| ຫວຽດນາມ ຊ່ວຍເຫຼືອ ລາວ ບູລະນະສ້ອມແປງໂຮງໝໍໄຊສົມບູນ | |
| ທະນາຄານໂລກ ສືບຕໍ່ຮ່ວມເດີນທາງ, ຊ່ວຍເຫຼືອ ຫວຽດນາມ |
ຂໍ້ມູນຈາກຕຳຫຼວດແຂວງກວາງຈິ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກຳລັງຕຳຫຼວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບຂອງແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເຂົ້າສະກັດກັ້ນ ແລະ ມອດໄຟໄໝ້ລາມປ່າຢ່າງທັນການ, ປະກອບສ່ວນປົກປັກຮັກສາຊັບສິນຂອງປະຊາຊົນ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ - ລາວ.
![]() |
| ເຫດການໄຟໄໝ້ປ່າທີ່ມີຄວາມສ່ຽງຈະລາມເຂົ້າເຮືອນຊານຂອງປະຊາຊົນ. (ຮູບ: CAQT) |
ສະເພາະແມ່ນໃນເວລາ 22:37 ໂມງ ຂອງວັນທີ 11 ເມສາ 2026, ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ, ຕຳຫຼວດແຂວງກວາງຈິ ໄດ້ຮັບແຈ້ງເຫດຈາກປ້ອມຕຳຫຼວດດ່ານສາກົນແດນສະຫວັນ ກ່ຽວກັບເຫດການໄຟໄໝ້ປ່າປູກ ຢູ່ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ (ລາວ), ເຊິ່ງມີຄວາມສ່ຽງຈະຂະຫຍາຍຕົວເປັນບໍລິເວນກວ້າງ ແລະ ຄຸກຄາມເຂດທີ່ຢູ່ອາໄສຂອງປະຊາຊົນທີ່ຢູ່ໃກ້ຄຽງ.
ພາຍຫຼັງລາຍງານ ແລະ ຂໍທິດຊີ້ນຳຈາກຄະນະກອງບັນຊາການຕຳຫຼວດແຂວງ ແລະ ຄະນະກຳມະການປະຊາຊົນແຂວງ, ທາງໜ່ວຍງານໄດ້ລະດົມລົດດັບເພີງ 2 ຄັນ ພ້ອມດ້ວຍພະນັກງານ-ນັກຮົບ 12 ສະຫາຍ ລົງຮອດສະຖານທີ່ເກີດເຫດຢ່າງວ່ອງໄວ ເພື່ອສົມທົບກັບກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດໃນການຈັດຕັ້ງປະຕິບັດການມອດໄຟ.
![]() |
| ບັນດານັກຮົບຈາກພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ ເຂົ້າຮ່ວມການມອດໄຟ. (ຮູບ: CAQT) |
ພາຍໃຕ້ເງື່ອນໄຂສະພາບພູມສັນຖານເຂດພູດອຍທີ່ຫຍຸ້ງຍາກສັບສົນ, ໃນຍາມກາງຄືນ ແລະ ມີຄວາມສ່ຽງສູງທີ່ໄຟຈະລາມອອກໄປ, ກຳລັງຂອງທັງສອງຝ່າຍໄດ້ຈັດຕັ້ງການສຳຫຼວດ, ກໍານົດທິດທາງຂອງໄຟ, ແຫຼ່ງນ້ຳ, ແລະ ນຳໃຊ້ເຕັກນິກການດັບເພີງແບບຄົບຊຸດ, ປະສານງານກັນຢ່າງກົມກຽວເພື່ອຄວບຄຸມອັກຄີໄພ.
ຜ່ານຄວາມພະຍາຍາມຫຼາຍກວ່າ 3 ຊົ່ວໂມງ, ຈົນຮອດເວລາ 2:00 ໂມງ ຂອງວັນທີ 12 ເມສາ 2026, ໄຟແມ່ນໄດ້ຖືກມອດໃຫ້ດັບມອດລົງຢ່າງສິ້ນເຊີງ, ສາມາດປົກປັກຮັກສາເນື້ອທີ່ປ່າປູກໄດ້ປະມານ 50 ເຮັກຕາ ແລະ ເຂດທີ່ຢູ່ອາໄສຂອງປະຊາຊົນໃຫ້ມີຄວາມປອດໄພ.
ການສົມທົບກັນຢ່າງມີປະສິດທິພາບລະຫວ່າງກຳລັງສອງປະເທດໃນຄັ້ງນີ້ ໄດ້ສືບຕໍ່ຢືນຢັນເຖິງຈິດໃຈຄວາມສາມັກຄີ, ການຮ່ວມມືໃນການຮັກສາຄວາມສະຫງົບ ແລະ ຄວາມປອດໄພ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ.
| ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19 ຕອນເຊົ້າວັນທີ 20 ຕຸລາ, ທ່ານ ຈ້ຽວມີງຊ໊ຽດ, ຮອງເລຂາພັກເມືອງເມື່ອງລາດ (ແຂວງແທັງຮວ໊າ) ໄດ້ມອບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນເມືອງສົບເບົາ ແລະເມືອງວຽງໄຊ (ແຂວງຫົວພັນ, ລາວ) ດ້ວຍມູນຄ່າທັງໝົດ 100 ລ້ານດົ່ງຢູ່ທີ່ດ່ານຊາຍແດນແຕ໊ນຕັ່ນ. |
| ມອບຜ້າອັດປາກອັດດັງ ຊ່ວຍເຫຼືອປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ສຳນັກງານ ສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສ ຢູ່ ລາວ ຕັ້ງຢູ່ ວຽງຈັນ, ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຜ້າອັດປາກອັດດັງຈຳນວນ 20.000 ອັນ ໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ລາວ. |
ແທັງຮັ່ງ

