ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ

17:53 | 07/02/2025

ຍສໝ - ຕອນບ່າຍວັນທີ 2 ກຸມພາ (ເປັນວັນທີ 5 ເດືອນຈຽງ ຈັນທະປະຕິທິນ ປີມະເສັງ), ສະມາຄົມໃຫຍ່ຊາວຫວຽດນາມ ປະຈຳ ແບນຊິກ (UGVB) ໄດ້ຈັດຕັ້ງງານບຸນປີໃໝ່ປະຈຳຊາດ, ດຶງດູດຊາວຫວຽດນາມຢູ່ຕ່າງປະເທດ ເປັນຈໍານວນຫຼວງຫຼາຍທີ່ພວມອາໄສ, ຮໍ່າຮຽນ ແລະ ເຮັດວຽກຢູ່ ແບນຊິກ ກໍ່ຄືຈາກບັນດາປະເທດໃກ້ຄຽງມາຮ່ວມມ່ວນຊື່ນ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ ບຣາຊິນ ມີຄວາມສຸກໃນລະດູບານໃໝ່ບ້ານເກີດເມືອງນອນ 2025
ເປີດຕົວສະໂມສອນມໍລະດົກ ຊຸດຊຸດເສື້ອຍາວຫວຽດນາມ ຢູ່ປະເທດ ແບນຊິກ

ບຸນປີໃໝ່ປະຈຳຊາດໂດຍ UGVB ຈັດຕັ້ງບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ປະຊາຊົນໄດ້ມ່ວນຊື່ນກັບລະດູບານໃໝ່ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ຜູ້ທີ່ຢູ່ໄກຈາກບ້ານໄດ້ຫວນຄືນໃນບັນຍາກາດບຸນປີໃໝ່ທີ່ເປັນມູນເຊື້ອ, ສະແດງຄວາມພາກພູມໃຈຂອງຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ. ​ແຕ່​ຮຸ່ງ​ເຊົ້າ, ​ພື້ນທີ່ສູນກາງວັດທະນະ​ທຳ​ເຕັມ​ໄປ​ດ້ວຍ​ສີສັນ​ລະດູ​ບານໃໝ່ດ້ວຍ​ຮູບ​ພາບຊຸດເສື້ອຍາວພື້ນເມືອງ, ກິ່ງດອກທີ່ສົດໃສເດັ່ນຊັດ, ​ຮູບ​ປະຕິຄູ່​ສີ​ແດງ... ​ໄດ້​ສ້າງ​ຮູບພາບວັນບຸນປີໃໝ່ເຕັມໄປດ້ວຍສີສັນຂອງຊາດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ມູມ​ຮັກສາໄວ້​ບັນດາ​ຄຸນຄ່າ​ມູນເຊື້ອເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ດຶງ​ດູດ​ບັນດາ​ປະຊາຊົນຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ເພື່ອນມິດສາກົນ​ມາ​ຖ່າຍຮູບ​ທີ່​ລະນຶກ. ​ເຂດ​ວາງສະ​ແດງ​ປຶ້ມ, ໜັງສືພິມ​ລະດູ​ບານໃໝ ພ້ອມກັບບັນດາປຶ້ມ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີບຸນປີໃໝ່ປະຈຳຊາດ ກໍ່​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ຫຼາຍ​ຄົນ.

ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ

ຮ້ານວາງສະແດງຂອງສະມາຄົມການກຸສົນ “ເພື່ອນມິດສຳລັບເດັກນ້ອຍ ຫວຽດນາມ” ໄດ້ຂາຍສິນຄ້າເພື່ອລະດົມທຶນໜູນຊ່ວຍເດັກນ້ອຍທຸກຍາກແຂວງ ບັກຢາງ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ປີ​ນີ້​ແມ່ນ​ການ​ສະ​ແດງ​ຂອງວົງປະສານສຽງ​ເຍົາວະຊົນ ລວມມີບັນດາ​​ເດັກນ້ອຍ​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່ ​ແບນ​ຊິກ, ​ໃນ​ນັ້ນ ​ມີ​ຫຼາຍ​ນ້ອງ​ມີ​ເຊື້ອສາຍ ຫວຽດນາມ - ​ແບນ​ຊິກ. ​ເຖິງ​ວ່າ​ເຂົາ​ເຈົ້າ​ເວົ້າພາສາຫວຽດຍັງບໍ່ຂອດ​ກໍ່ຕາມ, ​ແຕ່​ບັນດາຄຳ​ອວຍພອນ​ປີ​ໃໝ່​ອັນ​ອົບ​ອຸ່ນ​ຂອງ​ເຂົາ​ເຈົ້າ ​ແລະ ​ບັນດາທຳນອງຂອງ​ເພງ “ວັນ​ປີໃໝ່ຢູ່ບ້ານເກີດເມືອງນອງຂອງນ້ອງ​” ທີ່ຟົດຟື້ນ ​ກໍ່ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຊື່ອມ​ຕໍ່​ຂອງ​ລຸ້ນໜຸ່ມ​ກັບວັດທະນະທຳກົກເຄົ້າເຫງົ້າກໍ. ພ້ອມ​ກັນ​ນັ້ນ, ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພາກພູມ​ໃຈ​ຂອງ​ພໍ່​ແມ່ຜູ້ປົກຄອງ​ເມື່ອ​ໄດ້​ເຫັນ​ລູກ​ຂອງຕົນຮັກສາ​ພາສາ ​ແລະ​ ສີສັນຂອງ​ຊາດ.

ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ

ການ​ສະ​ແດງປະສານສຽງ​ຂອງ​ບັນດາ​ເຍົາວະຊົນທີ່ເຕັມໄປດ້ວຍສີສັນ​ຊາດ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ນຸ່ງ​ຊຸດເສື້ອຍາວ​ພື້ນ​ເມືອງ, ທ່ານ ກາວ​ວັນ​ຊື - ​ຜູ້ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ ແບນ​ຊິກ​ ມາ​ເປັນ​ເວ​ລາ 59 ປີ, ເຊື່ອມຕົວເຂົ້າກັບ​ບັນ​ຍາ​ກາດປຸ້ມລຸມກັນ​ຂອງ​ວັນບຸນປີໃໝ່ ​ຫວຽດ​ນາມ. ທ່ານປາດ​ຖະໜາ​ວ່າ ປີ​ມະເສັງ ຈະ​ນຳ​ມາ​ເຊິ່ງການ​ພັດທະນາ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ອາໄສຢູ່ ​ແບນ​ຊິກ ​ແລະ ສັນຕິພາບ​ໃຫ້​ແກ່​ໂລກ.

ນາງ ກວາງ​ທິ​ມິງ, ມາ​ຈາກ​ເມືອງ Lille (ຝຣັ່ງ), ໄດ້​ໄປ Brussels ກັບ​ສາມີ ​ແລະ ໝູ່​ເພື່ອນ​ຈຳນວນ​ໜຶ່ງ​ເພື່ອ​ເຂົ້າ​ຮ່ວມ​ລາຍການ. ບັນຍາກາດ​ບຸນປີ​ໃໝ່​ ຫວຽດນາມ ​ທີ່​ອົບ​ອຸ່ນ​ຢູ່​ທີ່​ນີ້​ໄດ້​ຊ່ວຍ​ໃຫ້​ນາງ​ຮູ້ສຶກ​ຄື​ວ່າ​ພວມ​ດຳລົງ​ຊີວິດ​ຢູ່​ໃນບ້ານ​ເກີດ​ເມືອງ​ນອນ, ບັນເທົາຄວາມ​ຄິດ​ຮອດ​ບ້ານ.

ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ

“​ເຂີຍ​ ຫວຽດ​ນາມ” Olivier Desmedt ເຂົ້າ​ຮ່ວມ​ບຸນ​ປີໃໝ່ປະຈຳຊາດ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ທ່ານ Olivier Desmedt - “​ເຂີຍ​ ​ຫວຽດ​ນາມ” ທີ່​ໄດ້ຕິດພັນກັນ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາໄສຢູ່ ແບນ​ຊິກ​ ຕະຫຼອດ 9 ປີ, ແບ່ງ​ປັນ​ຄວາມ​ຮັກ​​ກັບບຸນປີໃໝ່ປະຈຳຊາດ. ຕາມ​ທ່ານ​ແລ້ວ, ​ປີໃໝ່ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ເຕົ້າ​ໂຮມ​​ສະມາຊິກໃນ​ຄອບຄົວ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສຢູ່​ແບນ​ຊິກ​ ອ້ອມລ້ອມຮ່ວມກັນ, ສ້າງ​ບັນຍາກາດ​ທີ່​ອົບ​ອຸ່ນ​ຕະຫຼອດ​ເດືອນ, ເຊິ່ງເປັນສິ່ງ​ທີ່​ແຕກ​ຕ່າງ​ເມື່ອທຽບກັບ​ປີ​ໃໝ່ສາກົນຢູ່ຝ່າຍຕາ​ເວັນ​ຕົກ.

ກ່າວ​ຄຳ​ປາໄສທີ່​ລາຍການ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ​ແບນ​ຊິກ ຫງວຽນ​ວັນ​ຖາວ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ UGVB ​ໃນ​ການ​ອະນຸລັກ​ຮັກສາ​ວັດທະນະທຳ​ທີ່ເປັນມູນເຊື້ອ, ເສີມຂະຫຍາຍສີສັນ​ຂອງ​ຊາດ, ໜູນ​ຊ່ວຍ​ປະຊາ​ຄົມ​ໃນ​ການດຳລົງຊີວິດ ​ແລະ ສ້າງ​ການ​ພົວພັນ​ອັນ​ດີງາມ​ກັບ​ອຳນາດ​ການ​ປົກຄອງ​ປະຈຳຖິ່ນ. ບັນດາ​ການ​ປະກອບສ່ວນ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ແບນ​ຊິກ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກປະເທດປະຈຳຖິ່ນ.

ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ແບນ​ຊິກ ຫງວຽນ​ວັນ​ຖາວ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ​ໃນ​ປີ 2024, ຫວຽດນາມ ຕ້ອງປະເຊີນໜ້າ​ກັບສິ່ງທ້າທາຍ​ຫຼາຍ​ຢ່າງ, ​ແຕ່​ຍັງ​ຈະ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ຍ້ອນ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ປະ​ເທດ, ​ໃນ​ນັ້ນ ​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ແບນ​ຊິກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ: “ພວກ​ເຮົາ​ສາມາດ​ກ້າວ​ເຂົ້າ​ສູ່​ປີ​ໃໝ່ ປີມະເສັງ 2025 ດ້ວຍ​ຫຼາຍ​ເຫດການ​ສຳຄັນ, ​ເປັນ​ຂີດ​ໝາຍ​ສັງກາດບືນຕົວຂຶ້ນຂອງປະ​ເທດ​ຊາດ”.

ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ

ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024), ທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ແບນຊິກ ແລະ ທ່ານ ເອກອັກຄະລັດຖະທູດ ລາວ ...

ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ

ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ

ຍສໝ - ຕອນ​ບ່າຍ​ວັນ​ທີ 16 ພຶດສະພາ, ຢູ່​ເຂດ​ອະນຸສອນ​ສະຖານປະທານ ​ໂຮ່ຈີ​ມິນ ຢູ່ບ້ານ ​ຊຽງ​ວາງ, ​ເມືອງ ໜອງບົກ, ​ແຂວງ​ ​ຄຳ​ມ່ວນ, ພາກ​ກາງ​ລາວ ​ໄດ້ດຳເນີນພິທີຖະຫວາຍທູບທຽນ ເພື່ອສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງ​ປະທານ ​ໂຮ່ຈິ​ມິນ (ວັນ​ທີ 19 ພຶດສະພາ 1890 – 19 ...

ແທັງຮັ່ງ

ເຫດການ