ເປີດຕົວສະໂມສອນມໍລະດົກ ຊຸດຊຸດເສື້ອຍາວຫວຽດນາມ ຢູ່ປະເທດ ແບນຊິກ

21:30 | 18/09/2024

ຍສໝ - ສະ​ໂມ​ສອນ​ ມໍ​ລະດົກເສື້ອຍາວຫວຽດ​ນາມ ຢູ່ປະ​ເທດ ແບນ​ຊິກ ໄດ້​ປຸກ​ລຸກ​ຄວາມ​ພາກ​ພູມ​ໃຈ​ແຫ່ງ​ຊາດ​ຢ່າງ​ແທ້​ຈິງ​ໃນໃຈຂອງຄົນ​ຫວຽດ​ນາມ​ທຸກ​ຄົນທີ່ຢູ່ໄກເຂດແຄ້ວນ. ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເດີນທາງ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາດ.

ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ
ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ

ສະ​ໂມ​ສອນ​ມໍ​ລະ​ດົກ​ຊຸດເສື້ອຍາວຫວຽດ​ນາມ ຢູ່ປະເທດ ແບນຊິກ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 7 ກັນຍາ ຢູ່ໃນສະຖານທີສະຫງ່າຜ່າເຜີຍຂອງ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ແບນ​ຊິກ.

​ເຫດການ​ດັ່ງກ່າວ​ໄດ້​ຈັດຂຶ້ນ​ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຂອງ​ສະຖານທູດ ຫວຽດນາມ ປະຈຳ ​ແບນ​ຊິກ ​ແລະ ສະຫະສະມາຄົມ​ຄົນ ຫວຽດນາມ ປະຈຳ ​ແບນ​ຊິກ (UGVB). ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ UGVB ​ເພື່ອ​ສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງ​ວັນສະຖາປະນາ​ ສາທາລະນະ​ລັດ ​ສັງຄົມ​ນິຍົມ ຫວຽດນາມ (2 ກັນຍາ 1945), ​70 ປີ​ ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ​ ຮ່າ​ໂນ້ຍ (10 ຕຸລາ 1954), ​ພ້ອມ​ກັນ​ນັ້ນ, ກໍ່ຕອບ​ສະໜອງ​ວັນ​ມໍລະດົກ​ວັດທະນະທຳ​ ຫວຽດນາມ 23 ພະຈິກ ​ແລະ ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ທີ່​ຮັກ​ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ.

ທີ່ການກ່າວຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ວັນ​ຖ້າວ ​ເອກ​ອັກຄະ​ລັດຖະທູດ ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ ແບນ​ຊິກ ​ໄດ້ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ​ໃນ​ການ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ. ທ່ານເອກ​ອັກຄະ​ລັດຖະທູດ ​ກ່າວ​ວ່າ: ​ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ​ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ນຸ່ງອາພອນ​ເທົ່າ​ນັ້ນ, ແຕ່ຫາກ​ຍັງ​ແມ່ນ​ເຄື່ອງ​ສິລະ​ປະ, ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ງາມ ​ແລະ ຄວາມ​ລະອຽດອອ່ນຂອງ​ແມ່ຍິງ ຫວຽດນາມ. ການ​ສ້າງ​ຕັ້ງ​ສະ​ໂມ​ສອນມໍ​ລະ​ດົກ​ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ຢູ່ປະເທດ ແບນຊິກ ​ແມ່ນຫົວຄິດປະດິດສ້າງ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ນຳ​ພາບ​ພົດ​ຂອງ ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ​ໃຫ້​ໃກ້ຊິດ​ກັບ​ເພື່ອນ​ມິດສາ​ກົນຫຼາຍຂຶ້ນ.

ທ່ານ ຮວິ່ງກົງໝີ ປະທານ UGVB ກ່າວວ່າ: ສະໂມສອນມໍລະດົກ ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ແບນຊິກ ໄດ້ກຳເນີດຂຶ້ນດ້ວຍເປົ້າໝາຍເຊື່ອມໂຍງປະຊາຄົມຄົນຫວຽດນາມ ຢູ່ ແບນຊິກ. ພ້ອມ​ກັນ​ນັ້ນ, ກໍ່ເຜີຍແຜ່​ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ໃຫ້ກັບ​ເພື່ອນ​ມິດສາ​ກົນ. ທ່ານໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ປາດ​ຖະໜາ​ທີ່ຢາກ​ສ້າງພື້ນທີ່ວັດທະນະທຳ​, ບ່ອນທີ່​ຜູ້​ຄົນ​ສາມາດ​ຮ່ຳຮຽນຊອກຮູ້ນຳກັນ, ຄົ້ນ​ພົບ ​ແລະ ​ຊື່ນຊົມຄຸນຄ່າ​ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ.

ທ່ານ​ນາງ Audrey Lhoest - ຮອງ​ເຈົ້າເມືອງ Ixelles, ​ເປັນ​ເມືອງ​ໜຶ່ງທີ່​ມີ​ຄົນ ຫວຽດນາມ ດໍາລົງຊີວິດຢູ່ຢ່າງໜາແໜ້ນ ​​ແລະ ຮ່ຳຮຽນ, ​ໄດ້​ສະ​ແດງ​ຄວາມນິຍົມ​ຕໍ່​ຄວາມ​ງາມ​ຂອງ​​ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ​ແລະ ຄວາມ​ໝາຍ​ຂອງ​ເຫດການ. “ນີ້ແມ່ນການເຄື່ອນໄຫວວັດທະນະທໍາທີ່ມີຄວາມໝາຍຫຼາຍ, ປະກອບສ່ວນເຮັດໃຫ້ຊີວິດໃນຊຸມຊົນຢູ່ Ixelles ອຸດົມສົມບູນຍິ່ງຂຶ້ນ.

