| ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ | |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາໄປຢ້ຽມຢາມນະຄອນ ໜານໜິງ (ຈີນ) |
![]() |
| ມະຕິ 80-NQ/TW ຂອງກົມການເມືອງ ໄດ້ສະແດງໃຫ້ເຫັນທັດສະນະທາງດ້ານເສດຖະກິດ ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ໃນສະພາບການທີ່ປະເທດຊາດກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່. ຮູບ: TTXVN |
ຕາມທ່ານ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນແທ່ງນາມ, ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ, ມະຕິສະບັບເລກທີ 80-NQ/TW ຂອງກົມການເມືອງ ໄດ້ສະແດງໃຫ້ເຫັນທັດສະນະທາງດ້ານເສດຖະກິດ ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ໃນສະພາບການທີ່ປະເທດຊາດກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່, ເຊິ່ງລວມມີຈຸດປະສົງການປະກອບສ່ວນຂອງວັດທະນະທຳ ເຂົ້າໃນການພັດທະນາເສດຖະກິດ; ເສັ້ນທາງການພັດທະນາເສດຖະກິດດ້ວຍການພັດທະນາອຸດສາຫະກຳວັດທະນະທຳ; ການຕິດພັນວັດທະນະທຳກັບການທ່ອງທ່ຽວ, ພັດທະນາເສດຖະກິດມໍລະດົກ; ຄົ້ນຄວ້າກ່ຽວກັບມູນຄ່າເສດຖະກິດລວມຂອງວັດທະນະທຳ; ການລະດົມແຫຼ່ງກຳລັງ ແລະ ນະໂຍບາຍການເງິນ; ພັດທະນາພື້ນຖານເສດຖະກິດດີຈີຕອນ ຕິດພັນກັບວັດທະນະທຳ...
ມະຕິ 80 ຖືວ່າວັດທະນະທຳແມ່ນ "ຊັບສິນ" ທີ່ສາມາດສ້າງກຳໄລ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ. ພ້ອມກັນນັ້ນ ກໍ່ໄດ້ວາງຄາດໝາຍ: ສູ້ຊົນໃຫ້ບັນດາຂະແໜງອຸດສາຫະກຳວັດທະນະທຳ ປະກອບສ່ວນ 7% ຂອງ GDP ໃນປີ 2030; ອຸດສາຫະກຳວັດທະນະທຳ ແລະ ເສດຖະກິດສ້າງສັນ ປະກອບສ່ວນ 9% ຂອງ GDP ໃນປີ 2045; ວັດທະນະທຳຕ້ອງກາຍເປັນສິນຄ້າສົ່ງອອກກົກເຄົ້າ, ວາງຄາດໝາຍໃຫ້ມູນຄ່າການສົ່ງອອກຜະລິດຕະພັນອຸດສາຫະກຳວັດທະນະທຳຂອງ ຫວຽດນາມ ຕິດຢູ່ໃນ Top 3 ຂອງພາກພື້ນ ອາຊຽນ ແລະ Top 30 ຂອງໂລກ ກ່ຽວກັບດັດຊະນີສະມັດຖະພາບທີ່ອ່ອນໂຍນ (Soft Power)...
