| ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແນວໂຮມປະເທດຊາດຫວຽດນາມ | |
| ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ |
![]() |
| ທັດສະນີຍະພາບຂອງກອງປະຊຸມສໍາມະນາ. ພາບ: ຕວນແອັງ/TTXVN |
ກອງປະຊຸມສໍາມະນາໄດ້ຮັບການຈັດຕັ້ງຂຶ້ນ ແນໃສ່ສະຫຼຸບບັນດາໝາກຜົນ ແລະ ຜົນສຳເລັດຂອງລາຍການຮ່ວມມືສາມຝ່າຍ (TPP); ເພີ່ມທະວີສາຍພົວພັນລະຫວ່າງບັນດາຄູ່ຮ່ວມມືໃນປັດຈຸບັນ ແລະ ບັນດາຄູ່ຮ່ວມມືໃໝ່, ຢູ່ພາຍໃດນັ້ນລວມມີບັນດາປະເທດທີ່ປະກອບສ່ວນກຳລັງເຂົ້າພາຍໃດການເຄື່ອນໄຫວຮັກສາສັນຕິພາບ UN ແລະ ການເຄື່ອນໄຫວໜູນຊ່ວຍສັນຕິພາບຂອງສະຫະພາບອາຟຣິກາ, ບັນດາປະເທດທີ່ສະໜອງຄວາມຊ່ຽວຊານ ແລະ ແຫຼ່ງທຶນໃຫ້ແກ່ TPP.
ການເຄື່ອນໄຫວດັ່ງກ່າວ ຍັງປະກອບສ່ວນເຂົ້າພາຍໃດການກວດກາຄືນ, ປັບປຸງບັນດາລາຍການຝຶກອົບຮົມພາຍໃດຂອບເຂດ TPP ໃຫ້ສົມບູນແບບ; ຄົ້ນຄວ້າບັນດາຂົງເຂດການຮ່ວມມືໃໝ່, ຢູ່ພາຍໃດນັ້ນມີການເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງພາກພື້ນ, ເປັນພິເສດແມ່ນ ASEAN; ປຶກສາຫາລືບັນດາວິທີການ ແນໃສ່ຍົກສູງຜົນສະທ້ອນ, ປະສິດທິຜົນ ແລະ ສະມັດຖະພາບຂອງ TPP ຕື່ມອີກພາຍໃດໄລຍະຕໍ່ໜ້າ.
ອັນທີ່ໜ້າເອົາໃຈໃສ່ແມ່ນ, ກອງປະຊຸມສໍາມະນາໃນປີນີ້ ເປັນຂີດໝາຍແຫ່ງການກັບຄືນມາຂອງ TPP ຢູ່ທີ່ຫວຽດນາມ - ເຊິ່ງແມ່ນປະເທດ ASEAN ທຳອິດທີ່ເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວ, ຊຸດຝຶກອົບຮົມຂອງ TPP ໃນປີ 2019, ທັງເປັນປະເທດທີ່ລິເລີ່ມກົນໄກຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວຂອງ TPP ພາຍໃດພາກພື້ນ ASEAN. ກົນໄກນີ້ ປັດຈຸບັນພວມໄດ້ຮັບການສືບຕໍ່ໂດຍ ກຳປູເຈຍ, ຖັດຈາກ ຫວຽດນາມ ແລະ ອິນໂດເນເຊຍ ທີ່ເປັນເຈົ້າພາບຈັດຕັ້ງກ່ອນໜ້ານັ້ນ.
ນີ້ກໍແມ່ນກອງປະຊຸມສໍາມະນາບັນດາຝ່າຍທີ່ກ່ຽວຂ້ອງທຳອິດຂອງ TPP ທີ່ໄດ້ຮັບການຈັດຕັ້ງຂຶ້ນຢູ່ພາຍໃດພາກພື້ນ ASEAN, ຢູ່ພາຍໃດນັ້ນ ຫວຽດນາມ ແມ່ນປະເທດ ASEAN ທຳອິດທີ່ເປັນເຈົ້າພາບຈັດຕັ້ງເຫດການປະຈຳປີອັນສຳຄັນນີ້, ຜ່ານນັ້ນ ກໍສະທ້ອນໃຫ້ເຫັນເຖິງບົດບາດອັນພົ້ນເດັ່ນນັບມື້ນັບສູງ ຂອງບັນດາຄູ່ຮ່ວມມືພາກພື້ນ ພາຍໃດການເພີ່ມທະວີຄວາມສາມາດຮັກສາສັນຕິພາບ ແລະ ຊຸກຍູ້ບັນດາຄວາມພະຍາຍາມຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ.
