ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດແລກປ່ຽນພາສາຫວຽດນາມ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”

10:35 | 25/07/2025

ຍສໝ - ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວຄ້າຍພັກແລ້ງ ຫວຽດນາມ 2025, ຕອນ​ຄ່ຳ​ວັນ​ທີ 23 ກໍລະກົດ, ຢູ່​ ເຫງ້ອານ, ມີ​ຊາວ​ໜຸ່ມ ຫວຽດນາມ ຢູ່​ຕ່າງປະ​ເທດ 100 ກວ່າຄົນ ​ທີ່​ມາ​ຈາກ 31 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ໄດ້​ເຂົ້າ​ຮ່ວມ​ລາຍການ​ແລກປ່ຽນ​ພາສາ​ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “ສືບ​ຕໍ່​ຂຽນ​ບົດ​​ເລື່ອງ​ສັນຕິພາບ”. ​ລາຍການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ໃນ​ການ​ເຊື່ອມ​ໂຍງ, ສາມັກຄີ ​ແລະ ພັດທະນາ​ຂອງ​ລຸ້ນໜຸ່ມ​ຫວຽດນາມ ​ໃນ​ທົ່ວ​ໂລກ.

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ
ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

ທີ່​ການ​ພົບ​ປະ​ແລກປ່ຽນ, ບັນດາ​ເດັກນ້ອຍ​ໄດ້​ຮ້ອງ​ເພງ, ອ່ານ​ບົດ​ກະວີ, ​ສະແດງລະຄອນ, ​ແບ່ງປັນ​ຄວາມ​ຮູ້ສຶກ​... ດ້ວຍ​ພາສາ​ຫວຽດນາມ ທີ່​ຮັກ​ແພງ - ພາສາ​ຂອງຄອບຄົວ, ຂອງຄວາມ​ຊົງ​ຈຳ ແລະ ​ກໍ່ເປັນ​ກົກເຄົ້າເຫງົ້າຕໍ​ຂອງ​ຊາດ.

ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດແລກປ່ຽນພາສາຫວຽດນາມ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”

ນັກຮຽນ, ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ສະແດງ​ສິ​ລະ​ປະ. ຮູບ: ຈິ້ງຢຸຍຮື່ງ/ສຳນັກຂ່າວສານ ຫວຽດນາມ

ກ່າວຄຳປາໄສ​ທີ່​ພິ​ທີ, ທ່ານ​ນາງ ໂງ​ທິ​ແທ່ງ​ມາຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​​ຄ້າຍພັກແລ້ງ​ ຫວຽດ​ນາມ ປີ 2025 ຖື​ວ່າ: ການ​ພົບ​ປະ​ແລກ​ປ່ຽນ​ພາ​ສາ​ຫວຽດ​ນາມ ແມ່ນ​ຈຸດ​ພົ້ນ​ເດັ່ນ​ພິ​ເສດ​ຂອງຄ້າຍພັກແລ້ງ​ປີ​ນີ້. ບັນດາຊາວ​ໜຸ່ມ​ຫວຽດນາມ ຢູ່​ຕ່າງປະ​ເທດ​ສະ​ແດງ​ຄວາມ​ສາມາດ​ນຳ​ໃຊ້​ພາສາ​ຫວຽດນາມ ຜ່ານ​ບັນດາພາກສ່ວນການ​ເລົ່າ​ເລື່ອງ, ອ່ານ​ບົດ​ກະວີ, ​ຮ້ອງ​ເພງ​ພື້ນ​ເມືອງ ​ແລະ ການ​ລາຍງານກ່ຽວກັບ​ຄວາມ​ຮູ້ສຶກຂອງຕົນ​ເມື່ອ​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງ​ນອນ. ບັນດາການເຄື່ອນໄຫວເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ພວກເຂົາຝຶກພາສາ, ຫາກຍັງປຸກລະດົມຄວາມຮັກແພງກຂອງເຂົາເຈົ້າສໍາລັບພາສາແມ່ ແລະ ວັດທະນະທໍາຂອງຊາດ.

