ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

15:00 | 03/08/2025

ຍສໝ - ຕອນ​ບ່າຍ​ວັນ​ທີ 31 ກໍລະກົດ, ຢູ່​ແຂວງ ກວາງ​ຈີ້, ​ໄດ້​ດຳ​ເນີນ​ການ​ພົບ​ປະ​ກັບ​ຄະນະ​ຄູ​ອາຈານ ​ແລະ ນັກ​ສຶກສາ​ດີ​ເດັ່ນ​ຂອງ​ໂຮງຮຽນສອງ​ພາສາ​ລາວ - ຫວຽດນາມ ຫງວຽນ​ຢູ, ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ.

ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດແລກປ່ຽນພາສາຫວຽດນາມ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”
ນັກສຶກສາສາກົນ 160 ຄົນເຂົ້າຮ່ວມການປະກວດປາກເວົ້າພາສາຫວຽດ

ຮັບຜິດຊອບການ​ຕ້ອນຮັບ​ມີ: ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທ່ານ ຮ່ວາງ​ກົງຖຸຍ; ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຊຸດ​ທີ 10, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ທ່ານ ເລວັນໝຸຍ ແລະ ຫົວໜ້າ​ຄະນະການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ, ອົງການຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ດຶກ​ທິ້ງ.

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ທ່ານ​ຮອງ​ປະທານ​ ຮວ່າງກົງຖຸຍ ພ້ອມກັບບັນດາ​ຜູ້​ແທນ​ເປັນ​ປະທານ​ການຕ້ອນຮັບ. ພາບ: ເຫງຍວັນ.

ກ່າວ​ຄຳ​ປາໄສ​ທີ່​ການພົບປະ, ທ່ານ​ນາງ ສີ​ວັນ​ເຮືອງ ເພັງ​ຄຳ​ມະນີ, ຜູ້ອຳນວຍ​ການ​ໂຮງຮຽນ​​ໃຫ້​ຮູ້​ວ່າ: ​ອົງການທຳອິດຂອງໂຮງຮຽນ​ສອງພາສາ ຫງວຽນຢູ ​ແມ່ນ​ໂຮງຮຽນ​ປະຖົມ ຫງວຽນ​ຢູ 1 ​ແລະ ​ຫງວຽນ​ຝູ 2 ​ເຊິ່ງ​ໄດ້​ສອນ​ເດັກນ້ອຍ​ຊາວ​ຫວຽດນາມ​ ​ຢູ່​ນະຄອນຫຼວງ​ວຽງ​ຈັນ (ລາວ), ຈຸດປະສົງແມ່ນ​ເພື່ອ​ໃຫ້​ລູກ​ຫຼານ​​ໄດ້​ຮ່ຳຮຽນ​ວິຊາ​ການ​ທົ່ວ​ໄປ​ຂອງ​ລາວ ​ແລະ ຮຽນ​ພາສາ​ຫວຽດນາມ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຍາມໃດກໍ່ລະນຶກ​ເຖິງກົກເຄົ້າເຫງົ້າຕໍ​ຂອງ​ຕົນເປັນຊາວຫວຽດນາມ.

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ທ່ານ​ຮອງ​ປະທານ​ ຮວ່າງກົງຖຸຍ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ​ໂຮງຮຽນ​ສອງ​ພາສາ ລາວ - ຫວຽດນາມ ຫງວຽນ​ຢູ. ພາບ: ເຫງຍວັນ.

ປີ 2005, ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ​ແລະ ລັດ, ລັດຖະບານ​ຫວຽດນາມ ​ໄດ້​ສະໜອງ​ທຶນ​ການໃຊ້ຈ່າຍກວ່າ 5 ​ແສນ USD ​ເພື່ອ​ກໍ່ສ້າງ​ໂຮງຮຽນດ້ວຍ 2 ຕຶກ 3 ຊັ້ນ ມີ 39 ຫ້ອງ​ຮຽນ ​ໃນເຂດດິນແດນມີ​ເນື້ອ​ທີ່ 10.379 ຕາ​ແມັດ​ ໂດຍ​ລັດຖະບານ​ລາວ​ ມອບ​ໃຫ້. ປີ 2008, ໂຮງຮຽນ​ໄດ້​ກໍ່ສ້າງ​ສຳ​ເລັດ ​ແລະ ​ໄດ້​ນຳ​ໃຊ້​ນັບ​ແຕ່​ນັ້ນ​ມາຮອດປັດຈຸບັນ ​ແລະ ​ຍາມໃດກໍ່ໄດ້​ຮັບ​ການ​ໜູນ​ຊ່ວຍທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງພັກ, ລັດ ຫວຽດນາມ.