![]() |
| ພົນຈັດຕະວາ ຟ້າມແມ້ງຖັງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ກ່າວປາໄສ. ພາບ: ຕວນແອັງ/TTXVN |
ກ່າວປາໄສໄຂກອງປະຊຸມ, ພົນຈັດຕະວາ ຟ້າມແມ້ງຖັງ (PhạmMạnhThắng), ຫົວໜ້າກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໃຫ້ຮູ້ວ່າ, ພາຍໃດໄລຍະເວລາກວ່າໜຶ່ງທົດສະວັດຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍກຳລັງພະນັກງານທະຫານ ແລະ ຕຳຫຼວດ ຈຳນວນ 1.352 ເທື່ອສະຫາຍ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ UN. ບັນດາກຳລັງຮັກສາສັນຕິພາບຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງຄວາມເປັນມືອາຊີບ, ລະບຽບວິໄນ ແລະ ຈິດໃຈມະນຸດສະທຳອັນເລິກເຊິ່ງ, ຈາກນັ້ນ ກໍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການນຳບັນດາຄະນະປະຕິບັດງານ, ຊຸມຊົນທ້ອງຖິ່ນ ແລະ ບັນດາຄູ່ຮ່ວມມືສາກົນ.
ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເນັ້ນຢ້ຳວ່າ, ບັນດາໝາກຜົນດັ່ງກ່າວ ບໍ່ພຽງແຕ່ແມ່ນໝາກຜົນແຫ່ງຄວາມພະຍາຍາມຂອງລະດັບຊາດ ເທົ່ານັ້ນ, ແຕ່ຍັງແມ່ນຍ້ອນມີການໜູນຊ່ວຍອັນຍືນຍົງຈາກ UN ພ້ອມກັບບັນດາຄູ່ຮ່ວມມືສາກົນຢ່າງຫຼວງຫຼາຍ. ຢູ່ພາຍໃດນັ້ນ, TPP ມີບົດບາດສຳຄັນເປັນພິເສດ.
ນັບຕັ້ງແຕ່ຕອນເຂົ້າຮ່ວມຂອບເຂດ TPP ເປັນຕົ້ນມາ, ຫວຽດນາມ ໄດ້ຮັບການໜູນຊ່ວຍອັນແທດຕົວຈິງຢ່າງຫຼວງຫຼາຍຈາກລາຍການ ພາຍໃດບັນດາຂົງເຂດຝຶກອົບຮົມ, ຍົກສູງຄວາມສາມາດ ແລະ ໜູນຊ່ວຍການຜັນຂະຫຍາຍການເຄື່ອນໄຫວ. ພົນຈັດຕະວາ ຟ້າມແມ້ງທັງ ເນັ້ນຢ້ຳວ່າ, ດ້ວຍບົດບາດເປັນປະເທດເຈົ້າພາບຂອງກອງປະຊຸມສໍາມະນາໃນປີນີ້, ຫວຽດນາມ ມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າພາຍໃດວິວັດທະນາການກຳນົດທິດທາງຍຸດທະສາດຂອງ TPP ພາຍໃດບັນດາປີຕໍ່ໜ້າ.
ພາຍໃດສະພາບການທີ່ການເຄື່ອນໄຫວຮັກສາສັນຕິພາບ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ນັບມື້ນັບມີຄວາມສັບສົນ ແລະ ຜັນແປໄປຢ່າງວ່ອງໄວ, ການຮັບປະກັນຄຸນນະພາບການຝຶກອົບຮົມອັນຍືນຍົງ, ການຮັກສາບັນດາຄວາມສາມາດໜູນຊ່ວຍທີ່ພ້ອມແລ້ວທີ່ຈະຜັນຂະຫຍາຍ ແມ່ນສືບຕໍ່ເປັນສິ່ງທ້າທາຍອັນໃຫຍ່ຫຼວງ.
