| ນາຍທະຫານໜຸ່ມ ຫວຽດນາມ - ລາວ ພ້ອມກັນມີຄວາມເຊື່ອໝັ້ນ, ພ້ອມກັນພັດທະນາ | |
| ສືບຕໍ່ຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ |
![]() |
| ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ. (ພາບ: ທູລິງ) |
ຢູ່ທີ່ການເຂົ້າຢ້ຽມຂໍ່ານັບ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໄດ້ຕີລາຄາສູງຕໍ່ບົດບາດຂອງຊຸມຊົນຄົນຫວຽດນາມ ຢູ່ລາວ ພາຍໃນບັນດາໄລຍະປະຫວັດສາດ, ເຊິ່ງແມ່ນຊຸມຊົນທີ່ມີຄວາມສາມັກຄີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາປະເທດຊາດ ລາວ, ທັງຢືນຢັນວ່າ ຈະສືບຕໍ່ສະໜັບສະໜູນ ເພື່ອໃຫ້ຊຸມຊົນເສີມຂະຫຍາຍມູນເຊື້ອອັນດີງາມ, ຮັດແໜ້ນຄວາມຜູກພັນລະຫວ່າງສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ວຽກງານຄົນຕ່າງດ້າວ ແມ່ນຂົງເຂດທີ່ຈຳເປັນຕ້ອງໄດ້ຮັບການຊຸກຍູ້ການຮ່ວມມືພາຍໃນໄລຍະຈະມາເຖິງ.
ທ່ານນາງ ເລທິທູຮັ່ງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາອັນມີຄ່າເພື່ອຕ້ອນຮັບຄະນະ, ພ້ອມທັງສະແດງຄວາມເຄົາລົບ ແລະ ຕີລາຄາສູງ ຕໍ່ກັບການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ສອງກະຊວງການຕ່າງປະເທດ, ໂດຍສະເພາະແມ່ນ ພາຍຫຼັງທີ່ພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ປະສົບຜົນສຳເລັດຢ່າງຈົບງາມ ແລະ ພັກປະຊາຊົນ ປະຕິວັດລາວ ກໍໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ປະສົບຜົນສຳເລັດຢ່າງຈົບງາມ, ດ້ວຍຄວາມໝາຍໝັ້ນຮ່ວມກັນ ທີ່ຈະນຳພາສອງປະເທດກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ໂດຍຖືເອົາວິທະຍາສາດ ແລະ ເຕັກໂນໂລຊີ ເປັນບາດກ້າວບຸກທະລຸ, ພ້ອມທັງໃຫ້ຄວາມສຳຄັນຕໍ່ກັບບັນດາແຫຼ່ງພະລັງງານພັດທະນາອື່ນໆ, ໃນນັ້ນມີ ແຫຼ່ງພະລັງງານຈາກພໍ່ແມ່ປະຊາຊົນຕ່າງດ້າວ.
ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ບັນດາທ່ານຜູ້ນຳພັກ, ລັດຖະບານ ລາວ ແລະ ໂດຍສ່ວນຕົວ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ທອງສະຫວັນ ພົມວິຫານ ທີ່ໄດ້ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ຊຸມຊົນ ແລະ ບັນດາສະມາຄົມຄົນຫວຽດນາມ ຢູ່ລາວ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນຂົວຕໍ່ແຫ່ງມິດຕະພາບ ລະຫວ່າງ ສອງປະເທດ.