ການລົງທຶນງົບປະມານໃຫ້ແກ່ວຽກງານວັດທະນະທຳ ກໍ່ໄດ້ຮັບຄວາມສົນໃຈໃນມະຕິ ໂດຍການຮັບປະກັນຈັດສັນຢ່າງໜ້ອຍ 2% ຂອງຍອດລາຍຈ່າຍງົບປະມານແຫ່ງລັດປະຈຳປີໃຫ້ແກ່ວັດທະນະທຳ ແລະ ເພີ່ມຂຶ້ນເລື້ອຍໆຕາມຄວາມຕ້ອງການຕົວຈິງ; ຫັນເປັນສັງຄົມ ແລະ ຊຸກຍູ້ແຫຼ່ງກຳລັງຈາກພາກສ່ວນເອກະຊົນ, ຜັນຂະຫຍຍາຍບັນດາຮູບແບບການຮ່ວມມືພາກລັດ-ເອກະຊົນ (PPP) ເຊັ່ນ: ການລົງທຶນລັດ - ການຄຸ້ມຄອງເອກະຊົນ ຫຼື ການລົງທຶນເອກະຊົນ - ການນຳໃຊ້ລັດ ໃນບັນດາສິ່ງກໍ່ສ້າງວັດທະນະທຳ ແລະ ກິລາ. ນອກຈາກນັ້ນ, ມະຕິຍັງເນັ້ນໜັກເຖິງການປະຕິບັດນະໂຍບາຍບຸລິມະສິດທາງດ້ານເສດຖະກິດ ເຊັ່ນ: ສະເໜີບັນດາກົນໄກທີ່ໂດດເດັ່ນກ່ຽວກັບທີ່ດິນ, ການຍົກເວັ້ນ ແລະ ຫຼຸດຜ່ອນອາກອນລາຍໄດ້ວິສາຫະກິດ ໃຫ້ແກ່ບັນດາວິສາຫະກິດເລີ່ມຕົ້ນ (Startup) ທີ່ສ້າງສັນໃນຂົງເຂດວັດທະນະທຳ.
ທ່ານ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນແທ່ງນາມ ວິເຄາະວ່າ, ມະຕິສະບັບເລກທີ 80-NQ/TW ວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ (ປີ 2026) ໄດ້ສ້າງບາດກ້າວບຸກທະລຸທີ່ສຳຄັນ ໃນການເຮັດໃຫ້ຮູບແບບເສດຖະກິດວັດທະນະທຳ ແລະ ທັດສະນະທາງດ້ານເສດຖະກິດໃນວັດທະນະທຳຢູ່ ຫວຽດນາມ ກາຍເປັນຮູບປະທຳ. ເມື່ອທຽບກັບມະຕິ 33-NQ/TW (ປີ 2014) ທີ່ສຸມໃສ່ຕົ້ນຕໍເຂົ້າໃນການສ້າງຊັບພະຍາກອນມະນຸດ ແລະ ສະພາບແວດລ້ອມວັດທະນະທຳ, ມະຕິ 80 ໄດ້ນຳມາເຊິ່ງທັດສະນະທາງດ້ານເສດຖະກິດທີ່ແຫຼມຄົມ ແລະ ແທດຕົວຈິງ. ບັນດາມະຕິຊຸດກ່ອນໆ ສ່ວນໃຫຍ່ແມ່ນເບິ່ງວັດທະນະທຳໃນແງ່ "ພື້ນຖານທາງດ້ານຈິດໃຈ", ແມ່ນຄາດໝາຍແຫ່ງການພັດທະນາ, ການລົງທຶນໃຫ້ວັດທະນະທຳມັກຈະຖືກຖືວ່າແມ່ນການລົງທຶນເພື່ອຜົນປະໂຫຍດສາທາລະນະ, ແຕ່ມາຮອດມະຕິ 80, ທັດສະນະໃໝ່ໄດ້ຢືນຢັນວ່າ ວັດທະນະທຳຕ້ອງສ້າງ GDP, ສ້າງກຳໄລ ແລະ ສົ່ງອອກ. ບັນຫາອຸດສາຫະກຳວັດທະນະທຳໃນມະຕິ 33 ຫາປໍ່ໄດ້ຖືກກ່າວເຖິງເປັນຄັ້ງທຳອິດ, ແຕ່ມະຕິ 80 ໄດ້ຊີ້ໃຫ້ເຫັນວ່າ ການພັດທະນາອຸດສາຫະກຳວັດທະນະທຳ ແມ່ນຍຸດທະສາດການພັດທະນາບຸກທະລຸໃນສັງກາດເສດຖະກິດພູມປັນຍາ. ໂດຍສະເພາະ, ມະຕິ 80 ໄດ້ວາງແນວທາງກ່ຽວກັບການຈັດຕັ້ງພັດທະນາວັດທະນະທຳ, ນັ້ນແມ່ນການຊຸກຍູ້ຢ່າງແຂງແຮງຕໍ່ຮູບແບບ "ການລົງທຶນລັດ - ການຄຸ້ມຄອງເອກະຊົນ". ລັດຮັກສາພຽງບົດບາດກຳນົດທິດ ແລະ ສ້າງກົນໄກ, ສ່ວນແຫຼ່ງກຳລັງດ້ານການເງິນ ແລະ ຄວາມສ້າງສັນແມ່ນໄດ້ຮັບການລະດົມຢ່າງສູງສຸດຈາກພາກສ່ວນເອກະຊົນ ແລະ ບັນດາບໍລິສັດຂ້າມຊາດ.
