ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳໂລກ ພະລາດຊະວັງ ທັງລອງ

09:03 | 02/10/2022

ມໍລະດົກວັດທະນະທຳໂລກ ພະລາດຊະວັງ ທັງລອງ ແມ່ນກຸ່ມປູຊະນີຍະສະຖານວັດທະນະທຳປະຫວັດສາດພິເສດ ຕິດພັນກັບກຸງ ທັງລອງ - ຮ່າໂນ້ຍ. ກິດຈະກຳສະຖາປັດຕະຍະກຳທີ່ໃຫຍ່ໂຕນີ້ ຖືກກໍ່ສ້າງໃນຫຼາຍໄລຍະປະຫວັດ ແມ່ນປູຊະນີຍະສະຖານທີ່ສຳຄັນອັນດັບໜຶ່ງ ໃນລະບົບບັນດາປູຊະນີຍະສະຖານຢູ່ ຫວຽດນາມ. ຍ້ອນເຫດນັ້ນ ວຽກງານອະນຸລັກຮັກສາເສີມຂະຫຍາຍຄຸນຄ່າພະລາດຊະວັງ ທັງລອງ ຕ້ອງເຮັດແນວໃດໃຫ້ສົມກັບຂອບຂະໜາດຂອງມໍລະດົກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍຈາກອຳນາດການປົກຄອງນະຄອນຫຼວງ ຮ່າໂນ້ຍ ແລະ ວົງການນັກວິທະຍາສາດ ແລະ ບັນດາອົງການທີ່ກ່ຽວຂ້ອງ.

ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ
ຫວນຄືນບຸນເຕັດດວານງໍ້ ຢູ່ພະລາຊະວັງ ທັງລອງ ຫວນຄືນບຸນເຕັດດວານງໍ້ ຢູ່ພະລາຊະວັງ ທັງລອງ
ພະລາດຊະວັງ ທັງລອງ
ພະລາດຊະວັງ ທັງລອງ

ພະລາດຊະວັງ ທັງລອງ ແມ່ນສະຖານທີ່ເລກທີ 18 ຖະໜົນ ຮວ່າງຢ້ຽວ ນະຄອນ ຮ່າໂນ້ຍ ໂດຍບັນດານັກຄົ້ນຄວ້າບູຮານຄະດີຂຸດຄົ້ນເມື່ອປີ 2002 ໃນຍອດເນື້ອທີ່ 19.000 ຕາແມັດ ນີ້ແມ່ນການຂຸດຄົ້ນບູຮານຄະດີ ດ້ວຍຂອບຂະໜາດໃຫຍ່ທີ່ສຸດຢູ່ ຫວຽດນາມ ແລະ ຂອງທັງອາຊີຕາເວັນອອກສຽງໃຕ້ ໃນຈຸດເວລານັ້ນ. ການຂຸດຄົ້ນໄດ້ຊໍ່ສະແດງ ໃຫ້ເຫັນບັນດາຮ່ອງຮອຍ ຂອງພະລາດຊະວັງທັງລອງ ໃນວິວັດທະນາການແຫ່ງປະຫວັດສາດທີ່ແກ່ຍາວ ເປັນເວລາ 13 ສະຕະວັດ ໂດຍຜ່ານສະໄໝລາດຊະວົງ ຫຼີ, ເຈິ່ນ, ໝາກ ແລະ ຫງວຽນ (1010 - 1945) ດ້ວຍບັນດາຮ່ອງຮອຍສະຖານ ແລະ ຊັ້ນວັດທະນະທຳວາງກອງກັນ. ເດືອນ ສິງຫາ ປີ 2010 ຄະນະກຳມະການມໍລະດົກໂລກ ຂຶ້ນກັບ Unesco ໄດ້ຮັບຮອງເອົາມະຕິຮັບຮອງເຂດໃຈກາງພະລາດຊະວັງ ທັງລອງ - ຮ່າໂນ້ຍ ແມ່ນມໍລະດົກວັດທະນະທຳໂລກ. ທ່ານ ກຣິດສະຕຽນ ມານຮາ ຫົວໜ້າ ຜູ້ຕາງໜ້າຫ້ອງການ Unesco ປະຈຳ ຫວຽດນາມ ໄດ້ຢືນຢັນວ່າ ພະລາດຊະວັງທັງລອງ ແມ່ນຫຼັກຖານຢັ້ງຢືນ ໃຫ້ແກ່ໄລຍະເວລາ 13 ສະຕະວັດ ແຫ່ງການພົວພັນແລກປ່ຽນ ແລະ ມີຜົນສະທ້ອນທາງດ້ານວັດທະນະທຳ ທົ່ວທະວີບອາຊີ. ບົດລາຍງານທີ່ກອງປະຊຸມວິທະຍາສາດສາກົນດ້ວຍຫົວຂໍ້ “20 ປີ ແຫ່ງການຄົ້ນຄວ້າ ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກພະລາດຊະວັງທັງລອງ” ທີ່ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ເມື່ອບໍ່ດົນມານີ້ ໄດ້ຊີ້ແຈ້ງວ່າ ພາຍຫຼັງທີ່ Unesco ໄດ້ເຊີດຊູໃນປີ 2010, ມໍລະດົກນີ້ ໄດ້ເສີມຂະຫຍາຍໃນຫຼາຍດ້ານ ການຂຸດຄົ້ນບູຮານຄະດີຄັ້ງຕ່າງໆຢ່າງລຽນຕິດ ໄດ້ສໍ່ສະແດງໃຫ້ເຫັນຄວາມລຶກລັບຫຼາຍຢ່າງ ກ່ຽວກັບກຸງທັງລອງ ເມື່ອກ່ອນນີ້. ເປັນໜ້າສົນໃຈ ມາເຖິງປັດຈຸບັນຄຳໝັ້ນສັນຍາ 8 ຂໍ້ຂອງນາຍົກລັດຖະມົນຕີ ຫວຽດນາມ ທີ່ມີຕໍ່ຄະນະກຳມະການມໍລະດົກໂລກ ກ່ຽວກັບເຂດມໍລະດົກໃຈກາງພະລາດຊະວັງ ທັງລອງ ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ ຈາກນະຄອນ ຮ່າໂນ້ຍ ແລະ ບັນດາອົງການທີ່ກ່ຽວຂ້ອງ.