ຍ້ອນແນວນັ້ນ, ບົດບາດຂອງ TPP ຈຶ່ງນັບມື້ນັບມີຄວາມສຳຄັນກວ່າເວລາໃດໝົດ. ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ, ພາຍໃດໄລຍະຕໍ່ໜ້າ, ຫວຽດນາມ ພ້ອມແລ້ວທີ່ຈະປະສານງານຢ່າງແໜ້ນແຟ້ນກັບທຸກໆຄູ່ຮ່ວມມື ເພື່ອຊຸກຍູ້ບັນດາບຸລິມະສິດນີ້ ແລະ ຮັບປະກັນໃຫ້ TPP ສືບຕໍ່ແມ່ນເສົາຄ້ຳອັນສຳຄັນຂອງບັນດາການເຄື່ອນໄຫວຮັກສາສັນຕິພາບ. ຫວຽດນາມ ມີຄວາມມຸ່ງມາດປາດຖະໜາທີ່ຈະສືບຕໍ່ຂະຫຍາຍ ແລະ ເຮັດໃຫ້ການເຂົ້າຮ່ວມພາຍໃດບັນດາການເຄື່ອນໄຫວຮັກສາສັນຕິພາບ UN ມີຄວາມຫຼາກຫຼາຍຂຶ້ນຕື່ມ ພາຍໃດບັນດາປີຕໍ່ໜ້າ.
ໂດຍເນັ້ນຢ້ຳວ່າການຮ່ວມມືກັນຮັບປະກັນໃຫ້ກຳລັງຮັກສາສັນຕິພາບມີຄວາມສາມາດພຽງພໍ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ທີ່ພວມພົ້ນເດັ່ນຂຶ້ນຢູ່ພາຍໃດພຶດຕິກຳຕົວຈິງ ແມ່ນເງື່ອນໄຂອັນຈຳເປັນ ແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ກຳລັງ ກໍຄືການເຮັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ມີປະສິດທິຜົນ, ພັນເອກ Alana Burkitt, ທູດທະຫານ ອົດສະຕຣາລີ (Australia) ປະຈຳຫວຽດນາມ ຢັ້ງຢືນວ່າ, ຈິດໃຈແຫ່ງການຮ່ວມມືຢ່າງແທ້ຈິງ ແລະ ເອົາພຶດຕິກຳຕົວຈິງເປັນໃຈກາງ ແມ່ນຍາມໃດກໍໄດ້ຮັບການຊຸກຍູ້ຢ່າງກວ້າງຂວາງຈາກ ອົດສະຕຣາລີ ຢູ່ພາຍໃດພາກພື້ນ, ຢູ່ພາຍໃດນັ້ນມີບັນດາລາຍການຮ່ວມມືກັບຫວຽດນາມ ແນໃສ່ຍົກສູງຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ ກ່ອນທີ່ຈະຜັນຂະຫຍາຍຢູ່ພາຍໃດພຶດຕິກຳຕົວຈິງ.
![]() |
| ພັນເອກ Alana Burkitt, ທູດທະຫານ ອົດສະຕຣາລີ ປະຈຳຫວຽດນາມ ກ່າວປາໄສ. ພາບ: ຕວນແອັງ/TTXVN |
ຕາມທ່ານພັນເອກ Alana Burkitt ແລ້ວ, ບັນດາສາຍພົວພັນຄູ່ຮ່ວມມືທີ່ໄດ້ຮັບການສ້າງຕັ້ງຂຶ້ນພາຍໃດຂອບເຂດລະບົບພຫຸພາຄີ ແມ່ນໄດ້ຢັ້ງຢືນວ່າ ບໍ່ມີປະເທດໃດສາມາດແກ້ໄຂບັນດາສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນ ຕໍ່ກັບຄວາມປອດໄພ ແລະ ຄວາມໝັ້ນຄົງຂອງກຳລັງຮັກສາສັນຕິພາບ ໄດ້ໂດຍລຳພັງ.