“ສຳລັບເດັກນ້ອຍຫຼາຍຄົນ, ພາສາຫວຽດນາມ ແມ່ນພາສາທີສອງ ຫຼື ເລີມຕົ້ນຮຽນ - ແຕ່ຂ້ອຍເຊື່ອວ່າ, ຖ້າຫົວໃຈຮູ້ຮັກພາສາຫວຽດນາມ ເຖິງວ່າເຂົາເຈົ້າບໍ່ສາມາດເວົ້າໄດ້ຄ່ອງແຄ້ວກໍ່ຕາມ, ແຕ່ຄວາມຮັກແພງຂອງເຂົາເຈົ້າຈະຍັງສົມບູນຢູ່”, ທ່ານ​ນາງ ໂງ​ທິ​ແທ່ງ​ມາຍ ເນັ້ນໜັກ.

ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດແລກປ່ຽນພາສາຫວຽດນາມ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”

ທ່ານ​ນາງ ໂງ​ທິ​ແທ່ງ​ມາຍ, ຮອງປະທານຄະນະກຳມາທິການແຫ່ງລັດກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ, ຫົວໜ້າຄະນະ, ກ່າວຄຳປາໄສ​. ຮູບ: ຈິ້ງຢຸຍຮື່ງ/ສຳນັກຂ່າວສານ ຫວຽດນາມ

ກໍໃນ​ລາຍການ​ດັ່ງກ່າວ, ບັນດານັກ​ສຶກສາ​ຢູ່​ຕ່າງປະ​ເທດ​ໄດ້​ມີບັນດາ​ລາຍການ​ສະ​ແດງ​ຄື: ສືບ​ຕໍ່​ຂຽນ​ບົດ​​ເລື່ອງ​ສັນຕິພາບ; ກ້າວ​ໄປ​ໜ້າ ຫວຽດ​ນາມ ເອີຍ; ຈິດໃຈສະຫງ່າຜ່າເຜີຍ ຫວຽດນາມ; ກັບຄືນແຂວງ ເຫງ້ອານ ພ້ອມກັບອ້າຍ ແລະ ພົບປະແລກປ່ຽນລະຫວ່າງບັນດາຄະນະຜູ້ແທນຄ້າຍພັກແລ້ງ ແລະ ຊາວໜຸ່ມແຂວງ ເຫງ້ອານ...

ກ່ອນ​ໜ້າ​ນັ້ນ, ຄະນະ​ໄດ້​ໄປ​ຢ້ຽມຢາມ​ເຂດ​ຮ່ອງຮອຍປະຫວັດສາດ​ແຫ່ງ​ຊາດພິເສດ ກິມລຽນ, ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພໍ່​ແມ່​ປະທານ ​ໂຮ່ຈີ​ມິງ, ຊາວ​ໜຸ່ມ​ຫຼາຍ​ຄົນ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ກັບ​ຄວາມ​ລຽບ​ງ່າຍ, ​ເປັນ​ເອກະລັກ​ສະ​ເພາະຂອງກິດຕິຄຸນມະນຸດທີ່ຍິ່ງໃຫຍ່.

ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດແລກປ່ຽນພາສາຫວຽດນາມ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”

ນັກ​ສຶກ​ສາ​ລະດົມຢ່າງກະ​ຕື​ລື​ລົ້ນ​ທີ່​ທີມຂອງຕົນ​ເຂົ້າ​ຮ່ວມ​ການ​ແລກ​ປ່ຽນ​ພາ​ສາ​ຫວຽດ​ນາມ. ຮູບ: ຈິ້ງຢຸຍຮື່ງ/ສຳນັກຂ່າວສານ ຫວຽດນາມ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ພວມ​​ຮັກສາ ​ແລະ ເຮັດໃຫ້ຟື້ນ​ຟູ​ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເທື່ອ​ລະ​ກ້າວ. ບັນດາຄູ​ອາ​ຈານ, ສະ​ມາ​ຄົມຄະນະ, ບັນດາພໍ່​ແມ່​ຜູ້ປົກຄອງ​ໄດ້​ຈັດ​ຕັ້ງ​ຊຸດ​ຮຽນ​ພາ​ສາ​ຫວຽດ​ນັບ​ຮ້ອຍ​ຊຸດ, ສອນ​ອອນ​ໄລ​໌, ຈັດ​ຕັ້ງ​ບັນດາການ​ເສັງ, ແລກ​ປ່ຽນ, ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ...

