ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ ໃຫ້ຍືນຍົງ | |
ອະນຸລັກຮັກສາ ແລະເສີມຂະຫຍາຍວັດທະນະທຳຊົນເຜົ່າໄຕງວຽນ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິຫາຍຍູງ ຫົວໜ້າກົມວັດທະນະທຳບັນດາເຜົ່າ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ: ບັນດາຊົນເຜົ່າມີບັນດາຮີດຄອງປະເພນີວັດທະນະທຳທີ່ອຸດົມສົມບູນ, ເປັນເອກະລັກສະເພາະ ແລະ ມີຄວາມຫຼາກຫຼາຍ ເຊິ່ງໄດ້ປະກອບສ່ວນສ້າງເອກະລັກວັດທະນະທຳຫວຽດນາມ. ໃນນັ້ນ, ເສືອຜ້າອາພອນ ແມ່ນປັດໄຈວັດທະນະທຳທີ່ມີຫຼາຍຄຸນຄ່າ ແລະ ເອກະລັກພິເສດ; ເປັນໜຶ່ງໃນບັນດາເຄື່ອງໝາຍສຳຄັນ ທີ່ຈະຈຳແນກຊົນຊາດນີ້ ແລະ ຊົນຊາດອື່ນ. ຜ່ານຊຸດອາພອນພື້ນເມືອງ, ຊາວເຜົ່າສ່ວນໜ້ອຍ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມສະຫງ່າງາມຂອງຕົນເທົ່ານັ້ນ, ຫາກຍັງສະແດງຄວາມຕ້ອງການດ້ານຄວາມເຊື່ອຖື, ສາສະໜາ, ຊີວະທັດ, ໂລກະທັດ ແລະ ແມ່ນແຫຼ່ງກຳເນີດຂອງການເຕີບໂຕ ແລະ ພັດທະນາຂອງຊາດ.
ຕາມທ່ານນາງ ຫງວຽນທິຫາຍຍູງ ແລ້ວ, ກອງປະຊຸມແມ່ນເພື່ອແນໃສ່ຮັດແໜ້ນທັດສະນະ ແລະ ຕີລາຄາສະພາບການຕົວຈິງໃນປະຈຸບັນຂອງການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳບັນດາເຜົ່າຂອງຫວຽດນາມ, ໃນນັ້ນມີການອະນຸລັກຮັກສາ ແລະ ເສີມຂະຫຍາຍຊຸດເສືອຜ້າອາພອນ. ດ້ວຍເຫດນີ້ ກໍເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມໝາຍ ແລະ ຄຸນຄ່າຂອງການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຊຸດອາພອນຂອງຊາວເຜົ່າສ່ວນໜ້ອຍ; ສ້າງຄວາມເປັນເອກະພາບຕາມຈຸດປະສົງ ແລະ ຄວາມຮຽກຮ້ອງຕ້ອງການຂອງການອະນຸລັກຮັກສາ ແລະ ເສີມຂະຫຍາຍຊຸດອາພອນຂອງຊົນເຜົ່າ; ສະເໜີບັນດາວິທີການແກ້ໄຂທີ່ມີຄວາມເປັນໄປໄດ້.
ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງຊຸດເສືອຜ້າອາພອນຂອງຊາວເຜົ່າສ່ວນໜ້ອຍ. |
ຜ່ານບັນດາໄລຍະປະຫວັດສາດ, ບັນດາຊົນເຜົ່າສ່ວນໜ້ອຍ ໄດ້ສ້າງເອກະລັກຂອງຕົນດ້ວຍເສື້ອຜ້າອາພອນ. ແຕ່ລະຊົນເຜົ່າລ້ວນແຕ່ມີຊຸດອາພອນທີ່ສວຍງາມ ແລະ ເປັນເອກະລັກສະເພາະ ທີ່ມີຄຸນຄ່າພື້ນເມືອງຂອງແຕ່ລະເຜົ່າ. ແມ່ຍິງຊາວເຜົ່າມົ້ງ, ຢາວ, ປາແຖນ, ລາຫູ... ດ້ວຍຊຸດອາພອນທີ່ມີສີສັນພິເສດສົມທົບກັບບັນດາຮູບການປະດັບໄດ້ສ້າງເປັນສີສັນ ແລະ ມີສຽງດັງ. ໃນຂະນະນັ້ນ, ຊຸດອາພອນຂອງແມ່ຍິງຜູ້ໄທ ແລະ ເມື່ອງ ດ້ວຍສີສັນທີ່ມີຄວາມແຈ້ງສະທ້ອນສຳຫຼັບສີກະໂປ່ງ, ເສື້ອ ຫຼື ເຄື່ອງປະດັບ, ສ້າງຄວາມອ່ອນໂຍນ, ໜ້າຮັກ ແລະ ຄ່ອງແຄ້ວ; ແລະ ສ່ວນເສື້ອຜ້າອາພອນຂອງ ໄຕ່ - ນູ່ງ ມີສີຄາມ ສະແດງໃຫ້ເຫັນຄວາມມິດຊິດ ແລະ ຄວາມອ່ອນໂຍນ ...