ສາຍພົວພັນຄູ່ຮ່ວມມືອັນຍືນຍົງ ຈະແມ່ນຮາກຖານຂອງການເຄື່ອນໄຫວຮັກສາສັນຕິພາບທີ່ມີປະສິດທິຜົນ. ບົດບາດຂອງ TPP ຍ້ອນແນວນັ້ນ ຈຶ່ງນັບມື້ນັບມີຄວາມສຳຄັນກວ່າເວລາໃດໝົດ. ທ່ານພັນເອກ Alana Burkitt ເຫັນວ່າ, ພວກ ເຮົາຈຳເປັນຕ້ອງສືບຕໍ່ຄຽງບ່າຄຽງໄຫຼ່ຮ່ວມກັນ ເພື່ອເປົ້າໝາຍລວມແມ່ນການສ້າງສາ ແລະ ຮັກສາສັນຕິພາບອັນຍືນຍົງ.
ໃນຖານະເປັນປະທານຮ່ວມກອງປະຊຸມສໍາມະນາ, ທ່ານ Takuma Sakaguchi, ຫົວໜ້າອົງການນະໂຍບາຍ UN (ກະຊວງການຕ່າງປະເທດ ຍີ່ປຸ່ນ) ໃຫ້ຮູ້ວ່າ, ກອງປະຊຸມສໍາມະນາແມ່ນໂອກາດ ເພື່ອໃຫ້ບັນດາປະເທດທີ່ເຂົ້າຮ່ວມ - ຢູ່ພາຍໃດນັ້ນມີ ຍີ່ປຸ່ນ, ໄດ້ແບ່ງປັນບົດຮຽນຕົວຈິງ, ແລກປ່ຽນບັນດາບົດຮຽນທີ່ຖອດຖອນມາໄດ້, ຮ່ວມກັນປຶກສາຫາລືບັນດາວິທີການຂະຫຍາຍເຄືອຂ່າຍຄູ່ຮ່ວມມື ກໍຄືເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງພາກພື້ນ.
ປີ 2026 ແມ່ນປີທີ່ເປັນຂີດໝາຍ 70 ປີ ແຫ່ງວັນ ຍີ່ປຸ່ນ ເຂົ້າເປັນສະມາຊິກ UN. ທ່ານ Takuma Sakaguchi ເນັ້ນຢ້ຳວ່າ, ນີ້ແມ່ນໂອກາດ ເພື່ອໃຫ້ ຍີ່ປຸ່ນ ຢັ້ງຢືນຄືນອີກຄັ້ງກ່ຽວກັບຄຳໝັ້ນສັນຍາຕໍ່ກັບລັດທິພຫຸພາຄີ ແລະ ການຮ່ວມມືສາກົນ; ໃນຂະນະດຽວກັນ ກໍສະແດງຄວາມເຊື່ອໝັ້ນວ່າ ບັນດາການແລກປ່ຽນຢູ່ພາຍໃດກອງປະຊຸມສໍາມະນາ ຈະນຳມາຊຶ່ງຫຼາຍແນວຄິດ, ຂໍ້ລິເລີ່ມທີ່ມີຄຸນຄ່າ, ປະກອບສ່ວນຊຸກຍູ້ການພັດທະນາຂອງ TPP ພາຍໃດໄລຍະຕໍ່ໜ້າ.
ຕາງໜ້າໃຫ້ແກ່ກົມກອງປະທານຮ່ວມ, ທ່ານນາງ Giovanna Ceglie, ຫົວໜ້າອົງການບັນດາການເຄື່ອນໄຫວພິເສດ, ກົມຮັບປະກັນການເຄື່ອນໄຫວ UN (DOS) ໃຫ້ຮູ້ວ່າ, TPP ແມ່ນຂໍ້ລິເລີ່ມຈຸດສຸມຂອງກົມໜູນຊ່ວຍການເຄື່ອນໄຫວ UN ແລະ ໄດ້ກາຍເປັນລາຍການທີ່ໃຫຍ່ທີ່ສຸດຂອງ UN ກ່ຽວກັບການສ້າງຄວາມສາມາດ ແລະ ໜູນຊ່ວຍການເຄື່ອນໄຫວພາຍໃດຂົງເຂດຮັກສາສັນຕິພາບ.