ນັບ​ຕັ້ງ​ແຕ່​ສ້າງ​ຕັ້ງ​ຂຶ້ນມາຮອດປັດຈຸບັນ, ໂຮງ​ຮຽນ​ແມ່ນ​ບ່ອນ​ຢູ່​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ແລະ ຊາວລາວ​. ໃນສົກຮຽນ 2021-2022, ໂຮງຮຽນໄດ້ຮັບກຽດເລືອກເຟັ້ນຈາກກະຊວງສຶກສາທິການ 2 ປະເທດເປັນໂຮງຮຽນທົດລອງສອນພາສາ ຫວຽດນາມ-ລາວ ແຕ່ຊັ້ນ 1 ຫາ 12 ເພື່ອຂະຫຍາຍຮູບແບບການເຝິກອົບຮົມນີ້ໄປທົ່ວປະເທດລາວ ເພື່ອໃຫ້ລຸ້ນໜຸ່ມຂອງລາວເຂົ້າໃຈເຖິງສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ.

ທ່ານ​ນາງ ສີ​ວັນ​ເຮືອງ ເພັງ​ຄຳ​ມະນີ ຢືນຢັນ​ວ່າ: “ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ພາສາ​ຫວຽດນາມ ​ແມ່ນ​ໜ້າ​ທີ່​ຂອງແຕ່ລະ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນຢູ່ - ແມ່ນ​ໂຮງຮຽນ​ທີ່ພົ້ນເດັ່ນໃຫ້ນ້ຳໃຈມິດຕະພາບແບບພິເສດຢ່າງ​ຮັດ​ແໜ້ນ, ສົດໃສ, ຊື່ສັດລະຫວ່າງ ລາວ - ຫວຽດນາມ, ແລ້ວຮັກສາ​ວັດທະນະທຳ ຫວຽດນາມ ​ແລະ ພາສາ​ຫວຽດນາມ ນັບມື້ນັບກາຍເປັນສຳຄັນ​ ແລະ ຕ້ອງການ.ຈຸດ​ປະ​ສົງ​ຂອງ​ໂຮງ​ຮຽນ​ແມ່ນ​ຮຽນ​ພາ​ສາ​ຫວຽດ​ເປັນ​ພາ​ສາ​ທົ່ວ​ໄປ”.

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ທ່ານ ​ເລ​ວັນ​ມູຍ ​ແລະ​ ທ່ານ​ນາງ ສີ​ວັນ​ເຮືອງ ເພັງ​ຄຳ​ມະນີ ​ໄດ້ແບ່ງປັນໃນການພົບປະ. ພາບ: ເຫງຍວັນ.

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ຄູອາຈານ ແລະ ບັນດານັກຮຽນແບ່ງປັນໃນການພົບປະ. ພາບ: ເຫງຍວັນ.

ຜູ້ອໍານວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ກໍ່ສະເໜີບາງບັນຫາ, ຫວັງວ່າ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະເອົາໃຈໃສ່, ໜູນຊ່ວຍເພື່ອພັດທະນາໂຮງຮຽນຕື່ມອີກ.

ກ່າວ​ຄຳ​ປາໄສ​ທີ່​ການພົບປະ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຮວ່າງກົງຖຸຍ ​ໃຫ້​ຮູ້​ວ່າ ພັກ ​ແລະ ລັດ ຍາມ​ໃດ​ກໍ່​ຢືນຢັນ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ແມ່ນ​ສ່ວນ​ໜຶ່ງ​ທີ່​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ​ຫວຽດນາມ. ການ​ປົກ​ປັກ​ຮັກສາ​ພາສາ​ຫວຽດນາມ ​ແລະ ​ສີສັນ​ວັດທະນະທຳ​ຂອງ​ຊາດ​ແມ່ນ​ໜ້າທີ່​ທີ່​ສັກສິດ, ​ເປັນ​ພື້ນຖານ​ໃຫ້​ປະຊາ​ຄົມ​ສະໜິດຕິດພັນ ​ແລະ ​ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ.

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ທ່ານ​ຮອງ​ປະ​ທານ ຮວ່າງກົງຖຸຍ ກ່າວ​ຄຳ​ປາໄສ​ທີ່​ການພົບປະ. ພາບ: ເຫງຍວັນ.

ພາຍຫຼັງ​ໄດ້​ຮັບ​ການ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຢ້ຽມຢາມຂອງຄູ​ອາຈານ ​ແລະ ບັນດານັກຮຽນ​ໂຮງຮຽນ​ສອງ​ພາສາ​ລາວ - ຫວຽດນາມ ຫງວຽນຢູ່ ​ໄດ້ໄຫວ້​ອາ​ໄລ ​ແລະ ​ຮູ້ບຸນຄຸນເຖິງບັນດາ​ວິລະ​ຊົນ​ນັກຮົບຜູ້້ເສຍສະລະຊີວິດເພື່ອຊາດ​ຢູ່ຮ່ອງຮອຍ​ພິ​ເສດ​ແຫ່ງ​ຊາດ ວິຫານບູຮານ ກວາງ​ຈີ້, ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຖະໜົນ 9, ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເຈື່ອງ​ເຊີນ ​ແລະ ບັນດາທັດສະນີຍະພາບ​ຫຼາຍ​ແຫ່ງ​ຢູ່​ແຂວງ ກວາງ​ຈີ້, ທ່ານ​ຮອງ​ປະທານ​ ຮວ່າງກົງຖຸຍ ຕີລາຄາວ່າ: “ການ​ຢ້ຽມຢາມ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເດີນທາງ​ປະສົບ​ຄວາມ​ຫຍຸ້ງຍາກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ສືບ​ຕໍ່​ຮັກສາ​ບັນດາມູນເຊື້ອວັດທະນະທຳ ​ແລະ ປະຫວັດສາດ​ອັນ​ລ້ຳ​ຄ່າ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ, ປະກອບສ່ວນ​ບຳລຸງສ້າງ​ຄວາມ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປູກລະດົມຄວາມ​ເອກອ້າງ​ທະນົງ​ໃຈ​ຂອງ​ຊາດ​ຂອງ​ນັກຮຽນ​ແຕ່ລະຄົນ, ແມ່ນ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ຂອງ​ສາຍ​ພົວພັນ​ອັນ​ໃກ້​ຊິດ​ລະຫວ່າງ​ສອງ​ປະ​ເທດ​ ແລະ ​ປະຊາຊົນ​ຂອງ​ພວກ​ເຮົາ ”.

