ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ທ່ານ ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ທົ່ວ​ປະ​ເທດ ຈີນ ຫ​ວັງ​ອູ​ໜິງ

10:35 | 15/04/2026

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ປາດ​ຖະ​ໜາວ່າ ​ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ສືບ​ຕໍ່​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເລິກ​ເຊິ່ງ​ກ່​ວາ​ອີກ, ກຳ​ນົດ​ລະ​ດັບ​ສູງ​ໃໝ່​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ການ​ເຊື່ອມ​ຕໍ່​ຢ່າງ​ຮອບ​ດ້ານ, ເລິກ​ເຊິ່ງກວ້າງ​ຂວາງ​ກ່​ວາ​ອີກ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​: ແຜ່​ກະ​ຈາຍ​ມະ​ຕິ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃນ​ທົ່ວ​ສັງ​ຄົມ
ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ປະ​ເທດ ອາ​ຍຸ​ການ 2026 – 2031
ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ທ່ານ ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ທົ່ວ​ປະ​ເທດ ຈີນ ຫ​ວັງ​ອູ​ໜິງ
ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ພົບປະກັບທ່ານ ຫວັງອູໜິງ ປະທານສະພາປຶກສາການເມືອງທົ່ວປະເທດ ຈີນ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 14 ເມ​ສາ, ຢູ່ ນະ​ຄອນຫຼວງ ປັກ​ກິ່ງ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ ຫວັງ​ອູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາ​ດ້ານ​ການ​ເມືອງ​ທົ່ວ​ປະ​ເທດຈີນ.

ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ປາດ​ຖະ​ໜາວ່າ ​ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ສືບ​ຕໍ່​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເລິກ​ເຊິ່ງ​ກ່​ວາ​ອີກ, ກຳ​ນົດ​ລະ​ດັບ​ສູງ​ໃໝ່​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ການ​ເຊື່ອມ​ຕໍ່​ຢ່າງ​ຮອບ​ດ້ານ, ເລິກ​ເຊິ່ງກວ້າງ​ຂວາງ​ກ່​ວາ​ອີກ, ພ້ອມ​ກັນ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຊຸກ​ຍູ້ ການ​ເຊື່ອມ​ຕໍ່​3 ປະ​ການກ່ຽວ​ກັບ​ອຸ​ດົມ​ການ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຜົນ​ປະ​ໂຫຍດ​ພັດ​ທະ​ນາ ແລະ ວັດ​ທະ​ນະ​ທຳ, ຈິດ​ໃຈ​ປະ​ຊາ​ຊົນ, ທ່ານ​ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຍ​ົກ​ສູງ​ປະ​ສິ​ດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ຊ່ອງ​ທາງ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ - ສະ​ພາ​ປະ​ຊາ​ຊົນ, ແນວ​ໂຮມ​ປະ​ເທດ​ຊາດ - ສະ​ພາ​ປຶກ​ສາ​ດ້ານ​ການ​ເມືອງ, ປັບ​ປຸງ​ເສົາ​ຄ້ຳ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ.

ສ່ວນ​ທ່ານ ຫວັງ​ອູ​ໜິງ ຢັ້ງ​ຢືນ​ວ່າ ຈີນ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ກັບ ຫວຽດ​ນາມ ເປັນ​ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ, ທ່ານ​ສະ​ເໜີ​ສອງ​ຝ່າຍ​ກຳ​ແໜ້ນ​ທິດ​ທາງ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ໝັ້ນ​ແກ່ນ, ພ້ອມ​ກັນ​ຊຸກ​ຍູ້​ພາ​ລະ​ກິດ​ຫັນ​ເປັນ​ທັນ​ສະ​ໄໝ​ສັງ​ຄົມ​ນິ​ຍົມ​ຢູ່​ແຕ່​ລ​ະ​ປະ​ເທດ, ເພີ​່ມ​ທະ​ວີ​ກ່​ວາ​ອີກ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ, ເປັນ​ຕົ້ນ​ແມ່ນ​ບຸ​ລິ​ມະ​ສິດຍ​ູ້​ໄວ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ພັດທະ​ນາ​ບັນ​ຍາ​ປະ​ດິດ, ເສດ​ຖະ​ກິດ​ດີ​ຈີ​ຕອນ.

ຕາມ vovworld.vn

https://vovworld.vn/lo-LA/khaawedn/thaan-el-khaa-thi-kaan-ayhnypa-thaan-pa-ethd-oh-elim-phob-pa-kb-thaan-pa-thaan-sa-phaa-pyk-saa-kaan-2427660.vov5

ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ກາ​ນ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ກາ​ນ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ

ເວ​ລາ​ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ ໄດ້​ຊີ້​ນຳ​ນຳ​ພາ, ປະ​ກາດ​ໃຊ້ຫຼາຍ​ນະ​ໂຍ​ບາຍ​ຊີ້​ຂາດ​ໃຫຍ່, ວາງ​ເປົ້າ​ໝາຍ​ຮອດ​ປີ 2030 ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ ມີ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ປານ​ກາງ​ສູງ; ຮອດ​ປີ 2045 ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາ​ຍ​ຮັບ​ສູງ.

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ. ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ.

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