ເນື່ອງໃນໂອກາດນີ້, ທ່ານນາງ ເລທິທູຮັ່ງ ກໍໄດ້ມີການພົບປະເຮັດວຽກຮ່ວມກັບ ທ່ານ ຟອງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ພາຍໃນວຽກງານຄົນຕ່າງດ້າວ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ໃຫ້ຮູ້ວ່າ, ດ້ວຍຈຳນວນຄົນລາວຢູ່ຕ່າງປະເທດ ເກືອບ 1 ລ້ານຄົນ, ກວມເອົາກວ່າ 10% ຂອງປະຊາກອນທັງໝົດ, ເຊິ່ງສ່ວນໃຫຍ່ແມ່ນອາໄສຢູ່ບາງປະເທດ ເຊັ່ນ: ອາເມລິກາ, ຝຣັ່ງ, ການາດາ, ອົດສະຕຣາລີ..., ລາວ ມຸ່ງຫວັງຢາກເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງຄົນລາວຢູ່ຕ່າງປະເທດ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ. ເທິງພື້ນຖານດັ່ງກ່າວ, ລາວ ຈະສືບຕໍ່ປັບປຸງລະບົບນິຕິກຳໃຫ້ສົມບູນແບບ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງ, ແນໃສ່ດຶງດູດແຫຼ່ງທຶນການລົງທຶນ ແລະ ແຫຼ່ງພະລັງງານສະຕິປັນຍາ ເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດ.
ທ່ານນາງ ເລທິທູຮັ່ງ ໄດ້ສະແດງຄວາມຊົມເຊີຍ ຕໍ່ກັບຝ່າຍລາວ ທີ່ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍປະການ ພາຍໃນວຽກງານຄົນລາວຢູ່ຕ່າງປະເທດ ໃນໄລຍະຜ່ານມາ, ເຊິ່ງແມ່ນຫຼັກຖານຢັ້ງຢືນໃຫ້ແກ່ຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ຂອງບັນດາທ່ານຜູ້ນຳພັກ, ລັດ ລາວ ກໍຄື ການນຳກະຊວງການຕ່າງປະເທດ ລາວ ທີ່ມີຕໍ່ກັບວຽກງານດັ່ງກ່າວ.
ເທິງພື້ນຖານ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ລະຫວ່າງ ຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຄົນລາວຢູ່ຕ່າງປະເທດ ທີ່ໄດ້ລົງນາມຮ່ວມກັນໃນປີ 2011, ສອງຝ່າຍໄດ້ມີການແລກປ່ຽນ, ປະສານສົມທົບ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ຢ່າງເປັນປະຈຳ ພາຍໃນຂົງເຂດວຽກງານຄົນຕ່າງດ້າວ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກົນໄກການແລກປ່ຽນຄະນະຜູ້ແທນ, ການຈັດຕັ້ງກອງປະຊຸມປ່ຽນຜັດກັນ ແລະ ການແບ່ງປັນບົດຮຽນຕົວຈິງ ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມື. ນອກຈາກນັ້ນ, ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ ແລະ ພຶດຕິກຳຕົວຈິງ ຍັງໄດ້ເຮັດໃຫ້ສາຍພົວພັນ ລະຫວ່າງ ສອງອົງການເສນາທິການ ກ່ຽວກັບວຽກງານຄົນຫວຽດນາມ / ຄົນລາວຢູ່ຕ່າງປະເທດ ມີຄວາມເຂົ້າອົກເຂົ້າໃຈ ແລະ ເລິກເຊິ່ງຍິ່ງຂຶ້ນ.
![]() |
| ທ່ານ ຟອງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່ວມກັນເປັນປະທານກອງປະຊຸມພົບປະເຮັດວຽກ ສອງຝ່າຍ ກ່ຽວກັບວຽກງານຄົນຕ່າງດ້າວ. (ພາບ: ທູລິງ) |
ພາຍໃນໄລຍະຈະມາເຖິງ, ສອງອົງການຈັດຕັ້ງໄດ້ເຫັນດີເປັນເອກະພາບ ທີ່ຈະຮັກສາ ແລະ ເພີ່ມທະວີການຮ່ວມມື, ການແລກປ່ຽນຄະນະຜູ້ແທນ ແນໃສ່ແບ່ງປັນ, ຖອດຖອນບົດຮຽນ ພາຍໃນວຽກງານເສນາທິການ, ການສ້າງນະໂຍບາຍ, ການດຶງດູດແຫຼ່ງພະລັງງານ ຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ, ການໂຄສະນາເຜີຍແຜ່ກົດໝາຍ ແລະ ການຮັກສາເອກະລັກວັດທະນະທຳຂອງຊາດຢູ່ຕ່າງປະເທດ, ພ້ອມທັງຈັດຕັ້ງບັນດາເຫດການໃຫຍ່ ໃຫ້ແກ່ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ/ຄົນລາວຢູ່ຕ່າງປະເທດ ເຊັ່ນ: ກອງປະຊຸມຄົນຕ່າງດ້າວທົ່ວໂລກ, ບຸນເຕັດບ້ານເກີດເມືອງນອນ, ຄ້າຍລະດູຮ້ອນຊາວໜຸ່ມ-ເຍົາວະຊົນຕ່າງດ້າວ... ໂດຍສະເພາະແມ່ນການເພີ່ມທະວີການປະສານສົມທົບ ລະຫວ່າງ ບັນດາອົງການຕາງໜ້າຂອງ ຫວຽດນາມ ແລະ ລາວ ຢູ່ຕ່າງປະເທດ ພາຍໃນວຽກງານຄົນຕ່າງດ້າວ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ຄົນຫວຽດນາມ ແລະ ຄົນລາວ ຢູ່ບັນດາປະເທດໃນທົ່ວໂລກ.
