ການຢ້ຽມຢາມທາງລັດຖະກິດໄປຍັງ ຫວຽດນາມ ຂອງທ່ານປະທານາທິບໍດີ Cyril Ramaphosa ແມ່ນການຢ້ຽມຢາມຄັ້ງທຳອິດຂອງປະທານາທິບໍດີ ອາຟະລິກາໃຕ້ ໃນເກືອບ 20 ປີຜ່ານມາ.
ໄປນຳເພື່ອຮັບໃຊ້ປະທານາທິບໍດີອາຟຣິກາໃຕ້ ມີທ່ານ Ronald Ozzy Lamola ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ; ທ່ານລັດຖະມົນຕີກະຊວງກະສິກໍາ John Henry Steenhuisen; ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ນັກຮົບເກົ່າ Angie Motshekga; ທ່ານຮັກສາການລັດຖະມົນຕີຕໍາຫຼວດ Firoz Cachalia; ທ່ານລັດຖະມົນຕີຢູ່ທຳນຽບປະທານາທິບໍດີ Khumbudzo Mobheni; ທ່ານລັດຖະມົນຕີວ່າການກະຊວງຍຸຕິທໍາ ແລະ ການພັດທະນາລັດຖະທໍາມະນູນ Mmamoloko Tryphosa Kubayi; ທ່ານລັດຖະມົນຕີການພັດທະນາວິສາຫະກິດຂະຫນາດນ້ອຍ Stella Ndabeni-Abrahams; ທ່ານ Zuko Godlimpi ຮອງລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ການແຂ່ງຂັນ; ທ່ານຮອງລັດຖະມົນຕີກະຊວງບໍ່ແຮ່ ແລະ ນ້ຳມັນເຊື້ອໄຟ Phumzile Sinclatia Mgcina.
![]() |
| ປະທານາທິບໍດີອາຟຣິກາໃຕ້ Cyril Ramaphosa. (ພາບ: AFP/VNA). |
ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ຄາດວ່າຈະປະກອບສ່ວນຍົກສູງການພົວພັນສອງຝ່າຍ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ເປີດກວ້າງການສົມທົບກັນໃນບັນດາຂົງເຂດສໍາຄັນຄື: ກະສິກຳ, ປ້ອງກັນຊາດ, ເຕັກໂນໂລຢີ ແລະບັນດາຂະແໜງການທີ່ມີທ່າແຮງອື່ນໆ.
ຕາມການກຳນົດໄວ້, ໃນການຢ້ຽມຢາມ, ທ່ານປະທານາທິບໍດີ Cyril Ramaphosa ຈະມີການເຈລະຈາກັບທ່ານປະທານປະເທດ ເລືອງເກື່ອງ ແລະ ພົບປະກັບບັນດາການນຳຂັ້ນສູງ ຫວຽດນາມ. ທ່ານປະທານາທິບໍດີ ຍັງຈະເຂົ້າຮ່ວມພິທີລົງນາມສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີເນັດ (ສົນທິສັນຍາຮ່າໂນ້ຍ).
ຫວຽດນາມ ແລະ ອາຟຣິກາໃຕ້ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 22 ທັນວາ 1993. ກ່ອນນັ້ນ, ຫວຽດນາມ ໄດ້ມີການພົວພັນກັບສະພາແຫ່ງຊາດອາຟຣິກາ (ANC) ແລະ ພັກກອມມູນິດອາຟຣິກາໃຕ້, ຍາມໃດກໍ່ສະໜັບສະໜູນປະຊາຊົນ ອາຟຣິກາໃຕ້ ຕໍ່ສູ້ຕ້ານລະບອບ Apartheid ແລະ ສະໜັບສະໜູນຂະບວນການປະຕິຮູບປະຊາທິປະໄຕ.
ໄລ່ຮອດເດືອນ ກໍລະກົດ 2025, ອາຟຣິກາໃຕ້ ມີ 20 ໂຄງການລົງທຶນທີ່ຖືກຕ້ອງຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນ 0,88 ລ້ານ USD, ຢືນອັນດັບ 109/151 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນຢູ່ ຫວຽດນາມ. ກົງກັນຂ້າມ, ຫວຽດນາມ ມີ 4 ໂຄງການລົງທຶນຢູ່ ອາຟຣິກາໃຕ້ ດ້ວຍຍອດຈຳນວນທຶນ 8,86 ລ້ານ USD, ຢືນອັນດັບທີ 45/84 ປະເທດ ແລະ ເຂດແຄ້ວນທີ່ ຫວຽດນາມ ລົງທຶນຢູ່ຕ່າງປະເທດ.
ປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ອາຟຼິກາໃຕ້ມີປະມານ 200 ຄົນ, ໃນນັ້ນສ່ວນຫຼາຍແມ່ນແຕ່ງງານ ແລະ ຕັ້ງຖິ່ນຖານຢູ່ທີ່ນີ້. ບາງຄົນເປັນອາຈານສອນຂອງມະຫາວິທະຍາໄລ ຫຼືນັກຄ້າຂາຍຂະໜາດນ້ອຍ, ສ່ວນໃຫຍ່ອາໄສຢູ່ໃນເມືອງ Pretoria, Johannesburg, Cape Town ແລະ ຕົວເມືອງທ່າເຮືອ Durban, ມີຊີວິດທີ່ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນເປັນຢ່າງດີ.
ຫວຽດນາມ ແລະ ອາຟະລິກາໃຕ້ ຮັກສາການສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການສາກົນ ແລະ ບັນດາເວທີປາໄສຫຼາຍຝ່າຍ. ຫວ່າງມໍ່ໆມານີ້, ອາຟຼິກາໃຕ້ໄດ້ສະໜັບສະໜູນຫວຽດນາມຮັບເລືອກຕັ້ງສຳເລັດໜ້າທີ່ສຳຄັນເຊັ່ນ: ສະມາຊິກບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ (2020-2021), ສະພາສິດທິມະນຸດ (2023-2025) ແລະ ຄະນະກຳມະການມໍລະດົກໂລກ (2023-2027).
ປະຈຸບັນ, ສອງປະເທດຍັງຄົງຮັກສາຫຼາຍກົນໄກຮ່ວມມືສອງຝ່າຍ, ໃນນັ້ນມີເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ, ຄະນະກຳມະການການຄ້າຮ່ວມ ແລະ ການເຈລະຈານະໂຍບາຍປ້ອງກັນປະເທດ. ລັດຖະມົນຕີອາຟຼິກາໃຕ້ຫຼາຍທ່ານໄດ້ມາຢ້ຽມຢາມຫວຽດນາມ ເພື່ອແລກປ່ຽນປະສົບການ ແລະ ຮຽນຮູ້ກ່ຽວກັບຮູບແບບການພັດທະນາ, ປະກອບສ່ວນຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ປະເທດ.
ປະຈຸບັນ, ອາຟຼິກາໃຕ້ແມ່ນຄູ່ຮ່ວມມືການຄ້າ ແລະ ສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ອາຟຼິກາ. ປີ 2024, ວົງເງິນການຄ້າສອງຝ່າຍຈະບັນລຸເກືອບ 1,8 ຕື້ USD. ໃນໄລຍະຈະມາເຖິງ, ສອງຝ່າຍຄາດວ່າຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື: ການຂຸດຄົ້ນແຮ່ທາດ, ກົນຈັກ, ໂລຫະ, ເຫຼັກກ້າ, ພະລັງງານທົດແທນ, ແຜ່ນແພ, ເກີບ, ປຸ໋ຍ, ອາຫານປຸງແຕ່ງ ແລະ ອຸດສາຫະກຳໜູນຊ່ວຍ.
| ກຸ່ມບໍລິສັດ Google ພ້ອມແລ້ວທີ່ຈະຮ່ວມເດີນທາງກັບ ຫວຽດນາມ ໃນການຫັນເປັນດີຈີຕອນ ຍສໝ - ທີ່ການເຮັດວຽກ, ທ່ານ ຫງວຽນຊວັນທັງ ສະເໜີສະຖາບັນຈະຮ່ວມມືກັບກຸ່ມບໍລິສັດ Google ເພື່ອສ້າງຮູບແບບບຳລຸງສ້າງ Ai ຮອບດ້ານ, ເໝາະສົມກັບສະພາບຕົວຈິງ ຫວຽດນາມ, ຕອບສະໜອງຄວາມຕ້ອງການໃນທຸກລະດັບທີ່ແຕກຕ່າງກັນ |
| ປະທານປະເທດ ເລືອງເກື່ອງ ພົບປະກັບນັກສິລະປະການຢູ່ໝູ່ບ້ານອາຊີບຫັດຖະກຳດີເດັ່ນໃນທົ່ວປະເທດ ຍສໝ - ໃນທຸກໄລຍະພັດທະນາຂອງປະເທດຊາດ, ໝູ່ບ້ານອາຊີບ ຍາມໃດກໍຮັບປະກັນຊີວິດແບບຍືນຍົງ, ແມ່ນເສົາຄ້ຳທີ່ສຳຄັນ, ໃກ້ຊິດສາມາດສຳຜັດໄດ້ຢ່າງງ່າຍດາຍທີ່ສຸດໃຫ້ແກ່ກຳລັງແຮງງານຊົນນະບົດ, ຮັບປະກັນການໜູນຊ່ວຍສັງຄົມ. |
ມີງດຶກ