ທ່ານ ຫງວຽນແທ່ງນາມ ຖືວ່າ, ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການທີ່ວາງອອກໃນມະຕິ 80 ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ, ວຽກງານການກໍ່ສ້າງຊັບພະຍາກອນມະນຸດຂອງຂະແໜງວັດທະນະທຳ ຕ້ອງໄດ້ເອົາໃຈໃສ່ເຖິງການກໍ່ສ້າງບຸກຄະລາກອນວັດທະນະທຳຮຸ່ນໃໝ່: ນັ້ນແມ່ນຖັນແຖວພະນັກງານຄຸ້ມຄອງ, ຊ່ຽວຊານ, ນັກສ້າງສັນ, ນັກອອກແບບ... ທີ່ມີຄວາມເຂົ້າໃຈແຈ້ງກ່ຽວກັບເອກະລັກວັດທະນະທຳ ແລະ ຊ່ຽວຊານດ້ານເຕັກໂນໂລຢີ; ມີທັດສະນະທາງດ້ານເສດຖະກິດ - ການບໍລິຫານ. ແລະ ເພື່ອໃຫ້ມີຊັບພະຍາກອນມະນຸດວັດທະນະທຳຕາມທິດທາງນີ້, ຕາມທ່ານແລ້ວ, ບັນດາຫຼັກສູດການກໍ່ສ້າງຂອງຂະແໜງວັດທະນະທຳ ຕ້ອງໃຫ້ຄວາມສົນໃຈເຖິງ 3 ກຸ່ມຄວາມຮູ້: ວັດທະນະທຳ ຫວຽດນາມ (ວັດທະນະທຳພື້ນເມືອງ, ມໍລະດົກວັດທະນະທຳ ແລະ ບັນດາຄຸນຄ່າທາງດ້ານຈິດໃຈກົກເຄົ້າຂອງຊາດ...); ຄວາມສາມາດດ້ານດີຈີຕອນ (ຊ່ຽວຊານການນຳໃຊ້ເຄື່ອງມື AI, Big Data, Blockchain ເຂົ້າໃນການສ້າງສັນ, ການຜະລິດ ແລະ ການຈຳໜ່າຍວັດທະນະທຳ); ທັດສະນະທາງດ້ານເສດຖະກິດ (ທັກສະການຄຸ້ມຄອງໂຄງການ, ການຕີລາຄາມູນຄ່າຊັບສິນວັດທະນະທຳ, ການສື່ສານການຕະຫຼາດ...).
ພ້ອມກັນນັ້ນ, ຕາມທ່ານ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນແທ່ງນາມ, ການກໍ່ສ້າງຊັບພະຍາກອນມະນຸດວັດທະນະທຳ ບໍ່ພຽງແຕ່ແມ່ນພະນັກງານລັດ ຫຼື ນັກສິລະປິນເທົ່ານັ້ນ, ແຕ່ແມ່ນທັງໝົດຊຸມຊົນທ້ອງຖິ່ນຢູ່ບັນດາຈຸດມໍລະດົກ, ດັ່ງນັ້ນຈຶ່ງຈຳເປັນຕ້ອງກໍ່ສ້າງທັກສະການທ່ອງທ່ຽວແບບສຳຜັດຕົວຈິງ, ຮູ້ນຳໃຊ້ບັນດາແອັບພລິເຄຊັນເຕັກໂນໂລຢີ ເພື່ອໂຄສະນາວັດທະນະທຳທ້ອງຖິ່ນ...