![]() |
| ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ພາຍໃນວຽກງານຄົນຫວຽດນາມຢູ່ຕ່າງປະເທດ / ຄົນລາວຢູ່ຕ່າງປະເທດ ໄລຍະປີ 2026-2030 ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ. (ພາບ: ທູລິງ) |
ເມື່ອສິ້ນສຸດການພົບປະເຮັດວຽກ, ສອງຝ່າຍໄດ້ລົງນາມໃນ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືພາຍໃນວຽກງານຄົນຫວຽດນາມຢູ່ຕ່າງປະເທດ / ຄົນລາວຢູ່ຕ່າງປະເທດ ໄລຍະປີ 2026-2030 ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ. ນີ້ແມ່ນພື້ນຖານອັນສຳຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍການຮ່ວມມື, ເຊິ່ງສະເພາະໜ້ານີ້, ຝ່າຍລາວ ຈະຈັດສົ່ງຄະນະຜູ້ແທນເດີນທາງໄປ ຫວຽດນາມ ເພື່ອສຶກສາ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງກອງປະຊຸມຄົນຕ່າງດ້າວທົ່ວໂລກ ທີ່ມີແຜນຈະຈັດຂຶ້ນໃນເດືອນທັນວາ ປີ 2026.
| ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ຍສໝ - ໃນຂອບເຂດແຜນງານ ການແລກປ່ຽນມິດຕະພາບປ້ອງກັນຊາດ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຫວ່າງມໍ່ໆມານີ້, ຢູ່ທີ່ຕາແສງ ກິມບ໋າງ, ແຂວງ ເຫງະອານ, ໄດ້ມີບັນດາກິດຈະກຳເປີດສາກ ແຜນງານການແແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ປະຈຳປີ 2026. |
| ນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ຖະໜອມບຳລຸງສາຍພົວພັນມິດຕະພາບ ຈາກບັນດານາທີ່ຢູ່ແນວໜ້າ ຍສໝ - ພາຍໃນຂອບເຂດໂຄງການພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ປີ 2026, ໃນຄ່ຳຄືນວັນທີ 4 ກໍລະກົດ ຢູ່ທີ່ແຂວງ ເຫງະອານ ໄດ້ມີການຈັດຕັ້ງງານເສວະນາ, ພົບປະແລກປ່ຽນ ພາຍໃຕ້ຫົວຂໍ້ "ມິດຕະພາບສະໜິດແໜ້ນ - ກ້າວເດີນຢ່າງໝັ້ນຄົງສູ່ອະນາຄົດ". ໂຄງການດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມສອງປະເທດ ໄດ້ແບ່ງປັນບົດຮຽນວຽກງານເທົ່ານັ້ນ, ແຕ່ຍັງສືບຕໍ່ຢັ້ງຢືນເຖິງບົດບາດຂອງຮຸ່ນໜຸ່ມ ພາຍໃນການຮັກສາເສັ້ນຊາຍແດນສັນຕິພາບ, ຖະໜອມບຳລຸງສາຍພົວພັນຄວາມສາມັກຄີພິເສດ ... |


