ທ່ານນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ພວມພັດທະນາກະໂດດຂັ້ນຄືດັ່ງມັງກອນ

10:07 | 13/03/2024

ຍສໝ - ໃນ​ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ການ​ໂອ້ລົມເຈ​ລະ​ຈາ​ໃນ​ວັນ​ທີ 11 ມີນາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Christopher Luxon ໄດ້ສະແດງຄວາມ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ
ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ

ຕອນທ່ຽງວັນ​ທີ 11 ມີນາ (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ​ໄດ້​ມີ​ການປະຊຸມຂ່າວເພື່ອ​ປະກາດ​ໝາກຜົນ​ຂອງ​ການໂອ້ລົມ​ເຈລະຈາ​​ກ່ອນໜ້ານີ້.

ທ່ານນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ພວມພັດທະນາກະໂດດຂັ້ນຄືດັ່ງມັງກອນ

Thủ tướng Phạm Minh Chính và Thủ tướng New Zealand Christopher Luxon tại họp báo ngày 11-3 - Ảnh: NHẬT BẮC

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Christopher Luxon ທີ່ການປະຊຸມຂ່າວ ໃນວັນທີ 11 ມີນາ. ພາບ: ເຫຍີດບັກ

ຄຳສັບ​ສຳ​ຄັນ​ສາມ​ຄູ່​ຂອງ​ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ກ່ຽວ​ກັບ​ການ​ພົວ​ພັນ​ສອງຝ່າຍ

ໂດຍຢືນຢັນ​ວ່າ ການ​ພົບ​ປະ​ຄັ້ງ​ນີ້ “ພິ​ເສດທີ່ສຸດ” ​ແລະ “ສຳເລັດຜົນທີ່ສຸດ", ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ 2 ຝ່າຍ ​ໄດ້​ປຶກສາຫາລືຮອບດ້ານ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື, ພ້ອມກັນ ກັນນັ້ນ ກໍ່ວາງອອກການກຳນົດ​ທິດທາງ​ໃຫ້​ແກ່ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ນິວຊີ​ແລນ ໃຫ້ສືບ​ຕໍ່​ພັດທະນາ​ຢ່າງ​ເຂັ້ມ​ແຂງ, ​ເລິກ​ເຊິ່ງກ່ວາອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສັງເຂບດ້ວຍສາມຄູ່ຄໍາສັບສໍາຄັນນັ້ນແມ່ນ "ສະຖຽນລະພາບ ແລະ ປັບປຸງ", "ເພີ່ມທະວີ ແລະ ​ເປີດກ້ວາງ", "ເພີ່ມຄວາມໄວ ແລະ ບຸກທະລຸ".

ຕາມ​ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ແລ້ວ, 2 ປະ​ເທດ​ຕ້ອງມີ “ສະຖຽນລະພາບ ແລະ ປັບປຸງ” ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ທູດ, ສ້າງ​ພື້ນຖານຢ່າງໝັ້ນແກ່ນກ່ວາ​ໃຫ້​ແກ່​ການ​ພົວພັນ​ສອງ​ຝ່າຍ.

“ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ ແລະ ຫວັງ​ວ່າ ​ຈະ​ໄດ້​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ ນິວຊີແລນ Christopher Luxon ມາຢ້ຽມ​ຢາມ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການໃນໄລຍະໄວໆນີ້" ທ່ານເວົ້າຕື່ມ.

ດ້ວຍ​ຄຳ​ສັບສຳຄັນ​ຄູ່​ທີ 2, ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດນາມ ແລ້ວ, ນັ້ນແມ່ນ “ເພີ່ມ​ທະ​ວີ​ ແລະ ເປີດກ້ວາງ" ການ​ຮ່ວມ​ມືໃນ​ທຸກໆ​ເສົາ​ຄ້ຳ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ.

ໃນນັ້ນ ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ສູ້ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ບັນລຸ​ເປົ້າ​ໝາຍ 2 ຕື້ USD ​ໃນ​ປີ 2024 ​ແລະ ເພີ່ມການ​ລົງທຶນສອງ​ສົ້ນຂຶ້ນສອງເທົ່າໂດຍໄວ ຜ່ານບັນດາມາດ​ຕະການ​ທີ່​ເໝາະ​ສົມ .

