່ໃນລະດັບ 43,2%. ຊີວິດການເປັນຢູ່ຂອງປະຊາຊົນສ່ວນໃຫຍ່ແມ່ນອີງໃສ່ການເຮັດໄຮ່ເຮັດນາເຂົ້າປີລະເທື່ອ ແລະ ການລ້ຽງສັດແບບຄອບຄົວ.
ໃນຂະນະນັ້ນ, ເຂດ ນາມຈາໝີ ກໍເຄີຍປະສົບກັບເຫດການດິນເຈື່ອນຢ່າງຮ້າຍແຮງມາແລ້ວຫຼາຍຄັ້ງ. ເງື່ອນໄຂທາງດ້ານເສດຖະກິດທີ່ຍັງຄົງມີຄວາມຫຍຸ້ງຍາກ ບວກກັບຂໍ້ຈຳກັດທາງດ້ານໂຄງລ່າງພື້ນຖານ ເຮັດໃຫ້ຄວາມສາມາດໃນການຟື້ນຟູຕົນເອງຂອງປະຊາຊົນ ພາຍຫຼັງໄພພິບັດທຳມະຊາດພົບອຸປະສັກຫຼາຍຢ່າງ.
ເພື່ອຕອບສະໜອງຄວາມຕ້ອງການອັນຮີບດ່ວນຂອງຊຸມຊົນ, ໂຄງການໄດ້ໃຫ້ການຊ່ວຍເຫຼືອໂດຍກົງແກ່ 376 ຄອບຄົວ, ເທົ່າກັບປະມານ 1.504 ຄົນ, ໂດຍຜ່ານຮູບແບບການຊ່ວຍເຫຼືອເປັນເງິນສົດ ເພື່ອຮັບໃຊ້ໃຫ້ແກ່ການຟື້ນຟູພາຍຫຼັງໄພພິບັດທຳມະຊາດ. ໃນນັ້ນ, ມີ 191 ຄອບຄົວຢູ່ຕາແສງ ນາມຈາໝີ ແລະ 185 ຄອບຄົວຢູ່ຕາແສງ ຈາວັນ ທີ່ໄດ້ຮັບຜົນປະໂຫຍດ.
ລາຍລະອຽດມີດັ່ງນີ້: 49 ຄອບຄົວ ທີ່ມີເຮືອນຊານໄດ້ຮັບຄວາມເສຍຫາຍ ແມ່ນໄດ້ຮັບການຊ່ວຍເຫຼືອ 7,8 ລ້ານດົ່ງ/ຄອບຄົວ ເພື່ອສ້ອມແປງເຮືອນ, 278 ຄອບຄົວ ໄດ້ຮັບການຊ່ວຍເຫຼືອ 6,3 ລ້ານດົ່ງ/ຄອບຄົວ ແນໃສ່ຟື້ນຟູລະບົບນ້ຳສະອາດ ແລະ ວຽກງານສຸຂາພິບານພາຍໃນຄົວເຮືອນ, 49 ຄອບຄົວ ໄດ້ຮັບການຊ່ວຍເຫຼືອ 15 ລ້ານດົ່ງ/ຄອບຄົວ ເພື່ອລົງທຶນຄືນໃໝ່ເຂົ້າໃນການລ້ຽງງົວ, ເພື່ອຄ່ອຍໆ ຟື້ນຟູຊີວິດການເປັນຢູ່.
ໃນນາມເປັນໜຶ່ງໃນບັນດາຜູ້ທີ່ໄດ້ຮັບການຊ່ວຍເຫຼືອ, ທ່ານ ດົ່ງ, ປະຊາຊົນຄົນໜຶ່ງຢູ່ເຂດດັ່ງກ່າວ ໃຫ້ຮູ້ວ່າ ຈະນຳໃຊ້ເງິນຊ່ວຍເຫຼືອຈຳນວນ 6,3 ລ້ານດົ່ງ ເພື່ອຊື້ທໍ່ນ້ຳ, ດຶງນ້ຳສະອາດເຂົ້າມາເຮືອນ ແລະ ສ້ອມແປງຫຼັງຄາຫ້ອງນ້ຳທີ່ເພພັງ.
"ຂໍຂອບໃຈອົງການ World Vision ແລະ ADH ທີ່ໄດ້ຊ່ວຍເຫຼືອຄອບຄົວຂອງຂ້າພະເຈົ້າ ເປັນເງິນຈຳນວນ 6.300.000 ດົ່ງນີ້. ຂ້າພະເຈົ້າຈະນຳໃຊ້ເງິນຊ່ວຍເຫຼືອນີ້ເພື່ອຊື້ທໍ່ສົ່ງນ້ຳ, ດຶງນ້ຳເຂົ້າມາເຮືອນ, ຄອບຄົວຈະໄດ້ມີນ້ຳສະອາດໃຊ້. ນອກຈາກນັ້ນ, ຂ້າພະເຈົ້າຈະເອົາເງິນສ່ວນນີ້ໄປມຸງຫຼັງຄາຫ້ອງນ້ຳຄືນໃໝ່ ທີ່ໄດ້ຮັບຄວາມເສຍຫາຍ. ພວກເດັກນ້ອຍຢູ່ເຮືອນຄົງຈະດີໃຈຫຼາຍ ເວລາເຂົ້າຫ້ອງນ້ຳແລ້ວບໍ່ຕ້ອງປຽກຄືແຕ່ກ່ອນ", ທ່ານ ດົ່ງ ໄດ້ແບ່ງປັນ.