ຜ່ານບັນດາກິດຈະກຳຝຶກອົບຮົມ, ແບ່ງປັນຄວາມຊ່ຽວຊານ ແລະ ສ້າງຕັ້ງບັນດາກ່ຽວກັບສາຍພົວພັນຄູ່ຮ່ວມມືແບບມືອາຊີບ, ລາຍການໄດ້ໜູນຊ່ວຍບັນດາປະເທດສະມາຊິກພັດທະນາບັນດາຄວາມສາມາດທີ່ຈຳເປັນ, ປະກອບສ່ວນໂດຍກົງເຂົ້າພາຍໃດການປະຕິບັດໜ້າທີ່ຂອງບັນດາຄະນະປະຕິບັດງານ ກໍຄືຮັບປະກັນຄວາມປອດໄພໃຫ້ແກ່ກຳລັງຮັກສາສັນຕິພາບ. ອັນທີ່ໜ້າເອົາໃຈໃສ່ແມ່ນ, ລາຍການໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສອດຄ່ອງກັບບັນດາບຸລິມະສິດຂອງປະເທດສະມາຊິກ ກໍຄືບັນດາຄວາມຮຽກຮ້ອງຕ້ອງການຕົວຈິງພາຍໃດການເຄື່ອນໄຫວ.
ຕາມທ່ານນາງ Giovanna Ceglie ແລ້ວ, ກໍແມ່ນຄວາມສາມາດພາຍໃດການປັບຕົວນັ້ນເອງ ທີ່ແມ່ນໜຶ່ງໃນບັນດາປັດໄຈແກນກາງສ້າງຄວາສຳເລັດໃຫ້ແກ່ TPP ແລະ ຈະສືບຕໍ່ຮັກສາບົດບາດອັນສຳຄັນ ເມື່ອພວກ ເຮົາພິຈາລະນາບັນດາຄວາມຕ້ອງການກ່ຽວກັບຄວາມສາມາດພາຍໃດອະນາຄົດ.
ຢູ່ພາຍໃດກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບຜົນສະທ້ອນ ແລະ ປະສິດທິຜົນຂອງ TPP; ສາຍພົວພັນຄູ່ຮ່ວມມືພາກພື້ນ ແລະ ບັນດາບົດຮຽນປະສົບການພາຍໃດການຜັນຂະຫຍາຍ TPP; ການປ່ຽນແປງໃໝ່ຢ່າງປະດິດສ້າງພາຍໃດການເຄື່ອນໄຫວຮັກສາສັນຕິພາບ UN; ທິດທາງການພັດທະນາຂອງ TPP ໄລຍະ 2027 - 2030.
| ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃດສັງກາດໃໝ່ ຍສໝ - ພາຍໃດຂອບເຂດການຢ້ຽມຢາມຢ່າງເປັນທາງການ ແຫ່ງ ສາທາລະນະລັດ ໂບລີວາ ເວເນຊູເອລາ, ໃນວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປວາງຊໍ່ດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ ຕັ້ງຢູ່ເທິງເສັ້ນທາງຫຼັກ Bolívar ຢູ່ພາຍໃດນະຄອນຫຼວງ Caracas. |
| ຄວາມເດັດດ່ຽວໜຽວແໜ້ນນຳເອົາສາຍພົວພັນ ຫວຽດນາມ - ເວເນຊູເອລາ ຂະຫຍາຍຕົວຕື່ມອີກ ພາຍໃດໄລຍະໃໝ່ ຍສໝ - ນັບຕັ້ງແຕ່ວັນທີ 23-24 ມິຖຸນາ, ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ ປະເທດເວເນຊູເອລາ. |