ແຕ່ວ່າ, ໃນສະພາບການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ໄປຄຽງຄູ່ກັບການແຊກຊຶມດ້ານວັດທະນະທຳ, ບັນດາຊົນເຜົ່າສ່ວນໜ້ອຍ ໄດ້ເຂົ້າເຖິງວັດທະນະທຳທີ່ແຕກຕ່າງກັນ, ນຳໄປສູ່ການປ່ຽນແປງຂອງຄ່ານິຍົມ ແລະ ຄວາມສວຍຄວາມງາມ. ປະຈຸບັນ, ຊຸດເສື້ອຜ້າອາພອນຂອງຊາວເຜົ່າສ່ວນໜ້ອຍ ພວມມີການປ່ຽນແປງຢ່າງວ່ອງໄວ. ຫຼາຍຊົນເຜົ່າບໍ່ຮັກສາເອກະລັກວັດທະນະທຳຂອງຊຸດອາພອນພື້ນເມືອງໄວ້, ພິເສດແມ່ນບັນດາເຜົ່າທີ່ມີປະຊາກອນໜ້ອຍ, ຊົນເຜົ່າດຳລົງຊີວິດຢູ່ເຂດທີ່ມີການແຊກຊຶມ ແລະ ມີຜົນສະທ້ອນດ້ານວັດທະນະທຳສູງ... ຄຽງຄູ່ກັນນັ້ນ ລະດັບການນຳໃຊ້ຊຸດອາພອນພື້ນເມືອງຂອງຊົນເຜົ່າແມ່ນຫຼຸດລົງ, ໂດຍສະເພາະແມ່ນໃນລຸ້ນໜຸ່ມ.
ບັນດາຜູ້ແທນຍັງສະແດງໃຫ້ເຫັນວ່າ ສະພາບຕົວຈິງແມ່ນຄວາມຮັບຮູ້ ແລະ ຈິດຕະສາດຂອງປະຊາຊົນເອງ. ມີຫຼາຍຄົນ, ຊ້ຳບໍ່ໜຳ ມີຈຳນວນບໍ່ໜ້ອຍຊຸມຊົນຊົນເຜົ່າທີ່ບໍ່ເຫັນຄວາມງາມຂອງຊຸດເສື້ອຜ້າອາພອນພື້ນເມືອງຂອງຕົນ ແລະ ບາງຄົນກໍ່ມີຄວາມກັງວົນທີ່ຈະນຸ່ງຊຸດເສື້ອຜ້າອາພອນ. ໃນຕົວຈິງເປັນເລື່ອງທີ່ບໍ່ສາມາດປະຕິເສດໄດ້ວ່າ ປະຊາຊົນສ່ວນໜຶ່ງ ໂດຍສະເພາະ ແມ່ນໄວໜຸ່ມຊາວເຜົ່າສ່ວນໜ້ອຍ ມີຄວາມຖືຕົວຕ່ຳ ແລະ ຮູ້ສຶກຜິດເມື່ອນຳໃຊ້ຊຸດເສື້ອຜ້າອາພອນໃນເວລາເຂົ້າສັງຄົມ, ຫຼາຍຄົນ “ຄິດງໍ້” ທີ່ຈະໃສ່ຊຸດເສື້ອຜ້າອາພອນ...
ເພື່ອແກ້ໄຂສະພາບການດັ່ງກ່າວ, ທີ່ກອງປະຊຸມສຳມະນາ, ມີຜູ້ຊ່ຽວຊານຫຼາຍທ່ານ ໄດ້ສະເໜີວິທີການແກ້ໄຂ ເພື່ອແນໃສ່ເພີ່ມທະວີການອະນຸລັກຮັກສາ ແລະ ເສີມຂະຫຍາຍຊຸດອາພອນຂອງຊາວເຜົ່າຫວຽດນາມ ໃນປະຈຸບັນ. ພິເສດ, ນັກຊ່ຽວຊານກ່າວວ່າ ຕ້ອງເອົາໃຈໃສ່ໃນການສື່ສານ ແລະ ສຶກສາ ເພື່ອຍົກສູງຄວາມຮັບຮູ້ໃຫ້ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມ ກ່ຽວກັບຄຸນຄ່າ ແລະ ຄວາມສຳຄັນຂອງການອະນຸລັກຮັກສາຊຸດອາພອນພື້ນເມືອງ. ບັນດາທ້ອງຖິ່ນຕ້ອງເພີ່ມທະວີການປຸກລະດົມຊາວເຜົ່າສ່ວນໜ້ອຍ ນຸ່ງຊຸດເສື້ອຜ້າອາພອນເປັນປະຈຳ, ປະກອບສ່ວນຮັກສາ ແລະ ເຊີດຊູຄຸນຄ່າຊຸດອາພອນຂອງຊາວເຜົ່າສ່ວນໜ້ອຍ.
ຕາມທ່ານ ປອ ເຈີ່ນຮຶວເຊີນ, ອະດີດຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາວກາຍ ແລ້ວ, ແຕ່ລະຄົນຕ້ອງຮັກສາຊຸດອາພອນພື້ນເມືອງ ທີ່ໃຊ້ໃນໂອກາດພິທີກຳ, ວັນໄຂສົກຮຽນແລະ ງານບຸນ. ຄຽງຂ້າງນັ້ນ ກໍສົ່ງເສີມໃຫ້ຊາວເຜົ່າສ່ວນໜ້ອຍພັດທະນາການທ່ອງທ່ຽວ ຕ້ອງນຸ່ງຊຸດອາພອນ, ທັງຮັກສາມໍລະດົກ ແຕ່ສຳຄັນກວ່ານັ້ນແມ່ນສ້າງຄວາມງາມດ້ວຍເອກະລັກສະເພາະຂອງແຫຼ່ງທ່ອງທ່ຽວ, ຜ່ານນັ້ນ ກໍຄົ້ນຄວ້າສ້າງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ.
ຄຳຮຸ່ງ