ພັກ ​ແລະ ລັດຖະບານ ຍາມ​ໃດ​ກໍ່​ຖື​ວ່າ ນີ້​ແມ່ນ​ວຽກ​ງານ​ສຳຄັນ, ​ໄດ້​ວາງອອກຫຼາຍ​ນະ​ໂຍບາຍ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເຊີດ​ຊູ​ສີສັນວັດທະນະທຳ​ຂອງ​ຊາດ ​ແລະ ພາສາ​ຫວຽດນາມ ​ໃນ​ຊຸມ​ຊົນ. ເດືອນ​ສິງ​ຫາ 2022, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ອະ​ນຸ​ມັດ​ໂຄງ​ການ​ກ່ຽວ​ກັບ​ວັນ​ກຽດ​ສັກ​ສີ​ຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ໄລ​ຍະ 2022-2030. ໂຄງ​ການ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງຕັ້ງໜ້າ, ດ້ວຍ​ຫຼາຍ​ກິດ​ຈະ​ກຳ​ທີ່​ໜ້າ​ຕື່ນ​ເຕັ້ນ, ອຸ​ດົມ​ສົມ​ບູນ ແລະ ແທດຈິງ, ເບື້ອງ​ຕົ້ນ​ໄດ້​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ​ໃນ​ຂະບວນການ​​ສອນ ແລະ ຮຽນ​ພາ​ສາ​ຫວຽດ​ໃນປະຊາຄົມຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ.

ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ

ຍສໝ - ວັນ​ທີ 25 ກຸມພາ​ 2025, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ແລະ ຄະນະ​ກຳມະການ​ແຫ່ງ​ລັດ​ ຫວຽດນາມ ກ່ຽວກັບຊາວຫຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້ຮ່ວມ​ເປັນ​ປະທານ​ໃນການເຮັດວຽກ​ລະຫວ່າງສອງອົງການ ເພື່ອແນໃສ່ກວດກາ​ຄືນ​ໝາກຜົນການ​ຜັນຂະຫຍາຍ​​ວຽກ​ງານສົມທົບ​ກັນ​ໃນ​ປີ 2024 ​ແລະ ​ແລກປ່ຽນ, ປຶກສາ​ຫາລື​ກ່ຽວ​ກັບ​​ໜ້າ​ທີ່​ທີ່ສຳຄັນ​ໃນ​ປີ 2025.

ຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ກຽມພ້ອມຈິດໃຈ ແລະ ທ່ວງທ່າທີ່ຈະປະກອບສ່ວນພັດທະນາປະເທດຊາດ ຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ກຽມພ້ອມຈິດໃຈ ແລະ ທ່ວງທ່າທີ່ຈະປະກອບສ່ວນພັດທະນາປະເທດຊາດ

ຍສໝ - ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ແຫຼ່ງກຳລັງທີ່​ສຳຄັນ​ໃນ​ຂະ​ບວນການ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີເຂັ້ມ​ແຂງ. ຊາວຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ ຍັງ​ມີ​ບົດ​ບາດ​ເປັນ​ຂົວ​ຕໍ່​ເພີ່ມພູນຄູນສ້າງ​ມິດ​ຕະ​ພາບ, ຊຸກ​ຍູ້​ການພົວພັນ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ກັບ​ບັນ​ດາ​ປະ​ເທດ.

ແທງຮັ່ງ