ທ່ານ ຢືນຢັນ​ວ່າ ຫວຽດນາມ ຊົມເຊີຍການ​ລົງທຶນ​ຈາກ ນິວຊີ​ແລນ ​ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ສຶກສາ - ບຳລຸງ​ສ້າງ, ກະສິກຳທີ່​ຄຸນ​ນະພາ​ບສູງ, ພະລັງງານ​ທົດ​ແທນ.

2 ປະ​ເທດ ​ກໍ່​ມຸ່ງ​ໄປ​ເຖິງການເປີດກ້ວາງການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ຄວາມໝັ້ນຄົງ, ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ແບບເກົ່າ ​ແລະ ແບບ​ໃໝ່ ຢ່າງມີປະສິດທິຜົນ.

ໃນນັ້ນ ມີອາດຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ໄພທຳມະຊາດ, ພະຍາດລະບາດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງໃນ​ການ​ເດີນ​ທະ​ເລ, ​ການແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ...

ຫວຽດນາມ ​ແລະ ນິວຊີ​ແລນ ກໍ່ເປີດກ້ວາງການ​ຮ່ວມ​ມື​ດ້ານ​ກະສິກຳ, ລວມມີການ​ຄົ້ນ​ຄ້ວາ, ການ​ຮ່ວມ​ມື, ຕອບ​ສະໜອງການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ພັດທະນາ​ກະສິກຳ​ເຕັກ​ໂນ​ໂລ​ຢີ​ສູງ, ຂະຫຍາຍແນວພັນຕົ້ນໄມ້,...

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ສຶກສາ - ບຳລຸງ​ສ້າງ, ຊຸກຍູ້​ການ​ພົບພະແລກປ່ຽນ​ປະຊາຊົນ​ດ້ວຍ​ຮູບ​ການ​ທີ່​ເໝາະ​ສົມ.

“ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ນິວຊີ​ແລນ ຈະ​ເພີ່ມ​ທຶນ​ການ​ສຶກສາ​ໃຫ້​ບັນດາ​ນັກ​ສຶກສາ ຫວຽດນາມ ​ແລະ ບັນດາ​ມະຫາວິທະຍາ​ໄລ ນິວຊີ​ແລນ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ມະຫາວິທະຍາ​ໄລ​ ຫວຽດນາມ, ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການພັດທະນາແຫຼ່ງຊັບພະຍາກອນ​ທີ່​ມີ​ຄຸນ​ນະພາ​ບສູງຂອງ ຫວຽດນາມ.

ການ​ເປີດເສັ້ນທາງການບິນ​ໂດຍ​ກົງ​ຄືນ​ໃໝ່ໂດຍໄວ ຈະແມ່ນກຳລັງພັກດັນທີ່ສຳຄັນ ເພື່ອເປີດກ້ວາງການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ດັ່ງກ່າວ", ທ່ານ​ນາຍົກລັດຖະມົນຕີຢືນຢັນ.

ທ່ານ​ເນັ້ນ​ໜັກພິ​ເສດ​​ເຖິງ 3 ຂົງ​ເຂດ​ທີ່​ຕ້ອງເພີ່ມຄວາມໄວ ແລະ ບຸກທະລຸ​ໃນ​ການ​ພົວພັນ ຫວຽດນາມ - ນິວຊີ​ແລນ.

ນັ້ນ​ແມ່ນ​ການເພີ່ມຄວາມໄວໃນການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ, ກາ່ນພັດທະນາ​ເສດຖະກິດ​ສີຂຽວ, ​ເສດຖະກິດ​ດີ​ຈີ​ຕອນ, ການຖ່າຍທອດເຕັກໂນໂລຢີທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ, ພັດທະນາ​ກະສິກຳ, ບັນດາອຸດສາຫະກຳ​ເຕັກ​ໂນ​ໂລຢີໃໝ່​ທີ່​ພົ້ນ​ເດັ່ນ​ຂຶ້ນ​ຄື ປັນຍາ​ປະດິດ (AI), ຊິບເຄິ່ງຊັກນຳໄຟຟ້າ.

ຄວາມບຸກທະລຸໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທາງ​ທະ​ເລ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ, ພິເສດ ແມ່ນກ່ຽວກັບການແປ່ງປັນປະສົບ​ການ, ການສ້າງນະ​ໂຍບາຍ​, ການ​ຖ່າຍທອດ​ເຕັກ​ໂນ​ໂລ​ຢີ.