Hệ sinh thái văn hóa
![]() |
| ບັນດານັກສິລະປິນສະແດງການຂັບແຖນ (Hát Then) ຢູ່ທີ່ບູດວາງສະແດງສິລະປະການສະແດງ, ເຂດວາງສະແດງ 12 ຂະແໜງອຸດສາຫະກຳວັດທະນະທຳ ໃນງານວາງສະແດງຜົນງານແຫ່ງຊາດ ພາຍໃຕ້ຫົວຂໍ້ “80 ປີ ແຫ່ງການເດີນທາງ ເອກະລາດ - ອິດສະລະພາບ - ຄວາມສຸກ”. ຮູບ: ພືອງລານ/TTXVN |
ຖ້າຫາກວ່າ ທ່ານ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນແທ່ງນາມ ສຸມໃສ່ຂົງເຂດເສດຖະກິດຂອງວັດທະນະທຳ, ທ່ານ ຟ້າມແທ່ງຕິ້ງ, ປະທານສະມາຄົມຄົ້ນຄວ້າວິທະຍາສາດກ່ຽວກັບ ອາຊີຕາເວັນອອກສ່ຽງໃຕ້ - ຫວຽດນາມ ພັດເນັ້ນໜັກເຖິງທັດສະນະ "ລະບົບນິເວດວັດທະນະທຳ" ໃນມະຕິ 80.
ຕາມທ່ານ ຟ້າມແທ່ງຕິ້ງ, ການທີ່ມະຕິ 80 ໄດ້ກຳນົດທັດສະນະ “ລະບົບນິເວດວັດທະນະທຳ” ເປັນຄັ້ງທຳອິດ ແມ່ນບາດກ້າວເດີນທີ່ມີລັກສະນະ “ບານພັບ” ໃນການຮັບຮູ້ທາງດ້ານຍຸດທະສາດກ່ຽວກັບການພັດທະນາຂອງ ຫວຽດນາມ. ໃນເມື່ອກ່ອນ, ພວກເຮົາມັກຈະເຂົ້າຫາວັດທະນະທຳຄືກັບຂົງເຂດໜຶ່ງທີ່ຂ້ອນຂ້າງເອກະລາດ - ຕິດພັນກັບການອະນຸລັກ, ການສຶກສາຄຸນຄ່າ ຫຼື ການເຄື່ອນໄຫວສິລະປະ. ແຕ່ມະຕິ 80 ໄດ້ວາງວັດທະນະທຳໃຫ້ກັບຄືນສູ່ຕຳແໜ່ງທີ່ຖືກຕ້ອງຂອງມັນ: ບໍ່ພຽງແຕ່ແມ່ນ “ພື້ນຖານທາງດ້ານຈິດໃຈ” ເທົ່ານັ້ນ ແຕ່ຍັງແມ່ນລະບົບທີ່ມີຊີວິດຊີວາ, ມີຄວາມສາມາດໃນການພົວພັນ, ແຜ່ຂະຫຍາຍ ແລະ ສ້າງມູນຄ່າໃນທົ່ວໂຄງສ້າງການພັດທະນາແຫ່ງຊາດ.
ຈຸດບຸກທະລຸຢູ່ທີ່ນີ້ແມ່ນການຫັນປ່ຽນຈາກທັດສະນະ “ຂະແໜງດຽວ” ໄປສູ່ທັດສະນະ “ລະຫວ່າງຂະແໜງການ ແລະ ລະບົບນິເວດ”. ວັດທະນະທຳບໍ່ໄດ້ຢືນຢູ່ຂ້າງນອກເສດຖະກິດ, ວິທະຍາສາດ ຫຼື ການສຶກສາອີກຕໍ່ໄປ, ແຕ່ໄດ້ກາຍເປັນສ່ວນປະກອບທີ່ເຊື່ອມໂຍງ, ກຳນົດທິດ ແລະ ຊຸກຍູ້ບັນດາຂົງເຂດດັ່ງກ່າວ. ສິ່ງນີ້ແມ່ນສອດຄ່ອງຢ່າງຍິ່ງກັບສະພາບການໃນປັດຈຸບັນ, ເມື່ອບັນດາສິ່ງທ້າທາຍແຫ່ງການພັດທະນາລ້ວນແຕ່ມີລັກສະນະສັບສົນ ແລະ ຕ້ອງການບັນດາມາດຕະການແບບປະສົມປະສານ.