​ໃນ​ບັນຍາກາດ​ອັນ​ສະຫງ່າ​ຂອງ​ພິທີ, ຄົນ ຫວຽດນາມ ຫຼາຍຄົນທີ່ໄກເຂດແຄ້ວນ ກໍ່ບໍ່ອາດກັ້ນຄວາມຕື້ນຕັນໃຈໄດ້​ເມື່ອພ້ອມກັນ​ນຸ່ງ​ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ​ພື້ນ​ເມືອງ​. ທ່ານ​ ນາງ ດ່າວ​ທູ​ຮັ່ງ ຜູ້​ລິ​ເລີ່ມ​ແນວ​ຄິດ​ສ້າງ​ຕັ້ງ​ສະ​ໂມ​ສອນ ກ່າວ​ວ່າ: ນີ້​ຈະ​ແມ່ນ​ຂົວ​ຕໍ່​ໃຫ້​ຄົນ​ ຫວຽດ​ນາມ ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ, ເສີມຂະຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​​ຊາດ, ສ້າງ​ປະ​ຊາ​ຄົມ​ຮັກຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ, ບ່ອນທີ່ທຸກຄົນສາມາດເອກອ້າງທະນົງໃຈກ່ຽວກັບຕົ້ນກໍາເນີດຂອງຕົນ ​ແລະ ຍິ່ງໄປກວ່າ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຈະ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ອັນ​ສູງ​ສົ່ງ​ຂອງ​ການ​ຈົດ​ທະບຽນ​ມໍລະດົກ​ວັດທະນະທຳ​ບໍ່​ເປັນ​ວັດຖຸຂອງ​ອົງການ UNESCO.

ພິທີເປີດຕົວສະໂມສອນມໍລະດົກຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ຢູ່ ແບນຊິກ ບໍ່ພຽງແຕ່ແມ່ນພິທີເປີດຕົວທີ່ຢ່າງດຽວເທົ່ານັ້ນ, ແຕ່ຍັງເປັນສານກ່ຽວກັບການເຊື່ອມຕໍ່ລະຫວ່າງ ອະດີດ ແລະ ປັດຈຸບັນ, ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ, ດ້ວຍ​ຄວາມງົດ​ງາມລະອຽດອ່ອນ ແລະ ຄຸນຄ່າ​ທາງດ້ານວັດທະນະທຳ​ອັນ​ຢ່າງເລິກ​ເຊິ່ງ ຈະ​ສືບ​ຕໍ່​ໄປ​ຄຽງ​ຄູ່​ໄປກັບຄົນ​ ຫວຽດນາມ​ ໃນ​ທົ່ວ​ໂລກ, ປະກອບສ່ວນ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ.

ຮູບພາບບາງສ່ວນໃນງານ:

ເປີດຕົວສະໂມສອນມໍລະດົກ ຊຸດປະຈຳຊາດຂອງແມ່ຍິງຫວຽດນາມຢູ່ປະເທດ ແບນຊິກ

ພິທີເປີດຕົວສະໂມສອນມໍລະດົກ ຊຸດເສື້ອຍາວຫວຽດນາມ ຢູ່ ແບນຊິກ (ພາບ: ກວິ່ງ Iris de Prelle).

ເປີດຕົວສະໂມສອນມໍລະດົກ ຊຸດປະຈຳຊາດຂອງແມ່ຍິງຫວຽດນາມຢູ່ປະເທດ ແບນຊິກ

ພີ່ນ້ອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ທີ່​ພິທີ​ເປີດ​​ສະ​ໂມ​ສອນ​ມໍລະດົກ​ຊຸດເສື້ອຍາວ ຫວຽດ​ນາມ ຢູ່ ແບນ​ຊິກ (ພາບ: ກວິ່ງ Iris de Prelle).

ເປີດຕົວສະໂມສອນມໍລະດົກ ຊຸດປະຈຳຊາດຂອງແມ່ຍິງຫວຽດນາມຢູ່ປະເທດ ແບນຊິກ
ເປີດຕົວສະໂມສອນມໍລະດົກ ຊຸດປະຈຳຊາດຂອງແມ່ຍິງຫວຽດນາມຢູ່ປະເທດ ແບນຊິກ

ຊຸດເສື້ອຍາວ ຫວຽດ​ນາມ ໄດ້​ວາງ​ສະ​ແດງທີ່ພິທີເປີດຕົວ​ສະ​ໂມ​ສອນ​ມໍ​ລະ​ດົກ​ຊຸດເສື້ອຍາວຫວຽດ​ນາມ ຢູ່ ແບນ​ຊິກ (ພາບ: ກວິ່ງ Iris de Prelle).

ເປີດຕົວສະໂມສອນມໍລະດົກ ຊຸດປະຈຳຊາດຂອງແມ່ຍິງຫວຽດນາມຢູ່ປະເທດ ແບນຊິກ

ພື້ນທີ່ວາງ​ສະ​ແດງ​ມໍ​ລະ​ດົກ ຊຸດເສື້ອຍາວຫວຽດ​ນາມ ທີ່​ພິ​ທີ​ເປີດ​ຕົວສະ​ໂມ​ສອນ​ມໍ​ລະ​ດົກ ຊຸດເສື້ອຍາວຂອງແມ່ຍິງ ຫວຽດ​ນາມ ຢູ່ປະ​ເທດ ແບນ​ຊິກ

ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ
ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ

ທອງມີ ສີຫາວົງ

302 Found

Found

The document has moved here.