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ທ່ານ​ຮອງ​ປະທານ ​ຮວ່າງກົງຖຸຍ ​ແລະ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ຫງວຽນ​ດຶກ​ທິ້ງ ​ໄດ້​ມອບ​ຂອງຂວັນ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃຫ້​ແກ່​ໂຮງຮຽນ​ສອງ​ພາສາລາວ - ຫວຽດນາມ ຫງວຽນ​ຢູ. ພາບ: ເຫງຍວັນ.

ທ່ານ​ນາງ​ຮອງ​ປະທານ​ ຮວ່າງກົງຖຸຍ ​ໄດ້​ແຈ້ງ​ບາງ​ເນື້ອ​ໃນ​ກ່ຽວ​ກັບບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາງ ສີ​ວັນ​ເຮືອງ ເພັງ​ຄຳ​ມະນີ, ຜູ້ອຳນວຍ​ການ​ໂຮງຮຽນສອງພາສາລາວ - ຫວຽດນາມ ຫງວຽນ​ຢູ.

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ມອບຂອງຂວັນທີ່ລະນຶກໃນການພົບປະ. ພາບ: ເຫງຍວັນ.

ພ້ອມ​ກັນ​ນັ້ນ, ມອບ​ໃຫ້​ຄະນະ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ຄົ້ນຄວ້າ ​ແລະ ເສນາທິການກັບ​ຂໍ້​ສະ​ເໜີ​ອື່ນ​ຈຳນວນ​ໜຶ່ງ​ຂອງ​ຄູ​ອາຈານ ​ແລະ ນັກຮຽນ​ຂອງ​ໂຮງຮຽນ​ສອງ​ພາສາ ລາວ - ຫວຽດນາມ ຫງວຽນ​ຢູ ​ເພື່ອ​ມີ​ທິດ​ທາງ​ໃນ​ການ​ຄຸ້ມ​ຄອງ ​ແລະ ໜູນ​ຊ່ວຍ​ໂຮງຮຽນ.

ປະກອບສ່ວນສ້າງ “ລະບົບນິເວດພາສາຫວຽດນາມ ທົ່ວໂລກ” ປະກອບສ່ວນສ້າງ “ລະບົບນິເວດພາສາຫວຽດນາມ ທົ່ວໂລກ”

ຍສໝ - ໃນວັນ​ທີ 31 ພຶດສະພາ - 1 ມິຖຸນາ​ນີ້, ການສຳມະນາສາກົນ​ດ້ວຍ​ຫົວ​ຂໍ້ “ຄວາມ​ສຳຄັນ​ຂອງ​ການ​ສິດສອນ, ການ​ປົກ​ປັກ​ຮັກສາ​ພາສາຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ສຳລັບ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ” ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ Fukuoka ປະ​ເທດ ຍີ່ປຸ່ນ.ເຫດການດັ່ງກ່າວໂດຍກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ສົມທົບກັບສະມາຄົມຫວຽດນາມ ປະຈໍາ Fukuoka ...

ສູນສຶກສາຫວຽດນາມ ວິທະຍາ ແລະສະມາຄົມມິດຕະພາບໄທ - ຫວຽດນາມ ຮ່ວມມືບຳລຸງສ້າງພາສາຫວຽດ ສູນສຶກສາຫວຽດນາມ ວິທະຍາ ແລະສະມາຄົມມິດຕະພາບໄທ - ຫວຽດນາມ ຮ່ວມມືບຳລຸງສ້າງພາສາຫວຽດ

ຍສໝ - ວັນ​ທີ 2 ພຶດສະພາ​ ຢູ່​ໄທ, ສູນ​ສຶກສາ​ຫວຽດນາມ ວິທະຍາ ຂຶ້ນກັບ​ມະຫາວິທະຍາ​ໄລ Ratjabath Udon Thani (​ໄທ) ​ແລະ ສະມາຄົມ​ມິດຕະພາບ​ໄທ - ຫວຽດນາມ ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ດ້ານ​ການບຳລຸງສ້າງພາສາ​ຫວຽດ.

ແທັງຮັ່ງ