ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ

10:36 | 19/08/2025

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈ​ເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຊື່ອມຕໍ່ນັບມື້ນັບເລີກເຊິ່ງກັບສະວິດ.

4 ແຂວງ​ພາກ​ໃຕ້​ຂອງ​ລາວ ​ເຂົ້າ​ຮ່ວມ​ບັນ​ຍາ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ​ຫວຽດ​ນາມ
ງານ​ແຂ່ງ​ຂັນ​ບານ​ເຕະ​ຊາວ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ເພື່ອສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວສຳນັກຂ່າວສານຫວຽດນາມ ຢູ່​ສະ​ວິດ, ທ່ານ​ນາງ Anjuska Weil ​ໃຫ້​ຮູ້​ວ່າ ທ່ານນາງຍາມ​ໃດ​ກໍ​ຕິດຕາມ​ບັນດາ​ບາດກ້າວ​ພັດທະນາ​ຂອງ​ຫວຽດນາມ ນັບ​ແຕ່​ໄດ້​ຮັບ​ເອກະລາດ. “ພາຍຫຼັງການຕໍ່ສູ້ 2 ຄັ້ງ, ຫວຽດນາມ ປະສົບກັບການສູນເສຍຫຼາຍຢ່າງ, ຈາກນັ້ນຍັງຖືກບໍ່ໃຫ້ຂົນສົ່ງ. ນັ້ນແມ່ນຈຸດເວລາທີ່ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ຫຼັງຈາກທັງຫມົດ, ຫວຽດນາມ ໄດ້ຢຶດໝັ້ນກັບເສັ້ນທາງທີ່ເລືອກຕັ້ງ ແລະ ບັນລຸຜົນງານໃນມື້ນີ້. ຈາກ​ແງ່ນີ້, ຂ້າພະເຈົ້າ ແລະ ບັນດາສະຫາຍແຕ່ກ່ອນ ມີສິດທີ່ຈະຮູ້ສຶກພູມໃຈ. ຫວັງ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຕື່ມ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ”, ທ່ານນາງກ່າວ.

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ
ທ່ານນາງ Anjuska Marija Weil (ທີ່ 2 ຈາກຊ້າຍ), ປະທານສະມາຄົມມິດຕະພາບ ສະວິດ - ຫວຽດນາມ. (ພາບ: TTXVN)

ທ່ານນາງກໍ່ເນັ້ນໜັກເຖິງບັນດາບາດກ້າວພັດທະນາໃໝ່ໃນການພົວພັນຫວຽດນາມ - ສະວິດ, ພິເສດແມ່ນຜ່ານບັນດາການເຄື່ອນໄຫວຂັ້ນສູງໃນໄລຍະມໍ່ໆມານີ້ ເຊັ່ນ: ການພົບປະລະຫວ່າງທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Viola Amherd (2024), ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນນຳໜ້າຢູ່ Davos ຫຼື ການຢ້ຽມຢາມ ສະວິດ ຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝີນ. ການ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ຫວຽດນາມ ​ໄດ້​ຍົກ​ເວັ້ນວີ​ຊາ 45 ວັນ​ໃຫ້​ພົນລະ​ເມືອງ​ສະ​ວິດ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ “​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຢ່າງ​ເຂັ້ມແຂງ”.

ນັບແຕ່ໄດ້ຮັບການສ້າງຕັ້ງ, ສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຢ່າງແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ການພົວພັນລະຫວ່າງປະຊາຊົນສອງປະເທດ. ບັນດາ​ການ​ເຄື່ອນ​ໄຫວ​ທີ່ດີເດັ່ນລວມມີ ແນະນຳ​ຮູບ​ພາບ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ​ໃຫ້​ປະຊາ​ຄົມ​ສະ​ວິດ; ປະຕິບັດໂຄງການມະນຸດສະທຳ ແລະ ສິນເຊື່ອຈຸນລະພາກ; ຍົກສູງສຸຂະພາບ ແລະການສຶກສາ; ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ໜູນຊ່ວຍໂຮງຮຽນ ບິ່ງມິງ ສອນພາສາຫວຽດນາມ ຢູ່ Zurich... ພິເສດແມ່ນ “ວັນບຸນສາມັກຄີກັບ ຫວຽດນາມ” ໄດ້ກາຍເປັນເຫດການປະຈຳປີ ທີ່ດຶງດູດປະຊາຄົມຊາວຫວຽດນາມ ຢູ່ສະວິດເປັນຈໍານວນຫຼວງຫຼາຍ, ເປັນໂອກາດເພື່ອແລກປ່ຽນ, ເຊື່ອມຕໍ່ ແລະ ປັບປຸງຄວາມມິດຕະພາບ.

ສະມາຄົມ​ກໍ່​ຮັກສາ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO), ສະຖານທູດ​ຫວຽດນາມ ປະຈຳ Bern ​ແລະ ຄະນະ​ປະຈຳ​ຫວຽດນາມ ອ້ອມຂ້າງສະຫະ​ປະຊາ​ຊາດ, ອົງການ WTO ​ແລະ ຫຼາຍ​ອົງການ​ສາກົນຕ່າງໆ​ຢູ່ Geneva.

ທ່ານ​ນາງ Anjuska Marija Weil ປາດ​ຖະໜາ​ວ່າ ການ​ພົວພັນ ຫວຽດນາມ - ສະ​ວິດ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ກ່ວາ​ອີກ, ​ແລະ ຢືນຢັນ​ວ່າ ສະມາຄົມ​ມິດຕະພາບ​ສະ​ວິດ - ຫວຽດນາມ ກໍ່​ຄື​ຕົນ​ເອງ ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ຍາວ​ນານ ​ເພື່ອ​ຊຸກຍູ້ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ຫວຽດ​ນາມ - ລາວ ​ປັບປຸງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ, ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ສະ​ໜິດ​ສະ​ໜົມ, ສັດຊື່ບໍລິສຸດ ຫວຽດ​ນາມ - ລາວ ​ປັບປຸງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ, ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ສະ​ໜິດ​ສະ​ໜົມ, ສັດຊື່ບໍລິສຸດ

ຍສໝ - ​ໃນ​ທຸກ​ສະພາບ​ການ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ, ຮັກສາ ​ແລະ ​ເສີມ​ຂະຫຍາຍຢ່າງບໍ່ຢຸດຢັ້ງ​​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ສະ​ໜິດ​ສະ​ໜົມ, ສັດຊື່ບໍລິສຸດຫວຽດນາມ - ລາວ.

ເພີ່ມທະວີການເຊື່ອມຕໍ່ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເພື່ອມຸ່ງໄປເຖິງສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ ເພີ່ມທະວີການເຊື່ອມຕໍ່ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເພື່ອມຸ່ງໄປເຖິງສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ

ຍສໝ - ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອຂໍ້ມູນກ່ຽວ​ກັບ​ບາງ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ (2 ກັນຍາ 1945-2 ກັນຍາ 2025).

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: “ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ”

ເບິ່ງເພີ່ມເຕີມ