ວິເຄາະໃຫ້ເລິກເຊິ່ງກວ່າ, ທ່ານ ຟ້າມແທ່ງຕິ້ງ ຖືວ່າ, ສາຍພົວພັນແບບ “ເພິ່ງພາອາໄສກັນ” (Symbiosis) ລະຫວ່າງວັດທະນະທຳ ກັບ ເສດຖະກິດ, ເຕັກໂນໂລຢີ ແລະ ການຕ່າງປະເທດ ທີ່ມະຕິ 80 ໄດ້ກ່າວເຖິງນັ້ນ ແມ່ນສະທ້ອນໃຫ້ເຫັນຢ່າງຖືກຕ້ອງເຖິງພຶດຕິກຳຕົວຈິງຂອງການພັດທະນາທີ່ທັນສະໄໝ. ວັດທະນະທຳ, ໃນຖານະເປັນແຫຼ່ງກຳລັງພາຍໃນ, ບໍ່ແມ່ນປັດໄຈທີ່ຢຸດນິ້ງ ແຕ່ສາມາດຖືກ “ກະຕຸ້ນ” ຜ່ານການປະດິດສ້າງໃໝ່ ແລະ ການນຳໃຊ້ເຕັກໂນໂລຢີ. ເມື່ອມໍລະດົກຖືກຫັນເປັນດີຈີຕອນ, ເມື່ອບັນດາຄຸນຄ່າດັ້ງເດີມຖືກນຳມາສະແດງຄືນໃໝ່ໃນຜະລິດຕະພັນການທ່ອງທ່ຽວ, ການສຶກສາ ຫຼື ອຸດສາຫະກຳສ້າງສັນ, ວັດທະນະທຳກໍ່ເລີ່ມສ້າງມູນຄ່າເພີ່ມທີ່ແທ້ຈິງໃຫ້ແກ່ພື້ນຖານເສດຖະກິດ.
ທ່ານ ຟ້າມແທ່ງຕິ້ງ ໄດ້ຍົກຕົວຢ່າງຈາກບັນດາການເຄື່ອນໄຫວຫວ່າງມໍ່ໆມານີ້ຂອງ ສະມາຄົມຄົ້ນຄວ້າວິທະຍາສາດກ່ຽວກັບ ອາຊີຕາເວັນອອກສ່ຽງໃຕ້ - ຫວຽດນາມ ຢູ່ທີ່ແຂວງ ແທ່ງຮວ້າ, ເຊິ່ງແມ່ນບ່ອນທີ່ສະມາຄົມໄດ້ປະສານງານຈັດຕັ້ງບັນດາເວທີປາໄສ ແລະ ກອງປະຊຸມສຳມະນາ, ເຊື່ອມຕໍ່ລະຫວ່າງນັກຄົ້ນຄວ້າ, ນັກສິລະປິນພື້ນເມືອງ, ວິສາຫະກິດ ແລະ ຊາວໜຸ່ມ… ໄດ້ແຜ່ຂະຫຍາຍຄຸນຄ່າວັດທະນະທຳດັ້ງເດີມໃນກະແສຟອງທີ່ທັນສະໄໝ, ຜ່ານນັ້ນສ້າງພື້ນທີ່ໃຫ້ມໍລະດົກມີ “ຊີວິດ” ໃນຊີວິດປະຈຳວັນຍຸກປັດຈຸບັນ. ບັນດາເນື້ອໃນເຊັ່ນ: ການຫັນມໍລະດົກເປັນດີຈີຕອນ, ການນຳໃຊ້ AI ໃນການອະນຸລັກພາສາ, ຫຼື ການພັດທະນາອຸດສາຫະກຳວັດທະນະທຳຕິດພັນກັບການທ່ອງທ່ຽວແບບຍືນຍົງ… ກໍ່ແມ່ນຂໍ້ພິສູດໃຫ້ແກ່ວິທີການເຂົ້າຫາແບບລະບົບນິເວດ: ວັດທະນະທຳກາຍເປັນຈຸດເຊື່ອມຕໍ່ລະຫວ່າງພູມປັນຍາ, ເຕັກໂນໂລຢີ ແລະ ຕະຫຼາດ.