![]() |
| ປະຊາຊົນຮັບການຊ່ວຍເຫຼືອເປັນເງິນສົດ ຢູ່ທີ່ແຜນງານດັ່ງກ່າວ. |
ບໍ່ພຽງແຕ່ໄດ້ຮັບການຊ່ວຍເຫຼືອທາງດ້ານການເງິນເທົ່ານັ້ນ, ແຕ່ປະຊາຊົນຍັງໄດ້ຮັບການເຜີຍແຜ່ຂໍ້ມູນ, ຝຶກອົບຮົມກ່ຽວກັບນ້ຳສະອາດ, ສຸຂາພິບານ, ການປ້ອງກັນພະຍາດຕ່າງໆ ທີ່ຕິດພັນກັບແຫຼ່ງນ້ຳ ພ້ອມທັງວິທີການບົວລະບັດ ແລະ ປົກປ້ອງສັດລ້ຽງ ພາຍໃຕ້ເງື່ອນໄຂທີ່ມັກເກີດໄພພິບັດທຳມະຊາດຢ່າງເປັນປະຈຳ. ການເຄື່ອນໄຫວນີ້ ແມ່ນໄດ້ຮັບການເຊື່ອມໂຍງເຂົ້າໃນຂອບເຂດ ແຜນງານພັດທະນາເຂດ ນາມຈາໝີ ທີ່ຈັດຕັ້ງປະຕິບັດໂດຍອົງການ World Vision.
ທ່ານ ຫງວຽນຫງອກຮຸຍ, ຜູ້ຈັດການແຜນງານພັດທະນາເຂດ ນາມຈາໝີ ຂອງອົງການ World Vision ໃຫ້ຮູ້ວ່າ, ໂດຍຜ່ານໂຄງການນີ້, ອົງການ World Vision ມຸ່ງຫວັງຢາກຊ່ວຍເຫຼືອປະຊາຊົນຟື້ນຟູຄວາມຕ້ອງການທີ່ຈຳເປັນທີ່ສຸດ ເຊັ່ນ: ທີ່ຢູ່ອາໄສ, ນ້ຳສະອາດ ແລະ ຊີວິດການເປັນຢູ່, ພ້ອມທັງເພີ່ມທະວີຄວາມສາມາດໃນການຮັບມືຂອງຊຸມຊົນ ຕໍ່ກັບຄວາມສ່ຽງຈາກໄພພິບັດທຳມະຊາດ ທີ່ນັບມື້ນັບເພີ່ມຂຶ້ນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ.
ທ່ານ ຫງວຽນວັນຍີ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຈາວັນ ໄດ້ແລກປ່ຽນວ່າ:
"ພວກເຮົາເຊື່ອໝັ້ນວ່າ ແຫຼ່ງຊ່ວຍເຫຼືອໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍໃຫ້ບັນດາຄອບຄົວແກ້ໄຂຄວາມຫຍຸ້ງຍາກໃນສະເພາະໜ້າເທົ່ານັ້ນ, ແຕ່ຍັງປະກອບສ່ວນສ້າງເງື່ອນໄຂ ເພື່ອໃຫ້ປະຊາຊົນຄ່ອຍໆ ຟື້ນຟູຊີວິດການເປັນຢູ່ ແລະ ຍົກສູງຄວາມສາມາດໃນການຮັບມືກັບໄພພິບັດທຳມະຊາດໃນອະນາຄົດ."
ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການຊີ້ແຈງ, ອົງການ World Vision ໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບ ອຳນາດການປົກຄອງທ້ອງຖິ່ນ ພາຍໃນການຄັດເລືອກຜູ້ທີ່ໄດ້ຮັບຜົນປະໂຫຍດ, ການກວດກາລາຍຊື່ ແລະ ການຕິດຕາມກວດກາການນຳໃຊ້ແຫຼ່ງຊ່ວຍເຫຼືອ. ນອກຈາກນັ້ນ, ຍັງໄດ້ມີການສ້າງຕັ້ງຊ່ອງທາງຮັບຄຳຄິດຄຳເຫັນ ແລະ ຄຳຮ້ອງທຸກຕ່າງໆ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມໃນການປະກອບຄຳຄິດຄຳເຫັນ ແລະ ສະທ້ອນບັນດາບັນຫາທີ່ເກີດຂຶ້ນ ພາຍໃນຂະບວນການຈັດຕັ້ງປະຕິບັດ.
| ນຳ ດານັງ ກາຍເປັນຈຸດໝາຍປາຍທາງອັນດຶງດູດຂອງບັນດາເຫດການຮູບເງົາສາກົນ ຍສໝ - ດ້ວຍຄຳຂວັນ "ຂົວຕໍ່ຈາກອາຊີອອກສູ່ໂລກ - Bridging Asia to the World", ງານມະໂຫລານຮູບເງົາອາຊີ ດານັງ ຄັ້ງທີ IV (DANAFF IV) ໄດ້ໄຂຂຶ້ນພາຍໃນຄຳຄືນວັນທີ 28 ມິຖຸນາ, ຢູ່ທີ່ ນະຄອນ ດານັງ (TP. Đà Nẵng). |
| ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ. |