​ແລະ ສຸດ​ທ້າຍແມ່ນ ການເພີ່ມຄວາມໄວໃນການ​ຮ່ວມ​ມື​ດ້ານ​ແຮງ​ງານ, ບຳລຸງ​ສ້າງ​ອາຊີບ, ສ້າງ​ເງື່ອນ​ໄຂ​ໃຫ້​ຄົນ​ງານ ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່ ນິວຊີ​ແລນ. ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ຂົງເຂດນິຕິກຳ ​ແລະ ມີ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ ​ເພື່ອ​ຊຸກຍູ້ ​ແລະ ຄຸ້ມ​ຄອງ​ຂົງ​ເຂດ​ນີ້​ໃຫ້ເປັນຢ່າງ​ດີ.

ນິວ​ຊີ​ແລນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າໃນ​ກະ​ສິ​ກຳ ​ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ພວມພັດທະນາກະໂດດຂັ້ນຄືດັ່ງມັງກອນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Christopher Luxon ທີ່ການປະຊຸມຂ່າວ - ພາບ: ເຫຍີດບັກ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Christopher Luxon ໄດ້​ມີຄຳເຫັນຕໍ່ຄຳປາໄສດັ່ງກ່າວຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ທີ່ໄດ້​ສັງ​ລວມ​ຢ່າງ​ຈະ​ແຈ້ງ ແລະ ລະອຽດກ່ຽວກັບບັນດາ​ເນື້ອ​ໃນ​ການໂອ້ລົມ​ເຈ​ລະ​ຈາ. ທ່ານຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສ້າງ​ກຳລັງ​ໜູນ​ພັດທະນາ​ຢ່າງ​ເຂັ້ມແຂງ.

“ຂໍສະແດງຄວາມຊົມ​ເຊີຍ​ລັດຖະບານ ​ແລະ ປະຊາຊົນ ​ຫວຽດນາມ ທີ່ບັນລຸ​ໄດ້ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ. ຫວຽດນາມ ກໍໄດ້ກາຍ​ເປັນໂຕມັງກອນ ກັບການ​ພັດທະນາ​ທີ່ກະໂດດຂັ້ນ, ເຕີບ​ໂຕ​ສູງ​ໃນ​ແຕ່ລະ​ປີ", ຜູ້ນຳ​ ນິວຊີ​ແລນ ກ່າວ.

ກ່ຽວ​ກັບ​ນິວ​ຊີ​ແລນ, ທ່ານ Christopher Luxon ໃຫ້ຮູ້ວ່າ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ໄດ້​ພັດ​ທະ​ນາ​ເປັນ​ຢ່າງ​ດີ. ໃນ 5 ປີທີ່ຜ່ານມາ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ ໄດ້​ເພີ່ມ​ຂຶ້ນ 60%, ປະຊາຊົນ ແລະ ວິ​ສາ​ຫະກິດ​ ນິວຊີ​ແລນ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍຢ່າງ ​ຜ່ານ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ ຫວຽດນາມ.

2 ຝ່າຍ​ວາງເປົ້າໝາຍຮອດ​ທ້າຍ​ປີ 2024, ວົງ​ເງິນ​ການ​ຄ້າ​ຈະ​ບັນລຸ 2 ຕື້ USD, ກໍຄື​ການ​ຮ່ວມ​ມື​ກ່ຽວກັບບັນດາບັນຫາປອດພາສີ, ການ​ຮ່ວມ​ມື​ດ້ານ​ກະສິກຳ, ການ​ສຶກສາ ​ແລະ ພິ​ເສດ​ແມ່ນ​ການທ່ອງທ່ຽວ.

ໂດຍເວົ້າເຖິງການ​ທີ່​ສອງ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ການປ່ອຍອາຍພິດລົງເປັນ 0 ໃນ​ປີ 2050, ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ ຢືນຢັນ​ວ່າ 2 ປະ​ເທດ​ຍັງ​ມີ​ຫຼາຍ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຢ່າງ​ໃຫຍ່​ຫຼວງ.

ປະ​ເທດ​ນີ້​ ຈະ​ສືບ​ຕໍ່​ລົງທຶນ​ເຂົ້າ​ຫວຽດນາມ ​ໃນ​ຂົງ​ເຂດ​ກະສິກຳ, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຫວັງ​ວ່າ​ ຈະ​ໄປ​ຢ້ຽມຢາມ ຫວຽດນາມ ​ໃນໄລຍະໄວໆນີ້ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິງຈິງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.