ໃນນາມເປັນອົງການຄຸ້ມຄອງ, ທ່ານ ຫງວຽນແທັງກວາງ ຫົວໜ້າສູນມໍລະດົກພະລາດຊະວັງ ທັງລອງ - ຮ່າໂນ້ຍ ໃຫ້ຮູ້ວ່າ ແຜນການຄຸ້ມຄອງມໍລະດົກພະລາດຊະວັງ ທັງລອງ ໄລຍະ 2021 – 2025, ກຳນົດທິດເຖິງປີ 2030, ວິໄສທັດເຖິງ ປີ 2045 ໄດ້ຮັບການກໍ່ສ້າງບົນພື້ນຖານຕີລາຄາ ໝາກຜົນແຫ່ງການປະຕິບັດ ແຜນການຄຸ້ມຄອງເຂດໃຈກາງພະລາດຊະວັງ ທັງລອງ ປີ 2013, ປະສິດທິຜົນຂອງການຄຸ້ມຄອງບັນດາຄຸນຄ່າທີ່ພົ້ນເດັ່ນ ໃນທົ່ວໂລກຂອງມໍລະດົກ, ພ້ອມທັງໄຈ້ແຍກສະພາບການຕົວຈິງ ຢູ່ເຂດມໍລະດົກໃນໄລຍະປັດຈຸບັນ ທ່ານ ຫງວຽນແທັງກວາງ ໃຫ້ຮູ້ວ່າ:

“ການກຳນົດທິດເຖິງປີ 2030, ວິໄສທັດເຖິງປີ 2045 ແມ່ນວ່າພະລາດຊະວັງ ທັງລອງ ແມ່ນສະຖານທີ່ສຳຄັນທີ່ສຸດຂອງນະຄອນ ຮ່າໂນ້ຍ. ພວກຂ້າພະເຈົ້າໄດ້ກຳນົດ ການຮັກສາມໍລະດົກດ້ວຍສາມໜ້າທີ່ຂອງຕົນ ນັ້ນແມ່ນອະນຸລັກ, ປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າພະລາດຊະວັງ ທັງລອງ ເພື່ອໃຫ້ມໍລະດົກນີ້ ແມ່ນຂອງລຸ້ນຄົນປັດຈຸບັນ ແລະ ອະນາຄົດ”.

ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈື໋ຊວນຢຸ໊ງ ຊີ້ແຈ້ງວ່າ ບັນດາຄຸນຄ່າມໍລະດົກທີ່ໄດ້ກຳນົດແມ່ນຕ້ອງສວມບົດບາດແກ່ນສານ ໃນການຕີລາຄາວິທີການພັດທະນາຢ່າງກົມກຽວ ລະຫວ່າງບັນດາຄຸ່ນຄ່າດັ້ງເດີມ ກັບບັນດາຄວາມຮຽກຮ້ອງຕອ້ງການຂອງການດຳລົງຊີວິດຍຸກທັນສະໄໝປັດຈຸບັນ. ບັນດາໝາກຜົນແຫ່ງການຄົ້ນຄວ້າ ອະນຸລັກ ແລະ ເສີມຂະຫຍາຍມໍລະດົກ ໃນໄລຍະ 20 ປີຜ່ານມາ ກໍ່ແມ່ນບັນດາປະຖົມປັດໄຈ ແລະ ເປັນພື້ນຖານຢ່າງໜັກແໜ້ນ ເພື່ອໃຫ້ມໍລະດົກໂລກ ພະລາດຊະວັງ ທັງລອງ ກ້າວໄປເຖິງໄລຍະທາງຕໍ່ໄປ ນັ້ນແມ່ນກຳນົດທິດໃຫ້ກາຍເປັນວຽກງານວັດທະນະທຳປະຫວັດສາດ, ແມ່ນສະຖານທີ່ປອດໄພ ງົດງາມ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳປະຫວັດສາດຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.