ໃນມຸມມອງດ້ານການຕ່າງປະເທດ, ທ່ານ ຟ້າມແທ່ງຕິ້ງ ຖືວ່າ, ບັນດາຮູບແບບດັ່ງກ່າວຈະຊ່ວຍໃຫ້ ຫວຽດນາມ ມີ “ເລື່ອງລາວ” ເພີ່ມຕື່ມເພື່ອແບ່ງປັນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພວກເຮົາບໍ່ພຽງແຕ່ເວົ້າເຖິງວັດທະນະທຳໃນແງ່ຂອງມໍລະດົກເທົ່ານັ້ນ, ແຕ່ແມ່ນແຫຼ່ງກຳລັງແຫ່ງການພັດທະນາ - ເຊິ່ງແມ່ນບົດຮຽນທີ່ສາມາດແລກປ່ຽນ, ຮຽນຮູ້ ແລະ ຮ່ວມກັນສ້າງສັນໃນ ອາຊຽນ. ສິ່ງນີ້ປະກອບສ່ວນຍົກສູງບົດບາດຂອງ ຫວຽດນາມ ບໍ່ພຽງແຕ່ດ້ວຍຄວາມສາມາດທາງດ້ານເສດຖະກິດເທົ່ານັ້ນ, ແຕ່ແມ່ນດ້ວຍເອກະລັກ, ຄວາມສ້າງສັນ ແລະ ຄວາມສາມາດໃນການເຊື່ອມຕໍ່. ຕາມທ່ານ ຕິ້ງ ແລ້ວ, ໃນສະພາບການທີ່ພາກພື້ນນັບມື້ນັບມີການເຊື່ອມໂຍງກັນຢ່າງສະໜິດແໜ້ນ, “ການທູດວັດທະນະທຳ” ຕິດພັນກັບການປະດິດສ້າງໃໝ່ ຈະແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງເຂົ້າໃນບັນດາຕາໜ່າງການຮ່ວມມືຫຼາຍຝ່າຍ - ຖືກຕ້ອງຕາມຈິດໃຈ “ເພິ່ງພາອາໄສກັນ” ທີ່ມະຕິ 80 ໄດ້ວາງອອກ.
