| ຊຸກຍູ້ການຮ່ວມມືທາງດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ | |
| ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ, ມີບົດບາດນັບມື້ນັບສຳຄັນ ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ |
![]() |
| ການພົບປະເຮັດວຽກ ລະຫວ່າງ ຄະນະຜູ້ແທນນະຄອນ ຮ່າໂນ້ຍ ແລະ ຄະນະຜູ້ແທນສະພາຕັກສິລາ (ສະພານິຕິບັນຍັດ) ນະຄອນ St.Petersburg. (ພາບ: TTXVN). |
ໃນການພົບປະເຮັດວຽກດັ່ງກ່າວ, ທ່ານນາງ ຟຸ່ງທິຮົ່ງຮ່າ (Phùng Thị Hồng Hà) ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການຮັດແໜ້ນ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນຣັດເຊຍ; ພ້ອມທັງເນັ້ນໜັກວ່າ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແມ່ນມີບົດບາດສຳຄັນໃນການເຮັດໃຫ້ສາຍພົວພັນສອງຝ່າຍມີຄວາມເລິກເຊິ່ງຍິ່ງຂຶ້ນ. ຕາມທ່ານນາງ ຟຸ່ງທິຮົ່ງຮ່າ ແລ້ວ, ຮ່າໂນ້ຍ ແລະ Saint Petersburg ແມ່ນມີທ່າແຮງບົ່ມຊ້ອນຫຼາກຫຼາຍທີ່ຈະຊ່ວຍຊຸກຍູ້ເຊິ່ງກັນແລະກັນ ໃນບັນດາຂົງເຂດການພັດທະນາຕົວເມືອງ, ການອະນຸລັກມໍລະດົກ, ການສຶກສາ – ການກໍ່ສ້າງ, ວິທະຍາສາດ – ເຕັກໂນໂລຊີ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ການນຳສະພາປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງສອງທ້ອງຖິ່ນໃນໄລຍະຜ່ານມາ, ໂດຍສະເພາະແມ່ນພາຍຫຼັງທີ່ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ອຳນາດການປົກຄອງ Saint Petersburg ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະໃໝ່. ທັງສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ, ຊຸກຍູ້ບັນດາກິດຈະກຳແລກປ່ຽນວັດທະນະທຳ ແລະ ການຮ່ວມມືດ້ານການສຶກສາ.
![]() |
| ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ລະຫວ່າງ ນະຄອນ ຮ່າໂນ້ຍ ແລະ ນະຄອນ St.Petersburg. |
ທ່ານນາງ ຟຸ່ງທິຮົ່ງຮ່າ (Phùng Thị Hồng Hà) ຍັງໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້ Saint Petersburg ສືບຕໍ່ແບ່ງປັນປະສົບການໃນວຽກງານການວາງຜັງເມືອງ, ການສ້າງຕົວເມືອງອັດສະລິຍະ, ການພັດທະນາການຂົນສົ່ງສາທາລະນະ ແລະ ການອະນຸລັກຄຸນຄ່າທາງດ້ານວັດທະນະທຳ – ປະຫວັດສາດ. ພ້ອມກັນນັ້ນ, ຮ່າໂນ້ຍ ກໍຄາດຫວັງທີ່ຈະຂະຫຍາຍການຮ່ວມມືໃນຂົງເຂດສາທາລະນະສຸກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ນະວັດຕະກຳ ແລະ ການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ທາງຝ່າຍ ຣັດເຊຍ, ທ່ານ Aleksandr Belsky ປະທານສະພາຕັກສິລາ (ສະພານິຕິບັນຍັດ) ນະຄອນ Saint Petersburg ໄດ້ຢັ້ງຢືນວ່າ Saint Petersburg ຍາມໃດກໍມີຄວາມຮູ້ສຶກພິເສດຕໍ່ ຫວຽດນາມ ແລະ ຕີລາຄາສູງຕໍ່ບົດບາດ ກໍຄືຕຳແໜ່ງທີ່ນັບມື້ນັບສູງຂຶ້ນຂອງ ຮ່າໂນ້ຍ ຢູ່ໃນພາກພື້ນ. ທ່ານຖືວ່າ ທັງສອງນະຄອນມີຈຸດຄ້າຍຄືກັນຫຼາຍຢ່າງ ຍ້ອນຕ່າງກໍແມ່ນສູນກາງການເມືອງ ແລະ ວັດທະນະທຳທີ່ໃຫຍ່ໂຕຂອງແຕ່ລະປະເທດ, ເຊິ່ງຜ່ານນັ້ນໄດ້ສ້າງພື້ນຖານອັນສະດວກ ເພື່ອຊຸກຍູ້ການຮ່ວມມືຮອບດ້ານໃນຕໍ່ໜ້າ.
ທ່ານ Aleksandr Belsky ເນັ້ນໜັກວ່າ Saint Petersburg ມຸ່ງຫວັງຢາກເພີ່ມທະວີບັນດາກິດຈະກຳແລກປ່ຽນລະຫວ່າງສະພາທ້ອງຖິ່ນ, ການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການເຊື່ອມຕໍ່ຄົນຮຸ່ນໜຸ່ມລະຫວ່າງສອງນະຄອນໃຫ້ຫຼາຍຂຶ້ນຕື່ມ. ທ່ານຍັງໄດ້ຍົກຂຶ້ນມາເວົ້າເຖິງຮ່ອງຮອຍປະຫວັດສາດຂອງປະທານ ໂຮ່ຈີມິນ ຢູ່ທີ່ Saint Petersburg ເຊິ່ງເປັນສັນຍາລັກອັນມີຊີວິດຊີວາ ຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ – ສະຫະພັນຣັດເຊຍ.
ໃນຂອບເຂດການຢ້ຽມຢາມເຮັດວຽກຄັ້ງນີ້, ການນຳສະພາປະຊາຊົນນະຄອນ ຮ່າໂນ້ຍ ແລະ ສະພາຕັກສິລານະຄອນ Saint Petersburg ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືລະຫວ່າງສອງອົງການຕົວແທນປະຊາຊົນ, ເພື່ອສ້າງເປັນພື້ນຖານໃຫ້ແກ່ການຊຸກຍູ້ການແລກປ່ຽນປະສົບການດ້ານນິຕິບັນຍັດ, ການຄຸ້ມຄອງຕົວເມືອງ ແລະ ເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນໃນຕໍ່ໜ້າ.
| ຫວຽດນາມ ໃຫ້ຄວາມສຳຄັນຕໍ່ການຮັດແໜ້ນ ແລະ ພັດທະນາສາຍພົວພັນກັບ Croatia ຍສໝ - ທ່ານລັດຖະມົນຕີ Gordan Grlić Radman ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງ Croatia ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້. |
| ຊາວຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວສົດອັນງົດງາມ 136 ດອກ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຍສໝ - ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ. |