ເພື່ອຜັນຂະຫຍາຍມະຕິ 80 ເຂົ້າສູ່ພຶດຕິກຳຕົວຈິງ, ທ່ານ ຟ້າມແທ່ງຕິ້ງ ໃຫ້ຮູ້ວ່າ, ສະມາຄົມຄົ້ນຄວ້າວິທະຍາສາດກ່ຽວກັບ ອາຊີຕາເວັນອອກສ່ຽງໃຕ້ - ຫວຽດນາມ ຈະສຸມໃສ່ 3 ທິດທາງໃນການຈັດຕັ້ງປະຕິບັດທີ່ເປັນຈຸດສຸມ. ກ່ອນອື່ນໝົດແມ່ນພັດທະນາລະບົບນິເວດພູມປັນຍາລະຫວ່າງຂະແໜງການ, ວາງວັດທະນະທຳໃນສາຍພົວພັນກັບເສດຖະກິດສ້າງສັນ, ການສຶກສາ, ເຕັກໂນໂລຢີ ແລະ ນະໂຍບາຍສາທາລະນະ. ຖັດມາແມ່ນສ້າງຕັ້ງຕາໜ່າງການເຊື່ອມຕໍ່ພາກພື້ນ, ເພີ່ມທະວີການຮ່ວມມືກັບບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ເພື່ອສ້າງເປັນ “ຊຸມຊົນວິຊາການ - ພຶດຕິກຳຕົວຈິງ” ກ່ຽວກັບລະບົບນິເວດວັດທະນະທຳ. ນອກຈາກນັ້ນ, ແມ່ນການຊຸກຍູ້ວັດທະນະທຳໃນການປະດິດສ້າງໃໝ່, ຖືວັດທະນະທຳແມ່ນປັດໄຈກົກເຄົ້າໃນບັນດາຄວາມຄິດລິເລີ່ມປະດິດສ້າງໃໝ່ - ນັບແຕ່ບັນດາຮູບແບບເສດຖະກິດສ້າງສັນ, ອຸດສາຫະກຳວັດທະນະທຳ ຈົນຮອດການນຳໃຊ້ເຕັກໂນໂລຢີໃນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ. ວັດທະນະທຳບໍ່ພຽງແຕ່ແມ່ນເນື້ອໃນເທົ່ານັ້ນ, ແຕ່ຍັງແມ່ນ “ກຳລັງໜູນ” ທີ່ສ້າງບັນດາມາດຕະການພັດທະນາໃໝ່.
ສາມາດເຫັນໄດ້ວ່າ, ດ້ວຍມະຕິ 80, ຫວຽດນາມ ໄດ້ມີທິດທາງຍຸດທະສາດທີ່ຈະແຈ້ງໃນກຳມື ເພື່ອຫັນວັດທະນະທຳໃຫ້ກາຍເປັນກຳລັງໜູນແຫ່ງການພັດທະນາແບບຍືນຍົງ, ປະກອບສ່ວນເຮັດໃຫ້ປະເທດຊາດກ້າວໄປຢ່າງວ່ອງໄວ ແລະ ໝັ້ນຄົງ ບົນເສັ້ນທາງແຫ່ງການເຊື່ອມໂຍງ ແລະ ຢືນຢັນບົດບາດໃນພາກພື້ນ ກໍ່ຄືໃນເວທີສາກົນ.
| ນັກສຶກສາລາວ, ກຳປູເຈຍ ສະຫຼອງບຸນປີໃໝ່ປະເພນີ ຢູ່ໂຮງຮຽນມິດຕະພາບ 80 ຍສໝ - ໃນວັນທີ 13 ແລະ 14 ເມສາ ຢູ່ຮ່າໂນ້ຍ, ໂຮງຮຽນມິດຕະພາບ 80 ໄດ້ຈັດຕັ້ງບັນດາລາຍການສະຫຼອງບຸນປີໃໝ່ ບຸນປີໃໝ່ ຂອງລາວ, ໂຈນຈະນຳທະໄມ ຂອງກຳປູເຈຍ ໃຫ້ແກ່ນັກສຶກສາທີ່ກຳລັງສຶກສາຢູ່ໂຮງຮຽນ. |
| BIDV ແລະ ຄະນະກຳມະການເພື່ອສັນຕິພາບ ຫວຽດນາມ: ຕິດພັນກັບພາລະກຳແຫ່ງສັນຕິພາບ ແລະ ການພັດທະນາທີ່ຍືນຍົງ ຍສໝ - ໃນຕອນບ່າຍຂອງວັນທີ 14 ເມສາ 2026, ຢູ່ທີ່ ຮ່າໂນ້ຍ, ທະນາຄານເພື່ອການລົງທຶນ ແລະ ການພັດທະນາ ຫວຽດນາມ (BIDV) ໄດ້ມີການເຮັດວຽກຮ່ວມກັບ ຄະນະກຳມະການເພື່ອສັນຕິພາບ ຫວຽດນາມ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການປະສານສົມທົບໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະໃໝ່. |

